VBF 2014 ສ້າງຄວາມເຊື່ອໝັ້ນເພື່ອຜະລິດ, ດຳເນີນທຸລະກິດຕໍ່ໜ້າສະພາບການໃໝ່


ປະຈຸ​ບັນ, ຫວຽດນາມ​ພວມ​ຢູ່ໃນຈຸດເວລາກ້າວເຂົ້າສູ່ບັນດາສັນຍາການຄ້າ ເສລີ (FTA), ພ້ອມ​ກັນ​ນັ້ນ ​ແມ່ນ​ບັນດາ​ການ​ຜັນ​ແປ​ໃໝ່​ຂອງ​ສະພາບ​ການ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ຊຶ່ງ​ໄດ້ ​ແລະ ພວມ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ. ​ເຮັດ​ແນວ​ໃດ​ເພື່ອ​ນຳ​ໃຊ້​ກາລະ​ໂອກາດ​ໂດຍ​ບັນດາ​ສັນຍາ FTA ນຳ​ມາ​​ໃຫ້​ນັ້ນ ? ​ແລະ ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ເພື່ອ​ທຳ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕໍ່ໜ​້າຜົນ​ກະທົບ​ຈາກ​ສະພາບ​ການ​ໃໝ່. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມກາງ​ສະ​ໄໝ 2014 (VBF 2014) ​ໂດຍ​ກະຊວງ​ແຜນການ​ແລະ ການ​ລົງທຶນ​ຫວຽດນາມ, ອົງການ​ການ​ເງິນ​ສາກົນ ​ແລະ ທະ​ນາຄານ​ໂລກ​ສົມທົບ​ກັນ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/6 ຢູ່​ຮ່າ​ໂນ້ຍ .

VBF 2014 ສ້າງຄວາມເຊື່ອໝັ້ນເພື່ອຜະລິດ, ດຳເນີນທຸລະກິດຕໍ່ໜ້າສະພາບການໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງເຂົ້າຮ່ວມ
ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມກາງ​ສະ​ໄໝ 2014.
(ພາບ:http://baodientu.chinhphu.vn/)

     ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ຊຶ່ງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດຍັງ​ຄົງມີ​ຄວາມ​ສົນ​ໃຈຄື ທະນາຄານ ​ແລະ ຕະຫຼາດ​ທຶນຮອນ, ການ​ລົງທຶນ ​ແລະ ການ​ຄ້າ, ພື້ນຖານ​ໂຄງ​ລ່າງ, ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, VBF 2014 ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຜົນ​ກະທົບ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດນາມ​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ສັນຍາ FTA ກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ໃນ​ໂລກ.  ​ແລະ ຫົວ​ເລື່ອງ VBF 2014 “ ຈາກ​ແຜນການ​ເຖິງ​ການ​ກະທຳ - ການ​ກະກຽມ​ໃຫ້​ແກ່​ບັນດາ​ສັນຍາ​ການ​ຄ້າ​ໃໝ່ ” ​ໄດ້​ສ່ອງ​ແສງ​ເນື້ອ​ໃນ​ຈິດ​ໃຈ​ຂອງເວທີ​ປາ​ໄສ​ປີ​ນີ້.

   ພື້ນຖານ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ດຶງ​ດູດການ​ລົງທຶນ

  ຫວຽດນາມ​ພວມ​ຢູ່ໃນຈຸດເວລາກ້າວເຂົ້າສູ່ບັນດາສັນຍາການຄ້າ ເສລີ FTA ກັບ​ບັນດາ ຄູ່​ຮ່ວມ​ມື​ໃຫຍ່ກວ່າ​ໝູ່​ໃນ​ໂລກ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP ພວມ​ຢູ່​ໃນ​ໄລຍະ​ຮີບ​ຮ້ອນ​ປະຕິບັດ. ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີ​ລົບ (EVFTA) ຄາດ​ວ່າ​ຈະ​ສຳ​ເລັດ​ການ​ເຈລະຈາ​ໃນ​ເດືອນ 10 ປີ​ນີ້. ປະຊາ​ຄົມ​ເສດຖະກິດ​ອາ​ຊຽນພວມ​ຄ່ອຍກ້າວ​ໄປ​ສູ່​ຫຼັກ​ໝາຍ​ປີ 2015. ດັ່ງ​ນັ້ນ, ວຽກ​ງານ​ກະກຽມ​ເພື່ອ​ພ້ອມ​ແລ້ວ​ຮັບ​ເອົາ​ບັນດາ​ກາລະ​ໂອກາດ​ກໍ​ຄື​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຈາກ​ບັນດາ​ສັນຍາ FTA ຊຶ່ງ​​ຖືກວາງ​ອອກ​ໃນ​ຈຸດ​ເວລາ​ນີ້ ​ແມ່ນ​ຮີບ​ດ່ວນ​ກ່ວາ​ເວລາ​ໃດ​ໝົດ.

    ຕາມ​ທ່ານ ວູ້ຕ້ຽນ​ໂລກ, ປະທານຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ VCCI , ປະທານ​ຮ່ວມພັນທະ​ພາບ VBF 2014 ​ແລ້ວ, ບັນດາ​ມາດ​ຕະການ​ປະຕິ​ຮູບ​ທີ່​ສຳຄັນ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນ​ທີ່​ດູດ​ດື່ມ​ໃຫ້​ແກ່ບັນດາ​ວິ​ສາ​ຫະກິດຕ່າງປະ​ເທດ​ໂດຍ​ຫວຽດນາມ​ປະຕິບັດ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ ກໍ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ​ສືບ​ຕໍ່​ປະຕິ​ຮູບ ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ປະຈຸ​ບັນ. ທ່ານ ວູ້ຕ້ຽນ​ໂລກ, ປະທານຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ກ່າວ​ວ່າ :

“ ພວກ​ຂ້າພະ​ເຈົ້າ​​ໄດ້ສ້າງ​ລະບົບ​ກົດໝາຍ​ໂດຍ​ບໍ່​ຈຳ​ແນ​ກການ​ປະພຶດລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເມື່ອ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ​ໄດ້​ຮັບ​ບຸລິມະສິດ, ນະ​ໂຍບາຍ​ຄື​ກັບ ບັນດາວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ. ພວກ​ເຮົາ​ຍັງ​ສົ່ງ​ເສີມ​ການ​ຮ່ວມ​ສຳພັນ​ລະຫວ່າງບັນດາ​ວິ​ສາ​ຫະກິດຕ່າງປະ​ເທດກັບ​ວິ​ສາ​ຫະກິດ​ຫວຽດນາມ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ແລະ ໜູນ​ຊ່ວຍ​ແກ່​ບັນດາ​ໂຄງການ​ຢ່າງ​ຕັ້ງໜ້າ.

   ບັນດາ​ວິທີ​ການ​ແກ້​ໄຂ​ບຸກທະລຸ

   ​ເພື່ອ​ສືບ​ຕໍ່​ປົວ​ແປງສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ, ນຳ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ເມື່ອ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ, ພ້ອມ​ກັບ ບັນດາ​ວິທີ​ການ​ແກ້​ໄຂ​ບຸກທະລຸກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ​ແຫຼ່ງຊັບພະຍາກອນ​ມະນຸດ, ລະບອບ​ລະບຽບ​ການ, ຫວຽດນາມ​ພວມ​ມີ​ບັນດາ​ບາດກ້າວ​ປະຕິ​ຮູບ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ຊຶ່ງ​ແມ່ນ​ບັນຫາ​ໜຶ່ງ​ຍັງ​ບໍ່​ທັນ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ເພິ​ງພໍ​ໃຈ.

    ມະຕິ​ເລກທີ 19 ຂອງລັດຖະບານ​ລົງ​ເດືອນ 3/2014 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ບຸກທະລຸກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ລວມທັງ​ບັນດາ​ວິທີ​ການ​ແກ້​ໄຂ​ໂດຍ​ປ່ຽ​ນແປງ​ໃໝ່ ​ແນ​ໃສ່​ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍ, ​ເວລາ, ຄວາມ​ສ່ຽງ​ໃນ​ການ​ເຄື່ອນ​ໄຫ​ວດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທັງ​ນີ້​ກໍ​ເປັນ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

  ​ເປັນ​ເຈົ້າ​ການ​ສ້າງ​ແຫຼ່ງກຳລັງ​ພາຍ​ໃນ​ການ​ເຄື່ອນ​ໄຫ​ວຜະລິດດຳ​ເນີນ​ທຸລະ​ກິດ

  ຕໍ່ໜ້າສະພາບ​ການ​ເສດຖະກິດ- ການ​ເມືອງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ​ນັບ​ແຕ່​ຕົ້ນ​ເດືອນ 5 ມາ​ຮອດ​ປະຈຸ​ບັນ. ພາຍຫຼັງ​ທີ່​ຈີນ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ການ​ເຄື່ອນ​ໄຫ​ວຜະລິດດຳ​ເນີນ​ທຸລະ​ກິດຂອງ​ບັນດາ​ນັກ​ລົງທຶນ​ຢູ່​ຫວຽດນາມ​ກໍ​ພວມ​ໄດ້​ຮັບ​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ. ທາງ​ດ້ານ​​ເສດຖະກິດ, ຫວຽດນາມ​ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຮຽກຮ້ອງ​ໃໝ່​ໃນ​ການ​ຮັກສາ​ການ​ພົວພັນ​ການ​ຄ້າ​ເປັນ​ປົກກະຕິ​ກັບ​ຈີນ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຈຳກັດ​ການ​ອາ​ໄສ​ຕະຫຼາດ​ນີ້.

    ​ເຂົ້າ​ຮ່ວມ​ບັນດາ​ສັນຍາ FTA, ພິ​ເສດ​ແມ່ນ​ດ້ວຍ​ຂອບ​ເຂດ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຄື​ສັນຍາ TPP , ບັນດາ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ຫວຽດນາມ​ຄື ຕຳ່​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ສິນ​ໃນ​ນ້ຳ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ບັນດາ​ຂະ​ແໜງ​ທີ່​ສາມາດ​ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​ໃຫຍ່​ໃຫ້​ແກ່​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ເປັນ​ເຈົ້າ​ການ​ໃນການ​ເຄື່ອນ​ໄຫ​ວຜະລິດດຳ​ເນີນ​ທຸລະ​ກິດ, ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນພວມ​ມີ​ບັນດາບາດກ້າວ​ເດີນທີ່​ແທດ​​ເໝາະ, ຍົກ​ສູງ​ຄວາມ​ສາມາດ​​ແກ່ງ​ແຍ້​ງ, ​ເປີດ​ກ້ວາງຂອບ​ຂະໜາດ​ລົງທຶນ, ​ເປັນ​ເຈົ້າ​ຕົ້ນ​ເອງ​ໃນ​ການ​ຊອກ​ຫາ​ແຫຼ່ງວັດຖຸ​ດິບ. ທ່ານ​ເລ​ຕ​້ຽນ​ເຈືອງ ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ​ໃຫ້​ຮູ້​ວ່າ :

  “ ຂະ​ແໜງ ຕຳ່​ແຜ່ນ​ຕັດຫຍິບຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ລົງທຶນ​ຕື່ມ​ອີກ​ໃນ​ການ​ຜະລິດ​ວັດຖຸ​ດິບ. ມາ​ຮອດ​ຈຸດ​ເວ​ລາ​ນີ້, ພວກ​ເຮົາ​ສາມາດ​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ​ເສັ້ນ​ຝ້າຍ. ພ້ອມ​ກັນ​ນັ້ນ, ກໍ​ພວມ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ຂົງ​ເຂດ​ຕຳ​່ແຜ່ນທໍ​ໄໝ​ເພື່ອ​ມີ​ອັດຕາ​ສ່ວນ​ແຜ່ນ​ແຜ່​ຮັບ​ໃຊ້​ຂະ​ແໜງ​ຕັດຫຍິບ​ໃຫ້​ດີ​ກ່ວາ. ດ້ວຍ​ຜົນ​ກະທົບ​ຈາກ TPP , ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ​ເຖິງ​ປີ 2015 ​ແນ່ນອນ​ວ່າ ພວກ​ເຮົາ​ຈະ​ລື່ນ​ກາຍ 60% ອັນ​ຕາ​ສ່ວນ​ຜະລິດ​ຕະພັນເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ​​ຫວຽດນາມ​ໃນ​ທ້ອງ​ຕະຫຼາດ”

     ປະຈຸ​ບັນ, ຫວຽດນາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ເພື່ອ​ບໍ່​ພາດ​ໂອກາດ​​ໂດຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນຳ​ມາ​ໃຫ້. VBF 2014 ​ແນ່ນ​ແນ​ວ່າ​ແມ່ນ​​ແຫ່ງ​ເພື່ອ​ສົນທະນາ​ທີ່​ສຳຄັນ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ບັນດາ​ນັກ​ລົງທຶນ, ​ແນ​ໃສ່​ຈຸດປະສົງ​ສ້າງ ສະພາບ​ແວດ​ລ້ອມ​ແຫ່ງ​ການດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ.

  

   

ຕອບກັບ

ຂ່າວ/ບົດ​ອື່ນ