G20 ສ້າງອະນາຄົດໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ກວມລວມ

(VOVWORLD) -ໄລຍະຜ່ານມາໄດ້ເປັນການສະແດງໃຫ້ເຫັນວ່າ G20 ບໍ່ພຽງແມ່ນເວທີປາໄສຂອງບັນດາຄຳໝັ້ນສັນຍາດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນບ່ອນຊຸກຍູ້ບັນດາຂໍ້ລິເລີ່ມການກະທຳຢ່າງແທດຈິງ ແລະ ມີປະສິດທິຜົນ

G20 ສ້າງອະນາຄົດໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ກວມລວມ - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G20

(ພາບ: AFP/TTXVN)

ກອງປະຊຸມສຸດຍອດ G20 ຫາກໍ່ສິ້ນສຸດລົງພາຍຫຼັງດຳເນີນກອງປະຊຸມທາງອອນລາຍເປັນ 2 ຄັ້ງ, ພາຍໃຕ້ການເປັນປະທານຂອງກະສັດ ຊະອຸດີ ອາຣັບບີ Salman bin Abdulaziz Al Saud. ດ້ວຍຫົວຂໍ້ວ່າ “ສ້າງກາລະໂອກາດຂອງສະຕະວັດທີ 21 ໃຫ້ແກ່ທຸກໆຄົນປະກົດຜົນເປັນຈິງ”, ກອງປະຊຸມສຸດຍອດ G20 ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການເພື່ອນຳເສດຖະກິດໂລກຜ່ານຜ່າບັນດາຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງຍ້ອນໂລກລະບາດໂຄວິດ-19.

        ໄລຍະຜ່ານມາໄດ້ເປັນການສະແດງໃຫ້ເຫັນວ່າ G20 ບໍ່ພຽງແມ່ນເວທີປາໄສຂອງບັນດາຄຳໝັ້ນສັນຍາດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນບ່ອນຊຸກຍູ້ບັນດາຂໍ້ລິເລີ່ມການກະທຳຢ່າງແທດຈິງ ແລະ ມີປະສິດທິຜົນ, ດ້ວຍບັນດາເປົ້າໝາຍທີ່ຈະແຈ້ງອີກດ້ວຍ. ກອງປະຊຸມສຸດຍອດ G20 ຄັ້ງນີ້ໄດ້ສຸມໃສ່ເຂົ້າໃນເລື່ອງປົກປ້ອງປະຊາຊົນ ແລະ ຟື້ນຟູການເຕີບໂຕເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ ກໍຄືຕັ້ງພື້ນຖານໃຫ້ແກ່ອະນາຄົດອັນຈົບງາມກວ່າ.

ແບ່ງປັນໜ້າທີ່ຄວາມຮັບຜິດຊອບລວມ

        ໂລກລະບາດໂຄວິດ-19 ແມ່ນເຫດຮ້າຍແຮງແບບບໍ່ເຄີຍມີມາກ່ອນ, ສົ່ງຜົນສະທ້ອນເຖິງທົ່ວໂລກໃນໄລຍະສັ້ນ, ເຊິ່ງເຮັດໃຫ້ພື້ນຖານເສດຖະກິດ ແລະ ສັງຄົມທົ່ວໂລກຖືກເສຍຫາຍຢ່າງໜັກໜ່ວງ. ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ໝາກຜົນການພັດທະນາຂອງໂລກຖືກຖອຍຫຼັງນັບທົດສະວັດ, ເຮັດໃຫ້ນັບລ້ານໆຄົນຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກ. ໃນສະພາບການນັ້ນ, G20 ຍິ່ງໄດ້ຢືນຢັນຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຜ່ານຜ່າວິກິດການດັ່ງກ່າວ ໂດຍຜ່ານການຮ່ວມມື.

        G20 ໄດ້ປະຕິບັດບັນດາມາດຕະການທີ່ບໍ່ເຄີຍມີມາກ່ອນເພື່ອໜູນຊ່ວຍທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ ດ້ວຍເລື່ອງສະຫງວນຈຳນວນເງິນ 11.000 ຕື້ USD ເພື່ອໜູນຊ່ວຍໃຫ້ບັນດາວິສາຫະກິດ ແລະ ສ່ວນບຸກຄົນ. ບັນດາການນຳ G20 ກໍ່ຢືນຢັນຄວາມມານະພະຍາຍາມສ້າງເງື່ອນໄຂສະໜອງວັກຊິນໂຄວິດ-19 ຢ່າງສະເໝີພາບ ແລະ ມີຄວາມຍຸຕິທຳໃຫ້ທຸກໆຄົນ. ພ້ອມດຽວກັນນັ້ນກໍ່ຕ້ອງມີການກະກຽມໃຫ້ແກ່ໂລກລະບາດທີ່ອາດຈະເກີດຂຶ້ນຄືນໃໝ່ໃນອະນາຄົດໃຫ້ເປັນຢ່າງດີກວ່າ. ກອງປະຊຸມສຸດຍອດ G20 ກໍ່ເຫັນດີເປີດປະຕູພື້ນຖານເສດຖະກິດບັນດາປະເທດ ກໍຄືເປີດປະຕູດ່ານຊາຍແດນຄືນໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນການຄ້າ ແລະ ການໄປມາ, ໜູນຊ່ວຍບັນດາປະເທດພວມພັດທະນາເພື່ອສາມາດຮັກສາໄດ້ໝາກຜົນແຫ່ງການພັດທະນາມາເປັນເວລານັບທົດສະວັດຜ່ານມາ. ກອງປະຊຸມສຸດຍອດ G20 ໄດ້ຍົກອອກແຜນການກ່ຽວກັບພື້ນຖານເສດຖະກິດ carbon ໝູນວຽນ, ຖືນີ້ແມ່ນແຜນການເພື່ອບັນລຸໄດ້ເປົ້າໝາຍກ່ຽວກັບດິນຟ້າອາກາດ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຜະລິດພະລັງງານແບບຍືນຍົງກວ່າ, ສະອາດກວ່າ, ລາຄາເໝາະສົມກວ່າ. ພິເສດ, ບັນດາປະເທດ G20 ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງ ພ້ອມກັນຊອກຫາແຜນການໜູນຊ່ວຍການໄປມາລະຫວ່າງບັນດາປະເທດໃຫ້ບັນດາບຸກຄະລາກອນທີ່ຈຳເປັນຄືນັກທຸກລະກິດ.

ສ້າງອະນາຄົດໃຫ້ໝັ້ນຄົງ, ເຂັ້ມແຂງກວ່າ

        ກົນໄກການຮ່ວມມື G20 ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1999 ພາຍຫຼັງວິກິດການດ້ານການເງິນ-ເງິນຕາອາຊີ 1997 – 1998. ສະມາຊິກລວມມີ: G7 (ອາເມລິກາ, ອັງກິດ, ເຢຍລະມັນ, ຝລັ່ງ, ຍີ່ປຸ່ນ, ການາດາ, ອີຕາລີ), BRIC (ບຣາຊິນ, ລັດເຊຍ, ຈີນ, ອິນເດຍ), ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນມີຂອບຂະໜາດໃຫຍ່ (ອົດສະຕາລີ, ອັກຊັງຕິນ, ເມັກຊີໂກ, ສ.ເກົາຫຼີ, ອິນໂດເນເຊຍ, ອາຟະລິກາໃຕ້, ຊະອຸດີ ອາຣາບີ, ຕວກກີ) ແລະ ອີຢູ. ຂອບເຂດຂອງ G20 ໄດ້ກວມເອົາ 2/3 ຈຳນວນພົນລະເມືອງໃນໂລກ, 90% GDP ທົ່ວໂລກ ແລະ 80% ການຄ້າສາກົນ. ກວ່າ 20 ປີຜ່ານມາ, G20 ຍິ່ງສະແດງໃຫ້ເຫັນວ່າ ແມ່ນເວທີປາໄສແຖວໜ້າໂລກເພື່ອສາມາດປະເຊີນໜ້າກັບບັນດາສິ່ງທ້າທາຍທົ່ວໂລກ.

        ໃນສະພາບໂລກລະບາດໂຄວິດ-19 ພວມກາຍເປັນຈຸດສຸມຂອງບັນດາເວທີປາໄສທົ່ວໂລກ, ກອງປະຊຸມສຸດຍອດ G20 ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມແກ້ໄຂສະພາບອຶດຫິວທຸກຍາກ, ການຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຊຸດໂຊມສິ່ງແວດລ້ອມ, ການພັດທະນາແບບຍືນຍົງ…; ຊຸກຍູ້ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງໃຫ້ຖືກຕ້ອງຕາມການກຳນົດເວລາ; ເພີ່ມທະວີການມອບສິດໃຫ້ແມ່ຍິງ ແລະ ໄວໜຸ່ມ, ລວມທັງການຍົກສູງຄຸນນະພາບການສຶກສາ, ຊຸກຍູ້ການພັດທະນາການເງິນກວມລວມ, ຮັດແຄບໄລຍະຫ່າງດີຈີຕອນ.

        ດ້ວຍກົນໄກຮ່ວມມືເຕົ້າໂຮມບັນດາປະເທດແຖວໜ້າໂລກ, G20 ສາມາດຢັ້ງຢືນຄວາມສາມາດ ແລະ ກຳລັງທີ່ແທດຈິງເທື່ອລະກ້າວ ໃນການກາຍເປັນ “ອົງການນຳໜ້າ” ນຳພາພື້ນຖານເສດຖະກິດໂລກ, ສ້າງພື້ນຖານພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ