TPP ເປີດບັນດາກາລະໂອກາດທີ່ດີເພື່ອໃຫ້ເສດຖະກິດຫວຽດນາມພັດທະນາ

ພາຍຫຼັງ​ດຳ​ເນິີນ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ 5 ປີ, 12 ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ຫາ​ກໍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລ​ົງ​ກັນ​ກ່ຽວ​ກັບ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ໃນ​​ໂລກ. ຂໍ​ຕົກ​ລົງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດນີ້ ໄດ້​ຮັບ​ຖື​ວ່າ ແມ່ນ​ຮູບ​ແບບ​ຮ່ວມ​ມື​ເສດ​ຖະ​ກິດ​ແບ​ບ​ຢ່າງ​ໃນ​ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ 21, ອັນ​ຈະພາ​ໃຫ້​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ທີ່​ດີໃຫ້​ແກ່12 ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​, ໃນ​ນັ້ນ, ມີ​ຫວຽດ​ນາມ.

 

TPP ເປີດບັນດາກາລະໂອກາດທີ່ດີເພື່ອໃຫ້ເສດຖະກິດຫວຽດນາມພັດທະນາ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ອຸດ​ສາ​ຫະ​ກຳ-ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ

      TPP ແມ່ນ​​ສັນ​ຍາ​ດ້​້ານ​ການ​ຄ້າ​ເສ​ລີ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ. ເມື່ອ​ທຽບ​ໃສ່​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ອື່ນໆ​ (FTA), TPP ແມ່ນ​ຮອບ​ດ້ານ ແລະ ເລິກ​ເຊິ່ງ ກວ້​າງ​ຂວ​າງກວ່າ. ຖ້າ​ຫາກວ່າ ບັນ​ດາ FTA ເຄີຍ​ເລັ່ງ​ໃສ່​ບັນ​ດາ​ບັນ​ຫາຫຼຸດ​ຜ່ອນ​ອັດ​ຕາ​ພາ​ສີນັ້ນ, TPP ພັດ​ມຸ່ງ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ດ້ານ​ການ​ຄ້າ​ດ້ວຍ​ມາດ​ຖານ​ສູງ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ສະ​ຕະ​ວັດ​ທີ 21, ຈາກນັ້ນ, ຊຸກ​ຍູ​້​ການ​ເຕີບ​ໂຕ ແລະ ວຽກ​ເຮັດ​ງານ​ທຳ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. TPP ລວມ​ມີຫຼາຍ​ບັນ​ຫາ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ ແລະ ສິດ​ຊັບ​ສິນ​ທາງ​ປັນ​ຍາ​ອີກ​ດ້ວຍ.

     ສ້າງ​ກຳ​ລັງ​ດັນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ໃຫ້​ເສດ​ຖະ​ກິດ​ຫວຽດ​ນາມ​ເຕີບ​ໂຕ​ດີ

  ຖ້າ​ຫາກ​ສັງ​ເກດ​ກ່ຽວ​ກັບ​ຂອບ​ຂະ​ໜາດ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ເບິ່ງ​ຄື​ວ່າ ພຽງ​ຮອງ​ຈາກ​ສັນ​ຍາ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ WTO ເທົ່າ​ນັ້ນ, ແລະ ກໍ​ຍັງ​ຄິດ​ໄລ່​ເຖິງ​ຄວາມ​ຜິດ​ດ່ຽງ​ກ່ຽວ​ກັ​ບ​ລະ​ດັບ​ລະ​ດົບ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ TPP. ດ້ວຍ 40% ຍອດ GDP ທົ່ວ​ໂລກ ແລະ ປະ​ມານ 30% ວົງ​ເງິນນຳ​ເຂົ້າ ແລະ ສົ່ງ​ອອກ​ຂອງ​ໂລກນັ້ນ, ການ​ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມ TPP ແມ່ນ​ນຳ​ມາ​ເຊິ່ງຫຼາຍ​ກາ​ລະ​ໂອ​ກາດ​ທີ່​ດີ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ອຸດ​ສາ​ຫະ​ກຳ-ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ ໃຫ້​ຮູ້​ວ່າ :

     “ ຂົງເຂດ​ທຳ​ອິດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແມ່ນ​ການ​ເຄື່ອນ​ໄຫວ​ສົງ່​ອອກ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ພວກ​ເຮົາມີທ່າ​ແຮງ​ເຊັ່ນ: ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ເກີບ ແລະ ສິນ​ໃນ​ນ້ຳ. ຕາມ​ການ​ຄິດ​ໄລ່​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທັງ​ຢູ່​ພາຍ ແລະ ຕ່າງ​ປະ​ເທດ​ແລ້ວ, ເມື່ອ TPP ມີ​ຜົນ​ບຳ​ຄັບ​ໃຊ້​ນັ້ນ, ການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ຈະ​ບັນ​ລຸ​ລະ​ດັບ​ສະ​ເລ່ຍ​ແຕ່​ລະ​ປີ​ແມ່ນ 2 ຕົວ​ເລກ, ຜ່ານນັ້ນ​ກໍ​ຊ່ວຍ​ໃຫ້​ GDP ຂອງ​ຫວຽດ​ນາມ​ບັນ​ລຸ​ລະ​ດັບ​ສູງ ແລະ ເປັນ​ປົກ​ກະ​ຕິ”

     ໂດຍ​ຜ່ານ TPP, ດ້ວຍ​ການ​ເປີດ​ປະ​ຕູ​ຕະຫຼາດ​ການບ​ໍ​ລິ​ການ ແລະ ການ​ລົງ​ທຶນ, ຫວຽດ​ນາມ​ຈະ​ມີກາ​ລະ​ໂອ​ກາດຫຼາຍກວ່າ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ, ຂົງ​ເຂດ​ທີ​່ມີ​ອັດ​ຕາ​ເຕັກ​ໂນ​ໂລ​ຢີ​ສູງ, ມີ​ລະ​ດັບ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ກ້າວ​ໜ້າ ແລະ ມີ​ການມອບ​ໂອນ​ເຕັກ​ໂນ​ໂລ​ຢີ​ຕາມ​ຄຳ​ໝັ້ນ​ໝາ​ຍ​ຂອງ​ບັນ​ດາ​ສະ​ມາ​ຊິກ TPP ກໍ​ຄື​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ.

    TPPມີ​ຜົນ​ບັງ​ຄັບ​ໃຊ້​ແມ່ນມີ​​ຄວາມ​ໝາຍ​ເຊັ່ນ​ດຽວກ​ັນ​ກັບ ເລື່ອງຫຼາຍ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ TPP ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ຫວຽມ​ນາມ, ຖື​ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ທີ່​ດີ, ບັນ​ດາ​ສູນ​ຜະ​ລິດ​ສິ້ນ​ສວ່ນ, ເຄື່ອງ​ອາ​ໄລ ບໍ່​ພຽງ​ແຕ່​ສະ​ໜອງ​ໃຫ້​ຕະຫຼາດ​ພາຍ​ໃນເທົ່າ​ນັ້ນ, ຫາກ​ຍັງສົ່ງ​ອອກ​ຂາຍ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ TPP ອີກ​ດ້ວຍ.

     ພິ​ເສດ​ເມື່ອ​ເຂົ້າ​ຮ່ວມ TPP, ຫວຽດ​ນາມ​ຈະ​ມີ​ໂອ​ກາດ​ຫັນ​ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນຫຼາຍ​ຮູບຫຼາຍ​ແບບ​ກັບ​ປະ​ເທດ​ອື່ນໆ, ຫຼີກ​ລ້ຽງ​ການ​ອາ​ໄສ​ຕໍ່​ໜຶ່ງຫຼື​ບາງ​ຄູ່​ຮ່ວມ​ມື.

    ທາງ​ດ້ານ​ສັງ​ຄົມ, ບັນ​ດາ​ຜົນ​ປະ​ໂຫຍດ​ທີ່ TPP​ນຳ​ມາ​ໃຫ້​ນັ້ນ ຈະ​ສ້າງວຽກ​ເຮັດ​ງານ​ທຳຫຼາ​ຍ​ຢ່າງ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຊົນ​ນະ​ບົດ ແລະ ບັນ​ດາ​ຂົງ​ເຂດ​ນຳ​ໃຊ້​ແຮງ​ງານຫຼວ​ງຫຼາຍເຊັ່ນ: ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ເກີບ,  ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ.

    ສິ່ງ​ທ້າ​ທາຍບໍ່​ໜ້ອຍ

   ຢູ່​ຕະຫຼາດ​ລະ​ດັບ​ພາກ​ພື້ນ​ໃຫຍ່ ແລະ ມີ​ຄວາມ​ຕ້ອງ​ການ​ຢ່າງ​ສູງ​ຄື TPP ນັ້ນ, ສິ່ງ​ທ້າ​ທາຍ​ທຳ​ອິດ​ແມ່ນ ຫວຽດ​ນາມ​ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍກວ່າ​ອີກ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງແຍ້ງ, ຜ່ານນັ້ນ ຈຶ່ງ​ຈະ​ທ່ວງ​ທັນ​ກັບ​ຄວາມ​ຮຽກ​ຮ​້ອງ​ຕ້ອງ​ການ​ຂອງ TPP, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນໃນ​ລະ​ດັບ​ພັດ​ທະ​ນາ​ລະຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ.

    ສິ່ງ​ທ້າ​ທາຍ​ທີ 2 ແມ່ນ​ມີ​ບາງ​ຂົງ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເຊັ່ນ: ການ​ລ້ຽງ​ສັດຫຼື​ການ​ບໍ​ລິ​ການ. ແຕ່​ດ້ວຍ​ບົດ​ຮຽນ, ປະ​ສົບ​ການ​ໃນ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂອບ​ເຂດ WTO ເປັນ​ເວ​ລາ 8 ປີ, ຫວຽດ​ນາມ​ຈະສາ​ມາດ​ແກ້​ໄຂ​ໄດ້.

    ທາງ​ດ້ານ​ສັງ​ຄົມ, ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ອ່ອນ​ແອ, ວິ​ສາ​ຫະ​ກິດ​ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ ແລະ ກາງນັ້ນ, ຖ້າ​ຫາກບໍ່​ມີ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ນັ້ນ, ວິ​ສາ​ຫະ​ກິດ​ເຫຼົ່າ​ນ​ັ້ນ ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຊ້ຳ​ບໍ​ໜຳ ຍາກ​ທີ່​ຈະ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ​ໄດ້​. ເພື​່ອຫຼຸດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​ທີ່​ຫຍ​ໍ້​ທໍ້​ເຊັ່ນ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ອຸດ​ສາ​ຫະ​ກຳ-ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ​ຖື​ວ່າ :

     “ວຽກ​ງານ​ທຳ​ອິດ, ພວກ​ເຮົາ​ຄວນ​ສືບ​ຕໍ່​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ພວກ​ເຮົາ​ຕ້ອງ​ຊັບ​ຊ້ອນບັນ​ດາ​ຂົງ​ເຂດ​ຄືນ​ໃໝ່​ຕາມ​ທິດ​ບັນ​ດາ​ຂະ​ແໜງ​ອາ​ຊີ​ບທີ່​ມີ​ທ່າ​ໄດ້​ປຽບ, ແມ່ນ​ຕ້ອງ​ເສີມ​ຂະ​ຫຍາຍຫຼາຍກວ່າ​ອີກ, ສ່ວນ​ບັນ​ດາ​ຂົງ​ເຂດ​ທີ່​ອ່ອນ​ດ້ວຍ, ຊ້ຳ​ບໍ່​ໜຳ​ແມ່ນຫຼ້າຫຼັງ, ແມ່ນ​ຕ້ອງ​ມີ​ມາດ​ຕະ​ການ​ຮັກ​ແຄບ​ເຂົ້າຫຼື​ມີ​ບັນ​ດາ​ການ​ແລກ​ປ່ຽນ​ກັບ​ບັນ​ດາ​ສະ​ມາ​ຊິກ TPP ເພ​ື່ອໃຫ້​ເຂົາ​ເຈົ້າ​ອາດ​ຈະຊ່ວຍພວກ​ເຮົາ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃນ​ບັນ​ດາ​ຂົງ​ເຂດນີ້. ສິ່ງ​ທີ​ 2 ແມ່ນ​ຕ້ອງຂ້ຽວ​ຂາດ ແລະ ແຂງ​ແຮງກວ່າ​ໃນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມບູນ​ແບບ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ເສດ​ຖະ​ກິດ, ວິ​ສາ​ຫະ​ກ​ິດ”

     ພາຍຫຼັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ TPP, ບັນ​ດາ​ປະ​ເທດ​ຈະ​ກວດ​ກາ​ຄືນ​ກ່ຽວ​ກັບ​ດ້ານ​ກົດ​ໝາຍ, ການ​ໃຊ້​ຄຳ​ສັບ​ໃຫ້​ສອດ​ຄ່ອງ​ກັບ​ການ​ກຳ​ນົດ​ຢູ່​ພາຍ​ໃນ​ປະ​ເທດ, ຈາກນັ້ນ, ແມ່ນ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

     ໂດຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ເປັນສັນ​ຍາການ​ຄ້າ​ເສ​ລີ​ແບບ​ຢ່າງຂອງ​ສະ​ຕະ​ວັດ​ທີ 21, ດັ່ງ​ນັ້ນ​ ເມື່ອ​ເຂົ້າ​ຮ່ວມ TPP, ຫວຽດ​ນາມ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ພິ​ເສດ​ແມ່ນ​ຢູ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ຜ່ານນັ້ນ ກໍ​ເປັນ​ການຊ່ວຍ​ໃຫ້ GDP ຂອງ​ຫວຽດ​ນາມ ສາ​ມາດ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປັກ​ກະ​ຕິ, ປະ​ກອບ​ສ່ວນ​ປະ​ຕ​ິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຮັບ​ປະ​ກັນຊີ​ວິດ​ສັງ​ຄົ​ມ​ຊຶ່ງ​ຫວຽດ​ນາມໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ