Petro Vietnam ສືບຕໍ່ຂຸດຄົ້ນຊັບພະຍາກອນທະເລ ອັນລ້ຳຄ່າເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ

Petro Vietnam ສືບຕໍ່ຂຸດຄົ້ນຊັບພະຍາກອນທະເລ ອັນລ້ຳຄ່າເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ - ảnh 1
Petro Vietnam ສືບຕໍ່ຂຸດຄົ້ນຊັບພະຍາກອນທະເລ ອັນລ້ຳຄ່າເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ

   ທ່ານເອກອັກຄະລັດຖະທູດຈີນປະຈຳອາເມລິກາ ​ໂທ​ຍທຽນ​ຂາຍ ເມື່ອ ບໍ່ດົນມານີ້ໄດ້ຕອບ ສຳພາດ ນັກຂ່າວຕ່າງປະເທດ, ຊຶ່ງໄດ້ແກ້ຄວາມແກ່ການ ກະທຳຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ວ່າ ບໍລິ​ເວນ​ທະ​ເລ​ນີ້, ຈີນ​ມີ​ຮ້ານ​ເຈາະ​ນ້ຳມັນພຽງຮ້ານ​ໜຶ່ງ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຫວຽດນາມມີຮ້ານ​ເຈາະ​ນ້ຳມັນກວ່າ 30 ຮ້ານ. ຈີນ​ຍັງ​ຖື​ວ່າ ບັນດາຮ້ານ​ເຈາະ​ນ້ຳມັນຂອງ​ຫວຽດນາມ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້​ງ. ຫວຽດນາມ​ໄດ້​ກ່າວ​ປະຕິ​ເສດ​ຄຳ​ເວົ້າ​ທີ່​ບໍ່​ມີ​ຂໍ້​ອ້າງ​ອີງ​ນີ້ ​ເພາະ​ໃນ​ຕົວ​ຈິງ, ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແມ່ນ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມຢ່າງ​ແທ້​ຈິງ. ຍິ່ງ​ກວ່າ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຂອງ​ຫວຽດນາມ​ໃນ​ບໍລິ​ເວນ​ນີ້, ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ ກໍ​ລ້ວນ​ແຕ່​ປະຕິບັດ​ຕາມ​ກົດໝາຍ​ສາກົນ.

    ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຂອງ​ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່ 2-3 ທົດ​ສະ​ວັດ​ມາ​ນີ້​ຢູ່ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ອີກ​ດ້ວຍ.

   ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປົກກະຕິ​​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ.

      ​ໃນ​ຕົວ​ຈິງ, ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຢູ່ໃນ​​ເຂດໄຫຼ່​ທະວີບ​ ​ແລະ ​ເຂດ​ນ່ານທະ​ເລຂອງ​ຫວຽດນາມ ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ກ່ອນ​ຊຸມ​ປີ 1975. ນັບ​ແຕ່​ປີ 1969-1970, ອຳນາດ​ການ​ປົກຄອງ​ພາກ​ໃຕ້​ຫວຽດນາມ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ໃນ​ເນື້ອ​ທີ່ກວ່າ 12.000 ຕາລາງ​ກິ​ໂລ​ແມດ​ໃນ​ເຂດ​ໄຫຼ່​ທະວີບ( ນັ້ນ​ແມ່ນ​ບໍລິ​ເວນ​ທະ​ເລ ກິວ​ລອງ, ນາມ​ກົນ​ເຊີນ, ມ້າ​ລາຍ, ​ໂຖ​ຈູ ​ແລະ ຕືຈິ້ງ-ວຸ້ງ​ໄມ​ໃນ​ປະຈຸ​ບັນ) ຕໍ່​ຈາກ​ນັ້ນ, ​ໃນ 2 ປີ 1973-1974, ອຳນາດ​ການ​ປົກຄອງ​ພາກ​ໃຕ້​ຫວຽດນາມ​ໄດ້​ຮ່ວມ​ມື​ກັບ​ບໍລິ​ສັດ​ຂອງ​ອາ​ເມ​ລິ​ກາດຳ​ເນີນ​ການ​ສຳ​ຫຼວດບໍລິ​ເວນ​ທະ​ເລ​ພາກ​ກາງ, ລວມທັງ​ໝູ່​ເກາະ​ຮ່ວາງຊາຂອງ​ຫວຽດນາມ( ທຽບ​ເທົ່າ​ກັບ​ບັນດາ​ແປງ​ນ້ຳມັນ​ອາຍ​ແກັສ : 141, 142,143 ​ແລະ 144 ​ໃນ​ປະຈຸ​ບັນ)

       ພາຍຫຼັງ​ພາກ​ໃຕ້​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ, ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບ, ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ທົ່ວ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຊຶ່ງ​ລວມທັງ​ບໍລິ​ເວນ​ໝູ່​ເກາະ​ຮ່ວາງ​ຊາ ,ເຈືອງ​ຊາ ຕືຈິ້ງ-ວຸ້ງ​ໄມ.

   ປະຕິ​ບັດ​ຕາມສົນທິສັນຍາ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ 1982.

   ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ໃຫ້​ສັດຕະຍາບັນ​ເຂົ້າ​ຮ່ວມ ສົນທິ ສັນຍາ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ 1982(UNCLOS 1982) ​ເມື່ອ​ປີ 1966, ​ໂດຍ​ປະຕິບ​ັດຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ​ຫວຽດນາມ, ກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ(Petro Vietnam) ​ໄດ້​ດັດ​ປັບ​ຂອບ​ເຂດ​ການ​ເຄື່ອນ​ໄຫວ, ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມສົນທິສັນຍາ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ 1982. ທ່ານ​ໂດ້ວັນ​ເຫົ້າ ຜູ້ອຳນວຍການ​ໃຫຍ່ ກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ຢືນຢັນ​ວ່າ :

   “ ບັນດາ​ການ​ເຄື່ອນ​ໄຫວ​ຂອງກຸ່ມ​ບໍລິສັດນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ນັກ​ປະມູນ​ທີ່​ກ່ຽວຂ້ອງ​ພຽງ​ແຕ່ດຳ​ເນີນ​ການ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມດ້ວຍ​ກຳນົດ 200 ​ໄມ​ທະ​ເລ.  ​ແລະ ປະຈຸ​ບັນ, ກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ​ໄດ້ ​ແລະ ພວມ​ຮ່ວມ​ມື​ກັບ​ບໍລິສັດນ້ຳມັນ​ອາຍ​ແກັສຫຼາຍ​ແຫ່ງ​ຂອງ​ສາກົນ, ​ໃນ​ນັ້ນ, ​ໄດ້​ເຊັນສັນຍາ​ສຳ​ຫຼວດນ້ຳມັນ 99 ສະບັບກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ແລະ ປະຈຸ​ບັນ​ມີ​ສັນຍາ 60 ສະບັບ​ພວມ​ມີ​ຜົນ​ບັງຄັບ​ໃຊ້ ”

    ສືບ​ຕໍ່​ຜັນ​ຂະຫຍາຍ​ການສຳ​ຫຼວດ, ຂຸດ​ຄົ້ນ ​ແລະ ຮ່ວມ​ມື​ດ້ານ​ນ້ຳມັນ​ອາຍ​ແກັສ.

   ​ແລະ ກໍ​ຕາມ​ທ່ານ​ໂດ້ວັນ​ເຫົ້າ ຜູ້ອຳນວຍການ​ໃຫຍ່ ກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ​ແລ້ວ, ຢູ່​ອ້ອມ​ແອ້ມ​ບໍລິ​ເວນທີ່​ຈີນ​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​​ໃນ​ກວ່າ 1 ​ເດືອນ​ທີ່​ຜ່ານ​ມານັ້ນ, ທຸກໆ​ການ​ເຄື່ອນ​ໄຫວສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຂອງກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ກໍ​ລ້ວນ​ແຕ່​​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ທ່ານ​ໂດ້ວັນ​ເຫົ້າ ກ່າວ​ວ່າ : 

   “ ທັງ​ໝົດ​ການ​ເຄື​ອ່ນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຢູ່​ບໍລິ​ເວນ​ທາງ​ກ້ຳ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ທາງ​ກ້ຳ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ໝູ່​ເກາະ​ຮ່ວາງ​ຊາ​ແມ່ນ​ພວມ ເຄື່ອນ​ໄຫວ​ເປັນ​ປົກກະຕິ. ຢູ່​ບໍລິ​ເວນ​ທະ​ເລ​ພາກ​ກາງ​ຫວຽດນາມ, ບໍລິສັດ​ໃຫຍ່ນ້ຳມັນ​ອາຍ​ແກັສ​​ໄຮ​ຢາງ (CNOOC) ຂອງ​ຈີນ​ໄດ້​ດຳ​ເນີນຮຽກຮ້ອງ​ການ​ເຂົ້າ​ຮ່ວມ​ປະມູນ​ຢ່າງ​ຜິດ​ກົດໝາຍ​ຢູ່ 9 ​ແປງ. ​ແຕ່​ທາງ​ຝ່າຍ​ຫວຽດນາມ​ຍັງ​ຄົງ​ສືບ​ຕໍ່​ຂຸດ​ຄົ້ນ ​ແລະ ມາ​ຮອດ​ປະຈຸ​ບັນ, ບໍ່​ມີ​ບໍລິສັດ ນ້ຳມັນ​ອາຍ​ແກັສສາກົນ​ແຫ່ງ​ໃດ, ຊ້ຳ​ບໍ​ໜຳ ກໍ​ບໍ່​ມີ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ໃດ​ຂອງ​ຈີນ​ເຊັນ​ສັນຍາ​ກັບ CNOOC ​ເພື່ອ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ນີ້. ສ່ວນກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ຮ່ວມ​ມື​ກັບຫຼາຍບໍລິສັດນ້ຳມັນ​ອາຍ​ແກັສສາກົນ, ​ໃນ​ນັ້ນ, ​ມີ​ບັນດາ​ບໍ​ລິ​ສັດ​ຂອງ ອາ​ເມ​ລິ​ກາ, ລັດ​ເຊຍ, ກາ​ນາ​ດາ.....

   ​ເປັນ​ອັນວ່າ, ບັນດາ​ການ​ເຄື​ອ່ນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ​ຂອງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ແມ່ນ​ພວມ​ຜັນ​ຂະຫຍາຍ​ເປັນ​ປົກກະຕິ, ບໍ່​ມີ​ສິ່ງ​ກີດຂວາງ​ໃດໆ. ຖ້ອຍ​ທຳນອງ​ຂອງ​ຈີນ​ທີ່​ວ່າ : “ຈີນ​ມີ​ຮ້ານ​ເຈາະ​ນ້ຳມັນພຽງຮ້ານ​ໜຶ່ງ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຫວຽດນາມມີຮ້ານ​ເຈາະ​ນ້ຳມັນກ ວ່າ 30 ຮ້ານ ” ​ແລະ ຖື​ວ່າ “ບັນດາ​ແປງ​ນ້ຳມັນ​ອາຍ​ແກັສທີ່​ຫວຽດນາມ​ພວມ​ຂຸດ​ຄົ້ນ​ແມ່ນ​ນອນ​ໃນ​ບໍລິ​ເວນ​ທະ​ເລ​ເກີດ​ການ​ຂັດ​ແຍ້​ງ” ​ແມ່ນ​ຄວາມ​ຜິດພາດ​ຢ່າງ​ສິ້ນ​ເຊິ່ງ. ຈີນ​ບໍ່​ສາມາດຍົກ​ອອກ​ພື້ນຖານ ດ້ານກົດໝາຍໃດໆເພື່ອແກ້ຄວາມ ໃຫ້ແກ່ທັດສະນະ​ນີ້. ​ໃນ​ຕົວ​ຈິງ, ຫວຽດນາມ​ບໍ່​ມີ​ແປງນ້ຳມັນ​ອາຍ​ແກັສ​ໃດໆ​ນອນ​ເກີນ​ບໍລິ​ເວນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມດ້ວຍ​ກຳນົດ 200 ​ໄມ​ທະ​ເລ. ສັນຍາ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ໂດຍ ກຸ່ມ​ບໍລິສັດນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ນັກ​ປະມູນ​ສາກົນ ​ແລະ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ.

           ມີ​ສິ່ງ​ໜຶ່ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ທີ່​ມີ​ຕໍ່​ຫວຽດນາມນັ້ນ, ​ແມ່ນ​ເມື່ອ​ວັນ​ທີ 3/6 ສຳນັກ​ຂ່າ​ວສານ Mint ຢູ່​ອິນ​ເດຍ​ໃຫ້​ຂ່າວ​ວ່າ ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດອິນ​ເດຍ Videsh (OVL) ຂຶ້ນ​ກັບກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ອິ​ນເດຍ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ປະກົດ​ຕົວ​ໃນ​ບໍລິ​ເວນ​ນີ້. ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ການ​ມາ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 4/2014, ທ່່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Lavrov ​ໄດ້​ເນັ້ນ​ໜັກ​ວ່າ ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ​ແມ່ນນ້ຳມັນ​ອາຍ​ແກັສ. ທ່ານ​ກ່າວ​ວ່າ : 

   “ ບັນດາ​ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ຂອງ 2 ປະ​ເທດ​ພວມ​ປຶກສາ​ຫາລື, ພິຈາລະນາ​ກໍລະນີ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັສ, ​ແນ​ໃສ່​ປະຕິບັດ​ຕາມ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ. ການ​ຫັນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນ້ຳມັນ​ອາຍ​ແກັສຫວຽດນາມ-ລັດ​ເຊຍ​​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ”

   ມີ​ຄວາມ​ໝັ້ນ​ໃຈບົນ​ບໍລິ​ເວນ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຕົນ.

 ​ໂດຍ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ບໍລິ​ເວນ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຕົນ, ປະຕິບັດ​ຕາມ​ບັນດາ​ສົນທິສັນຍາ​ສາກົນ, ກຸ່ມ​ບໍລິສັດ ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມ ພວມ​ສືບ​ຕໍ່​ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ແຕ່​ລະ​ວັນ, ​​ໃນ​ການເດີນ​ເຮືອ​ປະຕິບັດ​ວຽກ​ງານສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຢູ່​ຕາມ​ຮ້ານ​ເຈາະ​ນ້ຳມັນ​ຕ່າງໆ​ນັ້ນ, ກຸ່ມ​ບໍລິສັດນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ​ຫວຽດນາມຍັງ​ຄົງ​ຢືນ​ຢູ່​ຢ່າງ​ໝັ້ນຄົງ​ເພື່ອ​ປະຕິບັດໜ້າ​ທີ່​ສຳ​ຫຼວດ, ຊອກ​ຫາ, ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ​ອັນ​ລ້ຳ​ຄ່າ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະ​ເທດ​ຊາດ .
ຂ່າວ/ບົດ​ອື່ນ