ກໍ່​ສ້າງ​ຖັນ​ແຖວ​ການ​ນຳ ​ສຸດ​ຈິດ​ສຸດ​ໃຈ, ເຂົ້າ​ໃຈ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ປະ​ຊາ​ຊົນ

(VOVWORLD) -ເນື້ອໃນສຳຄັນພິເສດຂອງກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫາກໍ່ດຳເນີນໄປໃນວັນທີ 8-9 ມີນາປີ 2021 ນັ້ນແມ່ນ ສູນກາງໄດ້ປ່ອນບັດສະເໜີ ບຸກຄະລາກອນສະໝັກເຂົ້າບັນດາຕຳແຫນ່ງ ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ແມ່ນບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຕັ້ງຄວາມຫວັງຕໍ່ຖັນແຖວການນຳ ນັ້ນແມ່ນຜູ້ທີ່ມີຄວາມສຸດຈິດສຸດໃຈ, ມີຄວາມເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ນຳປະເທດຊາດພັດທະນາຈະເລີນຮຸ່ງເຮືອງ.
ເມື່ອຕິດຕາມ ກອງປະຊຸມສູນກາງພັກ ຄັ້ງທີ 2, ທ່ານ ຟ້າມເທຢວຽດ ອະດີດຜູ້ປະຈຳການກົມການເມືອງ ອະດີດ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ: ຄັ້ງນີ້ ສູນກາງ ໄດ້ ສະເໜີ ບຸກຄະລາກອນສະໝັກເຂົ້າບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ ດ້ວຍຈຳນວນບັດສະຫນັບສະຫນູນສູງ. ນີ້ແມ່ນບາດກ້າວສຳຄັນໃນການຈັດແບ່ງ, ສັບຊ້ອນ, ປັບປຸງ ຖັນແຖວພະນັກງານຂອງລະບົບການເມືອງໃນອາຍຸການນີ້.
ກໍ່​ສ້າງ​ຖັນ​ແຖວ​ການ​ນຳ ​ສຸດ​ຈິດ​ສຸດ​ໃຈ, ເຂົ້າ​ໃຈ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ປະ​ຊາ​ຊົນ - ảnh 1ທ່ານ ຟ້າມເທຢວຽດ ອະດີດຜູ້ປະຈຳການກົມການເມືອງ, ອະດີດ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (ພາບ: dantri.com.vn)

  ຕາມທ່ານ ຟ້າມເທຢວຽດແລ້ວ, ບັນຫາສຳຄັນແຖວຫນ້າສຳລັບບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ ນັ້ນແມ່ນ ຕ້ອງສ້າງໝູ່ຄະນະມີຄວາມສາມັກຄີກັນ, ປອດໄສ ໝັ້ນຄົງເຂັ້ມແຂງ ເປັນເອກະພາບສູງໃນເຈດຈຳນົງ ແລະ ການກະທຳ, ພິເສດ ແມ່ນສະຫນິດຕິດພັນກັບປະຊາຊົນ.

 “ປະຊາຊົນຕັ້ງຄວາມຫວັງຕໍ່ກັບບັນດາການນຳຂອງພັກ, ລັດ ແລະສະພາແຫ່ງຊາດ. ຂ້າພະເຈົ້າຄິດວ່າ ບັນດາການນຳນີ້ ພະຍາຍາມເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ. ບັນດາການນຳມີກຳລັງຄວາມສາມາດພຽງພໍແລ້ວ ພ້ອມທັງຕ້ອງມີອິດທິພົນຕໍ່ກັບປະຊາຊົນອີກ .

ກໍ່​ສ້າງ​ຖັນ​ແຖວ​ການ​ນຳ ​ສຸດ​ຈິດ​ສຸດ​ໃຈ, ເຂົ້າ​ໃຈ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ປະ​ຊາ​ຊົນ - ảnh 2ກອງປະຊຸມສູນກາງພັກ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 (ພາບ: VGP)

ກອງປະຊຸມສູນກາງພັກ ຄັ້ງທີ 2 ແມ່ນບາດກ້າວບູລະນະກົງຈັກ, ຕຳແຫນ່ງການນຳຫລັກແຫລ່ງຂອງລັດພາຍຫລັງຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ເລື່ອງກົມການເມືອງຮັບຮອງເອົາບຸກຄະລາກອນສະໝັກເຂົ້າຕຳແຫນ່ງປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ເປັນການສະແດງໃຫ້ເຫັນລັກສະນະວິທະຍາສາດ, ປະຊາທິປະໄຕ, ການຄັດເລືອກຢ່າງລະອຽດເພື່ອໃຫ້ກອງປະຊຸມເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV ພິຈາລະນາ ເລືອກຕັ້ງ ຫລື ໃຫ້ສັດຕະຍາບັນຕາມການກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.

ສະຫາຍ ຫງວຽນມີງທັງ ສະມາຊິກພັກ ຢູ່ ເມືອງ ຮ່ວາງມາຍ ນະຄອນ ຮ່າໂນ້ຍ ຖືວ່າ:

“ໃນເວລາ 4 ເດືອນ ບັນດາສະມາຊິກລັດຖະບານ ຈຶ່ງໄດ້ຮັບການເລືອກຕັ້ງທີ່ກອງປະຊຸມສະໄຫມສາມັນເທື່ອທີ 11  ຖ້າຫາກສູ້ຊົນ ພະຍາຍາມ ເດືອນກໍລະກົດ ພວກເຮົາຈະເລືອກຕັ້ງຄືນ. ບັນດາໝາກຜົນນີ້ເພື່ອໃຫ້ ສະມາຊິກສະພາແຫ່ງຊາດ ມີການຕີລາຄາຕື່ມອີກ, ເລືອກຕັ້ງເອົາກົງຈັກໃຫມ່ຂອງສະພາແຫ່ງຊາດ, ລັດຖະບານ ໃຫ້ນັບມື້ນັບແຫນ້ນແຟ້ນກວ່າ ມີປະຊາທິປະໄຕ ວິທະຍາສາດ ແລະ ມີຄຸນນະພາບ ໃກ້ຊິດຕິດແທດກັບປະຊາຊົນກວ່າ.”

ຕິດຕາມເນື້ອໃນ ກອງປະຊຸມສູນກາງພັກ ຄັ້ງທີ 2, ພະນັກງານ ສະມາຊິກພັກ ແລະ ປະຊາຊົນ ຖືວ່າ: ປະເທດຊາດ ໄດ້ທ້ອນໂຮມເປັນເອກະພາບມາໄດ້ 45 ປີແລ້ວ ມາຮອດປະຈຸບັນ ມີລຸ່ນການນຳໃຫມ່ ແມ່ນຜູ້ທີ່ໄດ້ຮ່ຳຮຽນ ບຳລຸງສ້າງເປັນລະບົບ ມີທັກສະ ພູມປັນຍາ ລະດັບທິດສະດີ ວິຊາສະເພາະ, ຮູ້ພາສາຕ່າງປະເທດ, ເຕັກໂນໂລຊີຂໍ້ມູນຂ່າວສານ ຮ້ອບດ້ານ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນໄລຍະໃຫມ່. ຖັນແຖວການນຳຊຸດນີ້ ແມ່ນຜູ້ສຸດຈິດສຸດໃຈ ມີຄວາມຄາດຫວັງນຳປະເທດຊາດພັດທະນາ.

“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ແມ່ນໝູ່ຄະນະມີຄວາມເກັ່ງກ້າສາມາດ ມີຈັນຍາບັນຄຸນສົມບັດ ເພື່ອນຳພາປະເທດຊາດ ຊື່ງໃນນັ້ນ ກົມການເມືອງ ຄະນະເລຂາແມ່ນບັນດາຜູ້ທີ່ດີເດັ່ນ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ອາຍຸການ ທີ XIII ຈະແມ່ນອາຍຸການນຳປະເທດພວກເຮົາຂຶ້ນສູ່ລະດັບສູງໃຫມ່.”

ປະຊາຊົນໃນທົ່ວປະເທດ ມີຄວາມປາດຖະຫນາ ບັນດາການນຳຂອງພັກ ລັດ ສະພາແຫ່ງຊາດ ແມ່ນຜູ້ສຸດຈິດສຸດໃຈ ແລະ ມີຄວາມເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ສະຫນິດຕິດພັນກັບປະຊາຊົນ. ໃນນັ້ນ ການນຳແຕ່ລະທ່ານ ຕ້ອງແມ່ນແບບຢ່າງດີເດັ່ນຂອງພັກ ກ່ຽວກັບຈັນຍາບັນຄຸນທາດການເມືອງ, ຄຸນສົມບັດ ແລະ ມີກຳລັງຄວາມສາມາດໃນການປະຕິບັດງານ ຕ້ອງແມ່ນຜູ້ ທັງມີຈັນຍາບັນຄຸນສົມບັດ ທັງມີຄວາມເກັ່ງກ້າສາມາດ ແຕ່ໃນນັ້ນ ຄຸນສົມບັດຈັນຍາບັນແມ່ນກົກເຄົ້າເພື່ອນຳພາປະເທດຊາດໃນໄລຍະພັດທະນາໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ