Mosul ຂ້ອນຂ້າງກັບວິກິດການມະນຸດສະທຳ

(vovworld)-ບັ້ນ​ຮົບ​​ຢຶດ​ຄືນ​ສິດ​ຄວບ​ຄ​ຸມ​ນະ​ຄອນ Mosul ຂອງກອ​ງ​ທັບ ອີ​ຣັກ ດ້ວຍ​ການ​ໜູນຫຼັງ​ຂອງ​ກອງ​ທັບ​ບົກ ແລະ ​ກອງ​ທັບ​ອາ​ກາດ​ສຳ​​ພັນທະ​ມິດ ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ເລີ່ມແຕ່​ວັນ​ທີ 17/10 ແລະ ​ພ​ວມ​ຢູ່​ໃນ​ໄລ​ຍະ​ສຸດ​ທ້າຍ, ຮ້າຍ​ແຮງ ແລະ ດຸ​ເດືອດ. ໃນ​ສະ​ພາບ​ການນັ້ນ, ຊາ​ຕະ​ກຳ​ຂອງ​ສາ​ມັນ​ຊົນ​ກ່​ວາ 1 ລ້ານ​ຄົນ ​ທີ່​ຍັງ​​ຕິດ​ຄ້າງ​ຢູ່​ນະ​ຄອນ​ພວມ​ຖືກ​ນາບ​ຂູ່​ຢ່າງ​ແຮງ ແລະ ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ປະ​​ນາມກ່ຽວ​ກັບ​ໄພ​ອາດ​ຈະ​ເກີດ​ວິ​ນາດ​ສະ​ກຳ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ຢູ່​ພາກ​ພື້ນນີ້. ບົດ​ຂຽນ “Mosul ​ຂ້ອນ​ຂ້າງກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ”.

Mosul ຂ້ອນຂ້າງກັບວິກິດການມະນຸດສະທຳ - ảnh 1
ປະ​ຊາ​ຊົນ​ນັບ ໝື່ນ​ຄົນ​ລົບ​ລີ້​ຈາກ Mosul
(ພາບ: Reuters)


       
ບັ້​ນ​ຮົບ​ປົດ​ປ່ອຍ Mosul, ເຊິ່ງ​ແມ່ນ​ກຳ​ແພງ​ສຸດ​ທ້າຍ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່ ອີ​ຣັກ, ເລີ່ມ​ແຕ່​ວັນ​ທີ 17/10. ທະ​ຫານ ອີ​ຣັກ ນັບ​​ໝື່ນ​ຄົນ​ພ້ອມ​ກັບ​ກຳ​ລັງ​ທະ​ຫານ​ລາດ​ຊາວ Kurd ເຂົ້າ​ຮ່ວມບັ້​ນ​ການ​ທະ​ຫານນີ້, ດ້ວຍ​ການ​ໜູນຫຼັງ​ຂອງ​ທະ​ຫານ​ປະ​ສົມ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນບັ້ນ​ຮົບ​ໃຫ​ຍ່​ສຸດ​ໄດ້​ດຳ​ເນີນ​ຢູ່ ອີ​ຣັກ ນັບ​ແຕ່​ເມື່ອ ອາ​ເມ​ລິ​ກາ ແຊກ​ແຊງ​ດ້ານ​ການ​ທະ​ຫານ​ເຂົ້າ​ປະ​ເທດນີ້​ໃນ​ປີ 2003.

ບັ້ນ​ຮົບ​ທີ່​ຮ້າຍ​ແຮງ,ດຸ​ເດືອດ

        ໃນ​​ເວ​ລາ 10 ວັນ​ຜ່ານ​ມາ, ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ຄວບ​ຄຸມ, ບັນ​ດາ​ກຳ​ລັງ ອີ​ຣັກ ສືບ​ຕໍ່​ເປີດ​ບັນ​ດາ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຮັດ​ກຸ່ມ​ປິດ​ລ້ອມ​ຢູ່ Mosul, ພິ​ເສດ​ແມ່ນຢ​ູ່​ແນວ​ໂຮມ​ຝ່າຍ​ຕາ​ເວັນ​ອອກ. ໄລ​່​ຮອດ​ຈຸດ​ເວ​ລາ​​ໃນປະ​ຈຸ​ບັນ, ມີ​ປະ​ມານ 90 ໝູ່​ບ້ານ​ໄດ້​ຮັບ​ການ​ປົດ​ປ່ອຍ​​ອອກຈາກ​ກຳ​ມື​ຂອງ IS. ກຳ​ລັງ​ກອ​ງ​ທັບ ອີ​ຣັກ ຍາດ​ໄດ້​ສິດ​ຄວບ​ຄຸມ​ຫຼາຍເຂດ​ຊານ​ນະ​ຄອນ​ທາງ​ທິດ​ຕ​າ​ເວັນ​ອອກ Mosul ຄືນ​ໃໝ່ ແລະ ພຽງ​ຫ່າງ​ຈາກ​ນະ​ຄອນ​ຍຸດ​ທະ​ສາດນີ້​ປະ​ມານ 5 – 6 ກມ. ບັນ​ດາ​ມື​ປືນ​ຊາວ Kurd ກໍ່​ໄດ້​ບຸກ​ໂຈ​ມ​ຕີ​ຈາກ​ແນວ​ໂຮມ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ເໜືອ ໃນ​ຂະ​ນະ​ທີ່​ກຳ​ລັງ​ເຄິ່ງ​ການ​ທະ​ຫານ, ເຊິ່ງ​ລວມ​ມີ​ບັນ​ດາ​ມື​ປືນ​ນິ​ກາຍ ຊີ​ອະ, ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ຈາກ​ຝ່າຍ ຕ​າ​ເວັນ​ຕົກ ດ້ວຍ​ໜ​້າ​ທີ່​ຕົ້ນ​ຕໍ​ນັ້ນ​ແມ່ນ​ສະ​ກັດ​ກັ້ນ​ບັນ​ດາ​ມື​ປືນ IS ໄປ​​ລົບ​ລີ້ ຊີ​ຣີ ກໍ່​ຄື​ເຮັດ​ໃຫ້ Mosul ​ຖືກຕົກ​ຢູ່​​ໃນ​ສະ​ພາບໂດດ​ດຽວຢ່າງ​​ສິ້ນ​ເຊິ່ງ.

        ປະ​ຈຸ​ບັນ, ມີ​ປະ​ມານ 90 ໝູ່​ບ້ານ ແລະ ເທດ​ສະ​ບານ​​ເມືອງໂດຍ IS ຄວບ​ຄຸມ​ໃກ້​ກັບ​ນະ​ຄອນ Mosul ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ​ຫ່າງ​ຈາກ​ຊາຍ​ແດນ​ໄປ​ຍັງ Mosul ​ພຽງ 2, 3 ກມ​ເທົ່າ​ນັ້ນ. ​ປະ​ຈຸ​ບັນ, ຄາດ​ວ່າ, ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ ​ມີ​ມື​ປືນ​ປະ​ມານ​ 4.000 – 8.000 ຄົນ​ພວມ​ຕັ້ງ​ທັບ​ຢູ່ Mosul.

Mosul ຂ້ອນຂ້າງກັບວິກິດການມະນຸດສະທຳ - ảnh 2
ທະ​ຫານ​ປະ​ສົມ​ມຸ່ງ​ໄປ​ສູ່ Mosul
(ພາບ: Reuters)

        ຢືດ​ຄອງ Mosul ຄືນ​ໃໝ່​ແມ່​ນ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ໃນ​ບັ້ນ​ຮົບ​ຕ້ານ​ຄືນ​ອົງ​ການກໍ່​ການ​ຮ້າຍ​ທີ່​ຮ​້າຍ​ແຮງ IS ກໍ່​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ ອ​າ​ເມ​ລິ​ກາ ປະ​ຈຸ​ບັນ​ພວມ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ທີ່​​ຈະ​ດຳ​ເນີນ​ການ​​ປ່ອນ​ບັດເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ນ​ອກ​ຈາກນັ້ນ, ໄຊ​ຊະ​ນະ​ຂອງກອ​ງ​ທັບ​ລັດ​ຖະ​ບານ ອີ​ຣັກ ແລະ ກຳ​ລັງ​ຊາວ Kurd, ດ້ວຍ​ການ​ໜູ​ນຫຼັງ​ຂອງ ອ​າ​ເມ​ລິ​ກາ, ຈະ​ຊ່ວຍ​ປັບ​ປຸງ​ສິ​ດ​ອຳ​ນາດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haider al – Abadi ຢູ່ ອີີ​ຣັກ, ບ່ອນ​ທີ່​ທ່ານ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຄັດ​ຄ້ານ​ຂອງ​ກຸ່ມນິ​ກາຍ ຊັນ​ນີ ຢູ່ ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ພັກ​ຝ່າຍ​ນິ​ກາຍ ຊີ​ອະ ພວມ​ຊອກ​ຫາ​ວິ​ທີ​ເຮັດ​ໃຫ້​ລັດ​ຖະ​ບານ​ປະ​ຈຸ​ບັນ​ອ່ອນ​ເພຍ​ລົງ. ພ້ອມ​ກັນ​ນັ້ນ, ໄຊ​ຊ​ະ​ນະ Mosul ກໍ່ອາດ​ສາ​ມາດ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ໄລ​ຍະ​ສະ​ຖຽນ​ລະ​ພາບ​ໃໝ່​ຢູ່ ອີ​ຣັກ ພາຍຫຼັງຫຼາຍ​ປີ​ທີ່​ເກີດ​ການ​ປະ​ທະ​ກັນ.

ຜູ້​ປະ​ສົບ​ເຄາະ​ຮ້າຍ​ແມ່ນ​ສາ​ມັນ​ຊົນ

        ນະ​ຄອນ Mosul, ຊື່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເມືອງ​ເອກ​ຂອງ​ກຸ່ມກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ​ໃນ​ຕະ​ຫລອດ 2 ປີ​ຜ່ານ​ມາ. ຖ້າ​ຫາກ​ປະ​ໃຫ້​ນະ​ຄອນສຸດ​ທ້າຍ ຢູ່​ອີ​ຣັກ ​ຕົກຢູ່ໃນ​ກຳ​ມືຂອງ IS, ຄວາມ​ໄຝ່​ຝັນ​ກ່ຽວ​ກັບ “ລາ​ຊະ​ອາ​ນາ​ຈັກ​ອິດ​ສະ​ລາມ” ຂອງ​ກຸ່ມ​ລັດ​ອິດ​ສະ​ລາມ ຈະ​ຖືກ​ຢຸດ​ຕິ. ເພາະ​ສະ​ນັ້ນ IS ບໍ່​ຢ້ານ​​ທີ່​ຈະນຳ​ໃຊ້​ບັນ​ດາ​ວິ​ທີ​ຕອບ​ໂຕ້​ຢ່າງ​ໂຫດ​ຮ້າຍສາ​ມານ, ໃນ​ນັ້ນ ມີ​ການ​ນຳ​ໃຊ້​ສາ​ມັນ​ຊົນ​ເປັນ​ສາ​ກກ​ຳ​ລັງ​ໃຫ້​​ພວກເຂົາ​. ສະ​ນັ້ນ ບັ້ນ​ຮົບ ຢູ່ Mosul ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຍັງ​ມີ​ຄວາມ​​ຫຍຸ້ງ​ຍາກ​ລຳ​ບາກຫຼາຍເມື່ອ IS ພວມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອອາດ​ຈະ​ສະ​ກັດ​ກັ້ນ​ທ່າ​ກ້າວ​ເດີນ​ຂອງບັ້ນ​ຮົບ​ຢືດ​ຄອງ​ຄືນ​ໃຫມ່.

        ຕາມ​ຕົວ​ເລກ​ຂອງ​ອົງ​ການ​ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ​ແລ້ວ, ປະ​ຈຸ​ບັນ ມີ​ປະ​ຊາ​ຊົນ​ປ​ະ​ມານ 7.500 ຄົນ​ໄດ້​ຫນີ​ອອກ​ຈາກ​ນະ​ຄອນ Mosul ແລະ ບັນ​ດາ​ໝູ່​ບ້ານ, ເທດ​ສະ​ບານ​ເມືອງຊານ​ນະ​ຄອນ ແລະ ຍັງ​ມີ​ປະ​​ຊາ​ຊົນ​ກ່​ວາ 1 ລ້ານ​ຄົນ ຍັງ​ຢູ່​ໃນ​ນະ​ຄອນນີ້, ພິ​ເສດ​ແມ່ນ​ບັນ​ດາ​ຄຸ້ມ​ເມືອງ​ເກົ່າ​ຂອງ Mosul, ຊື່ງ​ແມ່ນ​ແຫ່ງ​ທີ່​ມີ​ເສັ້​ນ​ທາງ​​ນ້ອຍ​ເຮັດ​ໃຫ້​ບັນ​ດາ​ພາ​ຫະ​ນະ​ຂອງ​ທະ​ຫານ​ລັດ​ຖະ​ບານ​ຍາກ​ທີ່ຈະ​ເຂົ້າ​ໄປ​ໄດ້. ປະ​ຈຸ​ບັນ ບັນ​ດາ​ຄອບ​ຄົວ​ທີ່​ຍັງ​​ຕິດ​ຄ້າງ​ຢູ່ນັ້ນ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດ​ນອກ​ເຫນືອ​ຕ້ອ​ງ​ພັກ​ອາ​ໄສ​ຢູ່​​ກັບ​ໄພ​ອັນ​ຕະ​ລາຍນີ້ ແລະ ເຂົາ​ເຈົ້າ​ອາດ​ຈະ​ຖືກ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ, ລູ​ກ​ປືນ​ບໍ່​ວ່າ​​ໃນເວ​ລາ​ໃດ​ ກໍ​ຄື​​ຕ້ອງປະ​ເຊີນ​ຫນ້າ​ກັບ​ຊີ​ວິດ​ທີ່​ຂາດ​ເຂີນ ແລະ ອັນ​ຕະ​ລາຍ​ທີ່​ສຸດ. IS ມີ​ບັນ​ດາ​ການ​ກະ​ທຳ​ນາບ​ຂູ່, ຫ້າມ​ບໍ່​ໃຫ້ປະ​ຊາ​ຊົນ​ຫນີ​ອອກ​ຈາກ​ນະ​ຄອນ. ຄຽງ​ຄູ່​ກັນ​ນັ້ນ, ການ​ນາບ​ຂູ່​ຈາກ​ບັນ​ດາ​ມື​ປືນ, ລູກ​ລະ​ເບ​ີດ, ໝາກມີນ, ບັນ​ດາ​​ຂຸມ​ຄອງ​ທີ່ເຕັມ​ນ້ຳ​ມັນ​ກາດ, ທາງ​ໃຕ້​ດິນ ແລະ IS ຜັນ​ຂະ​ຫຍາຍ​ຢູ່​ທີ່ນີ້ເປັນ​ຈຳ​ນວນ​ຫລວງ​ຫລາຍ ເຮັດ​ໃຫ້​ການ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ແມ່ນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ.

ນອກນັ້ນ, ປະ​ຈຸ​ບັນ ສ​ປ​ຊ ໄດ້​ຮັບ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ສັງ​ຫານ​ຕົວ​ປະກັນ ຂອງ IS ຢູ່ Mosul. ສິ່ງ​ດັ່ງ​ກ່າວ​ນັບ​ມື້​ນັບ​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ IS ຈະ​ນຳ​ໃຊ້​ສາ​ມັນ​ຊົນ​ເພື່ອ​ເປັນ​​ສາກ​ກຳ​ລັງ​ໃຫ້​​ພວກເຂົາ​. ຫວ່າງ​ແລ້ວນີ້, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ອີ​ຣັກ ກໍ​ໄດ້​ພົບ​ເຫັນ​ສາກ​ສົບ​ຂອງ​ປະ​ຊາ​ຊົນ 70 ຄົນ​ຢູ່ໃນ​ເຮືອນ​ຫລັງ​ຫນຶ່ງ​ຢູ່​ໝູ່​ບ້ານ Tuloul Naser, ຫ່າງ​ຈາກ​ນະ​ຄອນ Mosul ທາງ​ທິດ​ໃຕ້​ປະ​ມານ 35 ກິ​ໂລ​ແມັດ.

ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່ Mosul

ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ເຊີນ​ຫນ້າ​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່ Mosul ໄດ້​ວາງ​ອອກສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃຫ້​ບັນ​ດາ​ອົງ​ການ​ສາ​ກົນ. ອົງ​ການຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ (UNHCR) ໃຫ້​ຮູ້​ວ່າ: ໄດ້​ກະ​ກຽມ​ຄ້າຍ​ພັກ​ອາ​ໄສຊົ່ວ​ຄາວ, ນ້ຳ​ດື່ມ, ສະ​ບຽງ​ອາ​ຫານ ແລະ ຢຸກ​ຢາ​ໃຫ້​ວຽກ​ງານ​ຫນູນ​ຊ່ວຍ ແຕ່​ໄດ້​ຢືນ​ຢັນ​ວ່າ ເລື່ອງ​​ການຊອກ​ຫາ​ສະ​ຖານ​ທີ່​ໃຫ້​ເໝາ​ະ​ສົມ​ເພື່ອ​ສຳ​ຜັດ​ກັບ​ຊາວ​ອົບ​ພະ​ຍົບ​ບໍ່​ແມ່ນ​ເລື່ອ​ງ່າຍ. ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ຂອງກອງ​ທັບ ອີ​ຣັກ ພວມ​ຄ່ອຍໆ​ເຮັດ​ໃຫ້​ເປົ້າ​ໝາຍ​ດັບ​ສູນ​ກຸ່ມ​ລັດ​ອິດ​ສະ​ລາມ ອອກ​ຈາກ​ປະ​ເທດນີ້ ພວມ​ປະ​ກົດ​ຜົນ​ເປັນ​ຈິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງວ່າ ກຳ​ລັງ​ທະ​ຫານ​ຂອງ​ລັດ​ຖະ​ບານ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ເດີ​ນ​ດີ​ພໍ​ສົມ​ຄວນຢູ່​ສະ​ຫນາມ​ຮົບ, ແຕ່ບັ້​ນ​ຮົບ​ຕັດ​ສິນ​ຊີ້​ຂາດນີ້ ແນ່ນອນ​ວ່າບໍ່​ຖອນ​ສິ້ນ​ສຸດ​ໃນ​ໄລ​ຍະ​ສັ້ນໆ​ໄດ້ ເມື່ອ IS ຕັດ​ສິນ​ໃຈ​ບໍ່​ອອກ​ຈາກ​ປະ​ເທດຢ່າງ​ເດັດ​ຂາດ. ໃນ​ສະ​ພາບ​ການນັ້ນ, ມີ​ປະ​ຊາ​ຊົນ​ກວ່າ 1 ລ້າ​ນ​ຄົນ​ພວມ​ຕິດ​ຄ້າງ​ຢູ່​ນະ​ຄອນນີ້​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນນີ້​ແມ່ນ ແລະ ໃນແຕ່​ລະ​ມື້ເຂົາ​ເຈົ້າ​ຕ້ອງປ​ະ​ສົບ​ກັບບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ຫນັກ​ຫນ່ວງ​ຈາກ​ການ​ປະ​ທະ​ກັນ​ດັ່ງ​ກ່າວ. 


ຂ່າວ/ບົດ​ອື່ນ