ກອງປະຊຸມ COP – 22 ຫັນຂໍ້ຕົກລົງປາຣີໃຫ້ເປັນການກະທຳ

(vovworld) – ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 22 (COP 22) ພວມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນ Marrakech ຂ​ອງ​ປະ​ເທດ ມ​າ​ຣົກ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ເກືອບ 200 ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ຍ້ອນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ກຳ​ນົດ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຕ້ານ​​ສະ​ພາບ​ອູ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ, ຊອ​ກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ວິ​ທີ​ການ​ປະ​ຕິ​ບັດ​ສັນ​ຍາ ປາ​ຣີ ດ້ວຍ​ຈຸດ​ໝາຍ: ຫັນ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ ປາ​ຣີ ​ໃຫ​້​ເປັນ​ການ​ກະ​ທຳ​ລະ​ອຽດ.

ກອງປະຊຸມ COP – 22 ຫັນຂໍ້ຕົກລົງປາຣີໃຫ້ເປັນການກະທຳ - ảnh 1
ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 22 (COP 22) ພວມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນ Marrakech ຂ​ອງ​ປະ​ເທດ ມ​າ​ຣົກ 
(ພາບ: AFP/TTXVN)


        ທີ່ກອງ​ປະ​ຊຸມ COP ຄັ້ງ​ນີ້, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຈະ​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ພວມ​ກໍ່​ຄວາມ​ແບ່ງ​ແຍກ​ກັນ, ຈາກ​ບັນ​ຫາ​ແຫຼ່ງ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຕະຫຼອດ​ຮອດ​ລະ​ດັບ​ຫລຸດ​ຜ່ອນ​ອາຍ​ແກຼດ​ເຮືອນ​ແກ້ວ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຈຸດໝາຍ​ຕົ້ນ​ຕໍ​ແມ່ນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ທີ່​ກອງ​ປະ​ຊ​ຸມ COP 21 ປີ 2015 ຢູ່ ປາ​ຣີ (ເອີ້ນ​ຫຍໍ້​ວ່າ ຂໍ້​ຕົກ​ລົງ​ປາ​ຣີ). ຂໍ້​ຕົກ​ລົງ​ປາ​ຣີ ແມ່ນ​ພື້ນ​ຖານ​ນິ​ຕິ​ກຳ​ທົ່ວ​ໂລກ​ໃນ​ບັນ​ຫາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມຸ່ງ​ໄປ​ເຖ​ິງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ລະ​ດັບ ກາກບອນ​ຕ່ຳ, ເພີ່ມ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເພື່ອ​ພັດ​ທະ​ນາ​ແບບຍ​ືນ​ຍົງ.

ຂໍ້​ຕົກ​ລົງ​ປາ​ຣີ,ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ທົ່ວ​ໂລ​ກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ

        ຂໍ້​ຕົກ​ລົງ​ປາ​ຣີ ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 4/11 ເປັນ​ຕ​ົ້ນ​ໄປ, ​ພາຍຫຼັງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈາກ 100 ປະ​ເທດ, ກວມ​ເຖິງ 68% ຍອດ​ປະ​ລິ​ມານ​ອາຍ​​ພິດ​ທີ່ກໍ່​ໃຫ້​ເກີດ​ສະ​ພາບ​ປ່ອຍ​ອາຍ​ແກຼດເຮືອນ​ແກ້ວ. ຕົວ​ເລກ​ດັ່ງ​ກ່າວ​ໄດ້​ລື່ນ​ກາຍ​ລະ​ດັບ​ກຳ​ນົດ​ ​​ແມ່ນຢ່າງ​ໜ້ອຍ​ສຸດ​ກໍ່ມີ 55 ປະ​ເທດ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍານີ້. ກ່ອນ​ໜ້ານັ້ນ, ທີ່ກອງ​ປະ​ຊຸມ COP 21 ຢູ່ ປາ​ຣີ, ມີ​ປະ​ມານ 171 ປະ​ເທດ ແລະ ອົງ​ການ​ເຂົ້າ​ຮ່ວມ​ການ​ເຊັນ​ສົນ​ທິ​ສັນ​ຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂໍ້​ຕົກ​ລົງ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ ​ທີ່ມີ​ຄວາມ​ຫວັງຫຼາຍ​ສຸດ​ເຊິ່ງ​ໄດ້​ຮັບ​ການ​ເຈ​ລະ​ຈາ. ດ້ວຍ 29 ຂໍ້​ມາດ​ຕາ, ຂໍ້​ຕົກ​ລົງ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ເນື້ອ​ໃນ​ໃນ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຮອບ​ດ້ານ. ອາດ​ເວົ້າ​ໄດ້​ວ່າ, ຂໍ​້​ຕົກ​ລົງ ປາ​ຣີ​ໄດ້​ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັ​ນ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ​ບັນ​ດາ​ປະ​ເທດພັດ​ທະ​ນາ, ພວມ​ພັດ​ທະ​ນາ​ໂດຍ​ພື້ນ​ຖານ ແລະ ສ້າງ​ຂຶ້ນ​ບົນພື້ນ​ຖານ​​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ດີ​ທີ່​ສຸດ.

        ບັນ​ດາ​ຈຸດ​ຕົ້ນ​ຕໍ​ຂອງ​ຂໍ້​ຕົກ​ລົງ ປາ​ຣີ ລວມ​ມີ​ການ​ຮັກ​ສາ ອຸນ​ຫະ​ພູມ​ໃນ​ທົ່ວ​ໂລກ​​ໃຫ້ເພີ່ມ​ຂຶ້ນ​​ໃນລະ​ດັບຕ່ຳ​ກ່​ວາ​ 20 ອົງ​ສາຊີ ແລະ ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອຈຳ​ກັດ​ລະ​ດັບ​ອູ່ນ​ຂຶ້​ນ​ຂອງ​ໜ່ວຍ​ໂລກບໍ່​​ໃຫ້ເກີນ 1,50 ອົງ​ສາ​ຊີ, ຈຳ​ກັດ​ປະ​ລິ​ມານ​ອາຍ​ແກຼດ​ເຮືອນ​ແກ້ວ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ມະ​ນຸດ​​ໃຫ້ເທົ່າ​ກັບ​ລະ​ດັບ​ຊຶ່ງ​ພືດ, ດິນ ແລະ ບັນ​ດາ​ມະ​ຫາ​ສະ​ໝຸດ​ສາ​ມາດ​ຮັບ​​ຮອງ​ໄດ້ແບບ​ທຳ​ມະ​ຊາດ, ໃນ​ໄລະ​ຍະ 5 ປີ​ເທື່ອ​ໜຶ່ງ​​ຕ້ອງ​ພິ​ຈາ​ລະ​ນາ​ຄືນ​ລະ​ດັບ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ປະ​ເທດ​​ໃຫ້​ການ​ຫລຸດ​ຜ່ອນ​ອາຍ​ແກຼດເຮືອນ​ແກ້ວ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ສາ​ມາດ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ບັນ​ດາ​ປະ​ເທດຮັ່ງ​ມີ​ຊ່ວຍ​ເຫຼືອ​ປະ​ເທດ​ທຸກ​ຍາກ​ດ້ວຍ​ວິ​ທີ​ສະ​ໜອງ​ບ້ວງ​ການ​ເງິນ​ເພື່ອ​ແນ​ໃສ່​ຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫັນ​ມານ​ຳ​ໃຊ້​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່. ນອກ​ຈາກນັ້ນ, ຝ່າຍ​ຕ່າງໆ​ຕ້ອງ​ສ້າງ ແລະ ປະ​ຕິ​ບັດ​ແຜນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ປະ​ເທດຊາດ, ໃນ​ນັ້ນ​ໄດ້​ຊີ້​ແຈ້ງ​ບັນ​ດາ​ບຸ​ລິ​ມະ​ສິດ​​ໃນ​ການຮັບ​ມື, ໜູນ​ຊ່ວຍ​ທີ່​ຈຳ​ເປັນ ແລະ ແຜນ​ການ​ປະ​ຕິ​ບັດ​ຢ່າງລະ​ອຽດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຂໍ້​ຕົກ​ລົງ​ກໍ່​ວາງ​ອອກ​ບັນ​ດາ​ກົນ​ໄກ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ​້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ​ໄດ້​ສົ່ງ​ເສີມ​ການ​ຮ່ວມ​ມື 2 ຝ່າຍ, ຫຼາຍ​ຝ່າຍ, ພາກ​ພື້ນ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ຂໍ້​ຕົກ​ລົງ.

        ໄລ່​ຮອດ​ຈຸ​ດ​ເວ​ລານີ້, ມີ​ກ່​ວາ 100 ປະ​ເທດ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ນີ້​ແລ້ວ. ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ຈີນ ແລະ ອາ​ເມ​ລິ​ກາ - ເຊິ່ງ​ແມ່ນ 2 ປະ​ເທດ​ມີລະ​ດັບ​ປ່ອຍ​ອາຍ​ແກຼດ​ເຮືອນ​ແກ້ວ​ທົ່ວ​ໂລກຫຼາຍ​ທີ່​ສຸດ, ເມື່ອ​ເດືອນ 9 ຜ່ານ​ມາກໍ່​ໄດ້​ຍືນ​ສະ​ເໜີ​ເອກ​ະ​ສານ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ປາ​ຣີ ຢ່າງ​ເປັນ​ທາງ​ການ. ການ​ກະ​ທຳ​ນີ້​ໄດ້​ສົ່ງ​ຜົນ​​ກະ​ທົບຢ່າງ​ແຮງເຖິງ​ຂໍ້​ຕົກ​ລົງ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງຫຼາຍ​ປະ​ເທດ​ອື່ນ​ອີກ, ຍ້ອນນີ້​ເປັນ​ຄັ້ງ​ທຳ​ອິດ, ປະ​ເທດ​ຕາງ​ໜ້າ​ໃຫ້ 2 ກຸ່ມ​ປະ​ເທດ​ໄດ້ ແລະ ພວມ​ພັດ​ທະ​ນາຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຮັກ​ສາ​ໃຫ້​ລະ​ດັບ​ອຸນ​ຫະ​ພູມ​ຂອງ​ໜ່ວຍ​ໂລກ​ເພີ່ມ​ຂຶ້ນບໍ່​ເກີນ 2 ອົງ​ສາ​ຊີ ໃນ​ທ້າຍ​ສະ​ຕະ​ວັດ.

ຫັນ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ການ​ກະ​ທຳ

        ສິ່ງ​ທ້າ​ທາຍ​ໃຫຍ່​ສຸ​ດ​ເພື່ອ​ໃຫ້​ຂໍ້​ຕົກ​ລົງ​ນີ້​ມີ​ປະ​ສິດ​ທິ​ຜົນ​​ຢ່າງແທ​ດ​ຈິງ ນັ້ນ​ແມ່ນ​ບັນ​ດາ​ປະ​ເທດ​ປະ​ຕິບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​​ຄື​ແນວ​ໃດ? ມີຫຼາຍ​ຄຳ​ເຫັນ​ຖື​ວ່າ, ບັ້​ນ​ຮົບ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ປະ​ຈຸ​ບັນ ເຖິງວ່າ​ມີ​ການ​ເຂົ້າ​ຮ່ວມ​ຂອງຫຼາຍ​ປະ​ເທດກໍ່​ຕາມ​ແຕ່​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ປ່ອຍ​ອາຍ​ແກຼດ​ເຮືອນ​ແກ້ວ. ດັ່ງ​ນັ້ນ, ເພື່ອ​ຫຼີກ​ລ້ຽງ​ສະ​ພາບ​ການ​ບັນ​ລຸ​ພຽງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ດ້າ​ນ​ການ​ເມືອງ​ເທົ່າ​ນັ້ນ​ແຕ່​ໃນ​ສະ​ພາບ​​ຕົວ​ຈິງພັດ​ຜັນ​ຂະ​ຫຍາຍ​​ຍາກ, ຄ້າຍ​ຄື​ກັບ​ສົນ​ທິ​ສັນ​ຍາ Kyoto ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ອາຍ​ແກຼດ​ເຮືອນ​ແກ້ວ​ກ່ອນນັ້ນ, ກອງ​ປະ​ຊຸມ COP – 22 ຄັ້ງ​ນີ້​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ສືບ​ຕໍ່​ຫັນ​ຂໍ້​ກຳ​ນົດ​ໃນ​ຂໍ້​ຕົກ​ລົງ​ເປັນ​ລະ​ອຽດ. ຕາມນັ້ນ​ແລ້ວ, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຕ້ອງ​ສຸມ​ໃສ່​ເຂົາ​ບັນ​ຫາ​ດ້ານ​ເຕັກ​ນິກ, ເພື່ອ​ແນ​ໃສ່​ສ້າງ​ຂໍ້​ກຳ​ນົດ, ລະ​ບຽບ​ການ, ແນະ​ນຳ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົ​ກ​ລົງ​ນີ້. ນອກ​ຈາກນັ້ນ, ຈຸດ​ໝາຍ​ຕໍ່​ໄປ​ຂອງກອງ​ປະ​ຊຸມ COP – 22 ເປັນ​ເຮັດ​ແຈ້ງ​ລະ​ດັບ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂໍ້​ຕົກ​ລົງ ປາ​ຣີ ສຳ​ລັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.

        ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ບັນ​ຫາ​ເປັນ​ຕາຍ, ມັນ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂ​ອງ​ທຸກໆ​ປະ​ເທດ​ໃນ​ໂລກ​ໃນ​ບັ້ນ​ຮົບ​ຮັບ​ມື. ແຕ່​ລະ​ປ​ະ​ເທດກໍ່​ມີ​ເງື່ອນ​ໄຂ​ດ້ານ​ພູມ​ສາດ, ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ ດັ່ງ​ນັ້ນ​​ຈະມີ​ບັນ​ດາ​ວິ​ທີ​ແກ້​ໄຂ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ. ​ຖ້າ​ຫາກບໍ່​ເປັນ​ເອ​ກະ​ພາບ​ຕໍ່​ວິ​ທີ​ແກ້​ໄຂ​ ຈະ​ບໍ່​ສາ​ມາດ​ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ໄດ້. ຂໍ້​ຕົກ​ລົງ ປາ​ຣີ ​ແມ່ນ​ເຄື່ອງ​ມືເພື່ອ​ໃຫ້​ທຸກໆ​ປະ​ເທດ​ເຂົ້າ​ຮ່ວມ​ພ້ອມ​ກັນ​ປະ​ຕິ​ບັດ​​ແນ​ໃສ່​ສ້າງກຳ​ລັງ​ແຮງ​ສັງ​ລວມ. ພາຍຫຼັງ​ການ​ປະ​ລາ​ໄຊ​ຂອງ​ສົນ​ທິ​ສັນ​ຍາ Kyoto ເມື່ອ​ປີ 1997 ແລະ ກອງ​ປະ​ຊຸມ COP 15 ຢູ່ ໂກ​ແປນ​ຮາ​ແກນ, ປະ​ເທດ ແດນ​ມາດ ເມື່ອ​ປີ 2009, ຮອດ​ເວ​ລາແລ້ວ​ທີ່​ທຸກໆ​ປະ​ເທດ​ຕ້ອງ​ຊອ​ກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ວິ​ທີ​ການ​ປະ​ຕິ​ບັດ​ສັນ​ຍາ ປາ​ຣີ, ເພື່ອ​ແນ​ໃສ່​ຊ​ຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫລຸດ​ຜ່ອນ​ອາຍ​ແກຼດ​ເຮືອນ​ແກ້ວ, ເລີ່ມ​ດຳ​ເນີນ​ພາ​ລະ​ກິດ​ແຫ່ງ​ການ​ປ້ອງ​ກັນ, ຕ້ານ​ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດໃນ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ