WEF ທຽນ​ຈີນ ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ຟື້ນ​ຟຸ, ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ

(VOVWORLD) - ກອງປະຊຸມປະຈຳປີຄັ້ງທີ 14 ຂອງບັນດາການນຳໃໝ່ ເວທີປາໄສເສດຖະກິດໂລກ (WEF), ຍັງໄດ້ເອີ້ນວ່າ “ເວທີປາໄສ Davos ລະດູຮ້ອນ” ພວມດຳເນີນຢູ່ນະຄອນທຽນຈີນ, ປະເທດ ຈີນ ໃນລະຫວ່າງວັນທີ 27 - 29 ມິຖຸນາ. ເປົ້າໝາຍຫຼັກຂອງເວທີປາໄສແມ່ນກະຕຸ້ນ ກຳລັງໜູນປະດິດຄິດສ້າງ, ຈິດໃຈດຳເນີນທຸລະກິດຢູ່ພາກພື້ນ ອາຊີ ແລະ ໃນທົ່ວໂລກ, ເພື່ອແນໃສ່ຊອກຫາເສັ້ນທາງຟື້ນຟຸ, ພັດທະນາເສດຖະກິດຢ່າງປອດໄສ ແລະ ຍືນຍົງ, ຮັບຮູ້ແງ່ຫວັງເສດຖະກິດຂອງ ຈີນ ກໍ່ຄືທົ່ວພາກພື້ນ ອາຊີ.

WEF ທຽນ​ຈີນ ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ຟື້ນ​ຟຸ, ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ảnh 1ກອງປະຊຸມປະຈຳປີຄັ້ງທີ 14 ຂອງບັນດາການນຳໃໝ່ ເວທີປາໄສເສດຖະກິດໂລກ (WEF) (ພາບ: Reuters)

ກອງປະຊຸມ WEF ທຽນຈີນ ໂດຍ WEF ສົມທົບກັບລັດຖະບານ ຈີນຈັດຂຶ້ນປະຈຳ ປີ ມີຂອບຂະໜາດໃຫຍ່ອັນດັບທີ 2 ພາຍຫຼັງ WEF Davos (ສະວິດ). ເຊິ່ງໄດ້ຮັບການຈັດຂຶ້ນໃນລະດູຮ້ອນ ດັ່ງນັ້ນ WEF ທຽນຈີນ ຍັງໄດ້ເອີ້ນວ່າ “Davos ລະດູຮ້ອນ”. ດ້ວຍຫົວຂໍ້ “ຈິດໃຈດຳເນີນທຸລະກິດ: ກຳລັງໜູນ ຂອງພື້ນຖານເສດຖະກິດທົ່ວໂລກ”, ກອງປະຊຸມປີນີ້ ມີຈິດໃຈໃໝ່ດ້ວຍແງ່ຫວັງຍູ້ແຮງພື້ນຖານເສດຖະກິດທົ່ວໂລກ ຜ່ານບັນດາຍຸດທະສາດດຳເນີນທຸລະກິດລະຫວ່າງຊາດ.

ການຮ່ວມມື: ວິທີການໜຶ່ງດຽວເພື່ອແກ້ໄຂບັນດາບັນຫາທົ່ວໂລກຢ່າງຮີບດ່ວນ

ກອງປະຊຸມ WEF  ຄັ້ງທີ 14ໄດ້ດຳເນີນໃນຂະນະທີ່ທົ່ວໂລກ ພວມມີການປ່ຽນແປງກ່ຽວກັບລະບົບ, ໂຄງສ້າງເສດຖະກິດ, ພູມີສາດການເມືອງ ແລະ ເຕັກໂນໂລຢີຢ່າງເລິກເຊິ່ງ ກໍ່ສິ່ງທ້າທາຍຕໍ່ຮູບແບບເກົ່າ. ເພື່ອເປັນເຈົ້າຂອງວິວັດການປ່ຽນແປງນີ້ ແລະ ສ້າງໂລກຍືນຍົງ, ມີຄວາມຂະຫຍັນຂັນເຄື່ອນ ແລະ ສະໜິດຕິດພັນກ່ວາເກົ່າ, ຮຽກຮ້ອງຕ້ອງມີຈິດໃຈດຳເນີນທຸລະກິດ ແລະ ຮ່ວມມື. ຕາມທ່ານ Klaus Schwab, ຜູ້ ສ້າງຕັ້ງ ທັງເປັນປະທານຝ່າຍບໍລິຫານເວທີປາໄສເສດຖະກິດໂລກ ແລ້ວ, ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດສ້າງພື້ນຖານເອກະລັກສະເພາະ ເພື່ອ ຊຸກຍູ້ການປ່ຽນແປງໃໝ່ ແລະ ເພີ່ມທະວີບັນດາຄວາມມານະພະຍາຍາມຮ່ວມມືລະດັບໂລກ. ທ່ານປະທານເວທີປາໄສເສດຖະກິດໂລກ Borge Brende ຢັ້ງຢືນວ່າ: ພວກເຮົາກຳລັງດຳລົງຊີວິດໃນໂລກທີ່ຖືກແຕກແຫງ ດັ່ງນັ້ນ ກອງປະຊຸມ WEF ເຊື່ອໝັ້ນວ່າ ບັນດາບັນຫາຮີບດ່ວນທີ່ສຸດໃນທົ່ວໂລກ ພຽງແຕ່ສາມາດແກ້ໄຂໄດ້ຜ່ານການຮ່ວມມື. ໃນຂະນະນັ້ນ, ກ່າວຄຳເຫັນທີ່ພິທີເປີດ (27 ມິຖຸນາ), ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ເນັ້ນໜັກວ່າ 3 ປີຜ່ານມາ, ທຸກໆປະເທດໄດ້ມານະພະຍາຍາມປ້ອງກັນຕ້ານພະຍາດໂຄວິດ - 19, ສິ່ງນີ້ ສະແດງໃຫ້ເຫັນກຳລັງແຮງທີ່ຍິ່ງໃຫຍ່ຂອງມວນມະນຸດ ພ້ອມກັນສາມັກຄີ ແລະ ມີຄວາມເອົາໃຈໃສ່ເຊິ່ງກັນແລະກັນ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ເພາະສະນັ້ນ, ຕາມທ່ານນາຍົກລັດຖະມົນຕີ ຈີນແລ້ວ, ບັນດາປະເທດໃນໂລກ ຕ້ອງເຄົາລົບບັນດາຜົນປະໂຫຍດຈາກການຮ່ວມມື, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ແລະ ຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ. ທ່ານຮຽກຮ້ອງໃຫ້ບັນດາປະເທດມານະພະຍາຍາມເພື່ອຮັກສາຄວາມຍຸຕິທຳ, ປົກປ້ອງຄວາມໝັ້ນຄົງລວມ ກໍ່ຄືຮັກສາສະພາບແວດລ້ອມແຫ່ງການພັດທະນາ, ສັນຕິພາບ ແລະ ມີສະຖຽນລະພາບ.

ຊອກຫາເສັ້ນທາງຟື້ນຟູ, ພັດທະນາເສດຖະກິດແບບຍືນຍົງ

ໂຄງການດຳເນີນງານຂອງກອງປະຊຸມປີນີ້ສຸມໃສ່ປຶກສາຫາລືບັນດາຂົງເຂດໃໝ່, ໃນນັ້ນຍົກສູງບົດບາດຂອງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ WEF ທຽນຈີນ ປຶກສາຫາລື 6 ຫົວຂໍ້ຫຼັກ: ຟື້ນຟູການເຕີບໂຕ, ຈີນ ໃນສະພາບການທົ່ວໂລກ, ວິວັດການຫັນປ່ຽນພະລັງງານ ແລະ ວັດສະດຸ, ປົກປັກຮັກສາທຳມະຊາດ ແລະ ດິນຟ້າອາກາດ, ຜູ້ບໍລິໂພກພາຍຫຼັງພະຍາດໂຄວິດ - 19 ແລະ ການຜັນຂະຫຍາຍການປ່ຽນແປງໃໝ່. ກອງປະຊຸມມີການເຂົ້າຮ່ວມຂອງ ການນຳລັດຖະບານ, ວິສາຫະກິດ, ສັງຄົມພົນລະເມືອງ ແລະ ບັນດາອົງການຈັດຕັ້ງສາກົນ ພ້ອມກັບນັກຮຽນຮູ້ລວມທັງໝົດກ່ວາ 1500 ທ່ານ.

WEF ທຽນ​ຈີນ ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ຟື້ນ​ຟຸ, ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ảnh 2ທ່ານປະທານເວທີປາໄສເສດຖະກິດໂລກ    Borge Brende (ພາບ: TTXVN)

ຕາມ ທ່ານປະທານເວທີປາໄສເສດຖະກິດໂລກ    Borge Brende ແລ້ວ, WEF ພວມສຸມໃສ່ຫຼາຍມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ຄືໝູນໃຊ້ເຕັກໂນໂລຢີໃໝ່. ກ່າວຄຳເຫັນທີ່ກອງປະຊຸມ, ມີການນຳຫຼາຍທ່ານຖືວ່າ ພະລັງງານສີຂຽວ, ເຕັກໂນໂລຢີກ້າວໜ້າ ແລະ ມີລັກສະນະກວມລວມຢ່າງກວ້າງຂວາງອາດຈະຊ່ວຍຮັບປະກັນການຟື້ນຟູເສດຖະກິດທົ່ວໂລກ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ໃຫ້ຮູ້ວ່າ ປະເທດນີ້ຈະຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ການຮ່ວມມື, ຍູ້ແຮງວິວັດການຫັນເປັນສີຂຽວ, ກໍ່ຄືຊຸກຍູ້ການລົງທຶນຈາກຕ່າງປະເທດເຂົ້າຂົງເຂດຜະລິດເຕັກໂນໂລຢີສູງ. ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ໄດ້ຮຽກຮ້ອງໃຫ້ບັນດາປະເທດພິຈາລະນາບັນດາຂົງເຂດເປັນມິດກັບສິ່ງແວດລ້ອມເພື່ອລົງທຶນ ແລະ ພິຈາລະນາອາດຈະສຸມໃສ່ຫັນລະບົບສະໜອງ ເປັນຫຼາຍຮູບຫຼາຍແບບ ກໍ່ຄືນຳບັນດາຂົງເຂດນີ້ເຂົ້າການຄ້າໂລກໄດ້ຫຼືບໍ່. ທ່ານນາງ ກໍ່ເຕື້ອງເຖິງວ່າ ການຄ້າສີຂຽວ ແລະ ການບໍລິການດີຈີຕອນ ແມ່ນສອງຂົງເຂດເຕີບໂຕອາດຈະຊ່ວຍໃຫ້ຫຼາຍຄົນແບ່ງປັນຄວາມວັດທະນາຖາວອນດ້ານເສດຖະກິດ

WEF ແມ່ນໜຶ່ງໃນບັນດາເວທີປາໄສທົ່ວໂລກມີອິດທິພົນສື່ສຽງ ແລະ ມີການເຄື່ອນໄຫວທີ່ມີປະສິດທິຜົນ, ດຶງດູດຄວາມສົນໃຈ ແລະ ການຮ່ວມມືຂອງການນຳບັນດາປະເທດໃຫຍ່, ບັນດາອົງການຈັດຕັ້ງສາກົນ ກໍ່ຄືບັນດາກຸ່ມບໍລິສັດ, ບໍລິສັດແຖວໜ້າໂລກເກືອບທັງໝົດ. ນອກຈາກ ກອງປະຊຸມ ປະຈຳປີໄດ້ຈັດຂຶ້ນໃນທ້າຍເດືອນມັງກອນ ຢູ່ Davos, ປະເທດສະວິດແລ້ວ, ກອງປະຊຸມປະຈຳປີບັນດາການນຳໃໝ່ຂອງ WEF ຈັດຂຶ້ນຢູ່ ທຽນຈີນ, ຈີນ ກໍ່ແມ່ນເຫດການທາງການ ແລະ ສຳຄັນຂອງ WEF. ເລື່ອງການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລກປ່ຽນ ແລະ ໄຈ້ແຍກບັນດາບັນຫາພັດທະນາຂອງພາກພື້ນ ຢູ່ WEF ທຽນຈີນ 2023 ໄດ້ປະກອບສ່ວນຊຸກຍູ້ຈິດໃຈດຳເນີນທຸລະກິດຢູ່ ພາກພື້ນ ອາຊີ, ຊອກຫາເສັ້ນທາງຟື້ນຟູ, ພັດທະນາເສດຖະກິດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ