ກໍ່ສ້າງພັກກອມມູນິດ ຫວຽດນາມ ເປັນພັກປະຕິວັດສັດຈະທຳຢ່າງແທ້ຈິງ.

ກໍ່ສ້າງພັກກອມມູນິດ ຫວຽດນາມ ເປັນພັກປະຕິວັດສັດຈະທຳຢ່າງແທ້ຈິງ. - ảnh 1
ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ຊຸດທີ 11
ພາບປະກອບຈາກ internet

(vovworl) - ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຫາ​ກໍ​ເຊັນ​ປະກາດ​ໃຊ້ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ​ປະຈຸ​ບັນ. ມະຕິ​ດັ່ງກ່າວ​ໄດ້​ເນັ້ນ​ຫນັກ​ເຖິງ 4 ໝວດ​ມາດ​ຕະການ​ສຳຄັນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ​ໃນ​ສະພາບ​ປະຈຸ​ບັນ. ​

        ​ເປີດ​ສາກ, ມະຕິ​ສະບັບ​ນີ້​ໄດ້​ຢືນຢັນ​ເຖິງບົດບາດ​ອັນ​ໃຫຍ່​ຫລວງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ກວ່າ 80 ປີ​ຜ່ານ​ມາ ​ເຊິ່ງໄດ້​ນຳພາ, ຈັດ​ຕັ້ງ ​ແລະ ​ເສີມ​     ຂະຫຍາ​ຍກຳລັງ​ແຮງ​ອັນ​ໃຫຍ່​ຫລວງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຍາ​ດ​ໄດ້​ໄຊຊະນະ​ຍິ່ງ​ໃຫຍ່​ໃນ​ພາລະກິດ​ປະຕິວັດ. ນັບ​ແຕ່​ເມື່ອ​ປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃຫມ່, ມີ​ແຜນ​ນະ​ໂຍບາຍ, ມະຕິ​ກ່ຽວ​ກັບ​ການ​ກໍ່ສ້າງ, ປັບປຸງ​ພັກ​ຫລາຍ​ສະບັບໄດ້​ຮັບ​ການ​ປະກາດ​ໃຊ້. ພ້ອມ​ກັບ​​ເລື່ອງ​ບັນລຸ​ໝາກຜົນ​ຕັ້ງຫນ້າ​ຫລາຍ​ຢ່າງ​ນັ້ນ, ວຽກ​ງານ​ກໍ່ສ້າງ​ພັກ ຍັງ​ຄົງ​ມີ​ຂໍ້​ຈຳກັດ​ຫລາຍຢ່າງຢູ່, ຊ້ຳ​ບໍ່​ໜຳ​ຍັງມີຄວາມອ່ອນ​ດ້ອຍ, ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ທີ່​ແກ່ຍາວ​ຜ່ານຫລາຍ​ອາຍຸ​ການ, ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ​ຖືກ​ຫລຸດ​ລົງ. ມະຕິ​ໄດ້​ຢືນຢັນ​ວ່າ ຖ້າ​ຫາກ​ບໍ່​ໄດ້​ຮັບ​ການ​ປັບປຸງ, ແກ້ໄຂບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ນີ້​ຈະ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່ກັບ​ບົດບາດນຳ​ພາ​ຂອງ​ພັກ ​ແລະ ການ​ຍືນ​ຍົງຄົງ​ຕົວ​ຂອງ​ລະບອບ.

        ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​, ​ແກ້​ໄຂ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ ​ເພ່ືອ​ກໍ່ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ພັກ​ປະຕິວັດ​ສັດຈະທຳ, ນັບ​ມື້​ນັບ​ປອດ​​ໃສ, ​ເຂັ້ມ​ແຂງ, ມະຕິ​​ໄດ້ຢືນຢັນ​ວ່າ ຕ້ອງ​ເຫັນ​ໄດ້​ຄວາມ​ເປັນ​ຈິງ, ຕີ​ລາຄາ​ຖືກ​ກັບ​ຄວາມ​ຈິງ, ພາວະ​ວິ​ໄສ, ບໍ່​ເກັງ​ໃຈຫລືຈົ່ງຈຽມ ຫລົບຫຼີກ. ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ, ຕັ້ງ​ໝັ້ນ, ​ປະຕິບັດແຕ່​ລະບາດ​ກ້າວ​ຢ່າງ​ໝັ້ນ​ແກ່ນ, ບໍ່​ປະ​ໃຫ້​ບັນດາ​ອິດ​ທິກຳ​ລັງ​ທີ່ເປັນປໍ​ລະ​ປັກ, ພວກ​ສວຍ​ໂອກາດ, ຍຸ​ແຍ່, ​ເສກ​ສັນ​ປັ້ນ​ແຕ່ງກໍ​ຄວາມ​ວຸ້ນວາຍຢູ່​ພາຍ​ໃນ.

        4 ໝວດ​ມາດ​ຕະການ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ສະພາບ​ປະຈຸ​ບັນ ທັງ​ມີ​ລັກສະນະ​ຮີບ​ດ່ວນ ຕ້ອງ​ປະຕິບັດ​ເປັນ​ປະຈຳ ​ແລະ ຕໍ່ເນື່ອງ. ໝວດ​ໝາດ​ຕະການ​ທີ​ຫນຶ່ງ ​ແມ່ນ​ຕຳ​ນິຕິ​ຊົມໝູ່​ເພື່ອນ ​ແລະ ຕຳ​ນິຕົນ​ເອງ, ​ເຊີດ​ຊູ​ລັກສະນະ​ນຳ​ຫນ້າ, ​ເປັນ​ແບບຢ່າງ​ຂອງ​ຂັ້ນ​​ເທິງ. ຕາມ​ນັ້ນ​ແລ້ວ, ກົມ​ການ​ເມືອງ, ຄະນະ​ເລຂາ, ຄະນະ​ບໍລິຫານ​ງານ​ສູນ​ກາງ ສຸມ​ໃສ່​ສຳ​ຫລວດ​ກວດກາ, ຕີ​ລາຄາ ເຮັດແຈ້ງ​ບັນດາ​ສາຍ​ເຫດ, ຂໍ້​ຈຳກັດ, ຄວາມຂາດ​ຕົກ​ບົກ​ຜ່ອງ​ຊື່​ງ​ໄດ້​ຍົກ​ໃຫ້​ເຫັນ​ໃນ​ຫລາຍ​ປີຜ່ານມາ ​ແຕ່​​ໄດ້ຮັບການແກ້​ໄຂ​ຢ່າງ​ຊັກ​ຊ້າ, ເຮັດແຈ້ງສິ່ງທີ່​ກີດຂວາງ​ໃນ​ການຊີ້​ນຳ​ປະຕິບັດ​ບັນດາ​ມະຕິ​ຂອງ​ສູນ​ກາງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ບັນດາ​ກຳ​ມະ​ການ​ກົມ​ການ​ເມືອງ, ຄະນະ​ເລຂາ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ຕ້ອງ​ດຳ​ເນີນ​ການ​ສຳ​ຫລວດ​ກວດກາ, ຕີ​ລາຄາ​​ຕົນ​ເອງ ກ່ຽວ​ກັບໝາກຜົນ​​ປະຕິບັດ​ຫນ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ ເຊິ່ງກ່ຽວຂ້ອງ​ເຖິງ​ບາງ​ບັນຫາ​ຮີບ​ດ່ວນ​ທີ່​ຖືກ​ລະບຸ​ໃນ​ມະຕິ, ຈາກນັ້ນວາງ​ອອກ​ມາດ​ຕະການ​ແກ້​ໄຂ. ບັນດາ​ກຳມະການ​ໃນຄະນະ​​ພັກ, ອົງຄະ​ນະ​ພັກ​ທີ່​ຂຶ້ນ​ກັບ​ສູນ​ກາງ, ຄະນະ​ປະຈຳ​ຂອງ​ບັນດາ​ຄະນະ​ພັກ​ແຂວງ, ນະຄອນ ​ແລະ ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ຕ້ອງ​ປະຕິບັດ​ການ​ສຳ​ຫລວດ​ກວດຄືນ​ຢ່າງ​ເຂັ້ມ​ງວດ, ຕຳ​ນິຕິ​ຊົມ​ໝູ່​ເພື່ອນ ​ແລະ ຕຳ​ນິຕົນ​ເອງ, ​ເຊີດ​ຊູ​ແບບຢ່າງ​ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​​ແທ້​ຈິງ.

        ໝວດ​ມາດ​ຕະການ​ທີ 2 ​ແມ່ນ​ບັນ​ດາ​ມາດ​ຕະການ​ກ່ຽວ​ກັບ​ການຈັດ​ຕັ້ງ, ພະນັກງານ ​ແລະ ປະຊຸມ​ຫນ່ວຍ​ພັກ. ລະອຽດ​ຄື ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ກ່ອນອື່ນ​ ​ແມ່ນ​ພະນັກງາ​ນນຳພາ, ພະນັກງານ​ຄຸ້ມ​ຄອງ ຕ້ອງ​ຕຳ​ນິຕິ​ຊົມ​ໝູ່​ເພື່ອນ ​ແລະ ຕຳ​ນິຕົນ​ເອງ​ຢ່າງ​ກົງ​ໄປ​ກົງ​ມາ, ປະຊາທິປະ​ໄຕ, ​ເຂັ້ມ​ງວດ, ຕິດ​ພັນ​ກັບ​ການ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ຂໍ້​ຫ້າມ​ບໍ່ໃຫ້​ສະມາຊິກ​ພັກເຮັດຕາມ​ຖານະ​ຕຳ​ແຫນ່​ງວຽກ​ງານ. ປະຕິບັດການ​ສຳ​ຫລວດ​ກວດກາໃຫ້ດີ​​ເພື່ອ​ມີ​ຫລັກ​ຖານ​ພິຈາລະ​ນາ, ຄັດ​ເລືອກ​ຖັນ​ແຖວ​ພະນັກງານ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ກະກຽມ​ການວາງແຜນສັບຊ້ອນພະນັກງານໃນອົງຄະ​ນະ​ພັກ, ບັນດາ​ຖານະ​ຕຳ​ແຫນ່​ງຫລັກ​ແຫ​ລ່ງ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ​ໃນ​ພັກ, ປະຕິບັດ​ບັນດາ​ກົດ​ລະບຽບ​ກ່ຽວ​ກັບ​ການ​ຊັກ​ຖາມ​ໃນພັກ​ຢ່າງ​ເຂັ້ມ​ງວດ. ​ກ່ຽວ​ກັບ​ບັນຫາ​ຈັດ​ຕັ້ງ, ພະນັກງານ, ຈະ​ສືບຕໍ່ປະຕິບັດ​ແຜນ​ນະ​ໂຍບາຍ​ຊັບຊ້ອນ​ຖານະ​ຕຳ​ແຫນ່​ງຫລັກ​ແຫ​ລ່ງຈຳນວນ​ຫນຶ່ງ​ຢູ່​ຂັ້ນ​ແຂວງ, ຂັ້ນ​ເມືອງ ​ແຕ່​ບໍ່​ແມ່ນ​ຊາວ​ທ້ອງ​ຖິ່ນ. ສືບ​ຕໍ່​ປະຕິບັດ​ທົດ​ລອງ​ແຜນ​ນະ​ໂຍບາຍ​​ເລຂາ​ຄະນະ​ພັກ ​ທັງ​ແມ່ນ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕາ​ແສງ, ຂັ້ນ​ເມືອງ, ຕິດ​ພັນ​ກັບ​ການ​ສ້າງ​ກົດ​ລະບຽບ​ກ່ຽວ​ກັບ​ການ​ກວດກາ, ຕິດຕາມ​ກວດກາ, ຮັບປະກັນ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ, ສະກັດ​ກັ້ນ ການ​ສວຍ​ໃຊ້​ສິດ​ອຳນາດ, ຕັດສິນ​ຕາມ​ລຳພັງໃຈ. ກຳນົດການ​ປະຕິບັດ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ປະຈຳ​ປີ​ສຳລັບ​ບັນດາ​ຖານະ​ຕຳ​ແຫນ່​ງການ​ນຳ​ໃນ​ອົງການ​ພັກ, ລັດ ​ແລະ ໝູ່ມະຫາຊົນ. ຜູ້​ທີ່​ຮັບບັດ​ໄວ້​ວາງ​ໃຈ​​ໃນ​ລະດັບ​ຕຳ່​​ 2 ປີ ຢ່າ​ງລຽນ​ຕິດ ບໍ່​ສຳ​ເລັດ​ຫນ້າ​ທີ່ ຕ້ອງ​ໄດ້ຮັບການພິຈາລະນາ, ປົດຕຳ​ແຫນ່​ງຢ່າງ​ທັນ​ທີ່ ​ ບໍ່​ຕ້ອງ​ລໍຖ້າ​ໝົດ​ອາຍຸ​ການ.  ກ່ຽວ​ກັບ​ການ​ປະຊຸມ​ຫນ່ວຍ​ພັກ, ມະຕິ​ໄດ້​ເນັ້ນ​ຫນັກ​ວ່າ ຄວນ​ປັບປຸງ​ການຈັດ​ຕັ້ງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນການນຳພາ, ກຳລັງ​ຕໍ່ສູ້​ຂອງ​ອົງການພັກ​ຂັ້ນ​ຮາກ​ຖານ, ຍົກ​ສູງ​ຄຸນ​ນະພາ​ບການ​ປະຊຸມ​ຫນ່ວຍ​ພັກ, ຄະນະ​ພັກ.

        ໝວດ​ມາດ​ຕະການ​ທີ 3 ຊຶ່ງ​ມະຕິ​ໄດ້​ເຕື້ອງ​ເຖິງ​ນັ້ນ​ແມ່ນ ກົນ​ໄກ, ນະ​ໂຍບາຍ.​ຕາມ​ນັ້ນ​ແລ້ວ ຈະ​ກວດກາ​ຄືນ, ລົບ​ລ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ຫລ້າ​ຫລັງ, ສ້າງ, ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ຢ່າງ​ຄົບ​ຊຸດ​ເພື່ອ​ປ່ຽນ​ແປງ​ວຽກ​ງານ​ພະນັກງານຢ່າງ​ແຂງ​ແຮງ, ຈຸດ​ສຸມ​​ແມ່ນ​ຕີ​ລາຄາ​ພະນັກງານ, ​ເປັນ​ຂໍ້​ອ້າງ​ອີງ​ເພື່ອ​ວາງ​ແຜນ​ພະນັກງານ,​ການ​ຄຸ້ມ​ຄອງ,​ ບຳລຸງ​ສ້າງ, ຊັບຊ້ອນ, ນຳ​ໃຊ້​ຖັນ​ແຖວ​ພະນັກງານ. ການ​ປະກາດ​ໃຊ້​ກົດ​ລະບຽບ​ເພື່ອ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະກອບ​ຄຳ​ເຫັນ​​​ໃນ​ແຕ່ລະ​ປີ, ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ທີ່​ມີ​ຕໍ່ໝູ່​ຄະນະ ​ແລະ ກຳມະການ​ກົມ​ການ​ເມືອງ​, ຄະນະ​ເລຂາ, ຄະນະ​ບໍລິ​ຫານ​ງານ​ອົງຄະ​ນະ​ພັກ​ຂັ້ນ​ຕ່າງ​ໆ ​ເພື່ອ​ປະກອບ​ຄຳ​ເຫັນ, ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ທີ່​ມີ​ຕໍ່​ໝູ່​ຄະນະ ​ແລະ ສະມາຊິກ​ແຕ່ລະຄົນ​ໃນ​ຄະນະ​ປະຈຳ​ຄະນະ​ພັກ​ຂອງ​ຕົນ. ການ​ສ້າງ, ​ເພີ່ມ​ເຕີມ, ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ​ເພື່ອ​ຮັບປະກັນ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ໂປ່​ງ​ໃສ​ໃນ​ວຽກ​ງານ​ພະນັກງານ. ມະຕິ​ກໍ​ຊີ້​ແຈງ​ວ່າ ປີ 2012, ປະກາດ​ໃຊ້​ກົດ​ລະບຽບຕິດຕາມ​ກວດກາ ​ໂດຍ​ກົງ ​ຫລື ທາ​ງອ້ອມ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພະນັກງານ, ສະມາຊິກ​ພັກ, ອົງການ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ.

        ​ໃນ​ໝວດ​ມາດ​ຕະການ​ທີ 4 ກ່ຽວ​ກັບ​ວຽກ​ງານ​ການ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ, ມະຕິ​ໄດ້​ຢືນຢັນ​ວ່າ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ. ພ້ອມ​ກັນ​ນັ້ນ ​ແມ່ນ​ການ​ປ່ຽນ​ໃຫມ່​ວຽກ​ງານ​ໂຄສະນາ, ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນດຳ​ລົງ​ຊີວິດ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ ຕິດ​ພັນ​ກັບ​ການ​ສຳ​ຫລວດ​ກວດກາ, ຕີ​ລາຄາ ​ແລະ ມີມາດ​ຕະການ​ແກ້​ໄຂ​ບັນຫາ​ຮີບ​ດ່ວນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ທຸກຂັ້ນ​.

        ສຸດ​ທ້າຍ ມະຕິ​ໄດ້​ຢືນຢັນ​ວ່າ ດ້ວຍ​ມູນ​ເຊື້ືອ ​ແລະ ທາດ​ແທ້​ອັນ​ດີງາມ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ພ້ອມກັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະຫນັບສະຫນູນ​ຈາກ​ປະຊາຊົນ, ​ແນ່ນອນ​ວ່າ ມະຕິ​ສະບັບ​ນີ້​ຈະໄດ້ຮັບ​​ການ​ປະຕິບັດຢ່າງມີໄຊ ສ້າງເປັນບາດ​ກ້າວຫັນປ່ຽນ​ໃຫມ່​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ ​​ແລະ ​ເຮັດ​ໃຫ້​ພັກ​ນັບ​ມື້​ນັບ​ປອດ​​ໃສ, ​ເຂັ້ມ​ແຂງ.

ຮົ່ງ​ເວີນ.

ຕອບກັບ

ຂ່າວ/ບົດ​ອື່ນ