ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ:ແກ້ໄຂບັນດາບັນຫາເກິດຂຶ້ນໃຫມ່ກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນ


(vovworld)- ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຫາ​ກໍ​ໄດ້​ຮັບ​ຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ມີ​ຫລາຍ​ຈຸດ​ໃຫມ່, ​ເປ​ັນຕົ້ນ​ແມ່ນ​ບັນດາ​ເນື້ອ​ໃນ​ບໍ່​ທັນ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ສັງຄົມ​ກ່ຽວ​ກັບ​ການ​ຖອນ​ຄືນທີ່​ດິນ​​ເພື່ອພັດທະນາ​ເສດຖະກິດ​ສັງຄົມ, ການ​ກຳ​ນົດລາຄາ​ທີ່​ດິນ.. ​ເລື່ອງສະພາ​ແຫ່ງ​ຊາດ​ຮັບຮອ​ງ​ເອົາ​ກົດໝາຍ​ສະບັບ​ດັ່ງກ່າວ ​ແລະ ມີ​ຜົນ​ສັກສິດ​ນັບ​ແຕ່​ເດືອນ 7/2014 ​ເປັນ​ຕົ້ນ​ໄປ ​ໄດ​້ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ສຳຄັນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ທີ່​ດິນ, ຮັບປະກັນ​ບໍ່​ນຳ​ໃຊ້​​ຊັບພະ​ຍາກ​ອນທີ່​ດິນຢ່າງ​ຟຸມ​ເຟືອຍ. ​

ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ:ແກ້ໄຂບັນດາບັນຫາເກິດຂຶ້ນໃຫມ່ກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນ - ảnh 1
ພາບປະກອບ:internet

ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ພາ​ຍຫລັງ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ 3 ຄັ້ງ​ຂອງ​ສະພາ​ແຫ່ງ​ຊາດ ດ້ວຍ​ການ​ປັບປຸງ​​ໃນຫລາຍ​ເທື່ອ. ບັນດາ​ເນື້ອ​ໃນ​ຂອງກົດໝາຍ​ໄດ້​ຮັບ​ການຄັດ​ເລືອກ, ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນສະບັບ​ປັບປຸງ​ທີ່​ຫາ​ກໍ່​ໄດ້​ຮັບຮອງ​ເອົາ, ສອດຄ່ອງ​ກັບ​ໂຄງການ​ການ​ເມືອງ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ປ່ຽນ​ແປງ​ໃຫມ່.

ສ້າງ​ລະບົບ​ຄຸ້ມ​ຄອງ​​ດີກ​ວ່າ

ຜົນງານ​ໃຫຍ່​ສຸດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ນັ້ນ​ແມ່​ວາງ​ອອກ​ບັນດາ​ມາດຖານ​ຂອງ​ລະບົບ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ; ກົນ​ໄກ​ກະ​ຈ່າງ​ແຈ້ງ, ​ເປີດ​ເຜີຍ. ກົດໝາຍ​ສະບັບ​ດັ່ງກ່າວ​ໄດ້​ເພີ່ມ​ເຕີມ​ບາງ​ກໍລະນີ​ຖອນຄືນທີ່​ດິນ​, ​ເຮັດ​ແຈ້ງ​ສິດ​ອຳ​ນາດ​ທຸກ​ຂັ້ນ​ເພື່ອ​ຫລີກ​ລ້ຽງ​ການ​ຖອນ​ຄືນ​ທີ່​ດິນ​ຕາມ​ລຳພັງ. ກົດໝາຍ​ສະບັບ​ດັ່ງກ່າວ​ກໍ​ກຳນົດ​ຂັ້ນ​ຕອນ, ລະບຽບ​ການ​ບັງຄັບ​ການ​ຖອນ​ຄືນ​ທີ່​ດິນ​ເພື່ອ​ນຳ​​ໃຊ້​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ​ກໍ​ປ່ຽນ​ແປງ​ຕາມ​ທິດ​ຫັນ​ຈາກ​ການວາງ​ແຜນ​ກຳນົດ​ຕາມ​ເນື້ອ​ທີ່ທັງ​ໝົດ​​ໄປ​ສູ່​ວາງ​ແຜນ​ກຳນົດ​ແບ່ງ​ເປັນ​ເຂດ. ນີ້​ແມ່ນ​ການ​ຫັນປ່ຽນ​ທີ່​ຈຳ​ເປັນ, ສ້າງ​ເຄື່ອງມື​ເປັນ​ຢ່າງ​ດີ​ເພື່ອ​ຄຸ້ມ​ຄອງ​ພັດທະນາ.

        ​ເປັນ​ຫນ້າ​ສົນ​ໃຈ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບປັບປຸງ ​ໄດ້​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕິດຕາມຄວາມ​ເຫນັງຕີງຂອງ​ລາຄາ​ທີ່​ດິນ ​ແລະ ກຳນົດ​ອັດຕາ​ເຫນັງ​ຕີງລາຄາ​ທ່ີ​ດິນ​ໃນ​ທ້ອງ​ຕະຫລາດ​ເພື່ອ​ປັບປຸງການ​ກຳນົດ​ລາຄາ​ທີ່​ດິນ, ​ສາລະບານ ລາຄາ​ທີ່​ດິນ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ປະກາດ​ໃຊ້​ລາຄາ​ທ່ິດິນ​ໃນ​ໄລຍະ 5 ປີ​ເທື່ອ​ຫນຶ່ງ ສຳລັບ​ທີ່​ດິນ​ແຕ່ລະ​ປະ​ເພດ, ​ແຕ່ລະ​ເຂດ. ກົດໝາຍ​ກໍ​ເພີ່ມ​ເຕີມ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​​ໃຫ້​ຄຳ​ປຶກສາ​ລາຄາ​ທີ່​ດິນ​ໃນ​ສະພາກ​ວດກາ​ລາຄາ​ທີ່​ດິນ. ທ່ານ ດີງຊວນ​ຖາວ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິ​ບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ລາຄາ​ທີ່​ດິນ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຄັ້ງ​ນີ້. ​ເມື່​ອ​ເວົ້າ​ເຖິງ​ລາຄາ​ທີ່​ດິນ, ຕາມ​ຫລັກການ ຜູ້​ໃດ​ແມ່ນ​ເຈົ້າ​ຂອງ​ຊັບ​ສິນ ຜູ້​ນັ້ນ​ມີ​ສິດ​ກຳນົດ​ລາຄາ​ທີ່​ດິນ. ລັດ​​ຕາງຫນ້າ​ໃຫ້​ທົ່ວ​ປວງ​ຊົນ​ເປັນ​ກຳມະ​ສິດ​ກ່ຽວ​ກັບ​ທີ່​ດິນ, ບົດບາດ​ຕັດສິນ​ລາຄາ​ທີ່​ດິນ​ແມ່ນ​ຂຶ້ນ​ກັບ​ບົດບາດ​ຂອງ​ລັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ ຕ້ອງ​ມີ​ອົງການ​ໃຫ້​ຄຳ​ປຶກສາ​ເອກະລາດ. ສະ​ນັ້ນ ການ​ກຳນົດ​ລາຄາ​ທີ່​ດິນ​ມີ​​ພາວະ​ວິ​ໄສ​ກວ່າ.”

        ຈຸດ​ໃຫມ່​ຫນຶ່ງ​ອີກ​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແມນ​ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ສອດ​ຄອ່ງກັບ​ທ່າ​ອ່ຽງການ​ຜະລິດ​ໃຫຍ່ ນັ້ນ​ແມ່ນ​ກຳນົດເວລາ​ມອບ​ການ​ນຳ​ໃຊ້​ທີ່​ດິນ​ໃນ​ກະສິກຳ​​ໄດ້​ເພີ່ມ​ຂຶ້ນ. ກ່ອນ​ນີ້ ກຳນົດ 20 ປີ, ປະຈຸ​ບັນ ​ແມ່ນ 50 ປີ. ຫລັງ​ຈາກ​ນັ້ນ ຖ້າ​ຫາກ​ມີ​ຄວາມ​ຕ້ອງການ​ອາດ​ຈະ​ຕໍ່​ກຳນົດ​ເວລາ.

ປະກອບສ່ວນ​ຈຳກັດ​ສະພາບຮ້ອງຟ້ອງ​ຮ້ອງທຸກ ​ແລະ ສໍ້​ລາດ​ບັງ​ຫລວງ

        ຫນຶ່ງ​ໃນ​ບັນດາ​ຄຳ​ຮຽກ​ຮ້ອງ​ຕ້ອງການ​ວາງ​ອອກ​ຕໍ່​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ​ແມ່ນ​ແກ​້​ໄຂ​ການ​ພິພາດ, ຮ້ອງຟ້ອງ​ຮ້ອງ​ທຸກຂອງ​ພົນລະ​ເມືອງ, ຊື່​ງບັນຫາ​ຫລັກ​ແຫ​ລ່ງ​ແມ່ນ​ແກ​້​ໄຂ​ຂໍ້​ຂັດ​ແຍ້​ງຈາ​ກການ​ຖອນ​ຄືນ​ທີ່​ດິນ ​ແລະ ​ການຊົດ​ເຊີຍ. ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ກໍ​ໄດ້​ສ້າງ​ສຳ​ເລັດ​ບັນດາ​ຂໍ້​ກຳນົດ​ເພື່ອ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ວິວັດ​ການ​ສ້າງ, ຈັດ​ຕັ້ງ​ປະຕິບັດ​ການ​ວາງ​ແຜນ​ກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ, ວິທີ​ການ​ຊົດ​ເຊີຍ, ຫນູ​ນຊ່ວຍ ​ແລະ ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່ ​ເພື່ອ​ມີ​ຄວາມເປີດ​ເຜີຍ, ກະ​ຈ່າງ​ແຈ້ງ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ. ສິ່ງ​ດັ່ງກ່າວ​ຈະ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ການຈຳ​ກັດ​ສະພາບ​ຮ້ອງຟ້ອງ​ຮ້ອງ​ທຸກກ່ຽວກັບ​ທີ່​ດິນ.

ບັນດາ​ເງື່ອນ​ໄຂ​ເພື່ອ​ໃຫ້ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ

        ອາດ​ຈະ​ຢືນຢັນ​ໄດ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ມີ​ຫລາຍ​ຈຸດ​ໃຫມ່. ​ເພື່ອ​ໃຫ້ການ​ນຳ​ໃຊ້​ກົດໝາຍ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຈາກ​ການພົວພັນ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ​ຢ່າງ​ສະດວກ, ບັນດາ​ຫລັກການ​ພື້ນຖານ​​ໄດ້​ກຳນົດ​ໃນ​ກົດໝາຍ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ກົງຈັກ​ອຳນາດ​ການ​ປົກຄອງທີ່​ມີ​ຄວາມ​ຮັບຜິດຊອບ,​ເຫັນ​ແກ່​ສ່ວນ​ລວມ. ຄຽງ​ຄູ່​ກັນ​ນັ້ນ ​ແມ່ນການ​ປະກາດ​ໃຊ້​ເອກະສານ​ແນະນຳ​ປະຕິບັດ. ທ່ານ​ນາງ ຫວໍ​ທິຮົ່ງທ້ວາຍ, ກຳມະການ​​ໃນກຳມາ​ທິການ​ວິທະຍາສາດ,​​ເຕັກ​ໂນ​ໂລ​ຊີ ​ແລະ ສິ່​ງ​ແວດ​ລ້ອມຂອງ​ສະພາ​ແຫ່ງ​ຊາດ ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ ລັດ​ຖະບານ ຈະ​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ ​ແລະ ສຳຄັນ​ກວ່າ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ຕ້ອງ​ເປັນ​ເອກ​ພາບ. ບັນດາ​ຂໍ້​ກຳນົດ​ໃນ​ກົດໝາຍ ​ໄດ້​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ໄລຍະ​ຜ່ານ​ມາ​ໂດ​ຍພື​້ນຖານ, ນັ້ນ​ແມ່ນ​ຖອນ​ຄືນ​ທີ່​ດິນ,​ ​ເປີດ​ເຜີຍ​ຈະ​ຈ່າງ​ແຈ້ງ, ກຳນົດ​ລາຄາ​ທີ່​ດິນ, ວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ ​ໄລຍະ​ຈະ​ມາ​ເຖິງ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ​ໃນ​ຊີວິດ​ສັງຄົມ.”

        ພ້ອມ​ກັບ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ​ເລື່ອງ​ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ມີ​ຜົນ​ສັກສິດ​ນັບ​ແຕ່​ເດືອນ 7/2014 ​ເປັນ​ຕົ້ນ​ໄປ ​ແມ່ນ​ເຄື່ອງມື​ດ້ານ​ກົດໝາຍ​ທີ່ີມີ​ປະສິດທິ​ຜົນ​ໃນ​ການ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ​ປະຈຸ​ບັນ, ປະກອບສ່ວນ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບ​ພະ​ຍາກ​ອນທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ