ກົກ​ເຄົ້າ​ຂອງ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ​ນາມ

(VOVWORLD) -ປະຊາຊົນຫວຽດນາມ ຫາກໍ່ເຂົ້າຮ່ວມພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໃນວັນທີ 21 ເມສາປີ 2021. ໃນມໍລະດົກວັດທະນະທຳຂອງຊາດ ຫວຽດນາມ, ວິຫານ ຮຸ່ງ ແລະ ວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແມ່ນສັນຍາລັກຂອງຈິດໃຈຮັກຊາດ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປະຈຳປີ ແມ່ນວັນບຸນໃຫຍ່ຂອງຊາດ ມີສີສັນວັດທະນະທຳອັນເລິກເຊິ່ງ ແລະ ເປັນເອກະລັກຂອງຊາດຫຽດນາມ, ສະແດງໃຫ້ເຫັນຫລັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”  ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດ  ຮຸ່ງ ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ກົກ​ເຄົ້າ​ຂອງ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ​ນາມ - ảnh 1ຄະນະຜູ້ແທນເຂົ້າຮ່ວມວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2021 (ພາບ: laodong.vn)

ນັບແຕ່ພັນໆປີມານີ້ ຊາວຫວຽດນາມ ໄດ້ສ້າງຕັ້ງວິຫານ ແລະ ໄຫວ້ບູຊາບັນດາເຈົ້າຊີວິດ ຮຸ່ງ ຢູ່ ພູ ເຫງ໋ຍຫລີ໋ງ, ຕາແສງ ຮີເກືອງ, ນະຄອນ ຫວຽດຈີ່ ແຂວງ ຟູທໍ້. ນອກນັ້ນ ຍັງມີສາລາບ້ານ, ວິຫານ, ຫໍບູຊາ…. ຫລາຍແຫ່ງຢູ່ ຟູ ທໍ້ ແລະ  ຢູ່ພາຍໃນປະເທດກໍ່ບູຊາ ເຈົ້າຊີວິດຮຸ່ງ.

ແຕ່ລະປີ ໃນມື້ໄຫວ້ບູຊາເຈົ້າຊີວິດ ຮຸ່ງ, ຊາວ ຫວຽດນາມ ນັບລ້ານໆຄົນ ເຖິງວ່າ ພວມດຳລົງຊີວິດຢູ່ແຫ່ງໃດກໍ່ຕາມ ກໍ່ລ້ວນແຕ່ມຸ່ງໄປເຖິງ ແລະ ພາກັນມາໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ ເພື່ອຖະຫວາຍທູບທຽນ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງບັນພະບຸລຸດຂອງຊາດຫວຽດນາມ, ປາດຖະຫນາຢາກໃຫ້ປະເທດຊາດມີສະຖຽນລະພາບ, ຈະເລີນຮຸ່ງເຮືອງ ປະຊາຊົນທຸກຄົນອີ່ມໜຳສຳລານສົມບູນພູນສຸກ.

ນັບແຕ່ເມື່ອ ປະເທດຊາດ ເປັນເອກະລາດ, ພັກ ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງ ການບູຊາບັນດາເຈົ້າຊີວິດ ຮຸ່ງ  ບັນພະບູລຸດລວມຂອງຊາດ ແລະ ລົງທຶນງົບປະມານເພື່ອບູລະນະປະຕິສັງຂອນ ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ ໃຫ້ນັບມື້ນັບໃຫຍ່ໂຕສວຍງາມກວ່າ.

ວັນທີ 10 ກຸມພາ ປີ 1946 ທ່ານປະທານໂຮ່ຈິມີນ ໄດ້ປະກາດລັດຖະດຳລັດ ກຳນົດວັນບຸນໃຫຍ່ປະຈຳປີຂອງຊາດ, ໃນນັ້ນ ລະບຸ ວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປະຊາຊົນໄດ້ພັກການ 1 ວັນ.

ວັນທີ 19 ກັນຍາປີ 1954 ພາຍຫລັງນຳພາການຕໍ່ສູ້ຕ້ານ ລ່າເມືອງຂຶ້ນ ຝລັ່ງ ໃຫ້ໄດ້ຮັບໄຊຊະນະ, ທ່ານປະທານ ໂຮ່ຈິມີນ ໄດ້ໄປຢ້ຽມຢາມ ວິຫານ ຮຸ່ງ. ນະທີ່ນີ້ ເພີ່ນ ໄດ້ພົບປະ ແລະ ໂອ້ລົມກັບພະນັກງານ, ນັກຮົບ ກອງພົນທະຫານ ທຳອິດຂອງກອງທັບປະຊາຊົນຫວຽດນາມ ກ່ອນທີ່ຈະເຂົ້າມາປົດປ່ອຍ ນະຄອນຫລວງ ຮ່າໂນ້ຍ. ເພີ່ນໄດ້ສັ່ງໄວ້ວ່າ “ບັນດາເຈົ້າຊີວິດ ຮຸ່ງ ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ ພວກເຮົາຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”

ວັນທີ 2 ເມສາ ປີ 2007, ສະພາແຫ່ງຊາດ ສສ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ປັບປຸງ, ເພີ່ມເຕີມ ມາດຕາ 73 ຂອງກົດໝາຍວ່າດ້ວຍແຮງງານວ່າ: ຄົນງານໄດ້ພັກການໃນວັນໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວມຸ່ງໄປຫາກົກເຄົ້າເຫງົ້າກໍ ເພື່ອປັບປຸງ ແລະ ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດ ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປະຈຸບັນ ວັນໄຫວ້ບູຊາ ເຈົ້າຊີວິດຮຸ່ງ ປະຈຳປີ ແມ່ນວັນບຸນໃຫຍ່ຂອງຊາດ ແລະ ລັດຖະບານໄດ້ກຳນົດຂອບຂະຫນາດຈັດຕັ້ງວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຕາມປີຄູ່, ປີຄົບຮອບ 5 ປີ ແລະ ປີຄີກ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມີເອກະສານແນະນການຈັດພິທີອາໄລຫາບັນດາເຈົ້າຊີວິດ ຮຸ່ງ ໃນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ກ່ຽວກັບເລື່ອງຈັດຕັ້ງພິທີໄຫວ້ບູຊາ ສຳລັບ ແຂວງ ຟູທໍ້ ແລະ ບັນດາແຂວງ ນະຄອນຂຶ້ນກັບສູນກາງຊື່ງແມ່ນບ່ອນມີວິຫານບູຊາເຈົ້າຊີວິດຮຸ່ງ, ບັນດາປູຊະນີຍະສະຖານກ່ຽວຂ້ອງເຖິງ ບັນດາເຈົ້າຊີວິດ  ຮຸ່ງ ແລະ ບັນດາທ້ອງຖິ່ນທີ່ບໍ່ມີວິຫານ ຮຸ່ງ.

ທີ່ກອງປະຊຸມຄັ້ງທີ 7 ຂອງອົງການ UNESCO, ວັນທີ 6 ທັນວາປີ 2012, ດ້ວຍຄວາມເຫັນດີເຫັນພ້ອມຂອງ 24/24 ປະເທດ ໃນຄະນະກຳມະການລັດຖະບານ ປະຕິບັດສົນທິສັນຍາ 2003 ນັ້ນ UNESCO ໄດ້ຮັບຮອງຢ່າງເປັນທາງການ ການສະເຫນີ ແລະ ເຊີດຊູ “ການເຫລື້ອມໃສບູຊາເຈົ້າຊີວິດ ຮຸ່ງ ຢູ່ ແຂວງ ຟູທໍ້” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕາງຫນ້າຂອງມວນມະນຸດ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສຳລັບຊາດ ຫວຽດນາມ ໃນການເຊີດຊູຄຸນຄ່າຕາງຫນ້າທົ່ວໂລກຂອງ ການເຫລື້ອມໃສບູຊາບັນດາເຈົ້າຊີວິດ ຮຸ່ງ - ສະແດງໃຫ້ເຫັນກຳລັງແຮງມະຫາສາມັກຄີ ໃນວິວັດການຕໍ່ສູ້ສ້າງສາ ແລະ ປົກປັກຮັກສາຂອງຊາດຫວຽດນາມ ນັບພັນປີ.

ວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແມ່ນໂອກາດເພື່ອໃຫ້ ຊາວຫວຽດນາມ ຍິ່ງມີຄວາມສາມັກຄີກັນກວ່າ ແຫນ້ນແຟ້ນກວ່າ ຄືດັ່ງ ມູນເຊື້ອ ວັດທະນະທຳເປັນເອກະລັກ, ສີສັນສະເພາະ ທີ່ມີມາບໍ່ຈັກວ່າເທົ່າໃດເຊັ່ນຄົນຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ