ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ

(VOVWORLD) -  ນັບແຕ່ວັນທີ 3 ກໍລະກົດ 2019 ຈົນເຖິງປັດຈຸບັນກຸ່ມກຳປັ່ນໄຮຢາງ 8 ຂອງຈີນກໍ່ຍັງເຄື່ອນໄຫວສຳຫຼວດນ້ຳມັນ ແລະ ເປີດກວ້າງຂອບເຂດການເຄື່ອນໄຫວຢູ່ເຂດບ໋າຍຕືີ໊ງຫວຸງເມິຍທີ່ຂຶ້ນກັບເຂດເສດຖະກິດພິເສດ ໄຫຼ່ທະວີບຂອງຫວຽດນາມຢ່າງຕໍ່ເນື່ອງການເຄື່ອນໄຫວຂອງກຸ່ມກຳປັ່ນຈີນແມ່ນການລະເມີດສິດຕໍ່ອຳນາດອະທິປະໄຕແລ ສິດອຳນາດສານຂອງຫວຽດນາມທີ່ໄດ້ກຳນົດໄວ້ຢ່າງເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຢ່າງຮ້າຍແຮງເຊິ່ງ ຫວຽດນາມແລະຈີນ ຕ່າງກໍ່ເປັນສະມາຊິກ.

ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ - ảnh 1ພາບປະກອບ

        ຕາມຂໍ້ກຳນົດໃນUNCLOS1982, ປະເທດຢູ່ແຄມທະເລມີອຳນາດອະທິປະໄຕໃນການສຳຫຼວດ, ອະນຸລັກ, ຄຸ້ມຄອງບັນດາຊັບພະຍາກອນທຳມະຊາດ, ຊັບພະຍາກອນມີຊີວິດຫຼືບໍ່ມີຊີວິດຂອງເຂດນ້ຳ, ພື້ນມທະເລ, ເຂດພື້ນດິນໃຕ້ທະເລກໍ່ຄືບັນດາການເຄື່ອນໄຫວອື່ນທີ່ແນ່ໃສ່ການສຳຫຼວດ, ຂຸດຄົ້ນ, ເພື່ອເປົ້າໝາຍເສດຖະກິດ ໃນເຂດເສດຖະກິດພິເສດໄລຍະ 200 ໄມທະເລແມ່ນຄິດໄລ່ຕາມເສັ້ນພື້ນຖານ. ເພາະສະນັ້ນ, ການເຄື່ອນໄຫວຂອງກຸ່ມກຳປັ່ນຈີນ ແມ່ນໄດ້ລະເມີດ ບັນດາສິດອຳນາດອະທິປະໄຕຂອງຫວຽດນາມ, ນາບຂູ່ສັນຕິພາບແລະສະຖຽນລະພາບໃນພາກພື້ນ, ລະເມີດບັນດາສິດເສລີໃນການໄປມາແລະຂຸດຄົ້ນຊັບພະຍາກອນ ແລະ ເສດຖະກິດຫວຽດນາມກໍ່ຄືຂອງບັນດາປະເທດອື່ນໆ.

ລະເມີດອະທິປະໄຕຢູ່ເຂດເສດຖະກິດພິເສດຂອງຫວຽດນາມ

ເຂດ DK1 ໃນນັ້ນມີເຂດ ບາຍຕືຈີ໊ງ ນອນໃນເຂດເສດຖະກິດພິເສດ 200 ໄມທະເລໄລ່ແຕ່ເສັ້ນພື້ນຖານ ແລະ ນອນໃນເຂດໄຫຼ່ທະວີບຂອງຫວຽດນາມ. ນີ້ແມ່ນເຂດທະເລໄດ້ຮັບການກຳນົດຕາມ UNCLOS 1982. ເຂດທະເລນີ້ ບໍ່ແມ່ນເຂດທີ່ມີການຂັດແຍ່ງກັບປະເທດໃດ ແລະ ຍິ່ງບໍ່ມີການຂັດແຍ່ງກັບປະເທດຈີນ. ທ່ານຮອງສາດສະດາຈານ, ປະລີນຍາເອກ ເລວັນເກືອງ, ອະດີດຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ ຂຶ້ນກັບກະຊວງຕຳຫຼວດຫວຽດນາມ ໄດ້ຊີ້ແຈ້ງວ່າ:

ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ໄດ້ກຳນົດວ່າ ໃນເຂດເສດຖະກິດພິເສດຂອງປະເທດຕ່າງໆ, ເມື່ອມີຕ່າງປະເທດຢາກເຂົ້າມາສຳຫຼວດ, ຂຸດຄົ້ນ ຫຼືຫາປາ ຕ້ອງຂໍອະນຸຍາດຈາກປະເທດນັ້ນ. ຖ້າຫາກວ່າ ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະເທດນັ້ນແລ້ວ, ການກະທຳດັ່ງກ່າວແມ່ນລະເມີດກົດໝາຍສາກົນ, ລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງປະເທດທີ່ມີເຂດເສດຖະກິດພິເສດ. ໃນກໍລະນີນີ້, ການກະທຳຂອງຈີນ ທີ່ໄດ້ນຳກຳປັ່ນ ໄຮຢາງ 8 ມາສຳຫຼວດຢູ່ເຂດ ບາຍຕືຈີ໊ງ ຂອງຫວຽດນາມນັ້ນ ແມ່ນໄດ້ລະເມີດສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງ. ການກະທຳດັ່ງກ່າວຂອງຈີນ ກໍ່ໄດ້ລະເມີດຖະແຫຼງການວ່າດ້ວຍການປະພຶດ (DOC) ຊື່ງຈີນ ໄດ້ເຊັນກັບບັນດາປະເທດອາຊຽນ ຢູ່ກຳປູເຈຍ.

ເຫດຜົນທີ່ຈີນ ຍົກອອກມາເພື່ອແກ້ຕົວໃຫ້ແກ່ການກະທຳລະເມີດເຂດທະເລຂອງຫວຽດນາມ ລວມມີ 2 ຈຸດ. ທີ 1 ແມ່ນເຂົາເຈົ້າພວມສຳຫຼວດໃນເຂດທີ່ເອີ້ນວ່າ “ເຂດທະເລປະຫວັດສາດ ເສັ້ນລີ້ນງົວ 9 ຕອນຊື່ງຈີນ ມີອະທິປະໄຕມາແຕ່ດົນ”. ເສັ້ນລີ້ນງົວ 9 ຕອນ (ຫຼືຍັງໄດ້ເອີ້ນວ່າເສັ້ນຕົວ U) ແມ່ນຊື່ເອີ້ນ ເພື່ອຊີ້ໃຫ້ເຫັນເສັ້ນຊາຍແດນທາງທະເລຢູ່ທະເລຕາເວັນອອກ ຊື່ງຈີນ ມີແຜນນະໂຍບາຍ ແລະ ຖະແຫຼງປະກາດອະທິປະໄຕພຽງລຳພັງຝ່າຍດຽວ ແລະ ຖືກສານກຳມະການປະຈຳການ (PCA) ເຊິ່ງໄດ້ສ້າງຕັ້ງຕາມພາກຜະໝວກທີ VII ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ປະຕິເສດເມື່ອວັນທີ 12 ກໍລະກົດປີ 2016 ດ້ວຍເຫດຜົນທີ່ວ່າ “ບໍ່ມີຫຼັກຖານອ້າງອີງດ້ານນິຕິກຳໃຫ້ແກ່ເລື່ອງຈີນ ຍົກອອກສິດປະຫວັດສາດ ສຳລັບບັນດາຊັບພະຍາກອນທີ່ນອນໃນເຂດທະເລຢູ່ເສັ້ນລີ້ນງົວ 9 ຕອນ”. ເສັ້ນລີ້ນງົວ 9 ຕອນນີ້ລວມມີ 4 ກຸ່ມໝູ່ເກາະທະເລ, ເຂດນ້ຳຖ້ວມກ້ວາງຢູ່ທະເລຕາເວັນອອກຄື: ເຂດໝູ່ເກາະຮ່ວາງຊາ, ເຈື່ອງຊາ, ດົງຊາ ແລະ ເຂດນ້ຳຖ້ວມ Macclesfield ດ້ວຍ 75% ຂອງເນື້ອທີ່ໜ້ານ້ຳຂອງທະເລຕາເວັນອອກ, ຍັງເຫຼືອພຽງ 25% ແມ່ນຂອງປະເທດ Philippines, Malaysia, Brunei, Indonesia ແລະ ຫວຽດນາມ, ໝາຍຄວາມວ່າແຕ່ລະປະເທດໄດ້ແຕ່ 5% ຂອງເນື້ອທີ່ທະເລຕາເວັນອອກເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄືດັ່ງທ່ານຫຼີລິງຮ໊ວາ. ຜູ້ຊ່ຽວຊານກ່ຽວກັບກົດໝາຍທະເລຂອງຈີນ ເຄີຍຊີ້ແຈ້ງວ່າ: ຈີນ ບໍ່ຫົວຊາຕໍ່ຈິດໃຈພື້ນຖານຂອງ UNCLOS, ຍົກອອກແຜນນະໂຍບາຍກ່ຽວກັບ “ເສັ້ນລີ້ນງົວ 9 ຕອນ” ແມ່ນໄປຝືນກັບຂໍ້ກຳນົດຂອງ UNCLOS ປີ 1982 ນັ້ນແມ່ນບໍ່ອາດຮັບຮູ້ໄດ້.

ບໍ່ຫົວຊາຕໍ່ກົດໝາຍສາກົນ

        ເລື່ອງຈີນສ້າງເສັ້ນລີ້ນງົວລີ້ນງົວ 9 ຕອນ ກວມເອົາ 60% ເຂດທະເລຂອງ ຫວຽດນາມ, ຫັນເຂດທະເລບໍ່ມີການຂັດແຍ່ງຂອງ ຫວຽດນາມ ກາຍເປັນເຂດທີ່ມີການຂັດແຍ່ງກັນແມ່ນການກະທຳທີ່ຜິດກົດໝາຍຢ່າງສິ້ນເຊີງ, ບໍ່ໄດ້ຮັບການ ຍອມຮັບຈາກກົດໝາຍສາກົນ. ຄຳຕັດສິນຂອງສານສາກົນໃນເຫດ ຟິລິບປິນຮ້ອງຟ້ອງຈີນ - ໂດຍແມ່ນເອກະສານດ້ານນິຕິກຳສາກົນທີ່ແນະນຳ ແລະ ອະທິບາຍ UNCLOS 1982 - ໄດ້ປະຕິເສດຄຳຮຽກຮ້ອງເສັ້ນລີ້ນງົວ 9 ຕອນ ຂອງ ຈີນຢ່າງເດັດຂາດ. ເຖິງວ່າ ຈີນ ບໍ່ເຂົ້າຮ່ວມການຮ້ອງຟ້ອງ ແລະ ຖະແຫຼງວ່າບໍ່ຍອມຮັບຄຳຕັດສິນດັ່ງກ່າວ, ແຕ່ ເອກະສານດ້ານນິຕິກຳນີ້ຍັງຮັກສາໄດ້ຄຸນຄ່າດັ້ງເດີມ. ຄຳຕັດສິນຢັ້ງຢືນວ່າ ເສັ້ນລີ້ນງົວ 9 ຕອນ ບໍ່ມີພື້ນຖານ ນິຕິກຳ, ຄວາມໝາຍວ່າມັນບໍ່ມີຄຸນຄ່າແຕ່ຢ່າງໃດເພື່ອໃຫ້ຈີນຮຽກສິດຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ຫັ້ນ. ເພາະສະນັ້ນ, ຈີນບໍ່ມີເຂດທະເລທີ່ຊອບທຳໃດເກີດການຂັດແຍ່ງກັບ ຫວຽດນາມ ຢູ່ ເຂດ DK1, ໃນນັ້ນມີເຂດ ບ໊າຍຕືຈິງ.

ກ່ຽວກັບເຈດຈຳນົງຂອງ ຈີນ, ທ່ານ ສາດສະດາຈານ Alexander Vuving ສັງກັດ ສູນຄົ້ນຄ້ວາການປ້ອງກັນຄວາມໝັ້ນຄົງ ຢູ່ ອາຊີ - ປາຊີຟິກ ຂອງ ອາເມລິກາ ຕີລາຄາວ່າ:

ຈີນໄດ້ຍົກອອກທັດສະນະສະເພາະກ່ຽວກັບກົດໝາຍວ່າດ້ວຍທະເລ, ເຂົາເຈົ້າມີການຮຽກຮ້ອງທີ່ໄຮ້ເຫດຜົນກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກເຊິ່ງລະເມີດກົດໝາຍສາກົນ. ຈີນນຳໃຊ້ກຳລັງແຮງແບບພຽງລຳພັງຝ່າຍດຽວ ເພື່ອ ຢຽບຢ້ຳ ກົດໝາຍສາກົນ, ດັດປັບກົດໝາຍຕາມຈຸດປະສົງຂອງ ຕົນດ້ວຍ Logic ນັ້ນ. ເຂົາເຈົ້າຢາກສ້າງກຳລັງດັນຕໍ່ ຫວຽດນາມ ແລະ ບັນດາປະເທດ ອາຊຽນຕ່າງໆເພື່ອບັງຄັບບັນດາປະເທດ ອາຊຽນຕ້ອງຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຕາມທັດສະນະຂອງ ຈີນ.

ການເຄື່ອນໄຫວທີ່ໄດ້ແກ່ຍາວຂອງກຸ່ມກ່ຳປັ່ນຈີນໃນເຂດເສດຖະກິດພິເສດ ແລະ ເຂດໄຫລ່ທະວີບ ຂອງຫວຽດນາມ ໃນຊຸມວັນທີ່ຜ່ານມາ ເພື່ອແນໃສ່ສ້າງສະພາບການໃໝ່, ນັ້ນແມ່ນການຂັດແຍ່ງກັນໃນເຂດທະເລຂອງ ຫວຽດນາມທີ່ຖືກຕ້ອງຕາມກົດໝາຍ, ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ ເຂດທະເລຂອງ ຫວຽດນາມ. ນີ້ແມ່ນບາດກ້າວປີນຂັ້ນໄດໃໝ່ທີ່ອັນຕະລາຍ, ສ້າງກຳລັງດັນເພື່ອເຮັດໃຫ້ ຫວຽດນາມຕ້ອງຍອມຮັບວິທີການຂຸດຄົ້ນລວມ. ແຕ່ແຜນນະໂຍບາຍຂຸດຄົ້ນລວມໂດຍຈີນວາງອອກ, ທາງດ້ານທາດແທ້ແມ່ນ ກົນອຸບາຍຫວັງຢຶດຄອງອະທິປະໄຕ, ຫັນເຂດທະເລທີ່ຖືກກົດໝາຍຂອງ ປະເທດອື່ນກາຍເປັນເຂດທະເລທີ່ມີການຂັດແຍ່ງກັນ, ຈາກນັ້ນຈະກ້າວໄປເຖິງການຢຶດຄອງເອົາເລີຍ. ບາດກ້າວນີ້ນອນໃນຍຸດທະສາດຫວັງຢຶດຄອງທະເລຕາເວັນອອກຂອງຈີນ, ຄຸ້ມຄອງຊັບພະຍາກອນທຳມະຊາດໃນ ເສັ້ນ ລີ້ນງົວຢ່າງ ສິ້ນເຊີງ, ກວມເອົາ 75% ຂອງເນື້ອທີ່ ທະເລຕາເວັນອອກ. ສຳລັບບາດກ້າວທີ່ເປັນອັນຕະລາຍ ແລະ ຍຸດທະສາດຢຶດຄອງທະເລຕາເວັນອອກຂອງ ຈີນນີ້ ບັນນາທິການ vov ຈະສືບຕໍ່ມີບົດໄຈ້ແຍກ, ເຮັດໃຫ້ຈະແຈ້ງໃນບັນດາລາຍການກະຈາຍສຽງຕໍ່ໄປ. ເຊີນທ່ານຕິດຕາມຮັບຟັງ

ຕອບກັບ

ຂ່າວ/ບົດ​ອື່ນ