RCEP – ສະພາບໃໝ່ໃຫ້ແກ່ການຄ້າຢູ່ພາກພື້ນແລະໃນໂລກ

(VOVWORLD) -ເມື່ອໄດ້ຮັບການລົງນາມ ແລະ ປະຕິບັດ, ສັນຍາ RCEP ໄດ້ຮັບການຕີລາຄາວ່າ ຈະສ້າງສະພາບການໃໝ່, ມີໂຄງປະກອບໃໝ່ ແລະ ການກະຕຸກຊຸກຍູ້ໃໝ່ໃຫ້ແກ່ການຄ້າຢູ່ພາກພື້ນ ແລະ ໃນໂລກ.

RCEP – ສະພາບໃໝ່ໃຫ້ແກ່ການຄ້າຢູ່ພາກພື້ນແລະໃນໂລກ - ảnh 1 ບັນດາປະເທດຄູ່ຮ່ວມມືເຂົ້າຮ່ວມການລົງນາມໃນສັນຍາ RCEP

(ພາບ: baodautu.vn)

ວັນທີ 15 ພະຈິກ, ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ພາຍໃຕ້ການເປັນປະທານຂອງຫວຽດນາມ, ປະທານອາຊຽນ 2020, ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ລວມມີ 10 ປະເທດອາຊຽນ ແລະ 5 ຄູ່ຮ່ວມມື, ລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໄດ້ຮັບການລົງນາມພາຍຫຼັງດຳເນີນການເຈລະຈາເປັນເວລາ 8 ປີ. ເມື່ອໄດ້ຮັບການລົງນາມ ແລະ ປະຕິບັດ, ສັນຍາ RCEP ໄດ້ຮັບການຕີລາຄາວ່າ ຈະສ້າງສະພາບການໃໝ່, ມີໂຄງປະກອບໃໝ່ ແລະ ການກະຕຸກຊຸກຍູ້ໃໝ່ໃຫ້ແກ່ການຄ້າຢູ່ພາກພື້ນ ແລະ ໃນໂລກ.

        ດ້ວຍ 15 ປະເທດສະມາຊິກ, RCEP ແມ່ນສັນຍາທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ. ຄຽງຂ້າງບັນດາມາດຕາລະອຽດ, ບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດໃນຂົງເຂດສິນຄ້າ, ການບໍລິການ ແລະ ການລົງທຶນ, ຫັນລະບຽບການພາສີເປັນງ່າຍດາຍ, ສັນຍາ RCEP ຍັງລວມທັງບັນດາໂຄງການຊັບສິນທາງປັນຍາ, ການຄ້າເອເລກໂຕນິກ, ແກ່ງແຍ້ງ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs), ການຮ່ວມມືທາງດ້ານເສດຖະກິດ ແລະ ເຕັກນິກ…

FTA ໃຫຍ່ທີ່ສຸດໃນໂລກ ແລະ ຄວາມຫວັງກ່ຽວກັບກຳລັງແຮງໃໝ່

        ບັນດາການເຈລະຈາກ່ຽວກັບສັນຍາ RCEP ໄດ້ເລີ່ມດຳເນີນນັບແຕ່ທ້າຍປີ 2012 ລະຫວ່າງ 10 ປະເທດສະມາຊິກອາຊຽນ ແລະ 6 ຄູ່ຮ່ວມເຈລະຈາລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ເມື່ອເດືອນ ພະຈິກ 2019, ອິນເດຍ ໄດ້ຖອນຕົວອອກຈາກສັນຍາ RCEP ຢ່າງເປັນທາງການ ຍ້ອນມີບາງບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ. ຄາດວ່າ, ເມື່ອສັນຍາ RCEP ໄດ້ຮັບການປະຕິບັດ ຈະສ້າງຕະຫຼາດດ້ວຍຊົມໃຊ້ທີ່ມີຂອບຂະໜາດ 2,2 ຕື້ຄົນ ແລະ GDP ບັນລຸເກືອບ 49.000 ຕື້ USD, ກວມເອົາປະມານ 30% GDP ຂອງທົ່ວໂລກ. ຍ້ອນເຫດນັ້ນ, ບັນດາການຕີລາຄາໄດ້ຖືວ່າ ສັນຍາ RCEP ແມ່ນສັນຍາການຄ້າເສລີ (FTA) ໃຫຍ່ທີ່ສຸດໃນໂລກ ແລະ ມີຄວາມໝາຍຫຼາຍຢ່າງ. ນັກຊ່ຽວຊານທາງດ້ານເສດຖະກິດ ຫວໍຈິ໊ແທັ່ງ, ຖືວ່າ.

        “ຄວາມໝາຍທຳອິດນັ້ນແມ່ນ, ສັນຍາດັ່ງກ່າວໄດ້ນຳມາເຊິ່ງສັນຍະລັກໃຫຍ່ກ່ຽວກັບວິວັດທະນາການຮ່ວມສຳພັນຫັນການຄ້າ, ການລົງທຶນຢູ່ພາກພື້ນເປັນເສລີ. ອາຊຽນ ແລະ ບັນດາຄູ່ຮ່ວມມືຍັງສືບຕໍ່ຢືນຢັນວິວັດທະນາການຫັນການຄ້າ, ການລົງທຶນເປັນເສລີແມ່ນສິ່ງທີ່ຈຳເປັນເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກກໍ່ຕາມ. ຄວາມໝາຍທີ 2, ນີ້ແມ່ນ FTA ໃຫຍ່ທີ່ສຸດໃນໂລກໃນຈຸດເວລານີ້ ແລະ ອາຊຽນ ໄດ້ສວມບົດບາດໃຈກາງໃນການວາງອອກບັນດາຂໍ້ລິເລີ່ມໃນການສ້າງບັນດາໂຄງປະກອບ. ຄຽງຂ້າງນັ້ນ, RCEP ຍັງມີຮູບແບບຂອງວິວັດທະນາການຮ່ວມສຳພັນຢູ່ອາຊຽນ, ທັງຫັນເປັນເສລີຕິດພັນກັບການຮ່ວມມື”.

        ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ສັນຍາ RCEP ໄດ້ຮັບຖືວ່າແມ່ນກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ການຄ້າໂລກ ຍ້ອນໄດ້ຮັບການສັງເກດໃນຫຼາຍປັດໄຈ. ທີ 1, ສັນຍາ RCEP ແມ່ນ FTA ໜຶ່ງດຽວທີ່ໄດ້ເຕົ້າໂຮມຫຼາຍຮູບຫຼາຍແບບຈາກບັນດາພື້ນຖານເສດຖະກິດແຖວໜ້າໂລກ, ບັນດາພື້ນຖານເສດຖະກິດດ້ອຍພັດທະນາກວ່າ, ມີລາຍຮັບຕ່ຳ ກໍຄືລາຍຮັບສູງ ແລະ ລາຍຮັບປານກາງ.

        ທີ 2, ອາຊຽນ ແມ່ນໃຈກາງຂອງສັນຍາ RCEP. ໃນຂະນະທີ່ບັນດາສະມາຊິກບໍ່ຂຶ້ນກັບອາຊຽນ ຂອງ RCEP ໄດ້ເຊື່ອມຕໍ່ກັບອາຊຽນ ຜ່ານບັນດາ FTA ASEAN+1 ແລະ ໃນອະນາຄົດ, RCEP ສາມາດປ່ຽນແທນສັນຍາ FTA ASEAN +1 ທຸກສະບັບ. ສະເພາະກັບຈີນ, ເມື່ອສັນຍາ RCEP ໄດ້ຮັບການປະຕິບັດ, ການຄ້າ ແລະ ການລົງທຶນລະຫວ່າງອາຊຽນ - ຈີນ ຈະເພີ່ມຂຶ້ນຢ່າງວ່ອງໄວ ແລະ ສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງລະບົບມູນຄ່າຢູ່ພາກພື້ນ.

        ທີ 3, ສັນຍາ RCEP ມີຂອບຂະໜາດກວ້າງໃຫຍ່ກວ່າ. ເມື່ອທຽບໃສ່ບັນດາສັນຍາ FTA ASEAN +1 ແລ້ວ, ສັນຍາ RCEP ມີຄວາມສາມາດສຳຜັດໄດ້ຢ່າງໃຫຍ່ຫຼວງກວ່າຫຼາຍ. ບໍ່ພຽງແຕ່ຫຼຸດພາສີລົງເກືອບ 90% ເທົ່ານັ້ນ, ສັນຍາ RCEP ກໍ່ກຳນົດຢ່າງຈະແຈ້ງກວ່າກ່ຽວກັບການຄ້າການບໍລິການ ແລະ ການລົງທຶນຕ່າງປະເທດຂ້າມຊາຍແດນ, ມີຫຼາຍຂໍ້ກຳນົດໃໝ່ກ່ຽວກັບການສ້າງຄວາມສະດວກໃຫ້ແກ່ການຄ້າເອເລກໂຕນິກ. ນີ້ແມ່ນບັນດາເງື່ອນໄຂ ແລະ ປັດໄຈສະດວກເພື່ອໃຫ້ການຄ້າອາຊຽນ ແລະ ບັນດາຄູ່ຮ່ວມມືຢູ່ພາຍນອກເຕີບໂຕ.

RCEP - ປັນຂີດໝາຍພິເສດຂອງຫວຽດນາມ ແລະ ອາຊຽນໃນປີ 2020

        ປີ 2020 ແມ່ນປີຫຍຸ້ງຍາກໃຫ້ແກ່ຫວຽດນາມ ດ້ວຍຖານະເປັນປະທານໝູນວຽນຂອງສັນຍາ RCEP. ທ່າອ່ຽງອາລັກຂາໄດ້ພົ້ນເດັ່ນຂຶ້ນຢູ່ຫຼາຍປະເທດ ເຊິ່ງເຮັດໃຫ້ບັນດາການເຈລະຈາສັນຍາການຄ້າເສລີລ້ວນແຕ່ປະສົບກັບບັນຫາໃດໜຶ່ງ. ນັ້ນແມ່ນຍັງບໍ່ທັນເວົ້າເຖິງເລື່ອງໂລກລະບາດໂຄວິດ-19 ທີ່ແກ່ຍາວນັ້ນ ໄດ້ເຮັດໃຫ້ຕ່າວປີ້ນຕາຕະລາງເຮັດວຽກໃນການເຈລະຈາໃນສັນຍາ RCEP ກໍ່ຄືເຮັດໃຫ້ບັນດາປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ໃນການຍົກອອກບໍ່ວ່າຄຳໝັ້ນສັນຍາໃດໆໃນການເຊື່ອມໂຍງທາງດ້ານເສດຖະກິດສາກົນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດປະທານອາຊຽນ 2020 ໃຫ້ເປັນຢ່າງດີ, ເສີມຂະຫຍາຍບົດບາດໃຈກາງ, ນຳພາຂອງອາຊຽນ ເພື່ອບັນລຸໄດ້ຜົນສຳເລັດເຊິ່ງແມ່ນການລົງນາມໃນສັນຍາ RCEP. ຄວາມເອກອ້າງທະນົງໃຈດັ່ງກ່າວໄດ້ຮັບການຢັ້ງຢືນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ວ່າ:

        “ເລື່ອງລົງນາມໃນສັນຍາ RCEP ພາຍຫຼັງດຳເນີນການເຈລະຈາມາເປັນເວລາຫຼາຍປີ ແມ່ນຄວາມເອກອ້າງທະນົງໃຈ, ແມ່ນຜົນງານອັນໃຫຍ່ຫຼວງຂອງເລື່ອງບັນດາປະເທດອາຊຽນ ດ້ວຍບົດບາດໃຈກາງຂອງຕົນ ໄດ້ພ້ອມກັບບັນດາປະເທດຄູ່ຮ່ວມມືສ້າງຕັ້ງພື້ນຖານໃຫ້ແກ່ໄລຍະຮ່ວມມືໃໝ່, ມີລັກສະນະຮອບດ້ານ, ຍາວນານ ມຸ່ງໄປເຖິງອະນາຄົດ, ເໝາະສົມກັບລະດັບການພັດທະນາ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກໆປະເທດຢູ່ພາກພື້ນ”.

        ຄາດວ່າ, ສັນຍາ RCEP ຈະເລີ່ມມີຜົນສັກສິດຢ່າງເປັນທາງການພາຍຫຼັງທີ່ 6 ປະເທດອາຊຽນ ພ້ອມກັບ 3 ປະເທດໃນຈຳນວນ 5 ປະເທດທີ່ຍັງເຫຼືອຮັບຮອງເອົາ. ເລື່ອງເຈລະຈາ ແລະ ລົງນາມໃນສັນຍາ RCEP ໄດ້ປະກອບສ່ວນສ້າງໂຄງປະກອບດ້ານການຄ້າໃໝ່ຢູ່ພາກພື້ນ, ຊຸກຍູ້ການຫັນເປັນໂລກາພິວັດຕາມທິດເສລີ, ການຄ້າມີຄວາມສະດວກແບບຍືນຍົງ. ດ້ວຍເລື່ອງ ຫວຽດນາມ ຮັບຮອງເອົາ ແລະ ລົງນາມໃນສັນຍາ RCEP, ຫວຽດນາມ ພ້ອມກັບອາຊຽນ ໄດ້ປະກອບສຽງເວົ້າຂອງຕົນເຂົ້າໃນການສ້າງບັນດາກົນໄກຮ່ວມມືໃໝ່ເປັນຮູບປະທຳ, ເພີ່ມທະວີທີ່ຕັ້ງບົດບາດຂອງປະເທດຊາດ ກໍ່ຄືຮັກສາບົດບາດໃຈກາງຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ