ກໍ່ສ້າງຊົນຊັ້ນກຳມະກອນໃນໄລຍະໃໝ່

(VOVWORLD) -ວັນທີ 24 ກັນຍາ, ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 12, ເຊິ່ງແມ່ນເຫດການການເມືອງສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ດ້ວຍຄຳຂວັນທີ່ວ່າ “ປ່ຽນແປງໃໝ່, ປະຊາທິປະໄຕ, ສາມັກຄີ, ມີຄວາມຮັບຜິດຊອບ”, ກອງປະຊຸມໃຫຍ່ໄດ້ກຳນົດການປ່ຽນແປງໃໝ່ອົງການຈັດຕັ້ງ ແລະ ການເຄື່ອນໄຫວກຳມະບານ, ກໍ່ສ້າງຊົນຊັ້ນກຳມະກອນໃຫ້ເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ກໍ່ສ້າງຊົນຊັ້ນກຳມະກອນໃນໄລຍະໃໝ່ - ảnh 1(ພາບປະກອບ)

ປະຈຸບັນ, ຫວຽດນາມ ມີສະມາຊິກຊາວໜຸ່ມ, ກຳມະກອນ, ລັດຖະກອນ, ຊາວຜູ້ອອກແຮງງານ 10 ລ້ານຄົນ. ພາລະກິດຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ - ທັນສະໄໝ ນັບມື້ນັບເຂົ້າສູ່ລວງເລິກຈະສ້າງໂອກາດເພື່ອຢືນຢັນບົດບາດ, ທີ່ຕັ້ງຂອງຊົນຊັ້ນກຳມະກອນ.

        ໃນສະພາບການທີ່ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0, ບໍ່ມີໃຜອື່ນນອກຈາກຊົນຊັ້ນກຳມະກອນຫວຽດນາມ ຈະນຳໜ້າໃນການປະຕິວັດນີ້.

ສິ່ງທ້າທາຍຂອງຍຸກສະໄໝ

        ການປະຕິວັດອຸດສາຫະກຳຄັ້ງທີ 4 ຈະສົ່ງຜົນກະທົບຢ່າງເລິກເຊິ່ງເຖິງການຜະລິດ, ຊີວິດການເປັນຢູ່, ວຽກເຮັດງານທຳຂອງຊາວຜູ້ອອກແຮງງານ. ຢູ່ພາຍໃນປະເທດ, ພາບພົດກ່ຽວກັບເສດຖະກິດ - ສັງຄົມໄດ້ຮັບການຕີລາຄາວ່າ ມີບັນດາການຜັນແປທີ່ສະດວກ, ດ້ວຍບັນດາການຄາດຄະເນການເຕີບໂຕທີ່ຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ກໍ່ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ແຊກຊ້ອນ, ຈະສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊາວຜູ້ອອກແຮງງານ. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ກຳມະບານຫວຽດນາມ ຕ້ອງສຸມໃສ່ປ່ຽນແປງໃໝ່ອົງການຈັດຕັ້ງ ແລະ ການເຄື່ອນໄຫວກຳມະບານ, ຍົກສູງກຳລັງຄວາມສາມາດເປນຕົວແທນ, ເບິ່ງແຍງຜົນປະໂຫຍດຂອງສະມາຊິກກຳມະບານ, ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ. ທ່ານ ບຸຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ.

        “ອາຍຸການ 2018 – 2023 ແມ່ນອາຍຸການມີສິ່ງທ້າທາຍຫຼາຍຢ່າງສຳລັບອົງການຈັດຕັ້ງກຳມະບານຫວຽດນາມ. ພວກເຮົາໄດ້ເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ຜັນຂະຫຍາຍບັນດາມະຕິ, ແຜນນະໂຍບາຍຂອງພັກ ສ້າງເງື່ອນໄຂເປັນຢ່າງດີທີ່ສຸດໃຫ້ກຳມະບານ. ນອກນັ້ນຍັງມີຂໍ້ຄົງຄ້າງຂອງກຳມະບານ ກໍ່ພວມວາງອອກບັນດາສິ່ງທ້າທາຍເພື່ອໃຫ້ພວກຂ້າພະເຈົ້າສຸມໃສ່ປະຕິບັດໃນໄລຍະຈະມາເຖິງ”.

ກໍ່ສ້າງຊົນຊັ້ນກຳມະກອນຢ່າງໝັ້ນຄົງເຂັ້ນແຂງ.

        ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ຊີ້ແຈ້ງວ່າ, ຕ້ອງເອົາໃຈໃສ່ເຖິງການສຶກສາ, ບຳລຸງສ້າງ, ພັດທະນາຊົນຊັ້ນກຳມະກອນ ນັບທັງທາງດ້ານຈຳນວນ ແລະ ຄຸນນະພາບ; ຍົກສູງຄຸນນະທາດດ້ານການເມືອງ, ທັກສະວິຊາຊີບ, ແບບແຜນການເຮັດວຽກແບບອຸດສາຫະກຳ, ລະບຽບວິໄລ ໃນການອອກແຮງງານຂອງກຳມະກອນ; ຮັບປະກັນວຽກເຮັດງານທຳ, ເພີ່ມລາຍຮັບ, ປັບປຸງເງື່ອນໄຂເຮັດວຽກ, ເຮືອນຢູ່, ບັນດາກິດຈະກຳສະຫວັດດີການສັງຄົມຮັບໃຊ້ໃຫ້ແກ່ກຳມະກອນ; ປັບປຸງ, ເພີ່ມເຕີມບັນດານະໂຍບາຍ, ນິຕິກຳກ່ຽວກັບເງິນເດືອນ, ການປະກັນໄພສັງຄົມ, ປະກັນສຸຂະພາບ, ປະກັນການວ່າງງານ… ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ.

        ບົນຈິດໃຈການກຳນົດທິດນັ້ນ, ພ້ອມກັບການກຳນົດບັນດາສິ່ງທ້ານທາຍທີ່ພວມວາງອອກໃນການສ້າງຖັນແຖວກຳມະກອນຢ່າງຈະແຈ້ງ, ໃນໄລຍະຈະມາເຖິງ, ກຳມະບານຫວຽດນາມ ໄດ້ວາງອອກບັນດາຄາດໝາຍປະຕິບັດພາລະໜ້າທີ່ເປັນຜູ້ຕາງໜ້າດ້ານຜົນປະໂຫຍດອັບຊອບທຳໃຫ້ແກ່ຊາວຜູ້ອອກແຮງງານ, ສະມາຊິກກຳມະບານຫວຽດນາມ ໃຫ້ເປັນຢ່າງດີ; ປະຕິບັດໜ້າທີ່ໂຄສະນາສຶກສາໃຫ້ເປັນຢ່າງດີເພື່ອສ້າງຊົນຊັ້ນກຳມະກອນໃຫ້ເຕີບໃຫຍ່, ເຂັ້ມແຂງໃນຍຸກສະໄໝຈະມາເຖິງ, ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ນອກນັ້ນແມ່ນຍູ້ແຮງບັນດາການເຄື່ອນໄຫວແຂ່ງຂັນຮັກຊາດ ເພື່ອປຸກລະດົມກຳມະກອນຊາວຜູ້ອອກແຮງງານໃນທົ່ວປະເທດ ຮ່ວມແຮງຮ່ວມໃຈປະຕິບັດພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ທ່ານ ບຸຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ຕື່ມອີກວ່າ.

        “ເພື່ອປະຕິບັດບັນດາໜ້າທີ່ດັ່ງກ່າວ, ພວກຂ້າພະເຈົ້າໄດ້ກຳນົດ 3 ຂອດບຸກທະລຸຍຸດທະສາດ. ທີ 1 ແມ່ນປ່ຽນແປງໃໝ່ແບບວິທີ, ຕັ້ງໜ້າເບິ່ງແຍງຜົນປະໂຫຍດໃຫ້ສະມາຊິກກຳມະບານ, ເປັນຜູ້ຕາງໜ້າປົກປ້ອງຊາວຜູ້ອອກແຮງງານ. ທີ 2 ແມ່ນສ້າງຖັນແຖວພະນັກງານກຳມະບານ ໂດຍສະເພາະແມ່ນປະທານກຳມະບານທຸກຂັ້ນ, ໃນນັ້ນປະທານກຳມະບານບັນດາວິສາຫະກິດນອກລັດ ແມ່ນຜູ້ນຳຂອງຊາວຜູ້ອອກແຮງງານ. ທີ 3 ແມ່ນສ້າງກຳມະບານໃຫ້ເຂັ້ມແຂງຢ່າງພຽງພໍເພື່ອໃຫ້ກຳມະບານປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ ຕິດພັນກັບການຍູ້ແຮງວຽກງານສື່ສານກ່ຽວກັບກຳມະບານຫວຽດນາມ. ນີ້ແມ່ນ 3 ໜ້າທີ່ມີລັກສະນະບຸກທະລຸ ເຊິ່ງພວກຂ້າພະເຈົ້າຈະສຸມໃສ່ປະຕິບັດໃນອາຍຸການ 2018 - 2023”.

        ຫວຽດນາມ ກໍຄືບັນດາປະເທດໃນໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0, ດ້ວຍຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ປ່ຽນແປງໃໝ່. ເລື່ອງສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ກຳມະບານທຸກຂັ້ນເຫັນໄດ້ຢ່າງຈະແຈ້ງ ແລະ ເອົາໃຈໃສ່ຢ່າງໃກ້ຊິດຕໍ່ຊາວຜູ້ອອກແຮງງານກວ່າ ຈະຊ່ວຍໃຫ້ຫວຽດນາມ ໄປທ່ວງທັນກັບການປະຕິວັດອຸດສາຫະກຳ 4.0 ຢູ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ