ກອງປະຊຸມ Rio+20 - ກາລະໂອກາດເພື່ອພັດທະນາແບບຍືນຍົງ

(vovworld) - ວັນ​ທີ 20/6, ກອງ​ປະຊຸມ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ (Rio+20) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ Rio de Janeiro (Brazil)  ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ130 ທ່ານ ​ແລະ ຜູ້​ແທນ​ນັບ​ໝື່ນ​ຄົນ, ​ເຊິ່ງ​ແມ່ນ​ຜູ້ອຳນວຍການ​ວິ​ສາ​ຫະກິດ, ຜູ້​ຕ່າງ​ໜ້າ​ບັນດາ​ອົງການ​ພົນລະ​ເຮືອນ. ກອງ​ປະຊຸມ​ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ (20-22/6) ຈະ​ຕີ​ລາຄາ​ຄວາມ​ຄືບ​ໜ້າ​ເຊິ່ງ​ໂລກ​ບັນລຸ​ໄດ້ ​ເພື່ອ​ມຸ່ງ​ໄປ​​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ທຸກ​ຍາກ, ພ້ອມ​ທັງ​ກຳນົດ ​ແລະ ຮັບຮອງ​ເອົາ​ບັນດາ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ໃໝ່ ​ເພື່ອ​ແນ​ໃສ່​ສ້າງ​ຫຼັກການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຸດ​ໝາຍ​ນີ້​ຍາກ​ທີ່​ຈະ​ບັນລຸ​ໄດ້​ໃນ​ສະຖານະ​ການ​ໂລກ​ພວມ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ.

ກອງປະຊຸມ Rio+20 - ກາລະໂອກາດເພື່ອພັດທະນາແບບຍືນຍົງ - ảnh 1

(ພາບ: braz-enu.blogspot.com)

        ດ້ວຍ​ຫົວ​ຂໍ້​ວ່າ ”​ເພື່ອອະນາຄົດ​ຂອງ​ພວກ​ເຮົາ”, ກອງ​ປະຊຸມ Rio+20​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ທີ່​ສຸດ​ໃນ​ສະຕະວັດ​ທີ 21, ​ເມື່ອ​ວາງ​ຈຸດໝາຍ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​​ໃນ​ຫຼາຍ​ບັນຫາ, ພິ​ເສດ​ແມ່ນ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງພາຍຫຼັງປີ 2015 ນັ້ນ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – Moon ​ແລ້ວ, ຢູ່ກອງ​ປະຊຸມ Rio , ​ໂລກ​ຕ້ອງ​​ຊີ້​ແຈ້ງ ກ່ຽວ​ກັບ​ພື້ນຖານ​ເສດຖະກິດ​ຂຽວ​​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ພ້ອມ​ທັງ​ເພີ່ມ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ​ສູງ​ພໍ​ສົມຄວນ ​ແລະ ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ວົງ​ການ​ນັກ​​ໄຈ້​ແຍກ​ໄດ້​ຖື​ວ່າ, ກອງ​ປະຊຸມ Rio+20​ ໄດ້​ວາງ​ອອກ​ບັນດາ​ບັນຫາ​ດັ່ງກ່າວ​ແມ່ນ​ຍ້ອນ​ວ່າ, ປະຈຸ​ບັນ, ​ໂລກ​ພວມ​ປະ​ເຊີນ​ໜ້າການ​ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ. ​ໃນ​ຈຳນວນ​ພົນລະ​ເມືອງ 7 ຕື້​ຄົນ ມີ​ເຖິງ 1,4 ຕື້ຄົນ​ພວມ​ດຳລົງ​ຊີວິດ​ດ້ວຍ​ລະດັບ​ຄອງ​ຊີບ 1,25 USD/ວັນ. ​ເກືອບ 1 ຕື້​ຄົນ​ພວມ​ຖືກ​ອຶດ​ຫີ​ວ​ໃນ​ແຕ່​ລະ​ວັນ. ຄຽງ​ຂ້າງ​ນັ້ນ, ການ​ປ່ອຍແກັດເຮືອນ​ແກ້ວ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ແລະ 1/3 ຈຳນວນ​ສັດ, ພືດ​ສາ​ຊາດອາດ​ຈະ​ຖືກ​ດັບ​ສູນ ​ຖ້າ​ຫາກ​ບໍ່​ຄວບ​ຄຸມ​ສະພາບ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໄດ້.

        ຍ້ອນ​ເຫດ​ນັ້ນ, ທີ່ກອງ​ປະຊຸມ Rio+20​, ​ພ້ອມ​ກັບ​ການ​ສຸມ​ໃສ່​ເຂົ້າ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກນັ້ນ, ບັນດາປະ​ເທດ​ຈະ​ຊອກ​ຫາ​ມາດ​ຕະການ​ຕ່າ​ງໆ​ເພື່ອ​ປະຕິບັດ​ເລື່ອງ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ, ພ້ອມ​ທັງ​ຫຼີກ​ເວັ້ນການ​ທຳລາຍ​​ລະບົບ​ຊີວະ​ພາບ​ທະ​ເລ, ​ເປີດ​ກວ້າງ​ການ​ນຳ​ໃຊ້​ບັນດາ​ພະລັງງານ​ຜະລິດ​ຄືນ​ໃໝ່ ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ແກັດ​ເຮືອນ​ແກ້ວ… ນອກ​ນັ້ນ, ປະ​ເທດ​ຕ່າງໆ​ຄວນ​ຄຸ້ມ​ຄອງ​ປ່າ​ໃຫ້​ດີ ກ​ວ່າ ​ເພື່ອ​ຮອດ​ປີ 2030, ທົ່ວ​ໂລກ​ສາມາດ​ຫຼຸດຜ່ອນ​ການ​ທຳລາຍ​ປ່າ​ລົງ​ເຄິ່ງໜຶ່ງ. ປະ​ເທດ​ຕ່າງໆ​ກໍ່​ຄາດ​ຄະ​ເນ​ຈະ​ຮັບຮອງ​ເອົາ​ບັນດາ​ຈຸດໝາຍ​ຄ້ຳປະກັນສະບຽງ​ອາຫານ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂຶ້ນ​, ໄປຄຽງ​ຄູ່ກັບ​ການ​ຮັບປະກັນ​ບັນດາ​ມາດຕະຖານ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ.​

        ແຕ່​ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ບັນດາ​ຈຸດໝາຍ​ນີ້​ຍາກ​ທີ່​ຈະ​ບັນລຸ​ໄດ້​ຢູ່ກອງ​ປະຊຸມ Rio+20. ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ນີ້, ກ່ອນ​ທີ່​ຈັດ​ກອງ​ປະຊຸມ 10 ວັນ, ສະຫະ​ປະຊາ​ຊາດ​ຕ້ອງ​ຈັດ​ຕັ້ງ​ຫຼາຍ​ເຫດການ, ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸ​ມກຽມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ໝື່ນ​ຄົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນກອງ​ປະຊຸມ Rio+20 ຍັງ​ມີ​ບັນດາ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ຈຸດໝາຍ​ໃນ​ເອກະສານ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ, ບັນດາ​ຈຸດໝາຍ​ດັ່ງກ່າວ​ລ້ວນ​ແຕ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຫຼາຍ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ. ​ເລື່ອງ​ລົງ​ລາຍ​ເຊັນ​ໃນ​ເອກະສານ​ຂອງກອງ​ປະຊຸມ Rio+20 ໝາຍ​ຄວາມ​ວ່າ​ບັນດາ​ປະ​ເທດ​ຕ້ອງ​ປັບປຸງ​ຍຸດ​ທະ​ສາດສະ​ເພາະ​ຂອງ​ຕົນ, ງົບປະມານ​ແຫ່ງ​ລັດ ​ແລະ ບຸລິມະສິດ​ອື່ນໆ​ອີກ. ​ໃນ​ກໍລະນີ​ແບ່ງ​ປັນ​ຜົນ​ປະ​ໂຫຍ​ດບໍ່​ສະໝຳ່ສະ​ເໝີກັນ, ສິດຜົນປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ​ຈະ​ຖືກຮັບ​ຜົນ​ສະທ້ອນ. ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ຫຼາຍ​ປະ​ເທດ​ຍາກ​ທີ່​ຈະ​ລົງ​ລາຍ​ເຊັນ​ຮັບຮອງ​ເອົາ​ເອກະສານ​ສຸດ​ທ້າຍ​ຢູ່ກອງ​ປະຊຸມ Rio+20.

        ກ່ອນ​ນີ້ 20 ປີ, ກອງ​ປະຊຸມ​ສຸດ​ຍອດ Rio 1992 ​ໄດ້​ວາງ​ອອກ​ໂຄງການ​ດຳ​ເນີນ​ງານ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ກໍ່​ຄື​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຊຸດ​ໂຊມ​ຂອງ​ຊີວະ​ນາໆ​ພັນ… ຫຼັງ​ຈາກ​ນັ້ນ 20 ປີ, ກໍ່​ຢູ່​ທີ່ Brazil, ກອງ​ປະຊຸມ Rio+20 ​ໂດຍ​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ​ຂຶ້ນ ດ້ວຍ​ຄວາມ​ຫວັງ​ຈະ​ວາງ​ອອກ​ທິດ​ທາງ​ອັນ​ລະອຽດ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄື​ດັ່ງ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ຮອງ​ຫົວໜ້າ​ສະຫະ​ປະຊາ​ຊາດ Sha Zukang ທີ່​ວ່າ: “ການ​ພັດທະນາ​ແບບ​ຍືນ​ຍົງ​ບໍ່​ແມ່ນ​ການ​ເລືອກ​ເຟັ້ນ! ຫາກ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​​ເພື່ອໃຫ້​ມວນ​ມະນຸດຢູ່​ໃນ​ໂລກມີ​ຊີວິດ​ໄດ້​ດີກ​ວ່າ“ ​ແລະ ກອງ​ປະຊຸມ Rio+20 ໄດ້​ສ້າງ​​ໂອກາດ ​ເພື່ອ​ໃຫ້​ໂລກ​ເລືອກ​ເຟັ້ນ​ເສັ້ນ​ທາງ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ