ກອງປະຊຸມການທູດຄັ້ງທີ 30: ກຳນົດທີ່ຕັ້ງປະເທດຊາດໃນສະພາບການໃໝ່

(VOVWORLD) - ຈິດໃຈການທູດສ້າງສາພວມແຜ່ຂະຫຍາຍຢ່າງແຮງທີ່ກອງປະຊຸມການທູດ ຫວຽດນາມ ຄັ້ງທີ 30. ນີ້ໄດ້ຮັບຖືວ່າ ຄືກອງປະຊຸມຢັ່ງຫາງສຽງຂອງຂະແໜງການທູດ ຊຶ່ງໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ,

ກອງປະຊຸມຄັ້ງນີ້ ໄດ້ວາງອອກໜ້າທີ່ສຳຄັນຫລາຍຢ່າງ, ມຸ່ງໄປເຖິງການກໍ່ສ້າງພື້ນຖານການທູດຮອບດ້ານ, ນຳປະເທດຊາດສືບຕໍ່ເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຢ່າງເລິກເຊິ່ງກ້ວາງຂວາງ.

ກອງປະຊຸມການທູດຄັ້ງທີ 30: ກຳນົດທີ່ຕັ້ງປະເທດຊາດໃນສະພາບການໃໝ່ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົາ

        ກອງປະຊຸມການທູດຄັ້ງນີ້ ໄດ້ສຸມໃສ່ເຂົ້າໃນ 4 ຈຸດສຸມ ເຊິ່ງລວມມີ: ຕີລາຄາການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການພົວພັນຕ່າງປະເທດໃນ 2 ປີຜ່ານມາ; ຕີລາຄາສະພາບການໂລກ, ກາລະໂອກາດ ແລະ ສິ່ງທ້າທາຍເພື່ອຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງພັກຢ່າງເປັນເຈົ້າການ ແລະ ມີຫົວຕິດປະດິດສ້າງ; ຕີລາຄາບັນດາມາດຕະການຜັນຂະຫຍາຍປະສິດທິພາບແຫ່ງການເຊື່ອມໂຍງ ແລະ ຍົກລະດັບການທູດຫລາຍຝ່າຍ; ບູລະນະລະບົບກົງຈັກລັດ ແລະ ກໍ່ສ້າງຖັນແຖວພະນັກງານທີ່ມີລັກສະນະອາຊີບ, ທັນສະໄໝ.

ກອງປະຊຸມປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ

        ຄວາມເອົາໃຈໃສ່ຢ່າງໃຫຍ່ຫລວງຈາກບັນດາການນຳພັກ, ລັດ, ສະພາແຫ່ງຊາດທັງໝົດນັ້ນ  ໄດ້ສະແດງໃຫ້ເຫັນວຽກງານການພົວພັນຕ່າງປະເທດໄດ້ຍົກຂຶ້ນສູ່ລະດັບສູງໃໝ່.

        ດ້ວຍເປົ້າໝາຍຮັບປະກັນຜົນປະໂຫຍດອັນສູງສຸດຂອງປະເທດ - ຊົນຊາດ, ຫວຽດນາມ ໄດ້ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ສຳເລັດບັນດາໜ້າທີ່ຈຸດສຸມກ່ຽວກັບການພົວພັນຕ່າງປະເທດເປັນຢ່າງດີ ຊຶ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ, ພິເສດແມ່ນ 2 ໜ້າທີ່ອັນໃຫຍ່ຫລວງ ເຊິ່ງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຊີ້ນຳຢູ່ກອງປະຊຸມການທູດຄັ້ງທີ 29. ນັ້ນແມ່ນ ຍາດແຍ່ງແຫຼ່ງກຳລັງຈາກພາຍນອກຢ່າງສຸດຂີດ ເພື່ອພັດທະນາປະເທດຊາດ ແລະ ປະກອບສ່ວນປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົາ ແບ່ງປັນວ່າ:

        ໃນ 2 ປີຜ່ານມາ, ຂ້າພະເຈົ້າຄິດວ່າ ຂະແໜງການທູດບັນລຸໄດ້ຜົນງານຫລາຍຢ່າງ. ຂ້າພະເຂົ້າເອງຖືວ່າ: ຜົນງານອັນໃຫຍ່ຫລວງທີ່ສຸດ ແມ່ນຮັກສາໃຫ້ປະເທດຊາດມີສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ. ບັນດາປະເທດໃຫຍ່ ເຖິງວ່າມີການກະທົບຊຶ່ງກັນ ແລະ ກັນກໍ່ຕາມ ແຕ່ໜ້າທີ່ຂອງພວກເຮົາແມ່ນຕ້ອງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາ, ບໍ່ຖືກສັບສົນປົນເປ. ຂ້າພະເຂົ້າຖືວ່າ ນັ້ນແມ່ນສິ່ງສຳຄັນທີ່ສຸດ. ພວກເຮົາຕ້ອງສະແດງໃຫ້ບັນດາປະເທດເຫັນວ່າ ຫວຽດນາມ ບໍ່ສະໜັບສະໜູນປະເທດອື່ນ, ບໍ່ເດີນຕາມປະເທດນີ້ ເພື່ອຕ້ານຄືນປະເທດອື່ນ.

ກອງປະຊຸມການທູດຄັ້ງທີ 30: ກຳນົດທີ່ຕັ້ງປະເທດຊາດໃນສະພາບການໃໝ່ - ảnh 2 ກອງປະຊຸມການທູດ ຫວຽດນາມ ຄັ້ງທີ 30

        ຈົ່ງຄຳນຶງເຖິງສະພາບການໂລກ ຍ້ອນໂລກພວມມີການຜັນປ່ຽນຢ່າງໃຫຍ່ຫລວງເກີນໄປ ແລະ ສັບສົນເກີນໄປ. ຖ້າຫາກບໍ່ເຂົ້າໃຈ ແລະ ໝູນໃຊ້ບັນດາມາດຕະການໃຫ້ເໝາະສົມ ຈະປະສົບກັນຄວາມຫຍຸ້ງຍາກໃນວິວັດທະນາການເຊື່ອມໂຍງ, ຮັບໃຊ້ບັນດາເປົ້າໝາຍການພັດທະນາປະເທດຊາດ. ນັ້ນແມ່ນສານຂອງທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງນີ້ ຊຶ່ງໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານປະຈຳຕ່າງປະເທດ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ດ່ວານຊວນຮຶງ ແລ້ວ, ດ້ວຍຈິດໃຈໃກ້ຊິດຕິດແທດກັບບໍລິເວນຂົງເຂດ, ທັງໝົດເພື່ອຜົນປະໂຫຍດຂອງປະເທດ, ຊົນຊາດ, ບັນດາອົງການການທູດປະຈຳຕ່າງປະເທດ ພວມມານະພະຍາຍາມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ, ຊຸກຍູ້ການພົວພັນກັບປະເທດປະຈຳຖິ່ນ, ຊຸກຍູ້ກະແສຟອງການລົງທຶນ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ແບ່ງປັນວ່າ, ເຢຍລະມັນ ແມ່ນຕະຫລາດໃຫຍ່ຫລວງທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ເຮັດແນວໃດ ເພື່ອນຳການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ ນັ້ນແມ່ນຄວາມເປັນຫ່ວງເປັນໄຍ.

        ພວກຂ້າພະເຈົ້າມານະພະຍາຍາມ ເພື່ອເຮັດແນວໃດ ເຂົ້າໃຈໄດ້ຕະຫລາດ ເຢຍລະມັນກ່ວາ, ພິເສດ ແມ່ນເຮັດແນວໃດ ເພື່ອໃຫ້ ເຢຍລະມັນ ເບິ່ງພວກເຮົາດ້ວຍສາຍຕາໄມຕີຈິດ ແລະ ຄົບຖ້ວນກ່ວາ. ຊາວເຢຍລະມັນ ຫລາຍຄົນມີຄວາມຮັບແພງ ຫວຽດນາມ, ເຂົາເຈົ້າເຂົ້າໃຈ ຫວຽດນາມ ຄືຈຸດພົ້ນເດັ່ນຂອງ ອາຊີ ແລະ ແມ່ນຕະຫລາດທີ່ມີຄວາມສົນໃຈພໍສົນຄວນ. ຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງປັດໄຈລະບົບສະຫະລັດ. ແຕ່ລະລັດ ເຂົາເຈົ້າຈະຕັດສິນກຳນົດທິດການພັດທະນາຂອງຕົນ. ເພາະສະນັ້ນ ພວກຂ້າພະເຈົ້າມານະພະຍາຍາມຕັ້ງເປົ້າໝາຍໄປເຖິງບັນດາລັດ, ແນະນຳໃຫ້ແຕ່ລະລັດ, ພົບປະກັບປະຊາຄົມວິສາຫະກິດ, ແນະນຳຄວາມສາມາດບົ່ມຊ້ອນກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ.

ຍົກສູງທີ່ຕັ້ງ ແລະ ກຳລັງຂອງປະເທດຍິ່ງກ່ວາອີກ

        ອາດຈະຢືນຢັນການປະກອບສ່ວນອັນສຳຄັນທີ່ສຸດຂອງການທູດໃນໄລຍະຜ່ານມາ ແມ່ນຮັກສາ ແລະ ປັບປຸງສະພາບສາກົນສະດວກໃຫ້ການພັດທະນາຂອງປະເທດຊາດ. ປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ 27 ຄູ່ຮ່ວມມື, ຊຸກຍູ້ການເຈລະຈາ ແລະ ລົງນາມສັນຍາການຄ້າເສລີ 16 ສະບັບ. ນີ້ແມ່ນບັນດາປະຖົມປັດໄຈສຳຄັນທີ່ສຸດ ເພື່ອໃຫ້ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ.

        ເຖິງຢ່າງໃດກໍ່ຕາມ, ໃນສະພາວະບັນດາປັດໄຈມະນຸດກໍ່ຄວາມຂາດສະຖຽນລະພາບ, ກໍ່ຄວາມສ່ຽງຄື: ລັດທິອາລັກຂາ, ການຂັດແຍ້ງດ້ານການຄ້າ, ຕ້ານໂລກາພິວັດທີ່ພວມເກີດຂຶ້ນ, ສົ່ງຜົນກະທົບຕໍ່ການພັດທະນາຂອງເສດຖະກິດໂລກ ແລະ ຫວຽດນາມ. ຕໍ່ໜ້າທ່າອ່ຽງລວມນັ້ນ, ພະນັກງານການທູດແຕ່ລະຄົນຕ້ອງຮັບຮູ້ໄດ້ຄວາມຮັບຜິດຊອບຂອງຕົນຢ່າງເລິກເຊິ່ງ, ຍາດແຍ່ງຢ່າງສຸດຂີດແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດຊາດ. ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ຮອງປະທານຄະນະກຳມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືເສດຖະກິດ ປາຊີຟິກ, ຮອງປະທານກຸ່ມສ້າງວິໄສທັດ APEC ພາຍຫລັງປີ 2020 ແບ່ງປັນວ່າ: ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ ເພື່ອພັດທະນາຢ່າງກ້າວກະໂດດຂັ້ນ, ຍົກສູງທີ່ຕັ້ງປະເທດຊາດ.

        ຫວຽດນາມ ພວມກ້າວເຂົ້າໄລຍະການພັດທະນາທີ່ສຳຄັນ, ຖືເອົາຄວາມໝັ້ນຄົງຕິດພັນກັບເຕັກໂນໂລຢີດີຈີຕອນ ແລະ ເສດຖະກິດເອກະຊົນເປັນກຳລັງໜູນ. ນີ້ແມ່ນກາລະໂອກາດໃຫຍ່ທີ່ສຸດ ຕ້ອງເວົ້າໄດ້ວ່າ ໃນຫລາຍປີແຫ່ງການປ່ຽນແປງໃໝ່ ນີ້ແມ່ນຄັ້ງທຳອິດ ເສດຖະກິດເອກະຊົນ ແລະ ກຳລັງໜູນການພັດທະນາໄດ້ກຳນົດຢ່າງຈະແຈ້ງ. ພວກເຮົາປະສົມປະສານຜົນປະໂຫຍດຢ່າງໃຫຍ່ຫລວງທີ່ບໍ່ເຄີຍມີມາກ່ອນ ກັບບັນດາຄູ່ຮ່ວມມື, 27 ຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານ ພ້ອມກັບ 59 ຄູ່ຮ່ວມມື FTA. ດ້ວຍທີ່ຕັ້ງໃໝ່ ພວກເຮົາມີແຜນນະໂຍບາຍເຊື່ອມໂຍງຢ່າງເລິກເຊິ່ງທີ່ສຸດ ແລະ ປັດຈຸບັນ, ພວກເຮົາບໍ່ພຽງແຕ່ຢູ່ລະດັບເຊື່ອມໂຍງເທົ່ານັ້ນ ຫາກຍັງຢູ່ລະດັບຮ່ວມສຳພັນອີກດ້ວຍ, ຮຽກຮ້ອງຂະແໜງການທູດຕ້ອງທວງທັນກັບທ່າອ່ຽງໃໝ່.

        ທີ່ຕັ້ງ ແລະ ກຳລັງໜູນໃໝ່ຂອງປະເທດຊາດ ພາຍຫລັງກ່ວາ 30 ປີປ່ຽນແປງໃໝ່ ໄດ້ນຳມາເຊິ່ງຄວາມສະດວກພື້ນຖານ ເພື່ອໃຫ້ ຫວຽດນາມ ສ້າງພື້ນຖານການທູດທີ່ມີລັກສະນະອາຊີບທີ່ສຸດ, ທັນສະໄໝ. ນຳທັນທ່າອ່ຽງຍຸກສະໄໝ, ຂະແໜງການທູດ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດວຽກງານການທູດຂອງ ຫວຽດນາມ ປະຈຳຕ່າງປະເທດ ພວມມານະພະຍາຍາມກຳນົດທີ່ຕັ້ງຂອງປະເທດຊາດໃນສະພາບການໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ