ກໍ່ສ້າງກຳລັງສືບທອດພາລະກິດຂອງ ພັກກອມມູນິດຫວຽດນາມ

ຂະ​ຫຍາຍ​ສະ​ມາ​ຊິກ​ພັກ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງວຽກ​ງານກໍ່​ສ້າງ​ພັກ, ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ຕໍ່​ການ​ຄົງ​ຕົວ ແລະ ພັດ​ທະ​ນາ​ຂອງພັກ​ກອມ​ມູ​ນິດ​ຫວຽດ​ນາມ. ປະ​ຈຸ​ບັນ, ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ມີ​ຊາວ​ໜຸ່ມ​ດີ​ເດັ່ນ​ແຕ່ 120.000 ຫາ 125.000 ຄົນ​ໄດ້​ຮັບ​ເຂົ້າເປັນ ສະ​ມາ​ຊິກ​ພັກ.

ກໍ່ສ້າງກຳລັງສືບທອດພາລະກິດຂອງ ພັກກອມມູນິດຫວຽດນາມ - ảnh 1
ຂະ​ຫຍາຍ​ສະ​ມາ​ຊິກ​ພັກ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງວຽກ​ງານກໍ່​ສ້າງ​ພັກ

    ຄວາມ​ຈິງ​ໃນ 85 ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 3/2/1930 ມາ​ຮອດ​ປະ​ຈຸ​ບັນ, ຢູ່​ຫວຽດ​ນາມ​ມີ​ພຽງ​ພັກ​ການ​ເມືອງ​ດຽວ​ເທົ່າ​ນັ້ນ, ນັ້ນ​ແມ່ນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຶ່ງ​ມີ​ຄຸນ​ນະ​ທາດ, ພູມ​ປັນ​ຍາ, ບົດ​ຮຽນ, ອິດ​ທິ​ພົນ​ຊື່​ສຽງ ແລະ ຄວາມ​ສາ​ມາດ​ນຳ​ພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ການ​ທົດ​ສອບ​ນາໆ​ປະ​ການ​ເພື່ອ​ນຳ​ກຽດ​ອັນ​ສະ​ຫງ່າ​ມາ​ສູ່​ຊາດ​ຫວຽດ​ນາມ. ເພື່ອ​ສືບ​ທອດ​ພາ​ລະ​ກຳ​ອັນ​ສຳ​ຄັນ​ນີ້, ພັກ​ໄດ້​ຂະ​ຫຍາຍ​ກຳ​ລັງ​ຢ່າງບໍ່​ຢຸດຢັ້ງ, ນັ້ນ​ແມ່ນ​ລຸ່ນ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ.

    ເອົາ​ໃຈ​ໃສ່​ເຖິງ​ກຳ​ລັງ​ນັກ​ຮຽນ, ນັກ​ສຶກ​ສາ

  ໂດຍ​ໄດ້​ຮັບ​ເຂົ້າ​ເປັນສະ​ມາ​ຊິກ​ພັກ ນັບ​ແຕ່​ເວ​ລາ​ຍັງເປັນ​ນັກ​ຮຽນ​ສາ​ມັນ, ກ່ຽວ​ແອງ ນັກ​ສຶກ​ສາ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ, ຍາມ​ໃດ​ກໍ​ເຫັນ​ວ່າ ນີ້​ທັງ​ແມ່ນ​ຄວາມ​ເປັນ​ກຽດ, ທັງ​ແມ່ນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ໃຫ້​ຕົນ​ເອງ​ພະ​ຍ​າ​ຍາມ​ຝຶກ​ຝົນຫຼໍ່ຫຼອມຫຼາຍ​ກ່​ວາ​ອີກ​ໃນ​ການ​ຮ່ຳ​ຮຽນ ແລະ ວິ​ຖີ​ຊີ​ວິດ. ນັບ​ແຕ່​ເວ​ລາ​ເລີ່ມ​ເຂົ້າ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​, ກ່ຽວ​ແອງ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ, ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ອາ​ສາ​ສະ​ໝັກ​ໃຫ້​ແກ່​ນັກ​ສຶກ​ສາ​ໃນ​ໂອ​ກາດ​ບັນ​ດາ​ວັນ​ບຸນ​ໃຫຍ່. ກ່ຽວ​ແອງ​ໃຫ້​ຮູ້​ວ່າ : 

   “ ໂດຍ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ພັກ​ມາ​​ເປັນ​ເວ​ລາເກືອບ 5 ປີ, ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ພະ​ຍາ​ຍາມ​ສູ້​ຊົນ. ເມື່ອ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຊີ​ວິດ​ພັກ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ອົບ​ຮົມ​ການ​ເມືອງ, ຜັນ​ຂະ​ຫຍາຍ​ບັນ​ດາ​ມະ​ຕິ​ຂອງ​ພັກ. ຜ່ານນັ້ນ, ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໄດ້​ຝຶກ​ຝົນຫຼໍ່ຫຼອມທາງ​ດ້ານ​ເຈດ​ຈຳ​ນົງ, ຄຸນ​ນະ​ທາດ​ປະ​ຕິ​ວັດ, ທິດ​ສະ​ດີ​ການ​ເມືອງ, ດັ່ງ​ນັ້ນ ຈີນ​ຕະ​ນາ​ການ, ຄວາມ​ນຶກ​ຄິດ​ຂອງ​ຕົນ​ກໍ​ໜັກ​ແໜ້ນກວ່າ”

   ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ

  ໄລ​ຍະ​ທີ່​ຜ່ານ​ມາ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນໄດ້​ຍູ້​ແຮງບັ້ນ​ຂົນ​ຂວາຍ “ຊາວ​ໜຸ່ມ​ສູ້​ຊົນ​ກາຍ​ເປັນ ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ”. ທ່ານດັ້ງ​ກ໋ວກ​ຕວານ ເລ​ຂາ​ສູນ​ກາງ​​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ມີ​ຊາວ​ໜຸ່ມ​ດີ​ເດັ່ນ​ແຕ່ 120.000 ຫາ 125.000 ຄົນ​ໄດ້​ຮັບ​ເຂົ້າເປັນສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ກວມກວ່າ 60%ຍອດ​ຈຳ​ນວນສະ​ມາ​ຊິກ​ພັກທີ່​ຫາ​ກໍ​ໄດ້​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ. ໝາກ​ຜົນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ບຳ​ລຸງ​ຊາວ​ໜຸ່ມ​ຜູ້​ດີ​ເດັ່ນ​ເພື່ອ​ແນະ​ນຳ​ໃຫ້​ໜ່ວຍ​ພັກ​ພິ​ຈາ​ລະ​ນາ​ຮັບ​ເຂົ້າເປັນ​ສະ​ມາ​ຊິກ ແມ່ນ​ໄດ້ຮັບ​ການ​ປະ​ຕິ​ບັດ​ຈາກ​ຄະ​ນະ​ຊາວ​ໜຸ່ມ​ຂັ້ນ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ຂັ້ນ​ຮາກ​ຖານ​ຈະ​ເປີດ​ກ້​ວາງ​ເປົ້າ​ໝາຍ​ເພື່ອ​ ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ ນັ້ນ​ແມ່ນ​ກຳ​ມະ​ກອນ​ລັດ​ຖະ​ກອນ, ກຳ​ລັງ​ປະ​ກອບ​ອາ​ວຸດ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ບຳ​ລຸງ ຊາວ​ໜຸ່ມ​ຜູ້​ດີ​ເດັ່ນທີ່​ເປັນ​ກຳ​​ມະ​ກອນພວມ​ເຮັດ​ວຽກ​ຢູ່​ຕາມ​ບໍ​ລິ​ສັດ​ເອ​ກະ​ຊົນ. ທ່ານດັ້ງ​ກ໋ວກ​ຕວານ ເລ​ຂາ​ສູນ​ກາງ​​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ : 

   “ ໃນ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ຊາວ​ໜຸ່ມ, ​ສູນ​ກາງ​​ຊາວ​ໜຸ່ມ ແລະ ບັນ​ດາ​ຄະ​ນະ​ຊາວ​ໜຸມກອມ​ມູ​ນິດ​ໂຮ່​ຈິ​ມິນ ຂັ້ນ​ແຂວງ, ນະ​ຄອນ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ອຸ​ດົມ​ການ​ປະ​ຕິ​ວັດ ແລະ ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາ​ວະ​ຊົນ. ໂດຍ​ຜ່ານ​ພຶດ​ຕິ​ກຳ​ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ເພື່ອ​ໃຫ້​ພວກ​ເພື່ອນ​ມີ​ເງື່ອນ​ໄຂ​ລ​ົງ​ຕົວ​ຈິງ, ​ຝຶກ​ຝົນຫຼໍ່ຫຼອມຜ່ານ​ພຶດ​ຕິ​ກຳ​ເພື່ອ​ອຸ​ທິດ​ສ່ວນ​ເຫື່ອ​ແຮງ​ຂອງ​ຕົນ.

    ເຖິງວ່າ​ຈະ​ຢູ່​ໃນ​ໄລ​ຍະ​ປະ​ຕິ​ວັດໃດກໍ​ຕາມ, ໄວ​ໜຸ່ມ​ຫວຽດ​ນາມ​ຍາມ​ໃດ​ກໍ​ແມ່ນ​ກຳ​ລັງ​ນຳ​ໜ້າ​ໃນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຍ້ອນ​ເຫດນີ້​ເອງ, ຄະ​ນະຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນຕ້ອງ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນ, ແບບ​ວິ​ທີ​ການ​ເຄື່ອນ​ໄຫວ​ຢ່າງບໍ່​ຢຸດຢັ້ງ, ສ້າງ​ຄວາມ​ສາ​ມັກ​ຄີ, ເຕົ້​າ​ໂຮມ​ຊາວ​ໜຸ່ມ​ດ້ວຍຫຼາຍ​ຮູບ​ການ, ຖ່າຍ​ທອດ​ອຸ​ດົມ​ການ​ປະ​ຕິ​ວັດ​ ​ເພື່ອໃຫ້​ເຂົາ​ເຈົ້າເຫັນ​ວ​່າ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ ແມ່ນ​ຈຸດ​ໝາຍ​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະ​ເວ​ລາ​ເປັນ​ໄວ​ໜຸ່ມ. ທ່ານ ຫງວຽນ​ມິນ​ຕ້ວນ ຫົວ​ໜ້າ​ສະ​ຖາ​ບັນ​ກໍ່​ສ້າງ​ພັກ ເນັ້ນ​ໜັກ​ວ່າ : 

   “ ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ໂຄ​ສະ​ນາ​ໃຫ້​ຊາວ​ໜຸ່ມ​ກ່ຽວ​ກັບ​ຈຸດ​ໝາຍ, ອຸ​ດົມ​ການ, ວິ​ຖີ​ຊີ​ວິດ. ສິ່ງນີ້ບໍ່​ມີ​ລັກ​ສະ​ນະ​ນ​າມ​ທຳ, ແຕ່​ລຽບ​ງ່າຍ​ທີ່​ສຸດ ໝາຍ​ຄວາມ​ວ່າ ພັກ​ໄດ້​ນຳ​ມາ​ເຊິ່ງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ມາ​ໃຫ້​ປະ​ຊາ​ຊົນ, ໝູ່​ບ້ານ, ອົງ​ການ​ສຳ​ນັກ​ງານ​ຂອງ​ຕົນ ”

   ນັບ​ແຕ່​ເວ​ລາ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຮັບ​ເອົາຊາວ​ໜຸ່ມ​ບັນ​ດາຜູ້​ດີ​ເດັ່ນເຂົ້າ​ເປັນສະ​ມາ​ຊິກ​ພັກ ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຝຶກ​ຝົນຫຼໍ່ຫຼອມ, ຜ່ານ​ການ​ທົດ​ສອບ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ ເພື່ອ​ກາຍ​ເປັນ​ພະ​ນັ​ງານ​ການ​ນຳ​ຂອງ​ປະ​ເທດ​ຊາດ. ພາຍຫຼັງ 85 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ, ພັກ​ກອມ​ມູ​ນິດ​ຫວຽດ​ນາມຍັງ​ຄົງ​ສືບ​ຕໍ່​ຂະ​ຫຍາຍ​ຖັນ​ແຖວ ສະ​ມາ​ຊິກ​ພັກ ຊຶ່ງ​ແມ່ນ​ໄວ​ໜຸ່ມ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ເພື່ອ​ໃຫ້ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ຊາດ​ຕະຫຼອດ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ