ກົດໝາຍສາກົນໃນບັນຫາອະທິປະໄຕແຫ່ງຊາດ


(vovworld)- ວັນ​ທີ 30/3, ໃນ​ຂອບ​ເຂດກອງ​ປະ​ຊ​ຸ​ມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສ​າ​ກົນ ຄັ້ງ​ທີ 132 (IPU 132) ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຂອງ​ກຳ​ມາ​ທິ​ການ​ປະ​ຊາ​ທິ​ປະ​ໄຕ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ນະ​ທີ່ນີ້, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ IPU ໄດ້​ຮັບ​ຮອງ​ເອົາ​ມະ​ຕິ “ກົດ​ໝາຍ​ສາ​ກົນ​ໃນ​ການ​ພົວ​ພັນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ຊາ​ຊາດ​ຕ່າງໆ ແລະ ສິດ​ທິ​ມະ​ນຸດ. ນີ້​ແມ່ນ​ມະ​ຕິ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ​ໂລກ​ພວມ​ມີ​ການ​ຜັນ​ແປ ສັບ​ສົນຫລາຍ​ຢ່າງ.

ກົດໝາຍສາກົນໃນບັນຫາອະທິປະໄຕແຫ່ງຊາດ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ແລະ​
ສິດ​ທິ​ມະ​ນຸດ IPU 132
ພາບ:vov

        ຮ່າ​ງ​ມະ​ຕິ “ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ສິດ​ທິ​ມະ​ນຸດ ຖືກ​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​ທີ່ IPU 131, ໃນ​ນັ້ນ ຢືນ​ຢັນ​ອະ​ທິ​ປະ​ໄຕ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ສາ​ກົນ ແລະ ແມ່ນ​ປັດ​ໄຈ​ສຳ​ຄັນ​ຂອງ​ສະ​ຖຽນ​ລະ​ພາບ. ການ​ກຳ​ນົດ​ກົດ​ໝາຍ, ສັນ​ຕິ​ພາບ ແລະ ຄວາມ​ໝັ້​ນ​ຄົງ, ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ມີ​ສ່ວນ​ກ່ຽວ​​ພັນຢ່າງ​ແຫນ້ນ​ແຟ້ນ ແລະ ປັບ​ປຸງ​ເຊິ່ງ​ກັນ ແລະ​ກັນ.

        ຮ່າງ​ມະ​ຕິ​ກໍ​ໄດ້​ເນັ້ນ​ຫນັກ​ຄວາມ​ຮ​ັບ​ຜິດ​ຊອບ​ຂອງ​ປະ​​ຊາ​ຊາດທັງ​ໝົດ​ໃນ​ການ​ເຄົາ​ລົບສິດ​ທິ​ມະ​ນຸດ ແລະ ບັນ​ດາ​ສິດ​ເສ​ລີ​ພາບ​ພື້ນ​ຖານ​ໃຫ້​ແກ່​ທຸກ​ຄົນ, ບໍ່ມ​ີ​ການ​ຈຳ​ແນ​ກ​ປະ​ພຶດຕໍ່​​ພາຍ​ໃຕ້​ຮູບ​ການ​ໃດລະ​ຫວ່າງ​ເຊື້ອ​ຊາດ​, ຜິວ​ພັນ, ທາງ​ເພດ, ພາ​ສາ​, ສາ​ສະ​ຫນາ, ການ​ເມືອງ ຫລື​ບັນ​ດາ​ທັດ​ສະ​ນະ​ອື່ນ, ປະ​ເທດ​ຊາດ ຫລື​ສັງ​ຄົມ, ຊັບ​ສົມ​ບັດ, ວົງ​ຕະ​ກຸນ ແລະ​ອື່ນໆ.

       ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ເກີດ​ຂຶ້ນ

        ໃນ​ຊຸມ​ປີມໍ່ໆ​ມານີ້, ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​​ສັບ​ສົນຫລາຍ​ຢ່າງ​. ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ສອງ​ຝ່າຍ, ປະ​ຊາ​ຊາດ​ທັງ​ໝົດ​ລ້ວນ​ແຕ່​ແບ່ງ​ປັນຄວາມ​ຮັບ​ຮູ້​ລວມ​ວ່າ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ ແລະ ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ແຕ່​ວ່າ ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ, ການ​ປະ​ທະ​ກັນ​ລະ​ຫວ່າງ​ສາ​ສະ​ຫນາ, ເຊື້ອ​ຊາດ​ຜິວ​ພັນ, ການ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ, ຊັບ​ພະ​ຍາ​ກອນ, ເຂດ​ທະ​ເລ​ໝູ່​ເກາະ, ຊວ່ງ​ເສັງ​ອາ​ວຸດ, ບັນ​ດາ​ການ​ກະ​ທຳ​ຍາດ​ແຍ່ງ​ສິດ​ອຳ​ນາດ, ໂດຍບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ… ພັດ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ຄວາມ​ຈິງ ຢູ່​ປະ​ເທດ​ຈຳ​ນວນ​ຫນຶ່ງ​ໂດຍ​ຂະ​ຫນາມ​ນາມ​ວ່າ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ໄດ້​ມີ​ການ​ກະ​ທຳ​ການ​ທະ​ຫານ​ບຸກ​ໂຈມ​ຕີ​ບັນ​ດາ​ປະ​ເທດ​ມີ​ອ​ະ​ທິ​ປະ​ໄຕ ກໍ່​ໃຫ້ເກີດ​ຜົນ​ຮ້າຍ​ຈາກ​ສົງ​ຄາມ ແລະ ​ມາດ​ຕະ​ກຳ​ກ່ຽວ​ກັບ​ມະ​ນຸດ​ສະ​ທຳ ແລະ ສິດ​ທິ​ມະ​ນຸດ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ຮອງ​ສາ​ສະ​ດາ​ຈານ, ດ​ຣ ດັ້ງ​ຢູງ​ຈີ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສິດ​ທິ​ມະ​ນຸດ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ:

        “ເລື່ອງ​ຈັດ​ວາງ​ສິ​ດ​ທິ​ມະ​ນຸດ​ພາ​ໄປ​ເຖິງ​ເລື່ອງ ຖ້າ​ປະ​ເທດໃດ​ຫນຶ່ງ​ບໍ່​ປະ​ຕິ​ບັດ​ຕາມ​ຄວາມມ​່​​ຸງ​ມາດ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ປະ​ເທດ​ອື່ນ ​ຈະ​ມີ​ໄພເກີດ​ການ​ປະ​ທະ​ກັນ​ພາຍ​ໃນ​ປະ​ເທດ, ຊ້ຳ​ບໍ່​ໜຳ ມີ​ການ​ແຊກ​ແຊງ​ຈາກ​ພາຍນອກ, ໃນ​ນັ້ນ​ມີ​ບັນ​ຫາ​ສິດ​ທິ​ມະ​ນຸດ. ພວກ​ເຮົາ​ຄວນ​ຢືນ​ຢັນ​ໄດ້​ວ່າ ສິດ​ທິ​ມະ​ນຸດ ແມ່ນ​ຄຸນ​ຄ່າ​ກວມ​ລວມ, ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ, ຄາດ​ໝາຍ​ທີ່​ບັນ​ດາ​ປະ​ເທດມຸ່ງ​ໄປ​ເຖິງ ແຕ່​ຄວາມ​ຈິງ ມັນ​ແມ່ນ​ວິ​ວັດ​ການ​ຮັບ​ຮູ້​ຂອງ​ແຕ່​ລະ​ລັດ​ຖະ​ບານ, ແຕ່​ລະ​ປະ​ເທດ. ຄວາມ​ຈິງ ບັນ​ດາ​ການ​ປະ​ທະ​ກັນ​ກ່ຽວ​ຂ້ອ​ງ​ເຖິງ​ສິດ​ທິ​ມະ​ນຸດ ແມ່ນ​ເລີ​່ມ​ມາ​ຈາກ​ການ​​ຈັດ​ວາງ​ຄຸນ​ຄ່າບໍ່​ເໝາະ​ສົມ​ກັບ​ພຶດ​ຕິ​ກຳ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ.”

       ຊຸກ​ຍູ້​ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​ໂລກ​ສັນ​ຕິ​ພາບ ດ້ວຍ​ຫົວ​ຂໍ້​ວ່າ: “ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”, IPU 132 ໄດ້​ວາງ​ບົດ​ບາດຫນ້າ​ທີ່ສຳ​ຄັນ​ນັ້ນ​ແມ່ນ​ແບ່ງ​ປັນ​ບັນ​ດາ​ແນວ​ຄວາມ​ ຄິດ ແລະ ການ​ກະ​ທຳ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ລວມ​ຂອງມວນ​ມະ​ນຸດ. ຫນຶ່ງ​ໃນ​ບັນ​ດາບ​ຸ​ລິ​ມະ​ສິດ​ຂອງ​ໂຄງ​ການ​ດຳ​ເນີນ​ງານ IPUຄັ້ງ​ນີ້ ນັ້ນ​ແມ່ນ​ “ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ” ເພື່ອ​ໃຫ້​ກົດ​ໝາຍ ແລະ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ ກົດ​ໝາຍ​ສາ​ກົນ​ໄດ້​ຮັບ​ການ​ເຄົາ​ລົບ, ບັນ​ດາ​ຂໍ້​ຕົກ​ລົງ, ກົດ​ລະ​ບຽບ​ການ​ປະ​ພຶດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ຄວາມ​ຂັດ​ແຍ້ງ, ​ຄວາມບໍ່​ລົງ​ລອຍ​ກັນໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ແລະ ບັນ​ດາ​ຊົນ​ຊາດ​ລ້ວນ​ແຕ່​ມີ​ສິດ​ສະ​ເຫມີ​ພາບ. ປະ​ຕິ​ບັດ​ຈຸດ​ປະ​ສົງ​, ຄະ​ຕິ​ທຳ​ການ​ເຄື່ອນ​ໄຫວ​ຂອງ IPU ໃນ​ຕະ​ຫລອດ 130 ປີ​ຜ່ານ​ມາ, IPU 132 ພວມ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ຫລາຍ​ຝ່າຍ​ທີ່​ສ​ຳ​ຄັນ​ທີ່​ສຸດ​ໃນ​ໂລກ, ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ ແລະ ໃຫຍ່​ຫລວງ​ໃຫ້​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ, ປະ​ຊາ​ທິ​ປະ​ໄຕ, ຄວາມ​ກ້າວ​ຫນ້າ, ຍຸ​ຕິ​ທຳ​ສັງ​ຄົມ ແລະ​ບັນ​ດາ​ສິດ​ທິ​ມະ​ນຸດ. ທ່ານ​ປະ​ທານ IPU, Saber Choudhury ໄດ້​ຢືນ​ຢັນ​ວ່າ:

        “ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ ແມ່ນ​ບັນ​ຫາ​ສ​ຳ​ຄັນ​ຂອງ​ໂລກ. ຖ້າ​ບໍ່​ມີ​ສັນ​ຕິ​ພາບ ບໍ່​ສາ​ມາດ​ພັດ​ທະ​ນາ​ໄດ້ ແລະ IPU ດ້ວຍ​ບົດ​ບາດ​ແມ່ນ​ອົງ​ການ​ລັດ​ຖະ​ສະ​ພາ​ສາ​ກົນ, ຊ່ວຍ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ, ນຳ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫຍັບ​ມໍ່​ໃກ້​ກັນ​ກວ່າ ເພື່ອ​ແບ່ງ​ປັນ​ບົດ​ຮຽນ ເພື່ອ​ເຮັດ​ແນວ​ໃດ​ຊຸກ​ຍູ້​ສັນ​ຕິ​ພາບ.”

        ໂດ​ຍ​ແມ່ນ​ປະ​ເທດ​ຫນຶ່ງ​​ທີ່​ຖືກ​ສົງ​ຄາມ​ທຳ​ລາຍ​ຢ່າງ​ຫນັກ​ຫນ່ວງ, ສະ​ນັ້ນ ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບຄຸນ​ຄ່າ​ສັນ​ຕິ​ພາບ. ໃນ​ຫລາຍ​ປີ​ຜ່ານ​ມາ ຫວຽດ​ນາມ​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫລ່​ກັບ​ບ​ັນ​ດາ​ສະ​ມາ​ຊິກ IPU ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ໃຫ້​ແກ່​ບັນ​ດາ​ຄາດ​ໝາຍ​ລວ​ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເພີ່ມ​ທະ​ວີ​ອະ​ທິ​ປະ​ໄຕ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ສິດ​ຂອງ​ເດັກ​ນ້ອຍ ແລະ​ບັນ​ດາ​ສິດ​ພື້ນ​ຖານ​ອື່ນ. ສະ​ນັ້ນ IPU 132 ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ເຊີດ​ຊູ​ສານ​ສັນ​ຕິ​ພາບ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຫງວຽນ​ຊີງ​ຮຸ່ງ  ຊີ້​ແຈ້ງວ່າ:

         “ສຽງ​ເວົ້າ​ຂອງ IPU 132 ຈະ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ເຖິງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເພື່ອ​ຮັບ​ຮອງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ ສ​ປ​ຊ, ຂອງ​ໂລກ ໃນ​ໄລ​ຍະ 15 ປີ​ຈະ​ມາ​ເຖິງ, ໄລ​ຍະ 2016-2030. ຂ້າ​ພະ​ເຈົ້າ​ເນັ້ນ​ຫນັກ​ຕື່ມ​ອີກວ່າ ຢາກ​ໃຫ້​ໂລກ​ສັນ​ຕິ​ພາບ, ສາ​ມັກ​ຄີ, ຮ່ວມ​ມື​ເພື່ອ​ແບ່ງ​ປັນ, ຊຸກ​ຍູ້​ເຮັດ​ໃຫ້​ຊີ​ວິດ​ອີ່ມ​ໜຳ​ສຳ​ລານ​ມີ​ຄວາມ​ຜາ​ສຸກກວ່າ, ສິ່ງ​ທຳ​ອິດ ນັ້ນ​ແມ່ນ​ຕ້ອງ​ເຄົາ​ລົບ​ສິດ​ທິ​ມະ​ນຸດ, ເຄົາ​ລົບ​ສິດ​ຊົນ​ຊາດ, ສິດ​ແຫ່ງ​ຊາດ, ມີ​ຄວາມ​ສາ​ມັກ​ຄີ​ບົນ​ຈິດ​ໃຈ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ. ເຮັດ​ໄດ້​ຄື​ແນວນັ້ນ ຈຶ່ງ​ມີ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ໂລກ​ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ກ້າ​ວ​ໄປ​ເຖິງ​ຜົນ​ສຳ​ເລັດ.”

        ດ້ວຍ​ເລື່ອງ​ຮັບ​ຮອງ​ເອົາ​ມະ​ຕິ “ກົດ​ໝາຍ​ສາ​ກົນ​ໃນ​ການ​ພົວ​ພັນ​ກັບ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ບັນ​ດາ​ປະ​ເທ​ດ​ອື່ນ ແລະ ສິດ​ທິ​ມະ​ນຸດ” ທີ່ IPU 132, ບັນ​ດາ​ສະ​ມາ​ຊິກ IPU ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ຊື່ງ​ປະ​ຊາ​ຄົມ​ໂລກ​ເພີ່ມ​ພູນ​ຄູນ​ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ