ກອງປະຊຸມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

​(vovworld) – ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ Qatar (COP 18) ​ເຖິງ​ວ່າຖືກດຳ​ເນີນ​​​ໄດ້ເຄິ່ງ​​ເວລາ​ແລ້ວ​ກໍ່ຕາມ, ​ແຕ່ມາ​ຮອດ​ປະຈຸ​ບັນຍັງບໍ່​ທັນ​ມີ​ສັນຍານ​ໃດໆ ​ໃຫ້​ແກ່​ການກຳນົດ​ອະນາຄົດ​ໃຫ້​ແກ່​ສົນທິສັນຍາກຽວ​ໂຕ​ ​ເຊິ່ງຈະ​ໝົດ​ຜົນ​ສັກສິດ​ໃນ​ທ້າຍ​ປີ​ນີ້. ນັບ​ແຕ່​ເລີ່​ມຕົ້ນ​ກອງ​ປະຊຸມ (26/11), ຫາງ​ສຽງ​ໄດ້​ມີ​ຄວາມ​ລະ​ແວງສົງ​ໃສ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ທີ່​ຖືກ​ຖື​ວ່າ​ແມ່ນ​ກາລະ​ໂອກາດ​ເພື່ອ​ຫັນປ່ຽນ​ກິດຈະການ​ປົກ​ປັກ​ຮັກສາ​ດິນ​ຟ້າ​ອາກາດ​ຢູ່​​ໃນໂລກ​ໂດຍ​ພື້ນຖານ.

ກອງປະຊຸມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1

ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສປຊກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(ພາບ: ອິນເຕີແນດ)

ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ສຸມ​ໃສ່​ປຶກສາ​ຫາລື​ກອບ​ກົດໝາຍ​ໃໝ່ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ​ໃນ​ນັ້ນ​ມີ​ຈຸດໝາຍ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ຕໍ່​ກຳນົດ​ເວລາ​ໃຫ້​ສົນທິສັນຍາ​ກຽວໂຕ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຄຽງ​ຂ້າງ​ນັ້ນ, ​ແມ່ນ​ເລື່ອງ​ປະ​ເທດ​ຕ່າງໆ​ຕ້ອງ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ແຜນການ​ເພີ່ມ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ສັບປະດາ​ປະຊຸມ​ທຳ​ອິດ, ຢູ່​ເນື້ອ​ໃນ​ທັງ​ໝົດ​ຂອງ COP 18 ລ້ວນ​ແຕ່​ປະກົດ​ມີ​ຄຳ​ເຫັນ​ທີ່​ຂັດ​ແຍ້​ງກັນຢ່າງ​ເລິກ​ເຊິ່ງຂອງ 200 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ. ສຳ​ຫຼັບ​ການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ​ເຊິ່ງ​ແມ່ນ​ບັນຫາ​ທີ່​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ນັ້ນ, ບັນດາ​ປະ​ເທດ​ພັດທະນາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ພັດ​ບໍ່​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ເດັດ​ດ່ຽວ ​ໃນ​ການ​ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ແຂງ​ແຮງ​ກວ່າ​ໃຫ້​ແກ່​ໄລຍະ​ຕໍ່ໆ​ໄປ​ຂອງ​ສົນທິສັນຍາ​ ກຽວໂຕ ​ເທື່ອ. ສະຫະພາບ​ເອີ​ລົບ (EU) ​ໄດ້​ມີ​ຄວາມ​ຕັດສິນ​ໃຈ ດ້ວຍ​ເລື່ອງ​ໝັ້ນ​ໝາຍ​ຈະ​ຫຼຸດຜ່ອນ 20% ປະລິມານ​ອາຍ​ພິດ​ໃນ​ປີ 2020 (ທຽບ​ໃສ່​ລະດັບ​ຂອງ​ປີ 1990) ​ແລະ ຈະ​​ຫຼຸດຜ່ອນ​ອາ​ຍພິດ​ເຖິງ 30% ​ໃຫ້​ໄລຍະ​ຫຼັງ​ປີ 2020. ກົງກັນຂ້າມ​ກັບ​ເຈດ​ຕະນາ​ດີ​ດັ່ງ​ກ່າວ​ຂອງ EU, ກາ​ນາ​ດາ, ຍີ່ປຸ່ນ, ​ແລະ ນິວຢີ​ແລນ ພັດ​ປະກາດວ່າ ຫຼັງ​ປີ 2012 ນີ້, ​ເຂົາ​ເຈົ້າ​ຈະ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​​ດັ່ງກ່າວ. ອາ​ເມ​ລິ​ກາ​ກໍ່​ປະກາດ​ບໍ່​ເຂົ້າ​ຮ່ວມ​ບໍ່​ວ່າ​ຂໍ້​ຕົກລົງ​ໃດໆ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ອາຍ​ພິດ​​ໃນ​ທົ່ວ​ໂລກ, ຖ້າ​ຫາກ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ 4 ປະ​ເທດ​ ( BASIC - ​ເຊິ່ງລວມມີ ຈີນ, ອິນ​ເດຍ, ບນາ​ຊິນ ​ແລະ ອາ​ຟະ​ລິ​ກາ​ໃຕ້).

ນອກຈາກ​ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ອາຍ​ພິດ​ແລ້ວ, ທີ່​ກອງ​ປະຊຸມ, ຝ່າຍ​ຕ່າງ​ໆ​ຍັງ​ແບ່ງປັນ​ກ່ຽວ​ກັບ​ເວລາ​ກຳນົດ​ໄລຍະ II ຂອງ​ສົນທິສັນຍາ. ​ໃນ​ຂະນະ​ທີ່ EU ​ແລະ ກຸ່ມ BASIC ສະ​ເໜີ​ວ່າ ​ໄລຍະ II ຂອງ​ສົນທິສັນຍາ​ຄວນ​ແກ່ຍາວ​ໃນ​ໄລຍະ 8 ປີ ​ເພື່ອ​​ໃຫ້ເໝາະ​ສົມກັບ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2020 ນັ້ນ, ມີ​ບາງ​ປະ​ເທດ​ອື່ນໆ, ພັດ​ແກ່ຍາວ​ໄລຍະ​ເວລາ​ໃຫ້​ສົນທິສັນຍາ​ນີ້​ພຽງ 5 ປີ ​ເທົ່າ​ນັ້ນ, ​ເພື່ອ​ບັງຄັບ​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ຕ້ອງ​ຍູ້​ແຮງ​ຄວາມ​ມານ​ະພະຍາຍາມ​ຫຼຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ​ກວ່າ.

ກອງປະຊຸມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2

(ພາບປະກອບ : ອິນເຕີແນດ)

ຍັງ​ມີ​ບັນຫາ​ໜຶ່ງ​ອີກ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນັ້ນ​ແມ່ນ​ພັນທະ​ປະກອບ​ດ້ານ​ການ​ເງິນ​ຂອງ​ບັນດາ​ປະ​ເທດ​ພັດທະນາ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ຝ່າຍ​ບໍ່​ທັນ​ເຫັນ​ດີ​ເຫັນ​ພ້ອມກ່ຽວ​ກັບ​ແບບ​ວິທີ​ຄິດ​ໄລ່, ລາຍ​ງານ ​ແລະ ກວດກາ​ຕີ​ລາຄາ​ປະລິມານ​ອາຍ​ພິດ ກໍ່​ຄື​ຈຳນວນ​ເງິນ​ເຊິ່ງບັນດາ​ປະ​ເທດ​ພັດທະນາ​ຕ້ອງ​ປະກອບ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ.

ຕາມ​ບົດ​ລາຍ​ງານ​ຂອງ ສປຊ, ປະລິມານ CO2 ​ໃນ​ອາກາດ ​ໄດ້​ເພີ່ມ​ຂຶ້ນ 20% ນັບ​ແຕ່​ປີ 2000 ​ເຖິງ​ປະຈຸ​ບັນ. ຕາມ​ການ​ຄົ້ນ​ຄ້ວາ​ຂອງ​ທະນາຄານ​ໂລກ​ແລ້ວ, ຖ້າ​ຫາກ​ວ່າ​ບັນດາ​ປະ​ເທດ​ບໍ່​ມີ​ການ​ກະທຳ​ຢ່າງ​ວ່ອງ​ໄວ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ, ອຸນຫະ​ພູມ​ໃນ​ທົ່ວ​ໂລກ​ຈະ​ເພີ່ມ 4 ອົງສາຕື່ມອີກ​ໃນ​ສະຕະວັດ​ນີ້, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່ 2 ອົງສາ ​ເຊິ່ງ ສປຊ ​ໄດ້​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ. ລະດັບ​ຄວາມ​ຮ້ອນ​ເພີ່ມ​ຂຶ້ນ 6 ອົງສາ ຫຼື​ສູງ​ກວ່າ​ນັ້ນ ຈະ​ເກີດ​ຂຶ້ນ​ຢູ່​ເຂດ ທະ​ເລ ​ແມດີ​ເຕີຮາ​ນຽນ, ອາ​ຟະ​ລິ​ກາ​ເໜືອ, ຕາ​ເວັນ​ອອກ​ກາງ ​ແລະ ຫຼາຍ​ແຫ່ງ​ຢູ່​ອາ​ເມ​ລິ​ກາ. ​ແລະ ມວນ​ມະນຸດ​ຈະ​ໄດ້​ເຫັນ​ປະຈັກ​ຕາ​ໄພພິບັດ​ທີ່​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ກວ່າ​ອີກ.

ຕໍ່ໜ້າ​ສະພາບ​ການ​ຄື​ດັ່ງກ່າວ, ທີ່​ກອງ​ປະຊຸມ, ສະຫະພັນ​ບັນດາ​ປະ​ເທດທະ​ເລ (AOSIS) ​ໄດ້​ປະກາດ​ວ່າ, ການ​ກົດ​ໜ່ວງ​ບັນດາ​ຂໍ້​ຕົກລົງ ຈະ​ເຮັດ​ໃຫ້​ໂລກ​ພາດ​ໂອກາດ​​ໃນ​ການ​ແກ້​ໄຂ​ສະພາບ​ໄພພິບັດ​ໃນ​ທົ່ວ​ໂລກ . ​ເຖິງ​ວ່າກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຈະ​ສິ້ນ​ສຸດ​ໃນ​ທ້າຍ​ສັບປະດາ​ນີ້​ກໍ່ຕາມ, ​ແຕ່​ມີ​ນັກ​ສັງ​ເກດ​ການ​ຫຼາຍ​ຄົນ​ພັດ​ຖື​ວ່າ, ກອງ​ປະຊຸມ​ພຽງ​ແຕ່​ບັນລຸ​ໄດ້​ເອກະສານ​ຕົກລົງ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ປະ​ເທດ​ໃດ​ກໍ່​ຢາກ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃໝ່​ທີ່ສືບທອດ​ໃຫ້​ແກ່​ສັນຍາ​ກຽວໂຕ ​ໂດຍ​ໄວ, ​ແຕ່​ເຂົາ​ເຈົ້າ​ພັດ​ມີ​ການ​ກະທຳ​ບໍ່​ເອົາ​ຈິງ​ເອົາ​ຈັງ ​ເພື່ອ​ລໍຖ້າ, ​ແລະ ຮຽກຮ້ອງ​ໃຫ້​ຄູ່​ຮ່ວມ​ມື​ຕ້ອງ​ມີ​ການ​ກະທຳ​ທີ່​ແຂງ​ແຮງ​ກວ່າ.

ໜ່ວຍ​ໂລກ​ນັບ​ມື້​ນັບ​ອຸ່ນ​ຂຶ້ນ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຫຼາຍ​ຢ່າງ​ເຖິງ​ມະນຸດ, ​ແຕ່​ເບິ່ງ​ຄື​ວ່າ, ສະພາບ​ການ​ດັ່ງກ່າວ​ກໍ່​ບໍ່​ເຮັດ​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນີ້ ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ເທື່ອ.



ຕອບກັບ

ຂ່າວ/ບົດ​ອື່ນ