Shangri - La 12 ກາລະໂອກາດການຮ່ວມມືເພື່ອສັນຕິພາບໃນພາກພື້ນ

(vovworld)- ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ ອາຊີ​ຄັ້ງ​ທີ 12 (Shangri La 12) ​ ເລີ່​ມດຳ​ເນີນ​ໃນ ວັນ​ທີ 31/5 ຢູ່​ສິງກະ​ໂປ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ຜູ້ຕາງຫນ້າ​ຂອງ 31 ປະ​ເທດ​ຈະ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຄັ້ງ​ຕ່າງໆ, ສຸມ​ໃສ່​ບັນດາ​ຫົວ​ເລື່ອງ​ສຳຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຢູ່​ພາກ​ພື້ນ. ພິ​ເສດ​ທີ່​ກອງ​ປະຊຸມ​ປີ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ຈະ​ມີ​ບົດ​ປາ​ໄສ​ໄຂ​ກອງປະ​ຊຸມ​ໃນ​ຖານະ​​​​ແມ່ນນັກ​ປະ​ຖະກະຖາຕົ້ນຕໍ​ຂອງ​ເຫດການ​ສຳຄັນ​ດັ່ງກ່າວ.

        ກອງ​ປະຊຸມ ​Shangri La ​ໄດ້​ຮັບ​ການຈັດ​ຕັ້ງ​​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 2002 ​ແລະ ກາຍ​ເປັນ​ເວທີ​ປາ​ໄສ​ປະຈຳ​ປີ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ການ​ນຳ, ນັກ​ວາງ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້​ຊ່ຽວຊານ, ນັກຮຽນ​ຮູ້​ມາ​ຈາກ​ຫລາຍ​ປະ​ເທດ​​ໃນ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ.

        ປີ​ນີ້ ກອງ​ປະຊຸມ​ Shangri La ​12 ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງ​ຜູ້​ແທນ​ມາ​ຈາກ 31 ປະ​ເທດ ຊື່​ງລວມມີ: ນາຍົກລັດຖະມົນຕີ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ, ລັດຖະມົນຕີ​ການ​ຕ່າງປະ​ເທດ, ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ, ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນຊາ​ດ, ຜູ້​ບັນຊາ​ການ​ທະຫານ​ບົກ,        ​ເຫ​ລົ່າທັບ, ວົງ​ການ​​ເຈົ້າ​ຫນ້າ​ທີ່​ການ​ທູດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້. ​ເນື້ອ​ໃນຕົ້ນຕໍ​ຂອງ ກອງ​ປະຊຸມ​ Shangri La 12 ​ໄດ້​ນຳ​ມາປຶກສາ​ຫາລື​ໃນ​ວາລະ​ປະຊຸມ​ປຶກສາ​ຫາລື​ພິ​ເສດ 6 ຄັ້ງ ​ແລະ ວາລະປະຊຸມ​ຄົບ​ຄະນະ 5 ຄັ້ງ ກ່ຽວຂ້ອງ​ເຖິງ​ບັນດາ​ຫົວ​ຂໍ້​ຄື: ການ​ສຳ​ພັດ​ຂອງ​ອາ​ເມ​ລິ​ກາ​ສຳລັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ຫັນ​ການ​ທະຫານ​ເປັນ​ທັນ​ສະ​ໄຫມ ​ແລະ ຄວາ​ໂປ່​ງ​ໃສ​ກ່ຽວ​ກັບ​ຍຸດ​ທະ​ສາດ, ບັນດາ​ທ່າ​ອ່ຽງ​ໃຫມ່​ໃນ​ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ, ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດຢູ່ ອາຊີ ປາຊີ​ຟີ​ກ.

Shangri - La 12 ກາລະໂອກາດການຮ່ວມມືເພື່ອສັນຕິພາບໃນພາກພື້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ຈະ​ມີ​ບົດ​ປາ​ໄສ​ໄຂ​ກອງປະ​ຊຸມ​  Shangri La 12
ພາບ:internet

        ​ໂດຍ​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ ກອງ​ປະຊຸມ​ Shangri La 12 ຢ່າງ​ລຽນຕິດ ນັບ​ແຕ່ກອງ​ປະຊຸມ​ຄັ້ງ​ປ​ະ​ຖົມມະ​ເລີກ​ເມື່ອ​ປີ 2002 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ​້​ເປັນ​ເຈົ້າ​ການ​ໃນ​ການ​ຍົກ​ລະດັບ​ພາກສ່ວນ​ເຂົ້າ​ຮ່ວມ ເຈລະຈາ ດ້ວຍ​ຫລາຍ​ຂໍ້​ລິ​ເລີ່​ມທີ່ຕັ້ງຫນ້າ, ສະ​ເຫ​ນີຄວາມ​ຮັບຜິດຊອບ​ສຳລັບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້ການ​ພົວພັນ​ຕ່າງປະ​ເທດ​ໃນ​ການ​ປ້ອງ​ກັນຊາ​ດ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສຳລັບຄວາມ​ປອດ​ໄພ​ບົນ​ທະ​ເລ. ຕົວຢ່າງ​: ປີ 2008, 2012 ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນ​ຮອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ. ປີ 2009, 2010 ​ແລະ 2011, ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ພ້ອມ​ທັງ​ມີ​ກາ​ນພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫລາຍ​ຄັ້ງ. ​ແລະ​ກໍ​ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້ ຄະນະ​ຜຸູ້​ແທນ​ຫວຽດນາມ ມີ​ບົດ​ປະກອບ​ຄຳ​ເຫັນ​ສຳຄັນ​ຫລາຍ​ບົດ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນຊາ​ດຂອງ​ພາກ​ພື້ນ​ຄື: ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ໃນ​ການ​ປ້ອງ​ກັນຊາ​ດຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ, ປ່ຽນ​ໃຫມ່​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ພາກ​ພື້ນ”, ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສຳລັບຄວາມ​ປອດ​ໄພ​ບົນ​ທະ​ເລ”.

        ທີ່ກອງ​ປະຊຸມ​Shangri La 12, ​ເປັນ​ຄັ້ງ​ທຳ​ອິດ ນາຍົກລັດຖະມົນຕີຫວຽດນາມ ກ່າວ​ຄຳ​ປາ​ໄສ​ຕໍ່​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ສາກົນ ກ່ຽວ​ກັບ​ນະ​ໂຍບາຍ​ການ​ທູດ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ກໍ​ຄື​ນະ​ໂຍບາຍ​ການ​ປ້ອງ​ກັນຊາ​ດຂອງ​ຫວຽດນາມ ​ໃນ​ສະພາບ​ພາກ​ພື້ນ​ມີ​​ເກີດ​ຄວາມ​ເຄັ່ງ​ຕຶງ​ຫລາຍ​ຢ່າງ. ທ່ານ​ນາຍົກລັດຖະມົນຕີ ຈະ​ວາງ​ອອກ​ບັນດາ​ຂໍ້​ລິ​ເລ່ີ​ມ, ຮຽກຮ້ອງ​ປະຊາ​ຄົມ​ສາກົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ, ບົນ​ພື້ນຖານ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດ. ຄຳ​ກ່າວ​ປາ​ໄສ​ຂອງ​ຜູ້ນຳ​ຫນ້າ​ລັດຖະບານ​ຫວຽດນາມ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ກຳນົດ​ທິດ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ໃຫ້​ແກ່ ກອງ​ປະຊຸມ​ Shangri La 12.

        ຕາມ ດຣ John Chipman ຜູ້ອຳນວຍການ​​ໃຫຍ່ບໍລິຫານ​ສະ​ຖາ​ບັນຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ IISS , ຫົວຫນ່ວຍ​ຈັດ​ຕັ້ງ ການເຈລະຈາ Shangri La 12 ​ແລ້ວ, ການ​ເຂົ້າ​ຮ່ວມ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ບັນດາ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດປະຈຸ​ບັນ​ກໍ​ຄື​ບັນດາ​ກາລະ​ໂອກາດ​ແກ້​ໄຂ​ການ​ປະ​ທະ​ກັນ ຈະ​ເພີ່ມ​ກຳລັງ​ແຮງ​ໃຫ້​ແກ່​ການ​ປຶກສາ​ຫາລື​ສຳຄັນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ສາດສະດາ​ຈານ Carlyle A Thayer ຜູ້​ຊ່ຽວຊານ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຢູ່​ວິທະຍາຄານ​ປ້ອງ​ກັນຊາ​ດ ອົດ​ສະ​ຕາ​ລີ ຖື​ວ່າ: ​ທຸກ​ບັນຫາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທີ່​ກໍ່​ຄວາມ​ວິຕົກ​ກັງວົນ​ຈະ​ໄດ້​ຮັບ​ການ​ເຕຶ້ື້ອງ​ເຖິງ​ຢ່າງ​ຄົບ​ຖ້ວນ​ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້.

        ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ ສິງກະ​ໂປ ​ແລະ ຄະນະ​ຈັດ​ຕັ້ງ​ ​​ເພື່ອ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ​ທີ່​ວາລະ​ໄຂ​ກອງ​ປະຊຸມ Shangri La 12 ​ໄດ້​ສະ​ແດງ​ໃຫ້​ເຫັນບົດບາດ​ທີ່​ຕັ້ງ, ອິດ​ທິພົນ​ຊື່​ສຽງ​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ. ສິ່ງ​ດັ່ງກ່າວ​ກໍ​ສະ​ແດງໃຫ້​ເຫັນ​ວ່າ: ຫວຽດນາມ ພວມ​ຕັ້ງຫນ້າ, ​ເຊື່ອມ​ໂຍງ, ພ້ອມ​ແລ້ວ ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ, ບົນ​ຈິດ​ໃຈ​ສ້າງສັນ, ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​​ໂລກ.

        11 ປີຜ່ານມາ, ກອງ​ປະຊຸມ​ Shangri La 12​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ວົງ​ການ​ນັກ​ສັງ​ເກດ​ການ​ສາກົນ ​ແລະ ລັດຖະບານ​ຫລາຍ​ປະ​ເທດ​ວ່າ ​ແມ່ນ​ເວທີ​ປາ​ໄສ​ສຳຄັນ​ໃນ​ການ​ຍົກ​ອອກ​ບັນດາ​ມາດ​ຕະການ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃຫ້​ແກ່​ພາກ​ພື້ນ​ອາຊີ ພວມ​ມີ​ການ​ຫັນປ່ຽນ​ຫລາຍ​ຢ່າງ. ການ​ມີຫນ້າ​ຂອງ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ດ້ວຍ​ບົດບາດ​ແມ່ນ​ນັກ​ປະ​ຖະ​ກະຖາ​ຕົ້ນຕໍ​ຢູ່​ເວທີ​ປາ​ໄສ​ໃຫຍ່ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ພາກ​ພື້ນ ​​ເປັນ​ການ​ຢັ້ງຢືນ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ຕໍ່​ປະຊາ​ຄົມ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ