ກູບາ ໃນວິວັດທະນາການຫັນປ່ຽນການນຳຄັ້ງປະຫວັດສາດ

(VOVWORLD) -ປະເທດ ກູບາ ພວມຜ່ານຜ່າບັນດາວິນາທີສຳຄັນ. ນັ້ນແມ່ນຈຸດເວລາຫັນປ່ຽນການນຳຄັ້ງປະຫວັດສາດ ເມື່ອທ່ານປະທານ Raul Castro ເຊົາດຳລົງຕຳແຫນ່ງປະທານ ກູບາ, ເປັນຂີດໝາຍຄັ້ງທຳອິດພາຍຫລັງກວ່າເຄິ່ງສັດຕະວັດ ມີຜູ້ຫນຶ່ງບໍ່ນອນໃນວົງຕະກຸນ Castro ຈະຮັບດຳລົງຕຳແຫນ່ງນີ້. ເຖິງຢ່າງໃດກໍຕາມ, ປະຊາຊົນ ກູບາ ຍາມໃດກໍ່ມີຄວາມເຊື່ອໝັ້ນວ່າ ການນຳລຸ້ນໃຫມ່ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຊື່ງ ກູບາ ບັນລຸໄດ້ໃນ 2 ອາຍຸການຜ່ານມາຂອງປະທານ Raul Castro ແລະ ໄກກວ່ານັ້ນ ແມ່ນບັນດາໝາກຜົນການປະຕິວັດຈາກສະໄຫມ ການນຳ Fidel Castro ກຳອຳນາດເພື່ອນຳປະເທດນີ້ໃຫ້ພັດທະນາຢ່າງແຮງ.

ໃນສອງວັນ ຄືວັນທີ 18 ແລະ 19 ເມສາ, ສະພາແຫ່ງຊາດ ກູບາ ຊຸດທີ IX ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກ ເພື່ອປ່ອນບັດບັນດາຕຳແຫນ່ງປະທານ, ຮອງປະທານສະພາແຫ່ງລັດໃຫ້ອາຍຸການ 5 ປີຈະມາເຖິງ. ນີ້ແມ່ນເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງ, ດຶງດູດນັກຂ່າວຢູ່ພາຍໃນປະເທດ ແລະ ສາກົນກວ່າ 100 ຄົນມາເອົາຂ່າວ.

ຜູ້ສະໝັກຮັບເລືອກຕັ້ງຫນຶ່ງດຽວໄດ້ຮັບການແນະນຳໃຫ້ຕຳແຫນ່ງປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ນັ້ນແມ່ນ ທ່ານ Miguel Diaz Canel Bermudez ຮອງປະທານປະທານທີຫນຶ່ງສະພາແຫ່ງລັດ ກູບາ.

ປະທານ Raul Castro ເຖິງວ່າໄດ້ສິ້ນສຸດອາຍຸການປະທານກູບາແລ້ວ ກໍຕາມ ແຕ່ທ່ານຍັງສືບຕໍ່ຮັບດຳລົງຕຳແຫນ່ງເປັນເລຂາເອກ ພັກກອມມູນິດ ກູບາ ຮອດປີ 2021.

ກູບາ ໃນວິວັດທະນາການຫັນປ່ຽນການນຳຄັ້ງປະຫວັດສາດ - ảnh 1 ບັນຍາກາດຂອງພິທີໄຂກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດກູບາ ຊຸດທີ IX 

(ພາບ: VOV)

        ບັນດາຂີດໝາຍແຫ່ງການປະຕິຮູບ

        ຮຽງບ່າຮຽງໄຫລ່ກັບອ້າຍຂອງຕົນ ນັ້ນແມ່ນຜູ້ນຳ Fidel Castro ນັບແຕ່ຊຸມມື້ທຳອິດຂອງການປະຕິວັດ, ທ່ານ Raul ໄດ້ຮັບຜິດຊອບບັນດາຫນ້າທີ່ຫລັກແຫລ່ງໃນເສັ້ນທາງໂຄ່ນລົ້ມພວກຜະເດັດການ, ຮັກສາເອກະລາດ ແລະ ພັດທະນາປະເທດກູບາ. ນັບແຕ່ກາງປີ 2006, ເມື່ອທ່ານ Fidel Castro ຖືກເປັນພະຍາດ ທ່ານ Raul Castro ໄດ້ນຳພາປະເທດຊາດ ໃນໄລຍະຊົ່ວຄາວ . ຮອດປີ 2008, ທ່ານຮັບດຳລົງຕຳແຫນ່ງເປັນປະທານ ກູບາ, ເປັນການນຳສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ຢ່າງເປັນທາງການ.

        ໃນ 2 ອາຍຸການທີ່ທ່ານ Raul Castro ເປັນການນຳ, ກູບາ ໄດ້ມີການປ່ຽນແປງຫລາຍຢ່າງທີ່ມີລັກສະນະບາດລ້ຽວ ຄື: ດຳເນີນການປະຕິຮູບດ້ານເສດຖະກິດຕາມທິດເປີດປະຕູຕະຫລາດ, ດຶງດູດການລົງທຶນຕ່າງປະເທດ ແລະ ເອົາໃຈໃສ່ການພັດທະນາບັນດາຮາກຖານເສດຖະກິດພາກເອກະຊົນ. ທ້າຍປີ 2011, ກູບາ ອະນຸຍາດໃຫ້ສ່ວນບຸກຄົນມີສິດຊື້ ແລະ ຂາຍເຮືອນຢູ່. ຫລັງຈາກນັ້ນ ຮອດປີ 2014, ຕະຫລາດລົດໂອໂຕໄດ້ຮັບການຫັນເປັນເສລີ. ແລະ ນັບແຕ່ປີນີ້ເປັນຕົ້ນໄປ, ກູບາ ໄດ້ປ່ຽນແປງກົດໝາຍເພື່ອສົ່ງເສີມການລົງທຶນຕ່າງປະເທດ ແລະ ສະຫລອງເຂດທ່າກຳປັ່ນ Mariel ທີ່ກວ້າງໃຫຍ່, ຫ່າງຈາກນະຄອນຫລວງ ລາຮາວານ ໄປທາງທິດຕາເວັນອອກປະມານ 45 ກິໂລແມັດ. ດ້ວຍບັນດາມາດຕະການຊຸກຍູ້ເສດຖະກິດ, ປີ 2017 ເສດຖະກິດ ກູບາ ໄດ້ບັນລຸການເຕີບໂຕ 1,6% ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຫລາຍຢ່າງກ່ຽວກັບດ້ານການເງິນ. ເຖິງວ່າ ຖືກອາເມລິກາຈັດວາງມາດຕະການເຄັ່ງຄັດໃນການໄປມາ ແຕ່ ກູບາ ຍັງຄົງຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 4,7 ລ້ານເທື່ອຄົນ.

        ໃນການຮັບປະກັນຊີວິດສັງຄົມ, ປະຈຸບັນ ອາດຈະເຫັນໄດ້ຂີດໝາຍຂອງວົງຕະກຸນ Castro ນັ້ນແມ່ນ ຈາກບັນດາພວກນ້ອງນ້ອຍໄດ້ຊົມໃຊ້ພື້ນຖານການສຶກສາໂດຍບໍ່ເສຍຄ່າຕະຫລອດຮອດຜູ້ເຖົ້າຜູ້ແກ່ບໍ່ຕ້ອງເປັນຫ່ວງຫລາຍກ່ຽວກັບບໍລິການສາທາລະນະສຸກ ເບິ່ງແຍງສຸຂະພາບ. ຄວາມສະເຫມີພາບລະຫວ່າງຍິງຊາຍໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາຜົນງານໃຫຍ່ຢູ່ ກູບາ ຂະນະປະຈຸບັນມີ ½ ນັກສ້າງກົດໝາຍຢູ່ປະເທດນີ້ແມ່ນແມ່ຍິງ,  ແມ່ນອັດຕາສ່ວນສູງທີ 2 ໃນໂລກ. ລັດຖະບານ ກູບາ ກໍ່ອະນຸຍາດໃຫ້ປະຊາຊົນ ນຳໃຊ້ອິນເຕີແນັດ ແລະ ຕິດຕັ້ງຫລາຍບ່ອນມີ wifi ສາທາລະນະ ໃນທົ່ວປະເທດ.

        ກ່ຽວກັບດ້ານການພົວພັນຕ່າງປະເທດ ແລະຄວາມໝັ້ນຄົງ, ເຫດການເປັນຫນ້າສົນໃຈນັ້ນແມ່ນປີ 2014 ທ່ານ Raul ໄດ້ແຈ້ງໃຫ້ຊາບກ່ຽວກັບວິວັດການ ກູບາ ຫຍັບມໍ່ໃກ້ກັບ ອາເມລິກາກວ່າ. ແລະ ວັນທີ 20 ມີຖຸນາປີ 2015, ອາເມລິກາ ແລະ ກູບາ ເຊື່ອມຕໍ່ການພົວພັນດ້ານການທູດຄືນໃຫມ່. ເດືອນມິນາປີ 2016, ປະທານ Raul ຕ້ອນຮັບປະທານາທິບໍດີ ອາເມລິກາ Barak Obama ຢູ່ ລາຮາວານ.

ການປ່ຽນແປງມີລັກສະນະຫັນປ່ຽນ ແລະ ສືບທອດ

        ປິ 2013 ຜ່ານມາ, ເມື່ອສະເໜີ ທ່ານ Miguel Diaz – Canel Bermudez ເຊິ່ງເປັນຜູ້ຕາງໜ້າຂອງໄວໜຸ່ມ, ເພື່ອໃຫ້ສະພາແຫ່ງຊາດພິຈາລະນາເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງປະທານເອກສະພາແຫ່ງລັດກູບາ, ທ່ານປະທານ Raul Castro ເນັ້ນໜັກວ່າ: “ນີ້ບໍ່ແມ່ນຜູ້ທີ່ຈະເຮັດໃຫ້ທຸກຄົນແປກປະຫຼາດໃຈ ຫຼື ຕ້ອງຮັບມື” ໃນຖານະຕຳແໜ່ງໃໝ່ຫາກເຂົາເຈົ້າໄດ້ມີວິວັດການສູ້ຊົນ, ຝຶກຝົນຫຼໍ່ຫຼອມຢ່າງລະອຽດລະອໍ. ອາດຈະເວົ້າໄດ້ວ່າ ນັ້ນແມ່ນລັກສະນະລວມຂອງຄະນະຜູ້ນຳລັດກູບາໃນໄລຍະຈະມາເຖິງ.

        ຄວາມຈິງ, ວິວັດການກະກຽມການນຳປະຕິວັດລຸ້ນສືບທອດ, ແມ່ນໄດ້ປະຕິບັດມາເປັນເວລາຫຼາຍປີແລ້ວ. ພິສູດໃຫ້ສິ່ງດັ່ງກ່າວ ນັ້ນແມ່ນອາຍຸສະເລ່ຍຂອງສະມາຊິກສະພາແຫ່ງຊາດ 605 ທ່ານ ທີ່ຫາກໍໄດ້ຮັບການເລືອກຕັ້ງໃນວັນທີ 11 ມີນາ ແມ່ນ 49 ປີ ຫຼື ສະມາຊິກຂຶ້ນກັບກົມການເມືອງສູນກາງພັກກອມມູນິດກູບາໃນປັດຈຸບັນທີ່ໄດ້ເກີດ ແລະເຕີບໃຫຍ່ໃນໄລຍະປະຕິວັດ ກວມເອົາເຖິງ 9 ໃນຈຳນວນ 17 ຄົນ; ແລະສ່ວນຫຼາຍຈຳນວນຄົນເຫຼົ່ານັ້ນ ແມ່ນໄດ້ຮັບການທົບສອບຜ່ານຫຼາຍຕຳແໜ່ງຢູ່ຫຼາຍຂັ້ນທີ່ແຕກຕ່າງກັນ. ເຂົາເຈົ້າຖືກຖືວ່າ ແມ່ນຂົວຕໍ່ລະຫວ່າງການປະຕິວັດຂອງລຸ້ນກ່ອນກັບລຸ້ນໜຸ່ມໃນປັດຈຸບັນ.

        ເມື່ອສັງເກດໃນແງ່ມູນອື່ນ ເຫັນວ່າ ກູບາປະຕິບັດຕາມຫຼັກການການນຳແບບລວມໝູ່. ເພາະສະນັ້ນ, ທຸກແຜນນະໂຍບາຍ, ນະໂຍບາຍ, ທິດທາງ ລ້ວນແຕ່ໄດ້ຮັບການຮັບຮອງເອົາຈາກກອງປະຊຸມໃຫຍ່ຂອງພັກ ຜ່ານການປະກອບຄຳຄິດເຫັນຈາກປະຊາຊົນຢ່າງທົ່ວເຖິງ.  ບໍ່ພຽງແຕ່ເທົ່ານັ້ນ, ຢູ່ປະເທດກູບາ, ພັກກອມມູນິດກູບາເຊິ່ງທ່ານ Raul Castro ນຳໜ້າ, ແມ່ນຜູ້ມີບົດບາດໃນການກຳນົດທິດ ແລະ ຊີ້ນຳນຳພາກົງຈັກລັດ. ດັ່ງນັ້ນ, ໜ້າທີ່ອັນແທດຈິງຂອງສະພາແຫ່ງລັດກູບາໃນອາຍຸການໃໝ່ ແມ່ນສືບຕໍ່ເສັ້ນທາງທີ່ໄດ້ເລືອກເຟັ້ນ ແລະປະຕິບັດສຳເລັດບັນດາໜ້າທີ່ໆພວມດໍາເນີນ, ພ້ອມທັງ ຮັບມືກັບບັນດາຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທີ່ຍັງຄົງຄ້າງ ຫຼືຈະເກີດຂຶ້ນໃນອະນາຄົດ.

        ໃນໄລຍະເກືອບ 6 ທົດສະວັດທີ່ຜ່ານມາ, ປະຊາຊົນກູບາຍາມໃດກໍມີຄວາມເຊື່ອໝັ້ນຕໍ່ການສືບຕໍ່ເສັ້ນທາງປະຕິວັດ ເຊິ່ງເຂົາເຈົ້າເອງໄດ້ເລືອກເຟັ້ນ. ເຖິງວ່າເສັ້ນທາງພັດທະນາໃນໄລຍະຈະມາເຖິງຂອງກູບາ ຍັງປະສົບກັບສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງກໍຕາມ, ແຕ່ປະຊາຊົນກູບາ ຍັງຄົງສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳລຸ້ນໃໝ່ມີຄຸນນະທາດດີ ພຽງພໍນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ