ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ): ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ

(VOVWORLD) -ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ໄດ້ຮັບການຮັບຮອງເອົາທີ່ວາລະອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVໃນຕອນເຊົ້າວັນທີ 18 ມັງກອນ. ໝາກຜົນນີ້ ມີຄວາມສຳຄັນພິເສດໃນຊີວິດດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປົກປັກຮັກສາສິ່ງແວດລ້ອມຂອງຫວຽດນາມ. ເມື່ອກົດໝາຍສະບັບດັ່ງກ່າວໄດ້ຮັບການປະຕິບັດແມ່ນຈະສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດ. ພ້ອມກັນນັ້ນກໍເປັນການສ້າງຂີດໝາຍເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ສຳເລັດຫນຶ່ງໃນບັນດາຫນ້າທີ່ນິຕິບັນຍັດອັນສຳຄັນແຖວຫນ້າຂອງອາຍຸການ.

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ): ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ  - ảnh 1ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຮັບການຮັບຮອງເອົາທີ່ວາລະອັດກອງປະຊຸມວິສາມັນເທື່ອທີ 5. ພາບປະກອບ: quochoi.vn

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ແມ່ນໂຄງການໃຫຍ່ໂດຍໄດ້ຮັບການຮັບຮອງເອົາດ້ວຍ 432/477 ບັດຈາກສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເຂົ້າຮ່ວມກອງປະຊຸມ ແມ່ນກວມເອົາ 87,63% ຍອດຈຳນວນ ສສຊ.

ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ

ຕາມທ່ານ ຫວູຮົ່ງແທງ ຫົວຫນ້າກຳມາທິການສະພາແຫ່ງຊາດແລ້ວ, ກົດໝາຍວ່າດ້ວຍທີ່ດິນແມ່ນຮ່າງກົດໝາຍທີ່ຍາກ ແລະ ສັບສົນ. ຮ່າງກົດໝາຍສະບັບນີ້ ໂດຍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການ, ອົງກອນທີ່ກ່ຽວຂ້ອງໄດ້ກະກຽມຢ່າງລະອຽດ ແລະ ມີຄວາມຮັບຜິດຊອບທີ່ສຸດ, ຜ່ານຫລາຍຮອບ, ຫລາຍຂັ້ນຕອນ  ໄດ້ຍື່ນສະເຫນີຕໍ່ສະພາແຫ່ງຊາດຜ່ານກອງປະຊຸມ 4 ຄັ້ງ, ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ 2 ຄັ້ງ, ກອງປະຊຸມທາງການຂອງຄະນະປະຈຳສະພາແຫ່ງຊາດ 2 ຄັ້ງ ແລະ ໄດ້ຮັບການປັບປຸງ, ຮັບເອົາຄຳເຫັນຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ກວ່າ 12 ລ້ານຄຳເຫັນຂອງປະຊາຊົນ.

    ເລື່ອງປະກາດໃຊ້ ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ແກ້ໄຂຂໍ້ຕິດຄັດ, ຮັບປະກັນຄວາມກົມກຽວຜົນປະໂຫຍດຂອງລັດ, ປະຊາຊົນ ແລະນັກລົງທຶນ. ເມື່ອໄດ້ຮັບການຜັນຂະຫຍາຍໃນຕົວຈິງ, ກົດໝາຍດັ່ງກ່າວຈະສ້າງທ່າເຕີບໂຕ, ແກ້ໄຂຂໍ້ຕິດຄັດ, ຮົ້ວກີດຂວາງເພື່ອຟື້ນຟູຕະຫລາດອະສັງຫາລິມະຊັບ ໄດ້ ແລະ ພວມຖືກຢຸດສະງັກ. ເລື່ອງຮັບຮອງເອົາກົດໝາຍສະບັບດັ່ງກ່າວ ກໍ່ຈະຕັດສິນກົນໄກກຳນົດລາຄາທີ່ດິນ ຊ່ວຍລະດົມບັນດາແຫລ່ງກຳລັງຂອງສັງຄົມໃນການສ້າງພື້ນຖານໂຄງລ່າງ ຕາມກົນໄກຮ່ວມມືພາກລັດ - ເອກະຊົນ ຫລືການປະມູນໂຄງການ, ປະມູນລາຄາທີ່ດິນເພື່ອຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ, ຮັບໃຊ້ໃຫ້ແກ່ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານ ຫງວຽນຈູໂຮ່ຍ ສສຊ ຄະນະສສຊ ຫາຍຟ່ອງ ຖືວ່າ:

ກົດໝາຍໄດ້ຮັບຮອງເອົາຈະສ້າງຄວາມປິຕິຊົມຊື່ນໃນຕົ້ນປີໃຫມ່ ພິເສດແມ່ນບັນດາໂຄງການ, ລາຍການ. ທີສອງແມ່ນສ້າງກາລະໂອກາດໃຫ້ລັດຖະບານ ເພື່ອບໍລິຫານຢ່າງງ່າຍດາຍກວ່າ,ເຮັດແນວໃດເພື່ອຫລຸດຜ່ອນການກະທົບກ່ຽວກັບສັງຄົມ,ສິ່ງແວດລ້ອມໃຫ້ລົງລະດັບຕ່ຳສຸດເພື່ອໃຫ້ ຫວຽດນາມບັນລຸໄດ້ບັນດາເປົ້າໝາຍຫລັກ, ເພື່ອໃຫ້ມີທີ່ດິນເປົ່າຫວ່າງ,ມີຄຸນນະພາບ ນຳໃຊ້ຍາວນານ”          

ນອກນັ້ນ ນະໂຍບາຍວ່າດ້ວຍທີ່ດິນ ສຳລັບຊາວຊົນເຜົ່າສ່ວນຫນ້ອຍ ແມ່ນເນື້ອໃນພື້ນຖານຂອງນະໂຍບາຍຊົນເຜົ່າ. ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ມີການປັບປຸງຢ່າງຈະແຈ້ງໃນການກຳນົດກ່ຽວກັບທີ່ດິນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ດ້ວຍຫລາຍນະໂຍບາຍໃຫມ່, ເປັນເອກະລັກສະເພາະ ເພື່ອແນໃສ່ສ້າງພື້ນຖານດ້ານກົດໝາຍ, ສ້າງວິທີການທຳມາຫາກິນນັບມື້ນັບດີກວ່າໃຫ້ແກ່ຊາວຊົນເຜົ່າ.

ຫັນທັດສະນະ,ແນວທາງຂອງພັກເປັນລະບອບກົດໝາຍ

ເລື່ອງປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2013 ໄດ້ເລີ່ມປະຕິບັດຢ່າງເປັນທາງການກ່ອນນີ້ ເກືອບ 4 ປີ, ແຕ່ເດືອນສິງຫາປີ 2020 ເມ່ືອນາຍົກລັດຖະມົນຕີ ສ້າງຕັ້ງຄະນະຊີ້ນຳການສະຫລຸບການປະຕິບັດກົດໝາຍວ່າດ້ວຍທີ່ດິນ ແລະ ສ້າງຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ພ້ອມທັງມອບໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແມ່ນອົງການຮັບຜິດຊອບການສ້າງຮ່າງກົດໝາຍດັ່ງກ່າວ.

          ໃນວິວັດການຮຽບຮຽງ, ເລື່ອງຫັນທັດສະນະ, ແນວທາງຂອງພັກເປັນລະບອບກົດໝາຍ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຕົ້ນຕໍ. ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຫັນບັນດາເປົ້າໝາຍສັງລວມ, ໝວດນະໂຍບາຍໃຫຍ່ທີ່ມະຕິເລກທີ 18 ມຕ/ສກຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ການສືບຕໍ່ປ່ຽນແປງໃຫມ່, ສ້າງສຳເລັດລະບອບກົດໝາຍ, ນະໂຍບາຍ, ຍົກສູງປະສິດທິຜົນ ປະສິດທິພາບການຄຸ້ມຄອງທີ່ດິນ ແລະ ນຳໃຊ້ທີ່ດິນ, ສ້າງກຳລັງຫນູນນຳປະເທດຊາດກາຍເປັນປະເທດພັດທະນາມີລາຍຮັບສູງ”

          ກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ຈະເລີ່ມປະຕິບັດແຕ່ ວັນທີ 1 ມັງກອນປີ 2025. ເລື່ອງກົດໝາຍມີບັນດາເນື້ອໃນບຸກທະລຸໃນກົນໄກຄຸ້ມຄອງ ຈະຊ່ວຍແກ້ໄຂຂໍ້ຕິດຄັດບັນດາແຫລ່ງກຳລັງເພື່ອຮັບໃຊ້ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ