IPU 146: ຊຸກ​ຍູ້​ການ​​ດຳ​ລົງ​ຊີ​ວິດຮ່ວມກັນ​ຢ່າງ​ສັນ​ຕິ ແລະ ​ສັງ​ຄົມກວມ​ລວມ: ຕ້ານ​ຄືນ​ປະ​ກົດ​ການ​ບໍ່​ໂອບ​ເອື້ອ​ອາ​ລີ

(VOVWORLD) -ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາສາກົນ (IPU) ຄັ້ງທີ 146 ໄດ້ດຳເນີນຢູ່ນະຄອນຫຼວງ Manama ປະເທດ ບາເຣັນ ແຕ່ວັນທີ 11  15 ມີນາ. ດ້ວຍຫົວຂໍ້ “ຊຸກຍູ້ການດຳລົງຊີວິດຮ່ວມຢ່າງສັນຕິ ແລະ ສັງຄົມກວມລວມ: ຕ້ານຄືນປະກົດການບໍ່ໂອບເອື້ອອາລີ”, IPU ປີນີ້ ມຸ່ງໄປເຖິງການຊຸກຍູ້ການຮ່ວມແຮງຮ່ວມໃຈຂອງປະຊາຄົມສາກົນ ແລະ ບັນດາອົງການນິຕິບັນຍັດເພື່ອພ້ອມກັນກະທຳ ແນໃສ່ແກ້ໄຂບັນຫາຮ້ອນເຮັ່ງໃນໂລກໃນປັດຈຸບັນ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
IPU 146: ຊຸກ​ຍູ້​ການ​​ດຳ​ລົງ​ຊີ​ວິດຮ່ວມກັນ​ຢ່າງ​ສັນ​ຕິ ແລະ ​ສັງ​ຄົມກວມ​ລວມ: ຕ້ານ​ຄືນ​ປະ​ກົດ​ການ​ບໍ່​ໂອບ​ເອື້ອ​ອາ​ລີ - ảnh 1ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາສາກົນ ຄັ້ງທີ 146 ໄດ້ດຳເນີນຢູ່ນະຄອນຫຼວງ Manama ປະເທດ ບາເຣັນ (ພາບ: IPU)

ໂດຍໄດ້ຮັບການສ້າງຕັ້ງໃນປີ 1889 ມີສຳນັກງານໃຫຍ່ຕັ້ງຢູ່ ເຊີແນວ, ປະເທດສະວິດ, IPU ເປັນໜຶ່ງໃນບັນດາອົງການຈັດຕັ້ງຫຼາຍຝ່າຍທີ່ມີມາດົນທີ່ສຸດໃນໂລກ. ປັດຈຸບັນ, IPU ມີສະມາຊິກ 179 ລັດຖະສະພາ ແລະ 14 ອົງການລັດຖະສະພາລະດັບພາກພື້ນ, ດ້ວຍພາລະກຳ ຊຸກຍູ້ສັນຕິພາບ, ປະຊາທິປະໄຕ ແລະ ພັດທະນາແບບຍືນຍົງໃນທົ່ວໂລກ.

ດັດຊະນີສັນຕິພາບທົ່ວໂລກໃນປັດຈຸບັນ ແມ່ນຢູ່ໃນລະດັບຕ່ຳທີ່ສຸດໃນຮອບເວລາ 15 ປີຜ່ານມາ

        ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ IPU – 146, ຜູ້ຕາງໜ້າບັນດາປະເທດສະມາຊິກ ຕ່າງກໍຍອມຮັບເຖິງຄວາມສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ໃນສະພາບການໂລກໃນປັດຈຸບັນ. ໂລກຍັງພວມຖືກຜົນສະທ້ອນຈາກປະກົດການເປັນປໍລະປັກ, ສົງຄາມ ແລະ ໄພພິບັດທຳມະຊາດ. ບັນດາການປະທະກັນກ່ຽວກັບເຊື້ອຊາດເຜົ່າພັນ, ສາສະໜາ, ສົງຄາມໃນພາກພື້ນ, ການຂັດແຍ້ງກັນກ່ຽວກັບອະທິປະໄຕ, ຜືນແຜ່ນດິນ ແລະ ຊັບພະຍາກອນ ທີ່ຍັງບໍ່ທັນໄດ້ແກ້ໄຂ ແລະ ສະພາບການປະທະກັນດ້ວຍການປະກອບອາວຸດ ຍັງສືບຕໍ່ດຳເນີນຢູ່ຫຼາຍພາກພື້ນໃນໂລກ. ປັດຈຸບັນ, ດັດຊະນີສັນຕິພາບທົ່ວໂລກ ຢູ່ໃນລະດັບຕ່ຳສຸດໃນຮອບເວລາ 15 ປີຜ່ານມາ.

IPU 146: ຊຸກ​ຍູ້​ການ​​ດຳ​ລົງ​ຊີ​ວິດຮ່ວມກັນ​ຢ່າງ​ສັນ​ຕິ ແລະ ​ສັງ​ຄົມກວມ​ລວມ: ຕ້ານ​ຄືນ​ປະ​ກົດ​ການ​ບໍ່​ໂອບ​ເອື້ອ​ອາ​ລີ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: IPU)

        ພ້ອມດຽວກັນນັ້ນ, ບັນດາສິ່ງທ້າທາຍທົ່ວໂລກທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ,…. ສືບຕໍ່ມີການຜັນແປຢ່າງສັບສົນ, ເຮັດໃຫ້ວິວັດການຟື້ນຟູ ແລະ ພັດທະນາເສດຖະກິດຊັກຊ້າລົງ, ສົ່ງຜົນກະທົບຕໍ່ຊີວິການເປັນຢູ່ຂອງປະຊາຊົນໃນທົ່ວໂລກ.    

        ບັນດາສິ່ງທ້າທາຍເຫຼົ່ານັ້ນ ໄດ້ຮຽກຮ້ອງໃຫ້ການນຳລັດຖະບານ ແລະ ສະພາແຫ່ງຊາດຂອງບັນດາປະເທດຕ້ອງມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງເພື່ອບັນລຸໄດ້ຄວາມຍຸຕິທຳ, ສະເໝີພາບ ແລະ ມີຄວາມຜູກພັນຫຼາຍກວ່າກ່ຽວກັບທາງດ້ານເສດຖະກິດ ບົນພື້ນຖານໄມຕີຈິດມິດຕະພາບ, ເຄົາລົບເຊິ່ງກັນແລະກັນ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິ.

        ແລະ ເປົ້າໝາຍດຳລົງຊີວິດຮ່ວມກັນຢ່າງສັນຕິ ແລະ ສັງຄົມກວມລວມ” ຂອງ IPU – 146 ຍິ່ງມີຄວາມໝາຍຢ່າງແທດຈິງ ແລະ ຈຳເປັນກວ່າເວລາໃດໝົດ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມ ແລະ ການຮ່ວມແຮງຮ່ວມໃຈຈາກປະຊາຄົມສາກົນ ແລະ ບັນດາອົງການນິຕິບັນຍັດ ຈົ່ງສາມັກຄີກັນ, ຮ່ວມກັນກະທຳ ເພື່ອແນໃສ່ປະຕິບັດໂຄງການດຳເນີນງານປີ 2023 ເພື່ອການພັດທະນາແບບຍືນຍົງຂອງ ສປຊ ແລະ ຍຸດທະສາດການເຄື່ອນໄຫວຂອງ IPU ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງ.

ເຄື່ອນໄຫວເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ

        ໃນຈຳນວນເອກະສານສະບັບຕ່າງໆທີ່ໄດ້ຍື່ນສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ IPU 146 ນີ້, ມີມະຕິວ່າດ້ວຍ ການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແລະ ອາດຊະຍາກອນທາງອິນເຕີເນັດ: ຄວາມສ່ຽງໃຫມ່ສຳລັບຄວາມໝັ້ນຄົງທົ່ວໂລກ; ແລະ ມະຕິວ່າດ້ວຍຄວາມມານະພະຍາຍາມຂອງລັດຖະສະພາໃນການບັນລຸໄດ້ຄວາມດຸ່ນດ່ຽງ ກາກບອນ ໃນປ່າໄມ້. ນີ້ແມ່ນ 2 ບັນຫາພົ້ນເດັ່ນ, ມີການພົວພັນຢ່າງແໜ້ນແຟ້ນກັບການຮັບປະກັນສັນຕິພາບ ແລະ ການພັດທະນາແບບຍືນຍົງ.    

        ຮ່າງມະຕິວ່າດ້ວຍການ ບຸກໂຈມຕີທາງເຄືອຂາຍອິນເຕີເນັດ ແລະ ອາດຊະຍາກອນທາງອິນເຕີເນັດ: ຄວາມສ່ຽງໃຫມ່ສຳລັບຄວາມໝັ້ນຄົງທົ່ວໂລກ ມຸ່ງໄປເຖິງການປົກປ້ອງມະນຸດປາສະຈາກປະກົດການເປັນປໍລະປັກໃນລະບົບອິນເຕີເນັດ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄວາມຈຳເປັນຕ້ອງແກ້ໄຂອາດຊະຍາກອນທາງອິນເຕີເນັດດ້ວຍວິທີຮ່ວມມື ແລະ ແບ່ງປັນ. ຮ່າງມະຕິຮຽກຮ້ອງໃຫ້ສະພາແຫ່ງຊາດບັນດາປະເທດປະກາດໃຊ້ກົດໝາຍ ແລະ ເພີ່ມທະວີການຮ່ວມມືສາກົນເພື່ອຕ້ານຄືນອາດຊະຍາກອນທາງອິນເຕີເນັດ ແລະ ການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ.

        ໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ໄດ້ຢ້ຳຄືນຄຳຮຽກຮ້ອງປີ 2019 ຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ທີ່ວ່າ: “ຍູ້ການທຳລາຍປ່າໃຫ້ຖອຍໄປ” ແມ່ນພັນທະສຳລັບປະຊາຄົມສາກົນ, ຮ່າງມະຕິ “ບັນດາຄວາມາມານະພະຍາຍາມຂອງລັດຖະສະພາໃນການບັນລຸໄດ້ຄວາມດຸ່ນດ່ຽງກ່ຽວກັບກາກບອນໃນປ່າ” ໄດ້ຢັ້ງຢືນໃຫ້ເຫັນຄວາມສຳຄັນຂອງການຮັກສາປ່າສຳລັບການດຳລົງຊີວິດຂອງມວນມະນຸດ. ຮ່າງມະຕິກໍຊີ້ແຈ້ງວ່າ ການຕ້ານຄືນການທຳລາຍປ່າ ແລະ ຜົນກະທົບຂອງມັນຕໍ່ມະນຸດແມ່ນການຕໍ່ສູ້ລວມ, ປະຊາຄົມສາກົນຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂ. ດ້ວຍຄວາມຮັບຮູ້ລວມນັ້ນ, ຮ່າງມະຕິຖືວ່າ ສະພາແຫ່ງຊາດບັນດາປະເທດຕ້ອງສາມັກຄີກັນ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນສາມາດຳລົງຊີວິດເປັນຢ່າງດີໃນໂລກໜ່ວຍນີ້.

        ຮ່າງມະຕິກໍຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ ຍອມຮັບຄວາມຈຳເປັນຂອງນະໂຍບາຍລະດັບຊາດ ແລະ ສາກົນ ເພື່ອຮັບມືກັບຄວາມສ່ຽງຕໍ່ສະຖຽນລະພາບດ້ານດິນຟ້າອາກາດ ທີ່ເກີດຈາກການທຳລາຍປ່າ.

        ການດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິ ແມ່ນເປົ້າໝາຍເຊິ່ງປະຊາຊົນທຸກຄົນມຸ່ງໄປເຖິງ,ໂດຍສະເພາະແມ່ນໃນສະພາບການໂລກມີການຜັນແປຫຼາຍຢ່າງໃນປັດຈຸບັນ. ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລື ແລະ ຮັບຮອງເອົາໃນກອງປະຊຸມໃຫຍ່ລັດຖະສະພາສາກົນ (IPU) ຄັ້ງທີ 146 ແມ່ນຄວາມມານະພະຍາຍາມໃໝ່ຂອງບັນດາອົງການນິຕິບັນຍັດຂອງປະເທດຕ່າງໆ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ./.   

ຕອບກັບ

ຂ່າວ/ບົດ​ອື່ນ