ກົນໄກຮັບປະກັນສິດທິມະນຸດໃຫ້ຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ

(vovworld) - ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ກົນ​ໄກ​ຮັບປະກັນ​ສິດທິ​ມະນຸດ​​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຢູ່ ຫວຽດນາມ ​ແລະ ບົດຮຽນ​ຈາກ​ປະ​ເທດ​ເອີ​ລົບ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຈຳນວນ​ຫນຶ່ງ” ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ພັກ ​ແລະ ລັດ​ຫວຽດນາມ ກໍ​ກຳນົດວ່າ​ວຽກ​ງານ​ຊົນ​ເຜົ່າ, ນະ​ໂຍບາຍ​ຊົນ​ເຜົ່າ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ພິ​ເສດ ​ແລະ ​ໄດ້​ປະຕິບັດຫລາຍ​ນະ​ໂຍບາຍ​ຮັບປະກັນ​ສິດທິ​ມະນຸດ​​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.

        ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ມີ​ຫລາຍ​ຊົນ​ເຜົ່າ ດ້ວຍ​ບັນດາຈຸດ​ພິ​ເສດສະ​ເພາະຊຶ່ງ​ຫລາຍ​ປະ​ເທດ​ອຶ່ນໆພັດບໍ່​ມີ. ປະຈຸ​ບັນ ຫວຽດນາມ ມີ 54 ຊົນ​ເຜົ່າ,​​ໃນ​ນັ້ນ ​ເຜົ່າ​ກິ່ງກວມ​ສ່ວນ​ຫລາຍ, ສ່ວນ​ຊົນ​ເຜົ່າ​ອື່ນ​ມີ​ພົນລະ​ເມືອງ​ຫນ້ອຍ​ກວ່າ​ຈຶ່ງ​ເອີ້ນ​ວ່າ ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຄີຍ​ດຳລົງ​ຊີວິດ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ພູ​ດອຍ, ລະດັບ​ການ​ພັດທະນາ​ທາງ​ດ້າ​ນ​ເສດຖະກິດ ສັງ​ຄົມຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແມ່ນ​ຕຳ່ກວ່າ​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ກິ​່ງ. ສະ​ນັ້ນ ນະ​ໂຍບາຍ, ກົດໝາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ ​ແລະ ລັດ ຫວຽດນາມທີ່​ມີ​ຕໍ່​ບັນດາ​ຊົນ​ເຜົ່າ​ນັ້ນ​ແມ່ນ: ສາມັກຄີ, ສະ​ເໝີ​ພາບ, ຮັກ​ແພງ, ​ເຄົາລົບ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ​ກັນ.  ​ໂດຍ​ປະຕິບັດຕາມ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ, ​ໃນ​ຫລາຍ​ປີຜ່ານ​ມາ ມີ​ຫລາຍ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ໃຫຍ່ຂະຫນາດ​ໃຫຍ່ທີ່​ໃຫ້​ບຸລິມະສິດ​​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ ​ໄດ້​ນຳມາ​ຊຶ່ງ​ຜົນ​ງານອັນ​ໃຫຍ່​ຫລວງຫລາຍ​ຢ່າງ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ໂຄງການ 134 ຫນູນ​ຊ່ວຍ​ທີ່​ດິນ​ທຳການ​ຜະລິດ, ດິນ​ປຸກ​ສ້າງ; ​ໂຄງການ 135 ​ແມ່ນພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ຊ່ວຍ​ເຫລືອ​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ; ມະຕິ​ເລກທີ 30 a ​ແມ່ນ​ປະຕິບັດ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ ​ໃຫ້​ແກ່ 60 ​ເມືອງ ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.​​ເອື້ອຍ H Black ຊາວ​ຊົນ​ເຜົ່າ Ba na ຢູ່ ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

        “ພັກ ​ແລະ ລັດ ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດເຖິງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ ​ເວົ້າ​ລວມ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ແຂວງ ດັກ​ລັກ ​ເວົ້າ​ສະ​ເພາະ. ນ​ະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ນຳ​ມາ​ຊຶ່ງ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ຄື: ​ໂຄງການ​ກໍ່ສ້າງ​ເສັ້ນທາງ, ​ໄຟຟ້າ, ​ໂຮງຮຽນ, ສຸກສາລາ…. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ລະບອບ​ກ່ອນ​ນີ້​ເຮັດ​ບໍ່​ໄດ້.  ກ່ອນ​ນີ້ ຊາວ​ຊົນ​ເຜົ່າ​ບໍ່​ຮູ້ຈັກ​ເຖິງ​ການ​ປູກ​ກາ​ເຟ, ​ແຕ່​ປະຈຸ​ບັນ ​ໄດ້​ໝູນ​ໃຊ້​ວິທະຍາສາດ​ເຕັກນິກ​ໃນ​ການ​ປູກຝັງ,​ ຮູ້​ຈັກ​ປູກ​ຕົ້ນ​​ໄມ້​ອຸດສາຫະກຳ ​ແລະ ກາ​ເຟ​ແລ້ວ, ສະ​ນັ້ນ ​ໂສມ​ຫນ້າ​ເຂດ​ຊົນນະບົດ, ໝູ່ບ້ານ​ຕ່າງໆ​ແມ່ນ​ມີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ.”

ກົນໄກຮັບປະກັນສິດທິມະນຸດໃຫ້ຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ - ảnh 1
ລັດຖະບານ ຫວຽດນາມ ​ໄດ້​ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວກັບ​ການ​ສອນ​​ຫນັງສື, ພາສາເວົ້າ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນ​ຮາກ​ຖານ​ການ​ສຶກສາ​ສາມັນ ​
ພາບ: internet

        ​ມາ​ຮອດ​ປະຈຸ​ບັນ, 100% ຈຳນວນ​ຕາ​ແສງ​ຢູ່​ເຂດ​ພູດ​ອຍ ​ແລະ ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ມີ​ສຸກສາລາ, ​ໂຮງຮຽນ​ປະຖົມ. ລັດຖະບານ ຫວຽດນາມ ​ໄດ້​ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວກັບ​ການ​ສອນ​​ຫນັງສື, ພາສາເວົ້າ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນ​ຮາກ​ຖານ​ການ​ສຶກສາ​ສາມັນ ​ແລະ ສູນ​ສຶກສາປະຈຳ ​ແລະ ການສອນ​ພາສາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຮັບ​ການ​ຜັນ​ຂະຫນາຍ​ໃນ​ໂຮງຮຽນ 7000 ກວ່າ​ແຫ່ງ. ພິ​ເສດ ລັດ​ໄດ້​ກໍ່ສ້າງ​ລະບົບໂຮງຮຽນ​ກິນນອນຊົນ​ເຜົ່າ ຊຶ່ງ​ມີ​ນັກຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ນັບ​ໝື່ນ​ຄົນ​ໄດ້​ຮັບ​ການ​ລ້ຽງ​ດູ, ສິດສອນ​ຈາກ​ລັດ​ໂດຍ​ບໍ່​ເສຍ​ຄ່າ. ນີ້​ແມ່ນ​ຄວາມ​ພະຍາຍາມ​ຢ່າງ​ໃຫຍ່​ຫລວງ​ຂອງ​ປະ​ເທດ​ຍັງ​ທຸກ​ຍາກ​ຄື ຫວຽດນາມ. ​100% ຈຳນວນ​ເມືອງ ​ແລະ 95% ຈຳນວນ​ຕາ​ແສງ​ ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ມີຕາຫນ່າງ​ໄຟຟ້າ ​ແລະ ບໍລິການ​ໂທລະ​ຄົມມະນາຄົມ. ບັນດາ​ລາຍການ​ກະຈາຍສຽງ​​ໄດ້​ກະຈາຍ​ຄື້ນ ກວ່າ  ​90% ແລະ ​ໂທລະພາບ ​ອອກ​ສັນຍານ​ໄປກວ່າ 80% ​ເນື້ອ​ທີ່​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ດ້ວຍ​ບັນດາ​ລາຍການ​ພາສາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ບັນດາ​ຜົນງານ​ໃນ​ການຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ເສດຖະກິດ ສັງຄົມ, ວັດທະນະທຳ, ຈິດ​ໃຈ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຢືນຢັນ​ເຖິງ​ກົນ​ໄກ​ຮັບປະກັນ​ສິດທິ​ມະນຸດ​​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ປະກອບສ່ວນ​ບໍ່​ຫນ້ອຍ​ເຂົ້າ​ໃນ​ການ​ຍົກ​ສູງ​ຜົນງານ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ.  ທ່ານ Dang Dung Chi, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສິດທິ​ມະນຸດ, ສັງກັດ​ສະ​ຖາ​ບັນ​ການ​​ເມືອງ ການປົກຄອງ ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ:

        “ສິດທິ​ມະນຸດ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ປົກ​ປ້ອງ​ນັບ​ມື້​ນັບ​ຄົບ​ຖ້ວນ​ກວ່າ​ໃນ​ທຸກ​ຂົ​ງ​ເຂດ​ພົນລະ​ເຮືອນ, ການ​ເມ​ືອງ, ​ເສດຖະກິດ​ສັງຄົມ ​ແລະ ວັດທະນະທຳ. ລັດ ຫວຽດນາມ ​ໄດ້​ປະກາດ​ໃຊ້​ຫລາຍ​ໂຄງການ, ຈຸດໝາຍ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ສິດ​ທິມະນຸດ​ໃຫ້​ປະຊາຊົນ​ຫວຽດນາມ ທຸກ​ຄົນ ກໍ​ຄື​ໝວດ​ເປົ້າ​ໝາຍ​ຊາວ​​ເຜົ່າສ່ວນ​ຫນ້ອຍ​ໃນ​ສັງຄົມ.”

ກົນໄກຮັບປະກັນສິດທິມະນຸດໃຫ້ຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ - ảnh 2
ໂຄງການ 135 : ພັດທະນາເສດຖະກິດ ຢູ່ ເຂດຫ່າງໄກສອກຫລີກ
ພາບ: internet

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເປັນ​ຕົ້ນ​ແມ່​ນ ສິດ​ພັດທະນາ ຍາມ​ໃດ​ກໍ​​ແມ່ນ​ການໃຫ້​ບຸລິມະສິດ​ຂອງ ຫວຽດນາມ ທີ່​ລະບຸ​​​ໄວ້ໃນ​ກົດໝາຍ, ນະ​ໂຍບາຍ, ບັນດາ​ໂຄງການ​ແຫ່ງ​ຊາດ. ​ໃນ​ຕົວ​ຈິ​ງ ຫວຽດນາມ ກໍ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ, ພິ​ເສດ ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ສາທາລະນະ​ສຸກ, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ຮັກສາ​ສີສັນ​ວັດທະນະທຳ, ພາສາ, ມູນ​ເຊື້ອ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ດັ່ງກ່າວ, ບັນດາ​ຜູ້​ຊ່ຽວຊານ​ຂຶ້ນ​ກັບ​ບັນດາ​ອົງການ​ສິດທິ​ມະນຸດ​ສາກົນ ​ໄດ້​ຕີ​ລາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ກ່ຽວ​ກັບ​ບັນຫາ​ນີ້. ທ່ານ Ugo Caruso ຜູ້​ຊ່ຽວຊານ​ຂອງ​ສະຫະພາບ​ເອີ​ລົບ (EU) ກ່ຽວ​ກັບ​ສິດທິ​ມະນຸດ​ໃຫ້​ຮູ້​ວ່າ:​ ທ່ານ​ເອງ​ກໍ​ຮູ້ສຶກ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ວິ​ທີ​ການ​ຊຶ່ງ​ລັດຖະບານ ຫວຽດນາມ ​ໄດ້​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ສິດທິ​ມະນຸດ.

        ​ເຖິງ​ວ່າ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​​ຍ້ອນແຫ​ລ່ງກຳລັງ​ຍັງ​ຈຳກັດ​ຂອງ​ປະ​ເທດ​ພວມ​ພັດທະນາ​ ສະ​ນັ້ນ ຫວຽດນາມ ຍັງ​ຕ້ອງ​ສືບ​ຕໍ່​ປະຕິບັດ​ຫລາຍ​ມາດ​ຕະການ​ຮັບປະກັນ​ບັນດາ​ສິດ​ໃຫ້​ປະຊາຊົນ​ທຸກ​ຄົນ​ຢ່າງ​ພຽງພໍ, ​ໃນ​ນັ້ນ​ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ຕາມ​ທ່ານ Le Quang Binh ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັງຄົມ, ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ​ແລ້ວ, ບັນດາ​ມາດ​ຕະການ​ສັງ​ລວມຍັງ​ຕ້ອງ​ໄດ້​ຮັບ​ການ​ຄິດ​ໄລ່​ເຖິງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.

        “ພວກ​ເຮົາ​ສືບ​ຕໍ່​ມອບ​ດິນ ​ແລະ ມອບ​ປ່າ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ນັ້ນ​ແມ່ນ​ພື້ນຖານ​ທີ່​ດີ​ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ສາມາດ​ເສີມ​ຂະຫຍາຍ​ການ​ທຳ​ມາ​ຫາ​ກິນ​ຂອງ​ຕົນ​ໄດ້. ທີ​ສອງ ຕ້ອງ​ລົບ​ລ້າງ​ການ​ປະພຶດ​ຈຳ​ແນ​ກຕໍ່​ກັບສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.​ ທີ​ສາມ ​ຕ້ອງ​ພັດທະນາ​ການ​ສຶກສາ​ບຳລຸງ​ສ້າງ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ​ໂຄງການ​ສຶກສາ​ຕ້ອງ​ມຸ່ງ​ໄປ​ເຖິງ​ພະນັກງານ​ທ້ອງ​ຖິ່ນ, ບຳລຸງ​​ເຕັກນິກ, ຄວາມ​ຮູ້​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.”

        ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້, ຮັບ​ປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ຢູ່ ບັນດາ​ເຂດ​ທີ່​ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ດຳລົງ​ຊີວິດຢູ່ ​ຈະແມ່ນ​ຫນຶ່ງ​ໃນສິ່ງ​ປະກອບສ່ວນ​ຮັບ​ປະກັນ​ສິດທິ​ມະນຸດ​ດີ​ທີ່​ສຸດ​ໃຫ້​ແກ່​ເຂົາ​ເຈົ້າ. ສິ່ງ​ດ່ັງກ່າວ​ຈະ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ກຳລັງ​ຫນູນ​ເພື່ອ​ປຸກລຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເພື່ອ​ໃຫ້​ເຂົາ​ເຈົ້າ​ນັບ​ມື້​ນັບ​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດ​ບັນດາ​​ເຜົ່າ​ຫວຽດນາມ. ນີ້​ກໍ​ແມ່ນ​ວິທີ​ຊຶ່ງ ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ໃນ​ອະນາຄົດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ