VOV ຕອບສະໜອງວັນກະຈາຍສຽງໂລກ: ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ

(VOVWORLD) - ປີນີ້, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ພ້ອມກັບອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ແລະ ບັນດາວິທະຍຸກະຈາຍສຽງໃນໂລກຈັດຕັ້ງພິທີສະເຫຼີມສະຫຼອງວັນກະຈາຍສຽງໂລກ 13/02 ດ້ວຍຫົວຂໍ້ວ່າ “ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ”.

 ສຳລັບຜູ້ເຮັດວຽກງານກະຈາຍສຽງເວົ້າລວມ ແລະ ບັນດານັກຂ່າວຢູ່ VOV ເວົ້າສະເພາະ, ນີ້ແມ່ນວັນບຸນ, ແມ່ນຄວາມເອກອ້າງທະນົງໃຈໃນໜ້າທີ່ວຽກງານ, ເມື່ອໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງສັງຄົມ.

VOV ຕອບສະໜອງວັນກະຈາຍສຽງໂລກ: ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ - ảnh 1

        ສະຫະປະຊາຊາດໄດ້ເລືອກເອົາວັນທີ 13 ກຸມພາ ຂອງທຸກໆປີເພື່ອສະເຫຼີມສະຫຼອງວັນກະຈາຍສຽງໂລກ (World Radio Day) ແນໃສ່ເພີ່ມທະວີການຮ່ວມມືສາກົນລະຫວ່າງວິທະຍຸກະຈາຍສຽງບັນດາປະເທດ ແລະ ຊຸກຍູ້ເຄືອຂ່າຍກະຈາຍສຽງ ແລະ ປະຊາຄົມຜູ້ຟັງວິທະຍຸ ເພື່ອແບ່ງປັນ, ສຳຜັດກັບຂໍ້ມູນຂ່າວສານຢ່າງເສລີພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍຜ່ານຄື້ນກະຈາຍສຽງ. ຫົວຂໍ້ປີນີ້ຂອງວັນກະຈາຍສຽງໂລກແມ່ນ “ກະຈາຍສຽງ ແລະ ຄວາມເປັນຫລາຍຮູບຫລາຍແບບ”, ໃນນັ້ນ, ຄວາມເປັນຫລາຍຮູບຫລາຍແບບໄດ້ເນັ້ນໜັກໃນ: ສະພາບກະຈາຍສຽງ; ໃນຫ້ອງຂ່າວ ແລະ ຜ່ານຄື້ນກະຈາຍສຽງ.

ຄວາມເປັນຫລາຍຮູບຫລາຍແບບໃນການກະຈາຍສຽງຢູ່ VOV

       ປັດຈຸບັນ, VOV ແມ່ນອົງການສື່ມວນຊົນມີຄົບ 4 ປະເພດສື່ຄື: ກະຈາຍສຽງ, ໂທລະພາບ, ໜັງສືພິມ, ໜັງສືພິມເອເລກໂຕນິກ; ໃນນັ້ນ ການກະຈາຍສຽງຍັງຄົງແມ່ນທ່າແຮງ, ຫຼັກແຫຼ່ງ. ທ່ານຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດ ສາມາດເລືອກຟັງລາຍການກະຈາຍສຽງຂອງ VOV ຜ່ານບັນດາຊ່ອງກະຈາຍສຽງຄື: ຊ່ອງສະຖານະການການເມືອງ - ພາກຂ່າວ (VOV1); ຊ່ອງວັດທະນະທຳ ແລະ ບັນດາບັນຫາສັງຄົມ (VOV2); ຊ່ອງດົນຕີ - ບັນເທີງ (VOV3); ຊ່ອງພາສາຊົນເຜົ່າ (VOV4); ຊ່ອງບັນດາລາຍການພາສາຕ່າງປະເທດ (VOV5); ຊ່ອງການຈະລາຈອນແຫ່ງຊາດ (VOVGT); ຊ່ອງສຸຂະພາບ ແລະ ຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ…ແຕ່ລະຊ່ອງກະຈາຍສຽງ, ແຕ່ລະລາຍການກະຈາຍສຽງຂອງ VOV ພວມນຳມາເຊິ່ງເນື້ອໃນທີ່ເປັນຫລາຍຮູບຫລາຍສີ, ມີປະໂຫຍດໃນແຕ່ລະວັນ, ແຕ່ລະຊົ່ວໂມງ ໄດ້ສະແດງອອກດ້ວຍຫລາຍຮູບແບບທີ່ອຸດົມສົມບູນ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຂໍ້ມູນຂ່າວສານນັບມື້ນັບສູງຂອງມະຫາຊົນໃນປັດຈຸບັນ. ເອື້ອຍ ໂງບິ໊ກຖຸ໋ຍ, ທ່ານຜູ້ຟັງທີ່ເຄີຍຕິດຕາມຮັບຟັງບັນດາລາຍການກະຈາຍສຽງຂອງ VOV ເປັນປະຈຳແບ່ງປັນວ່າ:

        “ຂ້າພະເຈົ້າເຫັນວ່າ ບັນດາລາຍການກະຈາຍສຽງນັບມື້ນັບມີປະໂຫຍດ ມີກຳລັງດູດດື່ມສະເພາະ. ເປັນຕົ້ນແມ່ນເມື່ອຂັບລົດ, ຂ້າພະເຈົ້າສາມາດຕິດຕາມສະພາບການຈະລາຈອນຢູ່ຕາມເສັ້ນທາງທີ່ຕົນເອງຈະໄປ ໂດຍຜ່ານຊ່ອງກະຈາຍສຽງການຈະລາຈອນແຫ່ງຊາດ, ມີບາງຄັ້ງຄາວກໍ່ຮັບຟັງຊ່ອງກະຈາຍສຽງດົນຕີເພື່ອຢ່ອນອາລົມ ຫຼື ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບສາທາລະນະສຸກ, ສຸຂະພາບຜ່ານລາຍການກະຈາຍສຽງຂອງ VOV.

        ໃນສະພາບການຕ້ອງແກ່ງແຍ້ງກັບສື່ມວນຊົນຫລາຍຮູບແບບ, ສື່ສັງຄົມອອນລາຍໃນຄືປັດຈຸບັນ, ການກະຈາຍສຽງຂອງ VOV ຍັງຮັກສາເຄື່ອງໝາຍການຄ້າສະເພາະໄວ້ໄດ້ ດ້ວຍບັນດາລາຍການກະຈາຍສຽງທີ່ໄດ້ຝັງເລິກໃນຈິດໃຈຂອງທ່ານຜູ້ຟັງຄື: ເລົ່າເລື່ອງຕອນເດິກ, ແຂກມາຢ້ຽມເຮືອນ…ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກກະຈາຍສຽງຂ່າວສະຖານະການການເມືອງ (VOV1), ປະທານສະມາຄົມນັກຂ່າວ VOV ແບ່ງປັນວ່າ:

        “ປັດຈຸບັນ, ຢູ່ VOV, ເນື້ອໃນລາຍການໄດ້ສະແດງອອກເປັນຫລາຍຮູບຫລາຍແບບທີ່ສຸດ, ນັບແຕ່ບັນຫາການເມືອງ ຈົນເຖິງບັນຫາຊີວິດສັງຄົມ ຂອງມະນຸດ, ຈົນເຖິງບັນດາບັນຫາປິດລັບຂອງມະນຸດ ກໍ່ໄດ້ສະແດງອອກຜ່ານຄື້ນກະຈາຍສຽງ. ປັດຈຸບັນ ກະຈາຍສຽງບໍ່ພຽງແຕ່ແມ່ນຂ່າວ, ບົດ, ສາລະຄະດີ, ການສຳພາດເທົ່ານັ້ນ ແຕ່ມັນຍັງໄດ້ມີການພັດທະນາຢ່າງມີໄຫວພິບ. ກ່ອນນີ້ ພວກເຮົາມີການຕອບ - ຮັບໄດ້ພຽງແຕ່ຜ່ານໂທລະສັບ, ອີແມວເທົ່ານັ້ນ ແຕ່ປັດຈຸບັນ ສາມາດຕອບ-ຮັບໄດ້ຜ່ານ fanpage, livestream…ຊ່ວຍໃຫ້ມະຫາຊົນໄດ້ພ້ອມກັນຜະລິດລາຍການກະຈາຍສຽງ, ໄດ້ສະແດງຕົນເອງຜ່ານຄື້ນກະຈາຍສຽງ ແມ່ນມີຊີວິດຊີວາທີ່ສຸດ.

VOV ຕອບສະໜອງວັນກະຈາຍສຽງໂລກ ວັນທີ 13 ກຸມພາ 2020

        ພ້ອມກັບບັນດາສະຖານີວິທະຍຸກະຈາຍສຽງໃນທົ່ວໂລກ, ປີນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ການສື່ສານ ຫວຽດນາມ ແລະ ຫ້ອງການ UNESCO ປະຈຳຮ່າໂນ້ຍ ຈັດຕັ້ງພິທີສະເຫຼີມສະຫຼອງ ວັນກະຈາຍສຽງໂລກ 2020 (World Radio Day 2020) ດ້ວຍຫົວຂໍ້ “ກະຈາຍສຽງ ແລະ ຄວາມເປັນຫຼາຍຮູບຫຼາຍແບບ”. ປັດຈຸບັນ, ຢູ່ສຳນັກງານຂອງ ວິທະຍຸກະຈາຍສຽງ ຫວຽດນາມຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຄື: ພິທີສະເຫຼີມສະຫຼອງ WRD ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ UNESCO ພາກພື້ນ ອາຊີ - ປາຊີຟິກ ແລະ UNESCO ຫວຽດນາມ, ບັນດານັກຜະລິດລາຍການ ກະຈາຍສຽງ, ການໂອ້ລົມສົນທະນາ “ການກະຈາຍສຽງ ແລະ ຄວາມເປັນຫຼາຍຮູບຫຼາຍແບບ” ຈະສຸມໃສ່ແລກປ່ຽນກ່ຽວກັບບັນດາຈຸດດີ, ຈຸດອ່ອນຂອງ ການກະຈາຍສຽງ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດຂອງການກະຈາຍສຽງ, ນິຍາມກະຈາຍສຽງໃນຄວາມເປັນຫຼາຍຮູບຫຼາບແບບ, ການກະຈາຍສຽງ ແມ່ນ ຄວາມເປັນຫຼາຍຮູບຫຼາຍແບບ, ຢາກໃຫ້ການກະຈາຍສຽງດຶງດູດ ສາມັນຊົນໄດ້ນັ້ນບັນດາຜູ້ເຮັດວຽກງານການກະຈາຍສຽງ ຕ້ອງເຮັດຫຍັງແດ່…ທ່ານ ດົ່ງແມ້ງຮູ່ງ ໃຫ້ຮູ້ຕື່ມອີກວ່າ:

        ພິເສດ, ພວກຂ້າພະເຈົ້າຈັດຕັ້ງລາຍການກະຈາຍສຽງ “ຄວາມຮັກຜ່ານ ວິທະຍຸ”. ດ້ວຍລາຍການນີ້, ພວກຂ້າພະເຈົ້າຢາກເວົ້າວ່າ ວິທະຍຸບໍ່ພຽງແຕ່ແມ່ນບ່ອນທີ່ແບ່ງປັນ, ໃຫ້ຄຳປຶກສາ,ເປີດໃຈ, ແລກປ່ຽນຄຳເຫັນຂອງ ຜູ້ຟັງກັບບັນດານັກຊ່ຽວຊານ ດ້ານຄວາມຮັກ, ການແຕ່ງງານ, ຄອບຄົວເທົ່ານັ້ນ ຫາກພວກຂ້າພະເຈົ້າຍັງໄດ້ແນະນຳບັນດາຕົວລະຄອນ, ບຸກຄົນຜ່ານ ວິທະຍຸ, ຜ່ານບັນດາລາຍການກະຈາຍສຽງ ຂອງ VOV ທີ່ໄດ້ມາພົບພໍກັນ, ສ້າງຄວາມຮັກໃຫ້ແຕກດອກອອກຜົນ

        ສຳລັບຜູ້ເຮັດວຽກງານກະຈາຍສຽງຢູ່ VOV, ວັນກະຈາຍສຽງໂລກກໍ່ຄ້າຍຄືກັນກັບວັນກະຈາຍສຽງ ຫວຽດນາມ, ນີ້ແມ່ນວັນບຸນ, ວັນແຫ່ງຄວາມເອກອ້າງທະນົງໃຈໃນວຽກງານຂອງຕົນ. ໃນຊຸມວັນນີ້, ທຸກຄົນພ້ອມກັນຍ້ອງຍໍຊົມເຊີຍ ແລະ ຍົກສູງບົດບາດ ຂອງ ການກະຈາຍສຽງໃນຊີວິດປະຈຸບັນ, ຈາກນັ້ນມານະພະຍາຍາມນຳເອົາບັນດາລາຍການກະຈາຍສຽງທີ່ມີຜົນປະໂຫຍດຫຼາຍກ່ວາອີກມາໃຫ້ທ່ານຜູ້ຟັງນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ