IPU – 132 ແລະ ຂີດໝາຍກ່ຽວກັບຫວຽດນາມ


(vovworld) - ວຽກ​ງານ​ກະກຽມ, ຕ້ອນຮັບ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ (IPU – 132) ຢູ່​ຫວຽດນາມ ​ໄດ້​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາ​ສະມາຊິກ​ເຂົ້າ​ຮ່ວມ. ນັ້ນ​ແມ່ນຄວາມ​ຮູ້ສຶກ​ຢ່າງ​ຈິງ​ໃຈ​ຂອງ​ບັນດາ​ສະມາຊິກ​ລັດຖະສະພາ, ທີ່​ຕາງໜ້າ​ໃຫ້ 166 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ IPU – 132, ​​ເຊິ່ງ​ແມ່ນເຫດການ​ການ​ທູດ​ລັດຖະສະພາ​ໃຫຍ່​ສຸດ​ຂອງ​ໂລກທີ່​ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

​ໃນ​ການ​ເຄື່ອນ​ໄຫວ​​ເປັນ​ເວລາ 5 ມື້, ດ້ວຍ​ເກືອບ 70 ​ເຫດການ, ​ລວມມີ​ບັນດາ​ວາລະ​ປຶກສາ​ຫາລື​ຕົ້ນຕໍ ​ແລະ ການ​ເຄື່ອນ​ໄຫວ​ຢູ່​ນອກ IPU – 132 ນັ້ນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມຕໍ່​​ເພື່ອນ​ມິດສາ​ກົນ, ກ່ຽວ​ກັບປະ​ເທດ​ຫວຽດນາມ​ ແຫ່ງ​ສະໜິດສະໜົມ, ສັນຕິພາບ, ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ​ ມີ​ຄວາມ​ຮັບຜິດຊອບ.

IPU – 132 ແລະ ຂີດໝາຍກ່ຽວກັບຫວຽດນາມ - ảnh 1
ພີ​ທີ​ໄຂ IPU 132
ພາບ:baomoi.com

​ເນື້ອ​ໃນ​ແທດ​ຈິງ​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ຊາດ

ບໍ່​ພຽງ​ແຕ່​ສ້າງຂີດ​ໝາຍ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ຕ່າງໆໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ກະກຽມ​ໃນ IPU – 132. ບັນດາ​ບັນຫາ​ກ່ຽວ​ກັບ​ບົດບາດ​ຂອງ​ລັດຖະສະພາ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ, ການ​ຄຸ້ມ​ຄອງ​ນຳ້, ກົດໝາຍ​ສາກົນ, ອະ​ທິປະ​ໄຕ​ແຫ່ງ​ຊາດ, ສິດທິ​ມະນຸດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ບັນດາ​ບັນຫາ​ຂອງ​ສະຫະ​ປະຊາ​ຊາດ, ການ​ສົ່ງ​ເສີມ​ສຸຂະພາບຂອງ​ແມ່ ​ແລະ ​ເດັກ…ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ຂອບ​ເຂດ IPU – 132, ​ແມ່ນ​ບັນດາ​ເນື້ອ​ໃນ​ແທດ​ຈິງ​ທີ່​ສຸດ​ສຳລັບ​ລັດຖະສະພາ​ແຕ່ລະ​ປະ​ເທດ. ທ່ານ​ນາງ​ສະມາຊິກ​ລັດຖະສະພາ Hon. Rosaline J. Smith, ​ສະພາ​ແຫ່ງ​ຊາດ Sierra Leone, ຖື​ວ່າ:

ຫວຽດນາມ​ ເຮັດ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​ດີ​ທີ່​ສຸດ ​ແລະ ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ພໍ​ສົມຄວນ​ໃຫ້​ແກ່ IPU – 132. ກ່ຽວ​ກັບ​ເນື້ອ​ໃນ​ປຶກສາ​ຫາລື, ຂ້າພະ​ເຈົ້າ​ອາດ​ຢັ້ງຢືນ​​ໄດ້​ວ່າ, ຫົວຂໍ້​ປຶກສາ​ຫາລື​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ດີ​ທີ່​ສຸດ, ນັ້ນ​ແມ່ນ​ຫັນຄຳເວົ້າ​ເປັນ​ການ​ກະທຳ, ຫັນ​ບັນດາ​ແຜນການ, ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະສະພາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ເຊິ່ງປະ​ເທດ​ເຈົ້າພາບ​ຫວຽດນາມ​ ໄດ້​ເຮັດ​ໃນ IPU – 132“.

ຫົວ​ຂໍ້​ຂອງ IPU – 132 ​ແມ່ນ “ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ“ ​ໂດຍ​ຫວຽດນາມ​ ຍົກ​ອອກ​ນັ້ນ ​ແມ່ນ​ກົງ​ກັບ​ຈຸດ​ເວລາ​ທີ່​ປະຊາ​ຄົມ​ສາກົນ ​ສະຫຼຸບ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ (MDGs), ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ກຳນົດ​ບັນດາ​ຄາດໝາຍ​ໃຫ້​ໄລຍະ​ຫຼັງ​ປີ 2015. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້ IPU – 132 ກາຍ​ເປັນ​ກອງ​ປະຊຸມ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ. ທ່ານ​ນາງ​ສະມາຊິກ​ລັດຖະສະພາ​ເຢຍລະ​ມັນ Dagmar Freitag, ​ແບ່ງປັນ​ວ່າ:

ພວກ​ເຮົາ​ຄວນ​ຮ່ວມ​ມື​ເພື່ອ​ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ, ຍ້ອນ​ວ່າມີ​ຫຼາຍ​ບັນຫາ​ບໍ່​ສາມາດ​ແກ້​ໄຂ​​ໃນ​ລະດັບ​ປະ​ເທດ​ໄດ້, ຫາກ​ຕ້ອງ​ມີ​ການ​ຮ່ວມ​​ແຮງ​ຮ່ວມ​​ໃຈ​ຂອງ​ທັງ​ປະຊາ​ຄົມ​ສາກົນ. ນັ້ນ​ແມ່ນ​ສາຍ​ເຫດ​ເຊິ່ງພວກ​ຂ້າພະ​ເຈົ້າ​ມີໜ້າ​ຢູ່​ຮ່າ​ໂນ້ຍ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ລວມ. ການ​ເຂົ້າ​ຮ່ວມ​ຂອງ 166 ປະ​ເທດ​ຢູ່ IPU – 132 ​ແລະ ບັນດາ​ມະຕິ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ນັ້ນ​ຈະ​ເປັນ​ການ​ກະທົບ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ “.

IPU – 132 ແລະ ຂີດໝາຍກ່ຽວກັບຫວຽດນາມ - ảnh 2
ກຳ​ລັງ​ຕຳ​ຫລວດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ແກ່IPU132
ພາບ:ipuvietnam132

ສ່ວນ​ທ່ານ Fans Franken, ສະມາຊິກ​ລັດຖະສະພາຮອນ​ລັງ ຖື​ວ່າ, ​ເລື່ອງ​ເລືອກ​ເຟັ້ນຫົວ​ຂໍ້ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ​ສະມາຊິກ IPU ​ແລະ​ສະພາ IPU, ບົນ​ພື້ນຖານ​ຂໍ້​ສະ​ເໜີ​ຂອງ​ປະ​ເທດ​ເຈົ້າພາບ. ຫົວ​ຂໍ້​ໂດຍ​ຫວຽດນາມ​ ສະ​ເໜີ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​​ເພາະວ່າ​ມັນ​ເໝາະ​ສົມ​ກັບ​ຄາດໝາຍ​ເຊິ່ງປະຊາ​ຄົມ​ສາກົນ​ພວມ​ມຸ່ງ​ໄປ​ເຖິງ.

“ຂ້າ​ພະ​ເຈົ້າ ຕີ​ລາ​ຄາ​ສູງ​ຫົວ​ເລື່ອງ​ ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່ IPU 132 ຄັ້ງ​ນີ້. ບັນ​ດາ​ບັນ​ຫາບໍ່​ພຽງ​ແຕ່​ແກ້​ໄຂ​ຢູ່​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ໄດ້​ຮັບ​ການ​ປືກ​ສາ​ຫາ​ລື​ຢ່າງກວ້າງ​ຂວາງ​ໃນ​ຂອບ​ເຂດ​ທົ່ວ​ໂລກ.”

       ຈະ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ປະ​ເທດ​ຈັດ​ຕັ້ງ IPU ຄັ້ງ​ຕໍ່​ໄປ
        ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຕີ​ລ​າ​ຄາ​ສູງ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ເນື້ອ​ໃນ​ໂຄງ​ການ​ດຳ​ເນີນ​ງານເທົ່າ​ນັ້ນ IPU 132 ຢູ່ ຫວຽດ​ນາມ ຍັງ​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ເທດ​ຫນຶ່ງ​ທີ່​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ, ໃກ້​ຊິດ​ສະ​ຫນິດສະ​ຫນົມ ແລະ ຮັກ​ແພງ​ແຂກ. ໃນ​ຕະ​ຫລອດ​ຊຸມມື້​ດຳ​ເນີນກອງ​ປະ​ຊຸມ, ມີ​ຮ້ານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ພື້ນ​ເມືອງ​ທີ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ 54 ຊົນ​ເຜົ່າ ຫວຽດ​ນາມ ຖືກ​ຈັດ​ຂຶ້ນຢູ່ ສູນກອງ​ປະ​ຊຸມ​ແຫ່ງ​ຊາດ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ​້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຜູ້​ແທນ​ຫລາຍ​ທ່ານ ໄດ້​ເລືອກ​ເຟັ້ນ​ໃຫ້​ແກ່​ຕົນ​ບັນ​ດາ​ຂອງ​ຂວັນ​ພິ​ເສດ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ ກະ​ເປົາ​ຜະ​ລິດ​ດ້ວຍ​ແພ​ພື້ນ​ເມືອງ​ໂດຍ​ນັກ​ສິ​ລະ​ປະ​ການ ຮ່າ​ຢາງ ຜ​ະ​ລິດ ຫລື ເສື້ອ​ແພ​ໄຫມ ຮ່າ​ດົງ, ຊ້ຳ​ບໍ່​ໜຳ ແມ່ນ​ຮູບ​ຖ່າຍ​ກັບ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ຫວຽດ​ນາມ. ພ​ິ​ເສດ ລາຍ​ການ​ດົນ​ຕີ​ພື້​ນ​ເມືອງ ຫວຽດ​ນາມ ກ​ໍ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ຜູ້​ແທນ​ສ່ວນ​ຫລາຍ​ທີ່​ເຂົ້າ​ຮ່ວມ IPU 132. ທ່ານ​ນາງ Denise Pascal Allende, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈີ​ເລ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ ນິ​ຍົມ​ດົນ​ຕີ, ສິ​ລະ​ປະ ແລະ ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​​ມີ​ໂອ​ກາດໄດ້​ໄປ​ຢ້ຽມ​ຢາມ ດົງ​ໂມ ເພື່ອ​ເຂົ້າ​ຮ່ວມ​ງານພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ໃນ​ຂອບ​ເຂດ IPU 132. ນີ້​ແມ່ນ​ຈຸດ​ເວ​ລາ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າຢູ່​ຫວຽດ​ນາມ.”

        ​ເມື່ອ​ໂອ້​ລົບ​ກັບ​ນັກ​ຂ່າວ VOV, ທ່ານນາງ Rahayu Saraswati, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ   ​ຍ້ອງຍ​ໍ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ​ໃຫ້​ແກ່ IPU 132 ແ​ລະຢືນ​ຢັນ​ວ່າ: ຍາກ​ທີ່​ຈະ​ມີ​ປະ​ເທດ​ໃດ​ສາ​ມາດ​ກະ​ກຽມຈັດ​ກອງ​ປະ​ຊຸມ IPU 132 ດີກວ່າ​ປະ​ເທດ​ຫວຽດ​ນາມ​ໄດ້:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ຫວຽດ​ນາມ ປະ​ຕິ​ບັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດີ​ທີ່​ສຸດ. ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ປະ​ເທດ​ຫວຽດ​ນາມ ທີ່​ສະ​ຫນິດ​ສະ​ຫນົມ​ແຮກແພງ​ແຂກ​ຄົນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ໃຈ​ທີ່​ສຸດ ຄື​ດັ່ງ​ຕົນ​ເອງ​ພ​ວມ​ຢູ່​ໃນ​ຄອບ​ຄົວ​ຂອງ​ຕົນ​ແທ້.”

IPU – 132 ແລະ ຂີດໝາຍກ່ຽວກັບຫວຽດນາມ - ảnh 3
ຮ້ານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ພື້ນ​ເມືອງ​​ບັນ​ດາ​ເຜົ່າ​​ຢູ່ຫວຽດ​ນາມ
ພາບ:baomoi.com

        “ຫວຽດ​ນາມ ແມ່ນ​ປະ​ເທດ​ສວຍ​ງາມ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ”. ທ່ານ​ປ​ະ​ທານ IPU Saber Choudhury ໄດ້​ຢືນ​ຢັນ​ສິ່ງ​ດັ່ງ​ກ່າວ ເມື່ອ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ ສຳ​ລັບ​ເລື່ອງ​ ຫວຽດ​ນາມ ຈັດ​ຕັ້ງ IPU 132. ຕາມ​ທ່ານ Saber Choudhury ແລ້ວ ,ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ທີ່ IPU ຄັ້ງ​ນີ້ ແມ່ນ​ລື່ນ​ກາຍ​ຄວາມ​ມຸ່ງ​ຫວັງ​ຂອງ IPU ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ປະ​ເທດ​ຈັດ​ຕັ້ງ IPU ໃນ​ອະ​ນາ​ຄົດ. ສຳ​ລັບ​ຫວຽດ​ນາມ, ອີກ​ຄັ້ງ​ຫນຶ່ງ​ໄດ້​ຈັດ​ຕັ້ງ​ເຫດ​ການ​ການ​ທູດ​ຫລາຍ​ຝ່າຍ​ສຳ​ເລັດ​ຜົນ, ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຕື່ມ​ອີກ​ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ເພື່ອເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື, ພັດ​ທະ​ນາ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ