ກົດໝາຍວ່າດ້ວຍຊັບພະຍາກອນ,ສິ່ງແວດລ້ອມທະເລ ແລະ ໝູ່ເກາະ ສ້າງເປັນກອບກົດໝາຍເມື່ອເຂົ້າສູ່ຊີວິດຕົວຈິງ

ຕາມ​ໂຄງ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທ່ືອທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະຈະ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ທີ່​ບັນ​ດາວາ​ລະ​ປະ​ຊຸມທ​ີ່​ຈະ​ມາ​ເຖິງ. ນີ້​ແມ່ນ​ກົດ​ໝາຍ​ໃໝ່​, ມີຂອບ​ເຂດ​ປັບ​ປຸງ​ຢ່າງ​ກ້​ວາງ​ຂວາງ ແລະ ກ່ຽວ​ຂ້ອງ​ເຖິງ​ກົດ​ໝາຍຫຼາຍ​ສະ​ບັບ​ອື່ນໆ. ເມື່ອ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ກົດ​ໝາຍ​ສະ​ບັບ​ນີ້ ຈະ​ກາຍ​ເປັນ​ເຄື່ອງມື​ທີ່​ສຳ​ຄັນ, ສ້າງເປັນກອບ​ກົດ​ໝາຍເມື່ອ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ.

 ປະ​ຈຸ​ບັນ, ວຽກ​ງານ​ຄຸ້ມ​ຄອງ​ລັດກ່ຽວ​ກັບ​ທະ​ເລ ແລະ ໝູ່ເກາະ ພວມ​ຖືກມອບ​ໝາຍ​ໃຫ້​ບັນ​ດາ​ກະ​ຊວ​ງ, ຂະ​ແໜງ​ການ ໂດຍ​ອີງ​ໃສ່​ພາ​ລະ​ໜ້າ​ທີ່ຂອງ​ອົງ​ການ​ສຳ​ນັກ​ງານ​ແຕ່​ລະ​ແຫ່ງ ເຊັ່ນ: ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ , ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ….ເປັນ​ອັນ​ວ່າ ມັນ​ຈະ​ພາ​ໄປ​ເຖິງ​ການ​ແຊກ​ຊ້ອນ​ກັນ ແລະ ຂາດ​ປະ​ສິດ​ທິ​ຜົນ​ຢ່າງ​ງ່າຍ​ດາຍ. ເມື່ອກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ນັ້ນ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຍັງ​ຄົງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສິນ​ທະ​ເລ ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຍັງ​ຄົງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ທະ​ເລ, ຕາມ​ກົດ​ໝາຍ​ວ່າ​ດ້ວຍທ່ອງ​ທ່ຽວ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຍັງ​ຄົງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​​ທ່າ​ກຳ​ປັ່ນ​ທະ​ເລ, ການ​ບໍ​ລິ​ການ​ເດີນ​ທະ​ເລ, ຕາມ​ກົດ​ໝາຍ​ວ່າ​ດ້ວຍການ​ເດີນ​ທະ​ເລ. ສະ​ເພາະ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມບໍ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ແຕ່​ລະ​ຂົງ​ເຂດ​ດັ່ງ​ກ່າວ​ໂດຍ​ກົງ, ແຕ່​ພັດ​ແມ່ນ​ອົງ​ການ​ຄຸ້ມ​ຄອງ​ສັງ​ລວມ, ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ທະ​ເລ ແລະ ຫມູ່​ເກາະ. ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມຈະ​ແມ່ນ​ອົງ​ການ​ຮັບ​ຜິດ​ຊອບ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ ທະ​ເລ ແລະ ໝູ່ເກາະ.

ກົດໝາຍວ່າດ້ວຍຊັບພະຍາກອນ,ສິ່ງແວດລ້ອມທະເລ ແລະ ໝູ່ເກາະ ສ້າງເປັນກອບກົດໝາຍເມື່ອເຂົ້າສູ່ຊີວິດຕົວຈິງ - ảnh 1
ພາບ​ປະ​ກອບ

       ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ

    ຫວຽດ​ນາມ​ມີ​ທ່າ​ໄດ້​ປຽບເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ດ້ວຍ​ຝັ່ງ​ທະ​ເລ​ລວມ​ຄວາມ​ຍາວກວ່າ 3.260 ກິ​ໂລ​ແມັດ, ເຂດ​ເສດ​ຖະ​ກິດ​ພິ​ເສດ ແລະ ເຂດ​ໄຫຼ່​ທະ​ວີບ​ມີ​ເນື້ອ​ທີ່ກວ້າງກວ່າ 1 ລ້ານ​ຕາ​ລາງ​ກິ​ໂລ​ແມັດ, ຫຼາຍກວ່າ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ເນື້ອ​ທີ່​ດິນ​ຕໍ່​ແຜ່ນ. ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ສິນ​ທະ​ເລ, ຊີ​ວະ​ນາໆ​ພັນ. ດັ່ງ​ນັ້ນ, ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຍາມ​ໃດ​ກໍ​ແມ​່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຫວຽດ​ນາມ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ນາງ ບຸຍ​ທິ​ອານ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ ຖື​ວ່າ :

    “ ຂ້າ​ພະ​ເຈົ້າ​ຖື​ວ່າ ຕ້ອງ​ຕີ​ລາ​ຄາ​ຄືນ​ຄວາມ​ສາ​ມາດ​ບົ່ງ​ຊ້ອນ​ດ້ານເສດ​ຖະ​ກິດ​ທະ​ເລ. ຕ້ອງ​ຕີ​ລາ​ຄາ​ຄືນ​ປະ​ລິ​ມານ​ຊັບ​ພະ​ຍາ​ກອນ​ທັງ​ໝົດ​ຈາກ​ສິນ​ທະ​ເລ, ແຮ່​ທາດ​ຕະຫຼອດ​ຮອດ​ນ້ຳ​ມັນ​ອາຍ​ແກັດ. ຈາກ​ການ​ຕີ​ລາ​ຄານີ້ ຈຶ່ງ​ຈະ​ວາງ​ແຜນ​ກຳ​ນົດ​ຊັບ​ພະ​ຍາ​ກອນ​ທະ​ເລ​ໄດ້. ຈາກ ແຜນ​ກຳ​ນົດນີ້ ຈ​ຶ່ງ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຄື​ແນວ​ໃດ, ຂຸດ​ຄົ້ນຊັບ​ພະ​ຍາ​ກອນ​ທະ​ເລ​ຄື​ແນວ​ໃດ​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ດີ. ພຽງ​ແຕ່​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ​ເຊັ່ນ​ນັ້ນ, ຈຶ່ງ​ສາ​ມາດ ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຢ່າງ​ຖືກ​ກັບ​ລະ​ດັບ​ຂອງ​ມັນ ”

    ກົດ​ໝາຍ​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ

  ​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມບໍ່​ພຽງ​ແຕ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ອັນ​ໃຫຍ່ຫຼວງ, ເປັນ​ປະ​ຕູ​ເປີດ​ກ້​ວາງ​ການ​ພົວ​ພັນແລກ​ປ່ຽນການ​ຄ້າ​ກັບ​ສາ​ກົນ​ເທົ່າ​ນັ້ນ, ຫາກ​ຍັງ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ການ​ປ້ອງ​ກັນ​ຊາດ, ພ້ອມ​ທັງ​ແມ່ນ​ບໍ​ລິ​ເວນ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຜືນ​ແຜ່ນ​ດິນ​ທີ່​ສັກ​ກະຫຼະ​ບູ​ຊາ​ໂດຍບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ໄດ້. ການ​ປັກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ທີ່​ມີ​ຕໍ່​ປະ​ຫວັດ​ສາດ​ຂອງ​ຊາດ. ທ່ານ ເຢືອງ​ຈຸງ​ກ໋ວກ ສ.ສ.ຊ ແຂວງ ດົງ​ນາຍ ໃຫ້​ຮ​ູ້​ວ່າ :

    “ ສ້າງ​ກົດ​ໝາຍ​ສະ​ເພາະ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ ນອກ​ຈາກ​ບັນ​ຫາ​ຊັບ​ພະ​ຍາ​ກອນ​ແລ້ວ, ກົດ​ໝາຍ​ສະ​ບັບ​ນີ້​ຍັງ​ມີ​ຄວາມ​ໝາບ​ເປັນ​ຕາຍ​ຂອງ​ຊາດ​ຫວຽດ​ນາມ. ກົດ​ໝາຍ​ຈະ​ນຳ​ມາ​ເຊິ່ງ​ທ່າ​ໄດ້​ປຽບ​ໃຫ້​ແກ່​ພວກ​ເຮົາ ຊຶ່ງບໍ່​ພຽງ​ແຕ່​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ສ້າງ​ສາ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໃນ​ສາຍ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ອື່ນ ກໍ​ຄ​ື​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ໝາຍຂອງ​ຫວຽດ​ນາມ​ດ້ວຍ​ຖາ​ນະ​ແມ່ນ​ປະ​ເທດ​ແຄມ​ທະ​ເລ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ”

   ບັນ​ດາ​ຂໍ້​ກຳ​ນົດ​ຂອງກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ​ໄດ້​ສຸມ​ໃສ່​ການ​ສ້າງ​ແຜນ​ກຳ​ນົດ​ສັງ​ລວມ, ຂຸດ​ຄົ້ນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ, ແບ່ງ​ຂັ້ນ​ແບ່ງ​ງານ​ໃນ​ການ​ຄຸ້ມ​ຄອງລັດກ່ຽວ​ກັບຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ; ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ. ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ ບໍ່​ພຽ​ງ​ແຕ່​ເພື່ອ​ຄົ້ນ​ຄ້​ວາ, ສືບ​ທອດ​ບັນ​ດາ​ກົດ​ໝາຍ​ລົງ​ເລິກ​ຂະ​ແໜງ​ທີ່​ໄດ້​ປະ​ກາດ​ໃຊ້​ເທົ່າ​ນັ້ນ, ຫາກ​ຍັງ​ເລືອກ​ເຟັ້ນ, ເຊື່ອມ​ຕໍ່​ກັບ​ກົດ​ໝາຍ​ອື່ນໆ​ເປັນ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ. ກົດ​ໝາຍ​ມຸ່ງ​ໄປ​ສູ່ກອບ​ກົດ​ໝາຍ​ໃຫ້​ແກ່​ແບບ​ວິ​ທີ​ຄຸ້ມ​ຄອງ​ໃໝ່​ກ່ຽວ​ກັບ​ການ​ຂຸດ​ຄົ້ນ ແລະ ນຳ​ໃຊ້ຊັບ​ພະ​ຍາ​ກອນ ​ທະ​ເລ ແລະ ໝູ່​ເກາະ​ຕາມ​ແບບ​ວິ​ທີ​ຄຸ້ມ​ຄອງ​ລັດ​ສັງ​ລວມ​ ແລະ ເປັນ​ເອ​ກະ​ພາບ, ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ລະ​ບົບ​ກົດ​ໝາຍ ແລະ ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ​ຊຶ່ງຫວຽດ​ນາມ​ເປັນ​ສະ​ມາ​ຊິກ ./.

ຕອບກັບ

ຂ່າວ/ບົດ​ອື່ນ