VOV ຮ່ວມເດີນທາງພ້ອມກັບຄວາມຄາດຫວັງສັນຕິພາບຂອງຊາດ ແລະ ຂອງມວນມະນຸດ

(VOVWORLD) -ຍາມໃດ VOV ກໍ່ຢືນຢັນບົດບາດແມ່ນອົງການກະບອກສຽງສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຂົວເຊື່ອມຕໍ່ມິດຕະພາບທີ່ເປັນມິດ, ໃກ້ຊິດສະໜິດສະໜົມລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ.
VOV ຮ່ວມເດີນທາງພ້ອມກັບຄວາມຄາດຫວັງສັນຕິພາບຂອງຊາດ ແລະ ຂອງມວນມະນຸດ - ảnh 1(ການໂອ້ລົມສົນທະນາ “ການກະຈາຍສຽງ ແລະ ສັນຕິພາບ”)

  ໂດຍໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງປະທານ ໂຮ່ຈີມິນ ກ່າວຖະແຫຼງເການປະກາດອກະລາດ ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ປີ 1945 ເປັນເວລາ 5 ວັນ, ໃນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ເປັນເວລາເກືອບ 80 ປີນັ້ນ, ຍາມໃດ VOV ກໍ່ມີຄວາມເອກອ້າງທະນົງໃຈໂດຍແມ່ນສຽງເວົ້າຂອງມະໂນທຳຕໍ່ສູ້ໃຫ້ຄວາມຄາດຫວັງມີເສລີພາບ, ເອກະລາດ, ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ. ນັ້ນກໍ່ແມ່ນສານຂອງການໂອ້ລົມສົນທະນາ “ການກະຈາຍສຽງ ແລະ ສັນຕິພາບ” ເນື່ອງໃນໂອກາດວັນກະຈາຍສຽງສາກົນ 13 ກຸມພາ 2023 ໂດຍ VOV ຈັດຂຶ້ນ ຢາກເນັ້ນໜັກເຖິງ ເພື່ອໃຫ້ຜູ້ເຮັດວຽກງານກະຈາຍສຽງແຕ່ລະຄົນໃນປະຈຸບັນມີຄວາມເອກອ້າງທະນົງໃຈຕື່ມອີກ ແລະ ມີຄວາມຮັບຮູ້ໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນກວ່າເກົ່າ ໃນການແຜ່ກະຈາຍບັນດາຄຸນຄ່າວັດທະນະທຳມະນຸດຂອງປະເພດສື່ມວນຊົນທີ່ມີປະຫວັດການເຄື່ອນໄຫວມາແຕ່ດົນນານນີ້. ຈາກນັ້ນ, ກໍ່ຊຸກຍູ້ການເອມຕໍ່ ແລະ ການແບ່ງປັນ, ການຕໍ່ສູ້ຕ້ານຄວາມບໍ່ຍຸຕິທຳໃນສັງຄົມ, ແກ້ໄຂຄວາມຂັດແຍ້ງກັນ, ມຸ່ງໄປເຖິງສັງຄົມສັນຕິພາບ ແລະ ມີນ້ຳໃຈຄວາມຮັກແພງມະນຸດ

        ບົນເສັ້ນທາງເກືອບ 80 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ (07 ກັນຍາ 1945 – 07 ກັນຍາ 2023). ຍາມໃດ VOV ກໍ່ຢືນຢັນບົດບາດແມ່ນອົງການກະບອກສຽງສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຂົວເຊື່ອມຕໍ່ມິດຕະພາບທີ່ເປັນມິດ, ໃກ້ຊິດສະໜິດສະໜົມລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ. “ສຽງ ຫວຽດນາມ” ນີ້ເອງໄດ້ສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອໃຫ້ ຫວຽດນາມ ຍາດໄດ້ໄຊຊະນະຜ່ານບັນດາສົງຄາມຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຍາດເອົາໄຊຊະນະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ສຽງຂອງ ຫວຽດນາມ - ສຽງແຫ່ງມະໂນທຳ, ການຕໍ່ສູ້ໃຫ້ແກ່ຄວາມຄາດຫວັງມີສັນຕິພາບ

        ໃນຊຸມປີເກີດສົງຄາມ, VOV ໄດ້ສົ່ງຂໍ້ມູນຂ່າວສານທີ່ຮ້ອນເຮັ່ງຈາກສະໜາມຮົບ; ອອກອາກາດຄຳກອນອວຍພອນປີໃໝ່ຂອງປະທານ ໂຮ່ຈີມິນ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແຕ່ລະປີ, ລະດົມໃຈແກ່ທະຫານ, ປະຊາຊົນຢູ່ພາກເໜືອ - ພາກໃຕ້ທຳການຜະລິດ ແລະ ຕໍ່ສູ້ເພື່ອເປົ້າໝາຍທ້ອນໂຮມປະເທດຊາດເປັນເອກະພາບ…

        ພິເສດ, VOV ໄດ້ອອກອາກາດຖະແຫຼງການປະກາດເອກະລາດ ເຊິ່ງປະທານ ໂຮ່ຈີມິນ ໄດ້ກ່າວຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ເຖິງປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ປະເທດ ແລະ ປະຊາຄົມສາກົນ.

        ພາຍຫຼັງຖະແຫຼງການປະກາດເອກະລາດ, VOV ຍັງໄດ້ອອກອາກາດເອກະສານ, ແຈ້ງການສຳຄັນອື່ນຂອງພັກ, ລັດ, ອາດຕ້ອງເວົ້າເຖິງ, ຄື: ຄຳຮຽກຮ້ອງທົ່ວປະເທດລຸກຮື້ຂຶ້ນທຳການຕໍ່ຕ້ານປີ 1946; ເນື້ອໃນສັນຍາ ປາຣີ 1973; ຂ່າວໄຊຊະນະປີ 1975… ພົນຈັດຕະວາ ໂຮ່ຊີ້ເຮົາ, ອະດີດຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດ ຫວຽດນາມ, ບໍ່ອາດລືມຄວາມຮູ້ສຶກເມື່ອໄດ້ຮັບຟັງ VOV ຢູ່ກາງປ່າ ເຈື່ອງເຊີນ, ໃນຊຸມປີເກີດສົງຄາມ.

        “ຄາວນັ້ນ, VOV ແມ່ນຊ່ອງຂ່າວໜຶ່ງດຽວສຳລັບທະຫານ. ທັງກົມກອງມີເຄື່ອງວິທະຍຸເຄື່ອງໜຶ່ງ, ເຕົ້າໂຮມກັນຮັບຟັງ. ຟັງເພງ, ຟັງເລື່ອງລາວຍາມເດີກ, ພິເສດແມ່ນຂ່າວຢູ່ສະໜາມຮົບ, ບັນດາເນື້ອໃນນັ້ນເປັນການລະດົມກຳລັງໃຈແກ່ພວກຂ້າພະເຈົ້າຫຼາຍ. ພຽງແຕ່ຜ່ານ VOV ຈຶ່ງສົ່ງສານທີ່ສັກກະລະບູຊາທີ່ສຸດໃຫ້ແກ່ນັກຮົບໄດ້”.

VOV ຮ່ວມເດີນທາງພ້ອມກັບຄວາມຄາດຫວັງສັນຕິພາບຂອງຊາດ ແລະ ຂອງມວນມະນຸດ - ảnh 2 (ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ປະທານສະມາຄົມນັກຂ່າວ VOV, ກ່າວຄຳເຫັນທີ່ໂອ້ລົມສົນທະນາ “ການກະຈາຍສຽງ ແລະ ສັນຕິພາບ”)

        ສັນຕິພາບແມ່ນຄວາມຄາດຫວັງຂອງປະຊາຊົນໃນທົ່ວໂລກ, ໃນນັ້ນມີປະຊາຊົນ ຫວຽດນາມ. ບົນຈິດໃຈນັ້ນ, ໃນຊຸມປີຜ່ານມາ, VOV ໄດ້ອອກອາກາດບັນດາລາຍການກະຈາຍສຽງຢ່າງບໍ່ຢຸດຢັ້ງ ເພື່ອລະດົມກຳລັງໃຈ ແລະ ຍ້ອງຍໍສັນຕິພາບ, ປະກອບສ່ວນສ້າງສັງຄົມວັດທະນະທຳມະນຸດ ແລະ ສ້າງໂລກແຫ່ງສັນຕິພາບ. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ປະທານສະມາຄົມນັກຂ່າວ VOV, ຊີ້ແຈ້ງວ່າ:

        “ໃນສະພາບການໂລກໃນປະຈຸບັນ, VOV ກໍ່ຄືບັນດາວິທະຍຸກະຈາຍສຽງໃນໂລກ ນັບມື້ນັບມີສະຕິຄວາມຮັບຮູ້ກ່ຽວກັບບົດບາດຂອງຕົນຫຼາຍກວ່າ. ຖ້າຫາກການກະຈາຍສຽງໄດ້ລະດົມໃຫ້ຈິດໃຈວັດທະນະທຳມະນຸດ, ໃຫ້ຈິດໃຈແຫ່ງການໃຫ້ອະໄພ, ໃຫ້ຄວາມຕ້ອງການມິດຕະພາບ, ການຮ່ວມມື ແລະ ໃຫ້ຄວາມຄາດຫວັງສັນຕິພາບຂອງໂລກນັ້ນ, ການກະຈາຍສຽງກໍ່ະຈະປະກອບສ່ວນສ້າງສັນຕິພາບໃນໂລກ ແລະ ກໍ່ປະກອບສ່ວນຢຸດຕິສົງຄາມ. ນັ້ນແມ່ນພາລະກຳອັນສູງສົ່ງເຊິ່ງບັນດາຜູ້ເຮັດວຽກງານກະຈາຍສຽງຕ້ອງເດີນຕາມ ແລະ ຮັບໃຊ້”.

ວິທະຍຸກະຈາຍສຽງຍາມໃດກໍ່ມານະພະຍາຍາມປ່ຽນແປງໃໝ່, ຢືນຢັນທີ່ຕັ້ງໃນສັງຄົມ ຂໍ້ມູນຂ່າວສານໃນປະຈຸບັນ

        ໃນກະແສຂອງສື່ມວນຊົນໂລກ, ວິທະຍຸກະຈາຍສຽງເວົ້າລວມ ແລະ VOV ເວົ້າສະເພາະ ພວມຮັບຄວາມກົດດັນແກ່ງແຍ້ງໃນສັງກາດເຕັກນິກດີຈີຕອນ. ເຖິງຢ່າງໃດກໍ່ຕາມ, ວິທະຍຸກະຈາຍສຽງໄດ້ ແລະ ພວມມານະພະຍາຍາມປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍບັນດາທ່າແຮງຂອງຕົນ, ນຳສະເໜີຂໍ້ມູນຂ່າວສານຢ່າງວ່ອງໄວ, ຊັດເຈນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ພິເສດແມ່ນດຶງດູດມະຫາຊົນ. ຈຳນວນຜູ້ຟັງທີ່ຕິດພັນນັບມື້ນັບເພີ່ມຂຶ້ນ ກໍແມ່ນສັນຍານທີ່ໜ້າພາກພູມໃຈຂອງບັນດາວິທະຍຸກະຈາຍສຽງ, ໃນນັ້ນມີ VOV. ນັກຂ່າວ ຫງວຽນເກິມທີ, ພະແນກກະຈາຍສຽງພາສາຕ່າງປະເທດ (VOV5), ສັງກັດ VOV, ໃຫ້ຮູ້ວ່າ:

        “ປະຈຸບັນ, ການກະທົບຕອບກັບທ່ານຜູ້ຟັງໃນເຄືອຂ່າຍສື່ມວນຊົນທັນສະໄໝໄດ້ເພີ່ມຂຶ້ນຫຼາຍ, ແຕ່ເປົ້າໝາຍຮັບຟັງວິທະຍຸຍາມໃດກໍ່ໄດ້ຮັກສານັບແຕ່ກ່ອນມາຮອດປະຈຸບັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຜູ້ຟັງຊາວຕ່າງປະເທດຍັງມັກຮັກການຮັບຟັງວິທະຍຸກະຈາຍສຽງກວ່າ ແລະ ເຂົາເຈົ້າຖືວ່ານີ້ແມ່ນຄວາມປິຕິຊົມຊື່ນເມື່ອຮັບໄດ້ສັນຍານຈາກປະເທດທີ່ຫ່າງໄກ”.

        ສ່ວນທ່ານຮອງສາດສະດາຈານ, ປະລິນຍາເອກ ບຸນຮ່ວາຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຫວຽດນາມ, ຖືວ່າ:

        “ສິ່ງສຳຄັນທີ່ສຸດແມ່ນພວກເຮົາຕ້ອງປ່ຽນແປງຈີນຕະນາການ. ພວກເຮົາຖືເອົາຜູ້ຟັງແມ່ນຈຸດປະສົງເພື່ອຮັບໃຊ້ ແລະ ຄວາມຕ້ອງການນັ້ນໄດ້ຕົກລົງກ່ຽວກັບເລື່ອງລາວຂອງວິທະຍຸກະຈາຍສຽງຄືແນວໃດ. ຍາມໃດຂ້າພະເຈົ້າກໍ່ເນັ້ນໜັກວ່າ, ວິທະຍຸກະຈາຍສຽງຍາມໃດກໍ່ສວມບົດບາດສຳຄັນຍິ່ງໃນສັງຄົມຂອງພວກຂ້າພະເຈົ້າ. ແລະ ພວກເຮົາມີທີ່ຕັ້ງຢ່າງໝັ້ນແກ່ນໃນສັງຄົມຂໍ້ມູນຂ່າວສານໃນທຸກວັນນີ້”.

        ພ້ອມກັບເລື່ອງສົ່ງຂໍ້ມູນຂ່າວສານຢ່າງວ່ອງໄວ, ຊັດເຈນ, ດຶງດູດໃຈເຖິງທ່ານຜູ້ຟັງຢູ່ທົ່ວໂລກນັ້ນ, ໃນຊຸມປີຜ່ານມາ, ວິທະຍຸກະຈາຍສຽງເວົ້າລວມ ແລະ VOV ເວົ້າສະເພາະໄດ້ມີບາດກ້າວຫັນປ່ຽນຫຼາຍພໍສົມຄວນພາຍຫຼັງການປະຕິວັດເຕັກໂນໂລຊີດີຈີຕອນ ເພື່ອສາມາດສຳຜັດກັບຜູ້ຟັງໄດ້ຫຼາຍກວ່າເກົ່າ, ຊ່ວຍໃຫ້ທຸກຄົນເຂົ້າໃກ້ກັນກວ່າ ແລະ ຊຸກຍູ້ສັນຕິພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ