Freedom House ສືບຕໍ່ມີການກະທຳເສກສັ້ນປັ້ນແຕ່ງສະພາບການປະຊາທິປະໄຕຢູ່ ຫວຽດນາມ

(VOVWORLD) -ວັນທີ  2 ມິຖຸນາ ຜ່ານມາ, ອົງການ Freedom House ສືບຕໍ່ມີການກະທຳເສກສັ້ນປັ້ນແຕ່ງ ດ້ວຍອັນທີ່ເອີ້ນວ່າ: “ບົດລາຍງານປົກປ້ອງພື້ນຖານປະຊາທິປະໄຕເມື່ອດຳລົງຊີວິດພັດຖິ່ນ” ດ້ວຍຫລາຍຂໍ້ມູນຂ່າວສານເສກສັນປັ້ນແຕ່ງບິດເບືອນຄວາມຈິງສະພາບການຢູ່ຫວຽດນາມ. ຫລັງຈາກນັ້ນ ມີບາງເວັບໄຊຂອງຕ່າງປະເທດ ມີແນວຄວາມຄິດເປັນປໍລະປັກຫລືມີການສັງເກດແບບຂາດເຈດຕະນາດີຕໍ່ກັບຫວຽດນາມ ພ້ອມກັບຊ່ອງສື່ສານໂດຍພວກປະຕິການ, ຕ້ານຄືນ, ສວຍໃຊ້ການເມືອງບໍລິຫານໄດ້ຂຸດຄົ້ນ, ແຜ່ກະຈາຍບັນດາເນື້ອໃນທີິ່ຜິດເຂວນັ້ນຫວັງຢາກຫວັງກໍ່ຄວາມວຸນວາຍຂໍ້ມູນຂ່າວສານ, ບິດເບືອນຄວາມຈິງ, ດຳເນີນບັນດາການເຄື່ອນໄຫວມ້າງທຳລາຍພັກ, ລັດຫວຽດນາມ.

Freedom House ສືບຕໍ່ມີການກະທຳເສກສັ້ນປັ້ນແຕ່ງສະພາບການປະຊາທິປະໄຕຢູ່ ຫວຽດນາມ - ảnh 1ນັກສຶກສາມະຫາວິທະຍາໄລ ເຕັກໂນໂລຊີ ນະຄອນໂຮ່ຈີມິນ ໃນຊົ່ວໂມງຮຽນປະຕິບັດທົດລອງວິທະຍາສາດ. (ພາບ:tapchicongsan.org.vn)

Freedom House ແມ່ນອົງການສາກົນບໍ່ຂຶ້ນກັບລັດຖະບານ ມີສຳນັກງານຫລັກຕັ້ງ ຢູ່ ອາເມລິກາ. ການເຄື່ອນໄຫວຂອງອົງການນີ້ ແມ່ນສະຫນັບສະຫນູນຄວາມກ້າວຫນ້າ ແລະ ຊຸກຍູ້, ເປີດກວ້າງເສລີພາບ, ປະຊາທິປະໄຕໃນທົ່ວໂລກ. ແຕ່ລະປີ ອົງການນີ້ ໄດ້ ສ້າງ ແລະ ປະກາດບົດລາຍງານຄື: ບົດລາຍງານດ້ານເສລີພາບໃນໂລກ, ບົດລາຍງານດ້ານເສລີພາບທາງເຄືອຂ່າຍອິນເຕີແນັດ, ສື່ສານ… ເຖິງຢ່າງໃດກໍຕາມ, ໃນຫລາຍປີຜ່ານມາ, ຂໍ້ມູນຂ່າວສານຊື່ງອົງການນີ້ຍົກອອກມາແມ່ນກ່ຽວຂ້ອງເຖິງຫລາຍປະເທດ, ໃນນັ້ນ ມີຫວຽດນາມ ແມ່ນຜິດກັບຄວາມຈິງ, ມີຈຸດແຮງຈຸງໃຈຫຍໍ້ທໍ້ດ້ານການເມືອງ.

ອົງການນີ້ ຈັດຫວຽດນາມ ເຂົ້າກຸ່ມບັນດາປະເທດບໍ່ມີສິດເສລີພາບ, ປະຊາທິປະໄຕ ຢ່າງຕໍ່ເນື່ອງ. ເລື່ອງຕີລາຄາ, ຈັດອັນດັບຂອງ Freedom House ແມ່ນບໍ່ໄດ້ອີງໃສ່ເອກະສານທາງການ, ບໍ່ໄດ້ອີງໃສ່ສະພາບຊີວິດຕົວຈິງຂອງປະຊາຊົນຫວຽດນາມ. ແທນທີ່ນັ້ນ ອົງການນີ້ ຮ່ວມມືກັບພວກປະຕິການ, ຕ້ານຄືນ, ສວຍໃຊ້ການເມືອງ ແມ່ນຄົນຫວຽດນາມ ຢູ່ ພາຍໃນ ແລະ ຕ່າງປະເທດ ພ້ອມກັບບຸກຄົນ, ອົງການຕ່າງປະເທດ ມີທັດສະນະຂາດເຈດຕະນາດີຕໍ່ກັບ ຫວຽດນາມ ເພື່ອປະຕິບັດການສຳພາດ, ເກັບກຳຂໍ້ມູນຂ່າວສານ, ຈາກນັ້ນ ຕູ່ຫາ ຫວຽດນາມ ລ່ວງລ້ຳສິດເສລີພາບ, ປະຊາທິປະໄຕ.

ການເຄື່ອນໄຫວ ຂອງ Freedom House ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະບໍ່ມີເຈດຕະນາດີ, ເປັນປໍລະປັກສຳລັບຫວຽດນາມ. ບໍ່ສະເພາະ ແຕ່ ຫວຽດນາມ ເທົ່ານັ້ນ, ຫລາຍປະເທດອື່ນກໍ່ຖືກອົງການນີ້ “ເຕື້ອງເຖິງ” ຢ່າງຕໍ່ເນື່ອງ.

ຈຸດປະສົງຂອງອົງການນີ້ ແມ່ນຜ່ານການເສກສັນປັ້ນແຕ່ງປະຊາທິປະໄຕ, ສິດທິມະນຸດເພື່ອບຸກໂຈມຕີ, ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. ໃນບົດຕອບສຳພາດຕໍ່ ຊ່ອງໂທລະພາບ VTV, ທ່ານ Yerlan Baizhanov, ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳຫວຽດນາມ ໄດ້ຕີລາຄາວ່າ: “ ມີບາງອົງການສິດທິມະນຸດພຽງເບິ່ງແຕ່ດ້ານດຽວ, ເຂົາເຈົ້າຖືກຄອບງຳຍ້ອນຈິດໃຈມັກໃຫຍ່ໄຝ່ສູງດ້ານການເມືອງ ບໍ່ສົນໃຈເຖິງຄວາມແຕກຕ່າງຂອງສະພາບການດ້ານປະຫວັດສາດ, ວັດທະນະທຳ. ເມື່ອສ້າງບົດລາຍງານ, ເຂົາເຈົ້າຖືກປັດໄຕດ້ານການເມືອງ ແລະ ທັດສະນະທີ່ຂາດເຈດຕະນາດີຄອບງຳ. ພວກເຮົາດຳລົງຊີວິດ ແລະ ເຮັດວຽກ ບໍ່ແມ່ນເພື່ອເຮັດໃຫ້ບັນດາອົງການຄື Freedom House ເພິ່ງພໍໃຈ ຫາກລັດ ພວກເຮົາເຄື່ອນໄຫວເພື່ອໃຫ້ປະຊາຊົນມີຊີວິດດີຂຶ້ນ. ນັ້ນແມ່ນສິ່ງສຳຄັນທີ່ສຸດ.

Freedom House ສືບຕໍ່ມີການກະທຳເສກສັ້ນປັ້ນແຕ່ງສະພາບການປະຊາທິປະໄຕຢູ່ ຫວຽດນາມ - ảnh 2ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ. (ພາບ: Phan Sương)

ພັກ, ລັດ ຫວຽດນາມ ຍາມໃດ ກໍ່ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດເສລີພາບ, ປະຊາທິປະໄຕຂອງ ປະຊາຊົນ. ໃນກອງປະຊຸມສະໄຫມສາມັນພວມດຳເນີນຢູ່ ຮ່າໂນ້ຍ ສະພາແຫ່ງຊາດ ຫວຽດນາມ ກຳລັງປຶກສາຫາລືກ່ຽວກັບເລື່ອງປະກາດໃຊ້ກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຂັ້ນຮາກຖານ ເພື່ອແນໃສ່ຫັນ ແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມໃຫ້ກ້ວາງຂວາງ ດ້ວຍທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”ເປັນ ລະບອບລະບຽບການ, ສືບຕໍ່ຫັນສິດເປັນເຈົ້າຂອງປະຊາຊົນ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໂດຍໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013 ໃຫ້ເປັນລະອຽດ, ບົນພື້ນຖານ.

ບັນດານະໂຍບາຍພັດທະນາມະນຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ ໄດ້ຮັບການປະຕິບັດຢ່າງຄົບຊຸດ ແລະ ຮອບດ້ານ, ຈາກການລົບລ້າງຄວາມທຸກຍາກຕະຫລອດຮອດການພັດທະນາການສຶກສາ, ສາທາລະນະສຸກ, ແຮງງານ, ວຽກເຮັດງານທຳ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ທຸກຄົນໃນສັງຄົມສືບຕໍ່ໄດ້ຊົມໃຊ້, ປະຕິບັດບັນດາສິດການເມືອງ, ພົນລະເຮືອນ, ເສດຖະກິດ ວັດທະນະທຳ, ສັງຄົມຢ່າງຮອບດ້ານ, ເລິກເຊິ່ງ, ມີຄຸນນະພາບ, ແທດຈິງ ແລະ ມີປະສິດທິຜົນກວ່າ.

ບໍ່ສະເພາະແຕ່ ຫວຽດນາມ ເທົ່ານັ້ນ ຫາກສຳລັບຫລາຍປະເທດໃນໂລກ, ຖ້າຢາກຕີລາຄາກ່ຽວກັບສິດເສລີພາບ, ປະຊາທິປະໄຕ, ສິດທິມະນຸດ ແນ່ນອນວ່າຕ້ອງອີງໃສ່ຄຳເຫັນຂອງປະຊາຊົນເປັນສ່ວນໃຫຍ່ຢູ່ປະເທດນັ້ນ. ເລື່ອງມີບາງບຸກຄົນ, ອົງການຄື Freedom House ເຂົາເຈົ້າບໍ່ຢູ່ ຫວຽດນາມ, ບໍ່ຮັບຮູ້ດ້ວຍການສຳຫລວດຢ່າງພາວະວິໄສ ແຕ່ພັດຍົກອອກການຕີລາຄາ, ໃຫ້ການສັງເກດບໍ່ໃສແຈ້ງ ນັ້ນເປັນການສະແດງໃຫ້ເຫັນຈຸດປະສົງເສກສັນປັ້ນແຕ່ງສະພາບການຢູ່ ຫວຽດນາມ ດ້ວຍຂໍ້ມູນຂ່າວສານບໍ່ຖືກກັບຄວາມຈິງ ບໍ່ສາມາດເຊື່ອໝັ້ນໄດ້.

ຕົວຈິງ ປະຈຸບັນ  ຫວຽດນາມ ແມ່ນຫນຶ່ງໃນຈຳນວນ 20 ປະເທດ ມີອັດຕາຜູ້ນຳໃຊ້ ອິນເຕີແນັດ ຫລາຍສຸດໃນໂລກ ດ້ວຍປະມານ 70 ລ້ານຄົນ (ກວມເອົາເກືອບ 70% ປະຊາກອນ). ສະນັ້ນ ຄຳກ່າວຫາຂອງ Freedom House ເມື່ອຖືວ່າ: ຫວຽດນາມ ບໍ່ມີເສລີພາບ, ອຳນາດການປົກຄອງພວມດຳເນີນ “ການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ”. “ການປາບປາມຂ້າມຊາຍແດນ”, ເປັນທີ່ຈະແຈ້ງແລ້ວວ່າ ຖ້ອຍທຳນອງທີ່ບໍ່ມີຂໍ້ອ້າງອີງ, ເສກສັນປັ້ນແຕ່ງຢ່າງເປີດແປນ ແມ່ນເພື່ອຢາກບຸກໂຈມຕີຕ້ານທຳລາຍ ຫວຽດນາມ, ຊອກຫາວິທີທາງເພື່ອແຊກແຊງວຽກງານພາຍໃນຂອງຫວຽດນາມ. ນີ້ແມ່ນການເຄື່ອນໄຫວສວຍໃຊ້ປະຊາທິປະໄຕ, ລະເມີດຂໍ້ກຳນົດຂອງກົດໝາຍສາກົນ, ລ່ວງລ້ຳໂດຍກົງເຖິງສິດ, ຜົນປະໂຫຍດຂອງປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ