ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາລະບົບວັດທະນະທຳ, ກິ​ລາ

(VOVWORLD) - ໄລ່ຮອດເດືອນ ມີນາ 2024, ຫວຽດນາມ ມີ 66 ລະບົບວັດທະນະທຳຂັ້ນແຂວງ; 98% ເມືອງມີສູນວັດທະນະທຳ - ກິລາ ຫຼື ຫໍວັດທະນະທຳ; ເກືອບ 78% ຕາແສງ, ບ້ານ, ເທດສະບານເມືອງ ມີສູນວັດທະນະທຳ, ກິລາ…
ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາລະບົບວັດທະນະທຳ, ກິ​ລາ - ảnh 1ມີຜູ້ແທນກວ່າ 300 ທ່ານເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: dangcongsan.vn)

        ກອງປະຊຸມສຳມະນາ “ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາລະບົບວັດທະນະທຳ, ກິລາ” ໄດ້ຖືກຈັດຂຶ້ນໃນວັນທີ 12 ພຶດສະພາ, ຢູ່ແຂວງ ກວາງນິງ. ມີຜູ້ແທນກວ່າ 300 ທ່ານທີ່ຕາງໜ້າໃຫ້ບັນດາອົງການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງເຂົ້າຮ່ວມ. ກອງປະຊຸມສຳມະນາເຕື້ອງເຖິງບັນຫາສະຖານະການການເມືອງ, ທີ່ສຳຄັນ, ເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ, ກິລາ.

        ກອງປະຊຸມສຳມະນາໄດ້ສະໜອງຂໍ້ອ້າງອີງວິທະຍາສາດເພື່ອຮັບໃຊ້ວິວັດການສ້າງກົດໝາຍ ແລະ ຕິດຕາມກວດກາການປະຕິບັດກົດໝາຍຂອງສະພາແຫ່ງຊາດ ສຳລັບຂົງເຂດສຳຄັນຍິ່ງ, ພວມຕ້ອງສຸມໃສ່ໃຫ້ບຸລິມະສິດພັດທະນາ.

ຫັນບັນດາແຜນນະໂຍບາຍກ່ຽວກັບສິດຊົມໃຊ້ ແລະ ສຳຜັດກັບບັນດາຄຸນຄ່າດ້ານວັດທະນະທຳເປັນລະບອບລະບຽບການ

        ຜ່ານໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ຈາກບັນດາລະບົບວັດທະນະທຳ, ກິລາທີ່ເປັນວົງປິດ, ຂາດການເຊື່ອມຕໍ່, ຫວຽດນາມ ໄດ້ສ້າງ ແລະ ພັດທະນາລະບົບວັດທະນະທຳ, ກິລາຮອບດ້ານ ແລະ ຄົບຊຸດພໍສົມຄວນ, ຈາກສູນກາງລົງຮອດຂັ້ນຮາກຖານ, ຈາກບັນດາເຂດຕົວເມືອງລົງຮອດເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລ, ໝູ່ເກາະ.

        ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການໄດ້ຫັນບັນດາແຜນນະໂຍບາຍ, ທັດສະນະໃຫຍ່ຂອງພັກກອມມູນິດ ຫວຽດນາມ, ກົດໝາຍຂອງລັດ ກ່ຽວກັບສິດຊົມໃຊ້ ແລະ ສຳຜັດກັບບັນດາຄຸນຄ່າດ້ານວັດທະນະທຳເປັນລະບອບລະບຽບການ.

        ປະຈຸບັນ, ແຜນຜັງເຄືອຂ່າຍພື້ນຖານວັດທະນະທຳ ແລະ ກິລາ ໄລຍະ 2021 – 2030, ວິໄສທັດຮອດປີ 2045 ພວມໄດ້ຍື່ນສະເໜີຕໍ່ຂັ້ນມີສິດອຳນາດເພື່ອປະກາດໃຊ້. ມາຮອດປະຈຸບັນ, ໃນທົ່ວປະເທດ, ມີ 42 ແຂວງ, ນະຄອນໄດ້ວາງແຜນຜັງທີ່ດິນທີ່ສະຫງວນໃຫ້ການສ້າງລະບົບວັດທະນະທຳ, ກິລາ.

        ລະບົບຫໍສະໝຸດ, ສູນວາງສະແດງວັດທະນະທຳສິລະປະ, ສູນສະແດງສິລະປະ, ຫໍພິພິຕະພັນ, ໂຮງຮູບເງົາ, ໂຮງລະຄອນ, ສູນຝຶກຊ້ອມກິລາ, ສະໜາມກິລາໃນຮົ່ມ… ໄດ້ເອົາໃຈໃສ່ລົງທຶນກໍ່ສ້າງ ແລະ ພວມສືບຕໍ່ໄດ້ຍົກລະດັບໃຫ້ທັນສະໄໝກວ່າເກົ່າ, ມີບາງແຫ່ງແມ່ນໃກ້ຈະບັນລຸມາດຕະການສາກົນ.

        ໄລ່ຮອດເດືອນ ມີນາ 2024, ຫວຽດນາມ ມີ 66 ລະບົບວັດທະນະທຳຂັ້ນແຂວງ; 98% ເມືອງມີສູນວັດທະນະທຳ - ກິລາ ຫຼື ຫໍວັດທະນະທຳ; ເກືອບ 78% ຕາແສງ, ບ້ານ, ເທດສະບານເມືອງ ມີສູນວັດທະນະທຳ, ກິລາ… ງົບປະມານແຫ່ງລັດທີ່ລົງທຶນສ້າງລະບົບວັດທະນະທຳ, ກິລາຕົ້ນຕໍ່ແມ່ນມາຈາກການຮັບຮອງບັນດາໂຄງການເພີ່ມເຕີ່ມມີເປົ້າໝາຍ, ບັນດາໂຄງການເປົ້າໝາຍແຫ່ງຊາດເປັນຕົ້ນ.

ບັນດາຈຸດສຸມທາງດ້ານນະໂຍບາຍ ແລະ ແຫຼ່ງກຳລັງໃນໄລຍະຈະມາເຖິງ

        ລະບົບວັດທະນະທຳ, ກິລາຕ້ອງໄດ້ຮັບຖືວ່າແມ່ນພາກສ່ວນໜຶ່ງທີ່ສຳຄັນຍິ່ງຂອງລະບົບກ່ຽວຂ້ອງເຖິງພື້ນຖານໂຄງລ່າງສັງຄົມ. ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ 5 ໝວດບັນຫາ ເພື່ອພັດທະນາລະບົບວັດທະນະທຳ ແລະ ກິລາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ. ກ່ຽວກັບນະໂຍບາຍໃນໄລຍະຈະມາເຖິງ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ, ໃຫ້ຮູ້ວ່າ:

        “ຄົ້ນຄວ້າ, ສ້າງນະໂຍບາຍກ່ຽວກັບການລົງທຶນພັດທະນາ ແລະ ລະບົບວັດທະນະທຳ, ກິລາໃຫ້ສົມບູນແບບ, ລວມທັງນະໂຍບາຍລົງທຶນສາທາລະນະ, ນະໂຍບາຍລົງທຶນຕາມແບບພາກລັດ - ເອກະຊົນ ແລະ ນະໂຍບາຍຫັນເປັນສັງຄົມ; ນະໂຍບາຍໃຫ້ບຸລິມະສິດ, ໜູນຊ່ວຍການລົງທຶນ, ໂດຍສະເພາະແມ່ນກ່ຽວກັບທີ່ດິນ, ພາສີ, ທຶນສິນເຊື່ອໃນການກໍ່ສ້າງບັນດາກິດຈະກຳວັດທະນະທຳ, ກິລາ, ກາຍຍະກຳ ເພື່ອສົ່ງເສີມບັນດາພາກສ່ວນເສດຖະກິດເຂົ້າຮ່ວມລົງທຶນພັດທະນາ”.

        ການວາງແຜນຜັງລະບົບວັດທະນະທຳ, ກິລາ ຈະໄດ້ປະຕິບັດໃຫ້ສົມບູນແບບຕາມທິດຄົບຊຸດ, ທັນສະໄໝ, ມີສີສັນ, ບັນລຸປະສິດທິຜົນ, ຮັບປະກັນຄວາມຍຸຕິທຳ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ບັນດາອົງການທີ່ມີໜ້າທີ່ຕ້ອງເອົາໃຈໃສ່ເຖິງການສ້າງ, ພັດທະນາລະບົບວັດທະນະທຳ, ກິລາໃຫ້ແກ່ໄວໜຸ່ມ, ເດັກນ້ອຍ, ຜູ້ອອກແຮງງານ, ຄົນພິການ, ຜູ້ມີອາຍຸສູງ. ນອກນັ້ນ, ການສ້າງນະໂຍບາຍໃຫ້ບຸລິມະສິດຢູ່ເຂດພູດອຍ, ເຂດໝູ່ເກາະທະເລ, ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍຕ້ອງໄດ້ຮັບຄວາມເອົາໃຈໃສ່. ຄ່ອຍໆເພີ່ມລາຍຈ່າຍງົບປະມານຂອງລັດໃຫ້ແກ່ການພັດທະນາວັດທະນະທຳເວົ້າລວມ, ພັດທະນາລະບົບວັດທະນະທຳ, ກິລາເວົ້າສະເພາະ.

        ເມື່ອນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາລະບົບວັດທະນະທຳ, ກິລາໄດ້ຮັບຄວາມເອົາໃຈໃສ່ຢ່າງສົມເຫດສົມຜົນນັ້ນ, ບໍ່ພຽງແຕ່ແມ່ນການຮັບປະກັນສິດຊົມໃຊ້ບັນດາຄຸນຄ່າວັດທະນະທຳ, ກິລາຂອງປະຊາຊົນເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນເພື່ອພັດທະນາເສດຖະກິດຂອງປະເທດຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ