Crimea ພາຍຫລັງ 1 ປີໂຮມເຂົ້າລັດເຊຍ



(vovworld)- ວັນ​ທີ 18/3, ແມ່ນ​ວັນ​ທີ່ Crimea ໂຮມ​ເຂົ້າ​ລັດ​ເຊຍ​ຄົບ​ຮອບ 1 ປີ ດ້ວຍ​ເລື່ອງ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍVladimir Putin ​​ເຊັນ​ຂ​ໍ້​ຕົກ​ລົງ​ໂຮມ ​ສາ​ທາ​ລະ​ນະ​ລັດ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ Crimea ເຂົ້າ​ລັດ​ເຊຍ ແລະ ນະ​ຄອນ Sevastopol ຂຶ້​ນ​ກັບ​ສະ​ຫະ​ພັນ​ລັດ​ເຊຍ. ພາຍ​ຫລັງ 1 ປີ​ໂຮມ​ເຂົ້າ​ລັດ​ເຊຍ, ສະ​ຫະ​ພັນ​ລັດ​ເຊຍ ພວມ​ຕັ້ງ​ຫນ້າ​ລົງ​ທຶນ​ເຂົ້າ Crimea ພ້ອມ​ທັງ​ເດັດ​ດ່ຽວ​ໂຕ້​ຕອບ​ບັນ​ດາ​ກຳ​ລັງ​ດັນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ. ບົດ​ລວບ​ລວມ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ: Crimea ພາຍ​ຫລັງ 1 ປີ​ໂຮມ​ເຂົ້າ​ລັດ​ເຊຍ.



Crimea ພາຍຫລັງ 1 ປີໂຮມເຂົ້າລັດເຊຍ - ảnh 1

ແຫຼມCrimeaສະເຫຼີມສະຫຼອງ 1 ປີ ທີ່ໂຮມເຂົ້າລັດເຊຍ

ພິທີ​ສະ​ເຫລີມ​ສະ​ຫລອງ 1 ປີ​ແຫ່ງວັນ​ແຫລມ Crimea ໂຮມ​ເຂົ້າ​ສ​ະ​ຫະ​ພັນ​ລັດ​ເຊຍ ພາຍ​ຫລັງ​ການ​ລົງ​ປະ​ຊາ​ມະ​ຕິ ດ​້ວຍ 97% ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເຫັນ​ດີ​ກັບ​ຄື​ນ​ສູ່ລັດ​ເຊຍ ພາຍ​ຫລັງ 60 ປີ​​ຢູ່ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ Ukraina ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/3/2015. ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ Crimea Seigei Aksyonov ໄດ້​ຍ​້ອງຍ​ໍ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ ແລະ ຢືນ​ຢັນ ບໍ່​ກັບ​ຄືນ​ເປັນ​ສ່ວນ​ຫນຶ່ງ​ຂອງ​Ukraina ຢ່າງ​ເດັດ​ຂາດ.

ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ​ຢ່າງຮອບ​ດ້ານ

        ພາຍ​ຫລັງ Crimea ໂຮມ​ເຂົ້າ​ລັດ​ເຊຍ, ບັນ​ດາ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ​ຂອງ Crimea ​ໄດ້​ມີການ​ປ່ຽນ​ແປງຫລາຍ​ຢ່າງ. ວິ​ວັດ​ທະ​ນາ​ການ​ນຳ Crimea ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ, ການ​ເງິນ, ສິນ​ເຊື່ອ, ນິ​ຕິ​ກຳ​ຂອງ​ລັດ​ເຊຍ ພວມ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ຫນ້າ​ຢູ່​ແຫ​ລມ Crimea. ສະ​ກຸນ​ເງິນ ຣຸ​ບ ໄດ້​ກາຍ​ເປັນ​ເງິນ​ຕາ​ຂອງ Crimea ພາຍ​ຫລັງ​ກົດ​ໝາຍ​ສະ​ຫະ​ລັດ​ກ່ຽວ​ກັບ​ເລື່ອງ​ໂຮມ Crimea ເຂົ້າ​ລັດ​ເຊຍ ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ. ເດືອນ 4/2014, ການ​ປະ​ຕິ​ຮູບ​ລະ​ບົບ​ການ​ສຶກ​ສາ​ໄດ້​ປະ​ຕິ​ບັດ​ຢູ່ Crimea ຕາມ​ບັນ​ດາ​ມາດ​ຕະ​ຖານ​ການ​ສຶກ​ສາ​ຂອງ​ລັດ​ເຊຍ. ເງິນ​​ເບ້ຍ​ບຳ​ນານ ແລະ ເງິນ​ເດືອນ​ຂອງ​ປະ​ຊ​າ​ຊົນ Crimea ກໍ​ໄດ້​ເພີ່ມ​ຂຶ້ນ. ອັດ​ຕາ​ຫວ່າງ​ງານ​ຢູ່ Crimea ພວມ​ຄ່ອຍໆ​ຫລຸດ​ລົງ. ລັດ​ເຊຍ ໄດ້​ວາງ​ແຜນ​ການກໍ່​ສ້າງ​ສູນ​ທ່ອງ​ທ່ຽວ ແລະ ບັນ​ເທິງ 11 ແຫ່ງ​ຢູ່ Crimea. ໂຄງ​ການ​ສະ​ຫະ​ລັດ​ພິ​ເສດ ໄດ້​ສະ​ຫງ​ວ​ນ​ຈຳ​ນວນ​ເງິນເກືອບ 800 ລ້ານ USD ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ​ໃຫ້ Crimea.

​ເລື່ອງ Crimea ​ໂຮມ​ເຂົ້າລັດ​ເຊຍ ​ນັ້ນ, ກໍ່​ນຳ​ມາ​ເຊິ່ງການປ່ຽນ​ແປງ​ໃນ​ລະບົບ​ສົ່ງ​ເສີມ​ສຸຂະພາບ​ຢູ່ແຫຼມ​ນີ້ຢ່າງ​ແນ່ນອນ​. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ Crimea, Alla Pashkunova ​ແລ້ວ, ປະຈຸ​ບັນຊາວ Crimea, ນັບ​ທັງ​ຜູ້​ໄດ້ກິນ​ເບ້ຍ​ບຳນານ​ແລ້ວ​ກໍ່ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ການ​ບໍລິການ​ສົ່ງ​ເສີມ​ສຸຂະພາບ ​ແລະ ການ​ແພດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ປີ 2015, ອຳນາດ​ການ​ປົກຄອງ Crimea ຈະ​ໃຊ້​ເງິນ​ປະມານ 50 ລ້ານ USD ​ເພື່ອ​ສ້າງ​ບັນດາ​ໂຮງໝໍ​ເປັນ​ທັນ​ສະ​ໄໝ.

        ປະຈຸ​ບັນ, ລັດ​ເຊຍ ​ພວ​ມລົງທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ ​ແລະ ກໍ່ສ້າງ​ຂະ​ແໜງ​ອຸດສາຫະກຳ​ຂອງ Crimea ​ຄືນ​ໃໝ່. ບັນດາ​​ຮາກ​ຖານ​ຜັກ​ຜ່ອນ​ຢ່ອນ​ອາລົມ, ລະບົບ​ທາງບົກ, ທາງ​ລົດ​ໄຟ, ທໍ່​ສົ່ງ​ອາຍ​ແກ​ສ​ເກືອບ​ທັງ​ໝົດ​ຂອງ Crimea ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຄືນ​ໃໝ່. ຄຽງ​ຂ້າງ​ນັ້ນ, ບັນດາ​ອົງການ​ກ່ຽວຂ້ອງ​ຂອງ Crimea ກໍ່​ພວມ​ພັດທະນາ​ບັນດາແຜນ​ຮ່າງ​ສະໜອງ​ນຳ້​ຈືດ​ໃຫ້​ແກ່​ເຂດ​ດັ່ງກ່າວ, ພາຍຫຼັງ​ທີ່​ອຳນາດ​ການ​ປົກຄອງ Kiev ຕັດ​ແຫຼ່ງສະໜອງ​ນຳ້​ຈືດ​ໃຫ້​ແກ່ Crimea.

        ​ໄປ​ຄຽງ​ຄູ່​ກັບ​ການລົງທຶນ​ພັດທະນາ​ເສດຖະກິດ - ສັງຄົມ, ​ສະຫະພັນ​ລັດ​ເຊຍ​ ກໍ່​ເພີ່ມ​ທະວີ​ການ​ສ້າງກຳລັງ​ການ​ທະຫານ​ຢູ່​ແຫຼມ Crimea ເປັນ​ທັນ​ສະ​ໄໝ. ຕາມ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Sergei Shoigu ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ລັດ​ເຊຍ​ ໄດ້​ສ້າງ​ຕັ້ງ 7 ກອງ​ພົນ ​ແລະ 8 ກອງພັນ​ໃຫຍ່​ຢູ່ Crimea ດ້ວຍ​ບັນດາ​ບົດບາດ​ໜ້າ​ທີ່​ທີ່ແຕກ​ຕ່າງ​ກັນ. ນອກ​ນັ້ນ, ພາຍຫຼັງ​ໂຮມ​ເຂົ້າ​ລັດ​ເຊຍ, ມີ​ພົນທະຫານ​ກວ່າ 9.000 ຄົນ ​ແລະ ຊາວ Ukraina 7.000 ຄົນຢູ່ Crimea ຈະ​ເຂົ້າ​ຮ່ວມ​ກອງທັບ​​ລັດ​ເຊຍ. ລັດ​ເຊຍ​ ກໍ່​ໄດ້​ສົ່ງ​ເຮືອບິນ​ສູ້​ຮົບ​ຫຼາຍ​ລຳ​ເຖິງ​ຖານ​ທີ່​ໝັ້ນ​ກອງທັບ​ອາກາດ Belbek ຢູ່ Crimea. ລະບົບ​ປ້ອງ​ກັນ​ອາກາດ​ຢູ່​ທີ່​ນີ້​ກໍ່​ໄດ້​ຮັບ​ລູກ​ສອນ​ໄຟ S -300 PMU ​ແລະ Pantsi-S1 ລຸ້ນ​ໄໝ່. ຕາມ​ແຜນການ, ກອງທັບ​ເຮືອ​ທະ​ເລ​ດຳ ກໍ່​ຈະ​ໄດ້​ຮັບ​ກຳ່​ປັ່ນ​ຂັບ​ໄລ່ 6 ລຳ, ກຳ່​ປັ່ນ​ດຳ​ນຳ້ 6 ລຳ. ນອກ​ນັ້ນ, ​ບັນດາ​ກຳ່​ປັ່ນ​ລູກ​ສອນ​ໄຟ Buyan – M ກໍ່​ຖືກ​ສົ່ງ​ເຖິງ Crimea ​ເປັນ​ປະຈຳ.

        ລັດ​ເຊຍ​ຍັງ​ຄົງ​ປະ​ເຊີນ​ໜ້າ​ກັບ​ກຳລັງ​ດັນ​ທີ່​ເພີ່ມ​ຂຶ້ນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ

        ຕາມ​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຫວ່າງ​ແລ້ວ​ນີ້ ​ໂດຍ​ສູນ​ຄົ້ນ​ຄ້ວາ​ຫາງ​ສຽງ​ລັດ​ເຊຍ ​ປະຕິບັດ​ແລ້ວ, ກວ່າ 90% ຈຳນວນຜູ້​ຖືກ​ຖາມ​ຊາວ Crimea ​ໃຫ້​ຮູ້​ວ່າ, ​ຖ້າ​ຫາກ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ຄືນ​ໃໝ່, ເຂົາ​ເຈົ້າຍັງ​ຄົງ​ເຫັນ​ດີ​ຕໍ່​ເລື່ອງ Crimea ​ໂຮມເຂົ້າ​ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ຕາ​ເວັນ​ຕົກ​ພັດ​​ຖື​ການ​ລົງ​ປະຊາ​ມະຕິ​ນີ້​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ​ເລື່ອງ​ໂຮມ​ Crimea ​ເຂົ້າ​ລັດ​ເຊຍ ​ແມ່ນ​ເຫດການ​ສຳຄັນ​ໃນ​ວິ​ກິດ​ການ Ukraine, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ນັບ​ມື້​ນັບ​ເຄັ່ງ​ຕຶງ. ຍາມ​ໃດ​ຝ່າຍ​ຕາ​ເວັນ​ຕົກ​ກໍ່​ຖື Crimea ​ແມ່ນ​ເຄື່ອງມື​ທີ່​ສຳຄັນ​ເພື່ອ​ກໍ່​ກຳລັງ​ດັນ​ໃຫ້​ລັດ​ເຊຍ. ດ້ວຍ​ຫຼາຍ​ມາດ​ຕະການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ພ້ອມ​ກັບ​​ເລື່ອງ​ນຳ້ມັນ​ດິບຖືກ​ຕົກ​ລາຄາ​ນັ້ນ, ​ໄດ້​ເຮັດ​ໃຫ້​ເສດຖະກິດ​ລັດ​ເຊຍ ​ຕົກ​ເຂົ້າ​ສູ່​ສະພາບ​ຊຸດ​ໂຊມ, ຄາດ​ຄະ​ເນ​ວ່າ​ຈະ​ຢູ່​ໃນ​ລະດັບ 3 – 5% ​ໃນ​ປີ 2015. ຫວ່າງ​ແລ້ວ​ນີ້, ອົງການ NATO ພັດ​ກ່າວ​ຫາ​ວ່າ: ລັດ​ເຊຍ ຍັງ​ສືບ​ຕໍ່​ສະ​ຫນອງ​ອາ​ວຸດ​ໃຫ້​ແກ່​ກຳ​ລັງ​ແຍກ​ຕົວ​ອອກ​ຢູ່​ພາກ​ຕາ​ເວັນ​ອອກ Ucraine. Nato ກໍ​ຢືນ​ຢັນ​ຫລາຍ​ຄັ້ງ​ວ່າ​ໄດ້​ພົບ​ເຫັນ ເຮືອ​ບິນ​ສູ້​ຮົບ​ຂອງ​ລັດ​ເຊຍ ລ່ວງ​ລ້ຳ​ເຂດ​ນ່ານ​ຟ້າ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ Nato ໃນ​ປີ 2014. ໃນ​ຂະ​ນະ​ທີ່ປະ​ຕິ​ເສດ​ບັນ​ດາ​ຄຳ​ກ່າວ​ຫາ​ຂອງ Nato, ລັດ​ເຊຍ ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຢູ່​ຂົ້ວ​ໂລກ​ເຫນືອ ໃນ​ໂອ​ກາດ​ສະ​ຫລີມ​ສະ​ຫລອງ 1 ປີ​ແຫ່ງວັນ​ໂຮມ Crimea ເຂົ້າ​ລັດ​ເຊຍ. ນີ້​ແມ່ນ​ຫນ​ຶ່ງ​ໃນ​ບັນ​ດາ​ການ​ໂອ້ອວດ​ກຳ​ລັງ​ໃຫຍ່​ສຸດ​ຂອງວັງ Kremlin ນັບ​ແຕ່​ເມື​ອ່​ Crimea ໂຮມ​ເຂົ້າ​ລັດ​ເຊຍ. ໃນ​ໂອ​ກາດນີ້, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ໄດ້​ອອກ​ຄຳ​ສັ່ງ​ຈັດ​ວາງ​ແມ່​ທັບ​ເຮືອ​ທະ​ເລ​ເຫນືອ ຂຶ້ນ​ກັບ​ກອງ​ທັບ​ເຮືອ​ຂອງ​ປະ​ເທດນີ້​​ຢູ່ໃນ​ສະ​ພາ​ວະການ​ກຽມ​ພ້ອມ​ສູ້​ຮົບ​ສູງ​ສຸດ. ນອກນັ້ນ ແມ່ນການ​ຊ້ອມ​ຮົບ​ດ້ວຍ​ພົນ​ທະ​​ຫານ 5000 ຄົນ​ຢູ່​ເຂດ​ການ​ທະ​ຫານ​ທາງ​ທິດ​ຕາ​ເວັນ​ອອກ.

       ພາຍ​ຫລັງ 1 ປີ​ໂຮມ Crimea ເຂົ້າ​ລັດ​ເຊຍ, Crimea ພວມ​ປ່ຽນ​ແປງ​ແຕ່​ລະ​ມື້ ຄ່ອຍໆ​ກາຍ​ເປັນ​​ທີ່​ໝັ້ນຂອງ​ລັດ​ເຊຍ. ເຖິງວ່າ ສຳ​ລັບ​ອາ​ເມ​ລິ​ກາ ແລະ ເອີ​ລົບ ຍາກ​ທີ່​​ຈະ​ເຮັດ​ໃຫ້ເຂົາ​ເຂົ້າ​ຮັບ​ຮູ້​ເລື່ອງ Crimea ແມ່​ນ​ສ່ວນ​ຫນຶ່ງ​ຂອງ ລັດ​ເຊຍ, ແຕ່​ຄວາມ​ຈິງ​ແມ່ນ​ຄື​ແນວນັ້ນ ແລະ ບໍ່​ມີ​ສິ່ງ​ໃດ​ສາ​ມາດປ່ຽນ​ແປງ​ສິ່ງ​ດັ່ງ​ກ່າວ​ໄດ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ