SOM 3 ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC

(VOVWORLD) - ວັນທີ 30 ສິງຫາ, ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງກ້າວເຂົ້າມື້ເຮັດວຽກສຸດທ້າຍ ພາຍຫລັງເຮັດວຽກເປັນເວລາ 13 ວັນ.

SOM 3 ບັນລຸໄດ້ບັນດາໝາກຜົນສຳຄັນ, ເຫັນດີເປັນເອກະພາບຕໍ່ໂຄງການດຳເນີນງານ ກໍ່ຄືເນື້ອໃນເອກະສານຕ່າງໆ ຄາດວ່າຈະຍື່ນສະເໜີຕໍ່ບັນດາການນຳ ແລະ ບັນດາລັດຖະມົນຕີ APEC ຢູ່ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ. ນີ້ແມ່ນປະຖົມປັດໃຈສຳຄັນ ນຳມາເຊິ່ງຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017.

SOM 3 ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC - ảnh 1 (ພາບປະກອບ)

        SOM 3 ສ້າງຂີດໝາຍ 2/3 ໄລຍະທາງຂອງປີ APEC 2017 ຊຶ່ງ ຫວຽດນາມ ເປັນປະເທດເຈົ້າພາບ. ນີ້ແມ່ນກອງປະຊຸມສຳຄັນສຸດທ້າຍ ເພື່ອແນໃສ່ກະກຽມໃຫ້ສັບປະດາຂັ້ນສູງ APEC ດຳເນີນຢູ່ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ. ກ່ອນໜ້ານັ້ນ, ບັນດາກອງປະຊຸມ SOM 1 ແລະ SOM 2 ໄດ້ຈັດຕັ້ງຕາມລຳດັບຢູ່ ຍາຈາງ ແລະ ຮ່າໂນ້ຍ.

ເນືື້ອໃນທີ່ແທ້, ມີປະສິດທິຜົນຫລາຍຢ່າງ

        ດ້ວຍ 75 ກອງປະຊຸມ, ກອງປະຊຸມສຳມະນາ, ການເຈລະຈາ, ບັນດາຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ ໄດ້ປຶກສາຫາລືບັນດາເນື້ອໃນ ຂຶ້ນກັບຫລາຍຂົງເຂດແຕກຕ່າງກັນຄື: ຫັນການຄ້າ ແລະ ການລົງທຶນເປັນເສລີ, ຫັນການດຳເນີນທຸລະກິດເປັນສະດວກ, ເສດຖະກິດເຄືອຂ່າຍອິນເຕີແນັດ, ພັດທະນາກວມລວມກ່ຽວກັບກັບເສດຖະກິດ, ການເງິນ ແລະ ສັງຄົມ, ການເຕີບໂຕຄຸນນະພາບ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດຄິດສ້າງ, ຕ້ານການສໍ້ລາດບັງຫລວງ, ສາທາລະນະສຸກ, ຮັບມືກັບສະພາວະສຸກເສີນ, ປະຕິຮູບໂຄງປະກອບ, ຍົກສູງກຳລັງຄວາມສາມາດເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ…

        ສິ່ງທີ່ເປັນໜ້າສົນໃຈ, ມຮ SOM 3 ຄັ້ງນີ້, ຫວຽດນາມ ໄດ້ຍົກອອກບາງຂໍ້ລິເລີ່ມຮ່ວມມືໃໝ່ ໃນນັ້ນ ຕ້ອງນັບທັງສັບປະດາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຈລະຈາຂັ້ນສູງ. ໃນສະພາວະພາກພື້ນ ອາຊີ - ປາຊີຟິກ ພວມຖືກຜົນກະທົບຢ່າງເຫັນໄດ້ຊັດ ຈາກສະພາບການປ່ຽນແປງຂອງດິນຟ້າອາກາດນັ້ນ ບັນຫາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການສ້າງພື້ນຖານກະສິກຳແບບຍືນຍົງ, ການຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ ແມ່ນຄວາມສົນໃຈລວມຂອງບັນດາສະມາຊິກ APEC ທັງໝົດ. ດັ່ງນັ້ນ, ສັບປະດາຄວາມໝັ້ນຄົງດ້ານສະບຽງອາຫານ ໂດຍປະເທດເຈົ້າພາບ ຫວຽດນາມ ຈັດຕັ້ງຢູ່ນະຄອນ ເກີນເທີ ບັນລຸໄດ້ໝາກຜົນຫລາຍຢ່າງ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າ:

        “ທີ່ເວທີປາໄສຄັ້ງນີ້, ພວກເຮົາຮັບຮອງເອົາກອບແຜນການກ່ຽວກັບການພັດທະນາຄວາມໝັ້ນຄົງດ້ານສະບຽງອາຫານ, ຕິດພັນກັບກະສິກຳພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີ 2, ແມ່ນຮັບຮອງເອົາໂຄງການແຜນການແມ່ກ່ຽວກັບການພັດທະນາຊົນນະບົດຕິດພັນກັບຕົວເມືອງຢ່າງກົມກຽວ. ທີ 3, ແມ່ນຮັບຮອງເອົາແຜນການຂອງໂຄງການກອງປະຊຸມຂັ້ນລັດຖະມົນຕີ, ກຳນົດຢ່າງຈະແຈ້ງກ່ຽວກັບກອບການກຳນົດທິດຮ່ວມກ່ຽວກັບການພັດທະນາກະສິກຳແບບຍືນຍົງໃນອະນາຄົດຢູ່ພາກພື້ນ ອາຊີ - ປາຊີຟິກ. ຜ່ານນັ້ນ, ສືບຕໍ່ສ້າງແຫຼ່ງອາລົມປຸກລະດົມຂະບວນການ “ເລີ່ມທຸລະກິດ” ໃນຂົງເຂດກະສິກຳ ເພື່ອດຶງດູດບັນດາພາກສ່ວນເສດຖະກິດ, ສ່ວນບຸກຄົນ ແລະ ອົງການຈັດຕັ້ງເລີ່ມທຸລະກິດ, ມີຫົວຄິດປະດິດສ້າງໃນຂົງເຂດກະສິກຳ ”.

SOM 3 ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC - ảnh 2 ນະຄອນດ່າໜັງ (ພາບອິນເຕີແນັດ)

        ຈຸດພົ້ນເດັ່ນອື່ນອີກ ໃນ SOM 3 ຄັ້ງນີ້ ແມ່ນການປະຊຸມຂັ້ນສູງກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງສາທາລະນະສຸກບັນດາພື້ນຖານເສດຖະກິດ APEC ເປັນຈຳນວນຫລວງຫລາຍ, ກອງປະຊຸມສຸມໃສ່ປຶກສາຫາລືບັນດາເນື້ອໃນຄື: ຕີລາຄາປະສິດທິຜົນແຫ່ງການລົງທຶນພາກລັດໃນຂົງເຂດສາທາລະນະສຸກ, ສ້າງບັນດາກົນໄກການເງິນສາທາລະນະສຸກເພີ່ມເຕີມໃນພາກພື້ນ APEC, ເຈລະຈານະໂຍບາຍກ່ຽວກັບການສົ່ງເສີມສຸຂະພາບຂອງຜູ້ມີອາຍຸສູງງ ແລະ ປ້ອງກັນຕ້ານບັນດາພະຍາດ, ກຳນົດບັນດາມາດຕະການແກ້ໄຂ, ນະໂຍບາຍເໝາະສົມ ເພື່ອສ້າງການເງິນສາທາລະນະສຸກແບບຍືນຍົງ ເພື່ອສຸຂະພາບຂອງວົງຄະນະຍາດ, ກ້າວໄປເຖິງການປ້ອງກັນສຸຂະພາບໃນທົ່ວປວງຊົນ. ກອງປະຊຸມແມ່ນການກະທຳຢ່າງລະອຽດ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງການນຳຂັ້ນສູງ APEC ເພື່ອຈຸດປະສົງສ້າງພາກພື້ນ ອາຊີ - ປາຊີຟິກ ໃຫ້ເຂັ້ມແຂງ. ໂດຍຜ່ານການເຄື່ອນໄຫວນີ້, ຫວຽດນາມ ຍາດແຍ່ງການຮ່ວມມືກັບບັນດາຄູ່ຮ່ວມມືແຖວໜ້າໂລກໃນຂົງເຂດສາທາລະນະສຸກຄື: ອາເມລິກາ, ຍີ່ປຸ່ນ…

        ພ້ອມກັນນັ້ນ, ເນື້ອໃນໃໝ່ທີ່ກອງປະຊຸມຄັ້ງນີ້ແມ່ນ ຫວຽດນາມ ມີຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຳມະນາພັດທະນາກວມລວມກ່ຽວກັບເສດຖະກິດ, ການເງິນ ແລະ ສັງຄົມ. ຕີລາຄາກ່ຽວກັບບັນດາຂໍ້ລິເລີ່ມຂອງ ຫວຽດນາມ ຢູ່ກອງປະຊຸມ SOM 3 ຄັ້ງນີ້, ທ່ານ Alan Bollard ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ APEC ສາກົນ ຖືວ່າ:

        “ຂໍ້ສະເໜີບຸລິມະສິດຂອງ ຫວຽດນາມ ເບິ່ງລວມແລ້ວ ແມ່ນສຸມໃສ່ເຂົ້າໃນການໜູນຊ່ວຍເຊື່ອມໂຍງເຂົ້າກັບເສດຖະກິດ ໃນພາກພື້ນ ແລະ ຍາດແຍ່ງກາລະໂອກາດຈາກການຄ້າ ແລະ ວິວັດການນີ້. ນີ້ແມ່ນບັນຫາທີ່ພວມດຳເນີນ ໃນທົ່ວພາກພື້ນ ບໍ່ສະເພາະແຕ່ພື້ນຖານເສດຖະກິດໃດໜຶ່ງເທົ່ານັ້ນ. ບາງຂໍ້ສະເໜີ ຊຶ່ງ ຫວຽດນາມ ຍົກອອກມາແມ່ນໃໝ່ອຽມພໍສົມຄວນ ແລະ ຍັງມີສິ່ງທ້າທາຍກີດຂວາງຫລາຍຢ່າງ ແຕ່ຂ້າພະເຈົ້າຖືວ່າ: ຫວຽດນາມ ໄດ້ສຳເລັດບົດບາດຂອງຕົນດີພໍສົມຄວນ”.

ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC

        ກອງປະຊຸມ SOM 3 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສ້າງຂີດໝາຍ 2/3 ໄລຍະທາງຂອງປີ APEC ຫວຽດນາມ 2017. ບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມ SOM 3 ຈະແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາການນຳ APEC ປຶກສາຫາລືບັນດາບາດກ້າວກະກຽມໃຫ້ເລື່ອງສ້າງຕັ້ງວິໄສທັດໃຫ້ APEC ມຸ່ງໄປເຖິງປີ 2020 ແລະ ຊຸມປີຕໍ່ໄປຢູ່ສັບປະດາຂັ້ນສູງເດືອນ ພະຈິກ ຈະມາເຖິງ. ໝາກຜົນຂອງ SOM 3 ສືບຕໍ່ຢືນຢັນບັນດາຄວາມມານະພະຍາຍາມປະກອບສ່ວນຂອງ ຫວຽດນາມ ໃນປີ APEC 2017, ມຸ່ງໄປເຖິງຈຸດໝາຍຄື: ຫົວເລື່ອງຂອງປີ APEC ໄດ້ວາງອອກ, ນັ້ນແມ່ນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດຮ່ວມ” ./.

ຕອບກັບ

ຂ່າວ/ບົດ​ອື່ນ