ກໍ່ສ້າງ, ປັບປຸງພັກ: ປັດໄຈສຳຄັນເພື່ອເພີ່ມທະວີກຳລັງແຮງຂອງພັກ

(vovworld)- ຫນ​ຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຊື່ງ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 12 ພວມ​ດຳ​ເນີນ​ຢູ່​ ຮ່າ​ໂນ້ຍ ນັ້ນ​ແມ່ນ “ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ; ສະ​ກັດ​ກັ້ນ, ຍູ້​​ການ​ເສື່ອມ​​​ເສຍ​​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ປະ​ກົດ​ການ “ການ​ຜັນ​ແປ​ເອງ”, “ການ​ຫັນ​ປ່ຽນ​ເອງ”ພາຍ​ໃນ​ໃຫ້​ຖອຍ​ໄປ. ຫາງ​ສຽງ ມະ​ຫາ​ຊົນ ກໍ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ດ້ວຍ​ຫນ້າ​ທີ່ກໍ່​ສ້າງ, ປັບ​ປຸງ​ພັກ ເພາະ​ວ່າ​ນີ​້ແມ່ນ​ບັນ​ຫາມີ​ຄວາມ​ເປັນ​ຕາຍ​ຂອງ​ພັກ ແລະ ການ​ຄົງ​ຕົວ​ຂອ​ງ​ລະ​ບອບ.

ກໍ່ສ້າງ, ປັບປຸງພັກ: ປັດໄຈສຳຄັນເພື່ອເພີ່ມທະວີກຳລັງແຮງຂອງພັກ - ảnh 1
ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12
ພາບ:nguoilaodong

        ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ກໍ່​ສ້າງ, ປັບ​ປຸງ​ພັກ, ທີ່ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ: ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແມ່ນ​ປະ​ຖົມ​ປັດ​ໃຈ​ຕົ້ນ​ຕໍ​ເພື່ອ​ຕັດ​ສິນ​ຊີ້​ຂາດ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ການກໍ່​ສ້າງ, ປັບ​ປຸງ​ພັກ ຍາມ​ໃດ​ກໍ​ແມ່ນ​ຫນ້າ​ທີ່​ສຳ​ຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ເປັນ​ຕາຍ​ສຳ​ລັບ​ພັກ, ລະ​ບອບ. ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ວາງ​ອອກ​ມະ​ຕິ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ການ​ເສື່ອມ​ເສຍ​​ແນວ​ຄິດການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ປະ​ກົດ​ການ “ການ​ຜັນ​ແປ​ເອງ”, “ການ​ຫັນ​ປ່ຽນ​ເອງ”ພາຍ​ໃນ​ໃຫ້​ຖອຍ​ໄປ.

ກ່ອນ​ຫນ້ານັ້ນ, ທີ່​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ຊຸດ​ທີ 8, 9, 10 ແລະ 11, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກໍ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສະ​ກັດ​ກັ້ນ, ຍູ້​ ​ສະ​ພາບ​ເສື່ອມ​ເສຍ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃນ​ສະ​ມາ​ຊິກ​ພັກ​ໃຫ້​ຖອຍ​ໄປ.

ຫນ້າ​ທີ່​ສຳ​ຄັນ​ເປັນ​ປະ​ຈຳ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

ແຜນ​ຮ່າງ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ ໂດຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ຜັນ​ຂະ​ຫຍາຍກໍ່​ສ້າງ ແລະ ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຢືນ​ຢັນ:ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຊີ້​ນຳ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ມີ​ການ​ປ່ຽນ​ແປງໃຫມ່, ປັບ​ປຸງ​ເປັນ​ປ​ະ​ຈຳ ແລະ ຖື​​ເປັນ​ສຳ​ຄັນການກໍ່​ສ້າງ​ພັກກ່ຽວ​ກັບ​​ການ​ເມືອງ, ແນວ​ຄິດ, ການ​ຈັດ​ຕັ້ງ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານກໍ່​ສ້າງ​ພັກ ຍັງ​ມີ​ຂໍ້​ຈຳ​ກັດ​ຫລາຍ​ຢ່າງ. ສະ​ພາບ​​ການເສື່ອມ​ເສຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ແລະ ບັນ​ດາ​ປະ​ກົດ​ການ​ອາດ​ຍາ​ສິດ, ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດເປັນ​ກຸ່ມ​ໃນ​ພາກ​ສ່ວນ​ຫນຶ່ງ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ບໍ່​ແມ່ນ​ຫນ້ອຍ, ໃນ​ນັ້ນ ມີ​ການ​ນຳ, ຜູ້​ຄຸ້ມ​ຄອງ ແລະ ຫົວ​ຫນ້າ​ຂັ້ນ​ຕ່າງໆ​ບໍ່​ທັນ​ໄດ້​ຮັບ​ການ​ສະ​ກັດ​ກັ້ນ, ຍູ້​ໃຫ້​ຖອຍ​ໄປ​ . ດ້ານ​ອື່ນ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສູນ​ກາງ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ ຍັງ​ບໍ່​ທັນ​ບັນ​ລຸ​ຄາດ​ໝາຍ, ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ໄດ້ວາງ​ອອກ.

        ຈາກ​ຂໍ້​ສັງ​ເກດ​ດັ່ງ​ກ່າວ, ແຜນ​ຮ່າງ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ ໄດ້​ເຕື້ອງ​ເຖິງ​ການ​ປ່ຽນ​ໃຫມ່​ວິ​ທີ​ການ​ຊີ້​ນຳ​ນຳ​ພາ, ບູ​ລະ​ນະ​ການ​ຈັດ​ຕັ້ງກົງ​ຈັກ​ຂອງ​ພັກ, ກົນ​ໄກ​ເຄື່ອນ​ໄຫວ, ວຽກ​ງານ​ພະ​ນັກ​ງານ, ກຳ​ນົດ​ບາງ​ບັນ​ຫາ​ໃຫມ່ ແລະ ວາງ​ອອກ​ບາງ​ມາດ​ຕະ​ການ​ບຸກ​ທະ​ລຸ​ໃນ​ວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ.

ຫາງ​ສຽງ​ສັງ​ຄົມ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ພັກ

ຫາງ​ສຽງ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ສູນ​ກາງ​ພັກ ໃນ​ວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ, ເຮັດ​ແນວ​ໃດ​ໃຫ້​ພັກ​ມີ​ຄວາ​ມ​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ກຳ​ລັງ​ຕໍ່​ສູ້​ຂອງ​ພັກ. ຫາງ​ສຽງ​ກໍ​ຍົກ​ອອກ​ຫລາຍ​ຄຳ​ເຫັນ.

ເພື່ອ​ສະ​ກັດ​ກັ້ນ, ຍູ້​ສະ​ພາບ​ເສື່ອມ​ເສຍ​ກ່ຽວ​ກັບ​ແນວ​ຄິດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ​ແບບ​ການ​ດຳ​ລົງ​ຊີ​ວິດ, ທ່ານ​ຮອງ​ສາດ​ສະ​ດ​າ​ຈານ, ປອ ຟານ​ມີງ​ເຕີນ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ: ສິດ​ອຳ​ນາດ​ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແຫນ້ນ​ແຟ້ນ,  ບໍ່​ປະ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ. ມີ​ທັດ​ສະ​ນະ​ເຊັນ​ດຽວ​ກັນ, ທ່ານ ຫງວຽນ​ຕຸກ, ກຳ​ມະ​ການ​ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງ​ຜູ້​ນຳ​ຫນ້າ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ປະ​ກົດການ​ຫຍໍ້​ທ​ໍ້.

“ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​, ສຳ​ລັບ​ບັນ​ດາ​ຜູ້​ນຳ​ຫນ້າ, ນອກ​ຈາກ​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອ ບ​ໝາຍ​ເປັນ​ຢ່າງ​ດີ​ແລ້ວ, ຕົວ​ເອ​ງ ຕ້ອງ​ຮັກ​ສາ​ຈິດ​ໃຈ​ໂປ່ງ​ໃສ. ສິດ​ຜົນ​ປະ​ໂຫ​ຍດ​ທີ່​ໄດ້​ຮັບ​ຕ້ອງ​ເປີດ​ເຜີຍ”

        ຫາ​ງ​ສຽງ​ກໍ​ຖື​ວ່າ ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ ຕ້ອງ​ມີ​ຈິດ​ໃຈ​ຕ້ານ​ຄືນ​ປະ​ກົດ​ການ​ “ຜັ​ນ​ແປ​ເອງ”, “ຫັນ​ປ່ຽນ​ເອງ”, ພ້ອມ​ທັງ​ຄວນ​ມີ​ກົນ​ໄກ​ຄວບ​ຄຸມ​ສິດ​ອຳ​ນາດ, ສຳ​ເລັດ​ລະ​ບອບ​ນະ​ໂຍ​ບາຍ​ເພື່ອ​ຕ້ານ​ຄື​ນ​ການ​ເສື່ອມ​ທາດ​ຂາດ​ຄຸນ​ໃນ​​ໝູ່ພະ​ນັກ​ງານ, ສະ​ມ​າ​ຊິກ​ພັກ.

        ມີ​ຄຳ​ເຫັນ​ຫລາຍ​ຢ່າງ​ກໍ​ຖື​ວ່າ: ການກໍ່​ສ້າງ​ ແລະ ປັບ​ປຸງ​ພັກ ປະ​ຈຸ​ບັນ​ຄວນ​ມີ​ກົນ​ໄກ​ຄວບ​ຄຸມ​ສິດ​ອຳ​ນາດ, ສ້າງ​ລະ​ບອບ​ໃຫ້​ສຳ​ເລັດ​ເພື່ອ​ຕ້ານ​ຄືນ​ການ​ເສື່ອມ​ເສຍ​ໃນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ຖ້າ​ຫາກບໍ່​ສ້າງ​ກົນ​ໄກ​ຄວບ​ຄຸມ​ສິດ​ອຳ​ນາດ, ການ​ເສື່ອມ​ທາດ​ຂາດຄຸນ​ໃນ​ພັກ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ອາດ​ຈະ​ເກີດ​ຂຶ້ນ. ຮອງ​ສາດ​ສະ​ດາ​ຈານ, ປອ ຫງວຽນ​ຈ້ອງ​ຟຸກ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມີນ ຖື​ວ່າ:

        “ການ​ຄວບ​ຄຸມ​ສິດ​ອຳ​ນາດ​ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳ​ນາດ, ລັດ​ແຫ່​ງອ​ຳ​ນາດ​ກົດ​ໝາຍ. ຫວ່າງ​ແລ້ວນີ້ ການ​ຄວບ​ຄຸມ​ປະ​ຕິ​ບັດ​ບໍ່​ທັນ​ໄດ້​ຄື​ຄາດ​ໝາຍ​ວາງ​ອອກ. ການ​ຄວບ​ຄຸມ​ຍັງ​ແມ່ນ​ບັນ​ຫາ​ໃຫ​ຍ່. ເຮັດ​ແນວ​ໃດ​ບົດ​ບາດ​ຂອງ​ພັກ​ກຳ​ອຳ​ນາດ ພັກ​ຕ້ອງ​ເປັນ​ຜູ້​ຕິດ​ຕາມກວດ​ກາ, ຄວບ​ຄຸມເປັນ​ຢ່າງ​ດີ. ໃນ​ກົງ​ຈັກ​ລັດ ອຳ​ນາດ​ນິ​ຕິ​ບັນ​ຍັດ, ອຳ​ນາດ​ຕຸ​ລາ​ການ, ອຳ​ນາດ​ບໍ​ລິ​ຫານ ຕ້ອງ​ຄວບ​ຄຸມ​ສິດ​ອຳ​ນາດ​ເປັນ​ຢ່າງ​ດີ.”

        ການກໍ່​ສ້າງ​, ປັບ​ປຸງ​ພັກ ແມ່ນ​ຫນ້າ​ທີ່​ຫລັກ​ແຫລ່ງ, ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຍາວ. ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ໃນ​ທົ່ວ​ພັກ, ຄວາມ​ເອົາ​ໃຈ​ໃສ່, ຕິດ​ຕາມກວດ​ກາ​ຂອງ​ຫາງ​ສຽງ, ກິດ​ຈະ​ການນີ້​ຈະ​ບັນ​ລຸ​ຄາດ​ໝາຍກໍ່​ສ້າງ​ພັກ​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ. ນີ້​ກໍ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດກໍ່​ສ້າງ, ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສຳ​ເລັດ​ຜົນ. 


ຕອບກັບ

ຂ່າວ/ບົດ​ອື່ນ