ກອງປະຊຸມຄວາມໝັ້ນຄົງ Munich: ພາລະກຳເຕັມໄປດ້ວຍສິ່ງທ້າທາຍ

(VOVWORLD) - ວັນທີ 17 ກຸມພາ, ກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 59 (MSC 59) ໄດ້ໄຂຂຶ້ນຢູ່ນະຄອນ Munich, ປະເທດ ເຢຍລະມັນ ດ້ວຍການເຂົ້າຮ່ວມຂອງການນຳໃນໂລກຫຼາຍທ່ານ, ໃນນັ້ນມີ ອາເມລິກາ ແລະ ຫຼາຍ ປະເທດ ເອີລົບ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງ, ນັກສືບຫຼາຍທ່ານ.

 ໂດຍໄດ້ດຳເນີນໃນສະພາບການໂລກມີການຜັນແປສັບສົນ, MSC 59 ໄດ້ຮັບຄວາມຫວັງວ່າຈະຊອກຫາມາດຕະການຊ່ວຍສ້າງສະຖຽນລະພາບໃນທົ່ວໂລກ, ກຳຈັດຄວາມສ່ຽງ ແລະ ໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງໂລກໃນອະນາຄົດ.

ກອງປະຊຸມຄວາມໝັ້ນຄົງ Munich: ພາລະກຳເຕັມໄປດ້ວຍສິ່ງທ້າທາຍ - ảnh 1ກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 59 ໄຂຂຶ້ນໃນວັນທີ 17 ກຸມພາ
(ພາບ:MSC)

        ໂດຍໄດ້ຮັບການຈັດຂຶ້ນເປັນປະຈຳປີນັບແຕ່ປີ 1963 ເປັນຕົ້ນມາ, ກອງປະຊຸມ ຄວາມໝັ້ນຄົງ Munich ບໍ່ແມ່ນບ່ອນວາງອອກນະໂຍບາຍ, ຍຸດທະສາດ ກໍ່ຄືບໍ່ມີຄວາມສາມາດແກ້ໄຂກ່ຽວກັບບັນຫາຄວາມໝັ້ນຄົງພວມວາງອອກໃນທົ່ວໂລກໄດ້ທັງໝົດ, ແຕ່ກອງປະຊຸມນີ້ແມ່ນເວທີປາໄສສຳຄັນທີ່ສຸດເພື່ອໃຫ້ບັນດາການນຳ, ບັນດາອົງກອນ ແລະ ອົງການຈັດຕັ້ງສາກົນດຳເນີນການໂອ້ລົມສົນທະນາຂັ້ນສູງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໄວ້ເນື້ອເຊື່ອໃຈ, ປຶກສາຫາລືບັນດາມາດຕະການຫລຸດຜ່ອນການສູ້ຢັນກັນ, ແກ້ໄຂຄວາມເຄັ່ງຕຶງ, ຮັບມືກັບບັນດາສິ່ງທ້າທາຍ, ໄພອັນຕະລາຍ… ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງຄວາມໝັ້ນຄົງສາກົນ. ປີນີ້, ກອງປະຊຸມໄດ້ດຳເນີນໄປໃນສະພາບຄວາມໝັ້ນຄົງໃນທົ່ວໂລກຢືນຢູ່ຕໍ່ໜ້າສິ່ງທ້າທາຍ, ເປັນຕົ້ນແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ຄວາມເຄັ່ງຕຶງໃນການພົວພັນ ອາເມລິກາ - ຈີນ, MSC 59 ໄດ້ສຸມໃສ່ປຶກສາຫາລືຫຼາຍໂຄງການດຳເນີນງານຈຸດສຸມ, ມີລັກສະນະສະຖານະການການເມືອງທົ່ວໂລກ

        ບັນດາໂຄງການດຳເນີນງານຈຸດສຸມ

        ກ່ອນທີ່ໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ Christoph Heusgen, ປະທານ MSC 59, ໃຫ້ຮູ້ວ່າ: ຈຸດສຸມຂອງວາລະປຶກສາຫາລືທີ່ MSC 59 ແມ່ນກ່ຽວຂ້ອງເຖິງບັນດາຄຳຖາມຄື: ສະພາບການໂລກໃນປະຈຸບັນເປັນຄືແນວໃດພາຍຫຼັງທີ່ ລັດເຊຍ ເປີດບັ້ນການທະຫານພິເສດຢູ່ ຢູແກຼນ ໄດ້ເກືອບ 1 ປີ? ພວກເຮົາພວມດຳລົງຊີວິດໃນຢູ່ໂລກທີ່ເຕັມໄປດ້ວຍການໃຊ້ຄວາມຮຸນແຮງຫຼືບໍ່?

          ໃນຂະນະນັ້ນ, ໜັງສືພິມ DW (ຂອງ ເຢຍລະມັນ) ພ້ອມກັບຫຼາຍແຫຼ່ງຂ່າວສາກົນກໍ່ໄດ້ໃຫ້ຂໍ້ສັງເກດວ່າ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນໄດ້ຮັບຄວາມເອົາໃຈໃສ່ອັນດັບໜຶ່ງຢູ່ MSC, ຍ້ອນສະພາບການຕົວຈິງນີ້ໄດ້ເປັນບາດຄ້ອນທັບໃສ່ MSC ຢ່າງແຮງ - ເຊິ່ງເປັນເຫດການມີໜ້າທີ່ປະກອບສ່ວນແກ້ໄຂບັນດາການປະທະກັນໂດຍສັນຕິ. ປີ 2022, ພາຍຫຼັງອັດກອງປະຊຸມ MSC 58 ພຽງ 2 – 3 ວັນ, ໃນວັນທີ 24 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ ດ້ວຍຂອບຂະໜາດທີ່ບັນດາປະເທດມະຫາອຳນາດເອີລົບ ຖືວ່າເປັນຄັ້ງປະຫວັດສາດ. ຍິ່ງໄປກ່ວານັ້ນ, ມາຮອດປະຈຸບັນ, ຢູ່ພາຍໃນປະເທດ ຕາເວັນຕົກ ຍັງມີແບ່ງແຍກທີ່ຈະແຈ້ງກ່ຽວກັບວິທີສຳຜັດກັບບັນດາການປະທະກັນ, ເຊິ່ງລວມມີທັງບັນຫາການລົງໂທດ ລັດເຊຍ ແລະ ການອຸປະຖຳອາວຸດໃຫ້ ຢູແກຼນ.

        ອີກບັນຫາໜຶ່ງທີ່ສຳຄັນອື່ນ ກໍ່ໄດ້ສຸມໃສ່ປຶກສາຫາລືໃນເວລາ 3 ວັນ ໃນຂອບເຂດ ກອງປະຊຸມ MSC 59 (17- 19 ກຸມພາ) ແມ່ນບັນຫາອະນາຄົດຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO). ຕາມນັ້ນແລ້ວ, ບັນດາການນຳ ແລະ ເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມນີ້ຈະປຶກສາຫາລື ກ່ຽວກັບ: ກຳລັງຄວາມສາມາດຂອງ NATO ໃນການຮັກສາຄວາມສາມັກຄີໃນໄລຍະຍາວ; ບັນຫາການແບ່ງແຍກລະຫວ່າງ ຕາເວັນອອກ - ຕາເວັນຕົກ ນັບມື້ນັບຈະແຈ້ງ; ບັນຫາເປີດກ້ວາງສຳພັນທະມິດເຊິ່ງລວມມີ ຊູແອັດ ແລະ ແຟງລັງ. ນອກຈາກນັ້ນ, ໃບຂໍເຂົ້າເປັນສະມາຊິກ NATO ຂອງ ຢູແກຼນ ອາດຈະໄດ້ນຳມາປຶກສາຫາລື ແຕ່ໄດ້ຄາດຄະເນວ່າຈະບໍ່ມີຂໍ້ຕົກລົງໃນໄລຍະສັ້ນນີ້.

        ຄຽງຄູ່ກັນນັ້ນ, MSC 59 ກໍ່ປຶກສາຫາລືບັນດາບັນຫາສະຖານະການການເມືອງທີ່ພົ້ນເດັ່ນອື່ນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທົ່ວໂລກ, ຄື: ການໃຊ້ຈ່າຍດ້ານປ້ອງກັນປະເທດ, ການພົວພັນກັບ ຈີນ, ພະລັງງານ ແລະ ດິນຟ້າອາກາດ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງທາງອິນເຕີເນັດ…

        ສິ່ງທ້າທາຍ ແລະ ມາດຕະການ

        ມີຫຼາຍແຫຼ່ງຂ່າວສາກົນໃຫ້ຮູ້ວ່າ: ໃນບົດລາຍງານຂອງຄະນະຈັດຕັ້ງ MSC 59 ໄດ້ປະກາດກ່ອນກ່ອນຈັດກອງປະຊຸມໄດ້ຊີ້ໃຫ້ເຫັນຄວາມສ່ຽງຈາກສະພາບຕົວຈິງຂອງການແບ່ງແຍກທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງບັນດາລະບອບ, ພ້ອມທັງຮຽກຮ້ອງສ້າງໂຄງປະກອບວິໄສທັດດ້ານຄວາມໝັ້ນຄົງໃໝ່ ໃນປະຊາຄົມສາກົນ. ໃນຂະນະນັ້ນ, ຕາມທັດສະນະຂອງທ່ານປະທານ Christoph Heusgen ແລ້ວ, ສິ່ງທ້າທາຍໂດຍກົງເຊິ່ງ ເອີລົບຕ້ອງປະເຊີນໜ້າແມ່ນຊອກຫາເຫດຜົນເພື່ອເພີ່ມທະວີການເຈລະຈາ. ພິເສດ, ປະທານ MSC 59 ໄດ້ກ່າວໃນບົດລາຍງານ MSC 59 ວ່າ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ສົ່ງຜົນກະທົບໂດຍກົງເຖິງການເຈລະຈາລະຫວ່າງຝ່າຍຕ່າງໆ, ສົ່ງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ.

        ບັນດານັກຊ່ຽວຊານສາກົນຖືວ່າ: MSC 59 ໄດ້ຮັບຮູ້ແຈ້ງບັນດາສິ່ງທ້າທາຍ ກໍ່ຄືຄວາມຈຳເປັນຕ້ອງດຳເນີນການສ້າງໂຄງປະກອບຄວາມໝັ້ນຄົງສາກົນຄືນໃຫມ່ໃຫ້ເໝາະສົມກັບສະພາບການໃໝ່. ໃນບົດລາຍການກ່ຽວກັບ MSC 59, ໜັງສືພິມ DW ໄດ້ໃຫ້ຂໍ້ສັງເກດວ່າ: “ບັນດາການນຳໂລກອາດຈະບໍ່ມີທັດສະນະຄືກັນໃນຫຼາຍບັນຫາ, ແຕ່ແນ່ນອນວ່າ, ສ່ວນຫຼາຍເຂົາເຈົ້າຈະມີຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງໂລກພວມກ້າວເຂົ້າສູ່ທົດສະວັດທີ່ສຳຄັນໃນວິວັດການສ້າງໂຄງປະກອບຄວາມເປັນລະບຽບຮຽບຮ້ອຍໂລກຄືນໃໝ່”.

          ແຕ່ເຖິງຢ່າງໃດກໍ່ຕາມ, ການສ້າງໂຄງປະກອບຄວາມໝັ້ນຄົງສາກົນຄືນໃໝ່ຄືແນວໃດແມ່ນຄຳຖາມໃຫຍ່. ໂຄງປະກອບຄວາມໝັ້ນຄົງນັ້ນຕ້ອງຮັບປະກັນຄວາມປອງດອງດ້ານຜົນປະໂຫຍດຂອງທຸກໆຝ່າຍກ່ຽວຂ້ອງໃນຂອບເຂດທົ່ວໂລກ. ຍິ່ງໄປກ່ວານັ້ນ, ກ່ຽວກັບດ້ານທາດແທ້, ຄວາມໝັ້ນຄົງທົ່ວໂລກຕິດພັນກັບຫຼາຍບັນຫາ, ເຊິ່ງລວມມີຄວາມວັດທະນາຖາວອນດ້ານເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນເພື່ອຜົນປະໂຫຍດແຫ່ງຊາດ… ດັ່ງນັ້ນ, ການເຈລະຈາໂອ້ລົມສົນທະນາ ແລະ ການຮ່ວມມືຕ້ອງໄດ້ຖືເປັນສຳຄັນ ແລະ ແມ່ນບັນຫາແຖວໜ້າໃນທຸກໆມາດຕະການເຊິ່ງ MSC 59 ພວມມຸ່ງໄປເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ