ກອງປະຊຸມລັດຖະມົນຕີການເງິນ APEC ມຸຸ່ງໄປເຖິງເປົ້າໝາຍເຕີບໂຕ ແລະ ພັດທະນາແບບຍືນຍົງບັນດາພື້ນຖານເສດຖະກິດ

(VOVWORLD) - ຫວຽດນາມ ໄດ້ຕັ້ງຫນ້າພ້ອມກັບບັນດາພື້ນຖານເສດຖະກິດ ສະມາຊິກ ສ້າງໂຄງການດຳເນີນງານກໍ່ຄືບັນດາເນື້ອໃນບຸລິມະສິດຂອງປີ APEC 2017,

ກອງປະຊຸມລັດຖະມົນຕີ ການເງິນ APEC ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະດຳເນີນແຕ່ວັນທີ 19 – 21 ຕຸລາ ຢູ່ ນະຄອນໂຮ້ຍອານ ແຂວງ ກວ໋າງນາມ. ນີ້ແມ່ນເຫດການສຳຄັນທີ່ສຸດຂອງວິວັດທະນາການ ລັດຖະມົນຕີ APEC ແລະ ກໍ່ແມ່ນຫນຶ່ງໃນບັນດາກອງປະຊຸມກະກຽມສຳຄັນໃຫ້ແກ່ ສັບປະດາຂັ້ນສູງ APEC ຊຶ່ງຈະດຳເນີນໃນຕົ້ນເດືອນພະຈິກ. ພ້ອມກັບບັນດາເຫດການອື່ນ, ກອງປະຊຸມລັດຖະມົນຕີການເງິນ APEC ກໍ່ເພື່ອແນໃສ່ມຸ່ງໄປເຖິງບັນດາເປົ້າໝາຍບຸລິມະສິດຂອງຫວຽດນາມ ໃນປີ APEC 2017 ນັ້ນແມ່ນການເຕີບໂຕ ແລະ ພັດທະນາບັນດາພື້ນຖານເສດຖະກິດແບບຍືນຍົງ.

ກອງປະຊຸມລັດຖະມົນຕີການເງິນ APEC ມຸຸ່ງໄປເຖິງເປົ້າໝາຍເຕີບໂຕ ແລະ ພັດທະນາແບບຍືນຍົງບັນດາພື້ນຖານເສດຖະກິດ - ảnh 1 (ພາບປະກອບ)

ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະມີຜູ້ແທນທັງຢູ່ພາຍໃນປະເທດ ແລະ ສາກົນ ປະມານ 500 ຄົນ, ໃນນັ້ນ ລວມມີບັນດາລັດຖະມົນຕີການເງິນ, ການນຳອົງການການເງິນ ແລະ ການນຳທະນາຄານສູນກາງຂອງ 21 ພື້ນຖານເສດຖະກິດສະມາຊິກໃນພາກພື້ນ, ການນຳຂັ້ນສູງຂອງບັນດາອົງການການເງິນສາກົນຄື: ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB), ທະນາຄານພັດທະນາ ອາຊີ (ADB) ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)

4 ຫົວເລື່ອງບຸລິມະສິດການຮ່ວມມື

ບົນພື້ນຖານກຳນົດທິດຫົວເລື່ອງ APEC 2017 “ສ້າງກຳລັງຫນູນໃຫມ່ຕື່ມອີກ ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດ”, ບັນດາລັດຖະມົນຕີການເງິນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ ແລະ ການເງິນມະຫາພາກທົ່ວໂລກ ແລະ ພາກພື້ນທີ່ກອງປະຊຸມຄັ້ງນີ້. ຕາມນັ້ນແລ້ວ, 4 ຫົວເລື່ອງບຸລິມະສິດລວມມີ: ການລົງທຶນໄລຍະຍາວໃຫ້ພື້ນຖານໂຄງລ່າງ ຄວາມອ່ອນແອລົງຂອງພື້ນຖານຄິດໄລ່ພາສີອາກອນ ແລະ ສົ່ງຜົນກຳໄລ, ການເງິນ ແລະ ປະກັນໄພຄວາມສ່ຽງຈາກໄພພິບັດທຳມະຊາດ, ແລະ ການເງິນກວມລວມ. ທ່ານ ຫວູຍືທັງ, ຫົວຫນ້າກົມຮ່ວມມືສາກົນ, ສັງກັດ ກະຊວງການເງິນ ໃຫ້ຮູ້ວ່າ:

        “4 ຫົວເລື່ອງບຸລິມະສິດນີ້ ໂດຍແມ່ນ ຫວຽດນາມ ສະເຫນີເມືື່ອທ້າຍປີ 2016 ພາຍຫລັງມີການທາບທາມຈາກບັນດາປະເທດສະມາຊິກ APEC 2017. 4 ຫົວເລື່ອງບຸລິມະສິດນີ້ ໄດ້ຍົກອອກມາປຶກສາຫາລືໃນຕະຫລອດວິວັດທະນາການດຳເນີນບັນດາກອງປະຊຸມ APEC 2017. ຄຽງຂ້າງ 4 ເນື້ອໃນບຸລິມະສິດນັ້ນ, ບັນດາລັດຖະມົນຕີກໍ່ຈະມີການໂອ້ລົມສົນທະນາ “ເພີ່ມທະວີ, ຕິດພັນກັບບັນດານັກວາງແຜນນະໂຍບາຍກັບບັນດາພື້ນຖານເສດຖະກິດພາກເອກະຊົນ, ການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີເສດຖະກິດ APEC ກັບສະພາທີ່ປຶກສາວິສາຫະກິດ APAC. ນີ້ແມ່ນກົນໄກເພື່ອແລກປ່ຽນບັນດາຂໍ້ມູນຂ່າວສານ ແລະ ຮັບຟັງຄຳເຫັນຈາກບັນດາວິສາຫະກິດ ແລະ ກຸ່ມບໍລິສັດໃຫຍ່ໃນພາກພື້ນ.”

ໝາກຜົນການຮ່ວມມືໃນ 4 ຂົງເຂດບຸລິມະສິດດັ່ງກ່າວ ຈະໄດ້ລາຍງານຕໍ່ບັນດາລັດຖະມົນຕີໃນວັນທີ 21 ຕຸລາ ປີ 2017, ບົນພື້ນຖານນັ້ນ ບັນດາລັດຖະມົນຕີ ຈະອອກຖະແຫລງການຮ່ວມສະແດງໃຫ້ເຫັນທັດສະນະກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການຮ່ວມມືດ້ານການເງິນໃນພາກພື້ນ, ບັນດາຫົວເລື່ອງຮ່ວມມືບຸລິມະສິດໃນປີ, ແລະ ການກຳນົດທິດຂອງວິວັດທະນາການລັດຖະມົນຕີການເງິນ APEC ໃນໄລຍະຈະມາເຖິງ.

ກອງປະຊຸມລັດຖະມົນຕີການເງິນ APEC ມຸຸ່ງໄປເຖິງເປົ້າໝາຍເຕີບໂຕ ແລະ ພັດທະນາແບບຍືນຍົງບັນດາພື້ນຖານເສດຖະກິດ - ảnh 2 ທ່ານ ຫວູຍືທັງ, ຫົວຫນ້າກົມຮ່ວມມືສາກົນ, ສັງກັດ ກະຊວງການເງິນ (ພາບ: KT)

 ຫວຽດນາມ ຕັ້ງຫນ້າ, ເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ

ນັບແຕ່ເມື່ອຮັບຫນ້າທີ່ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC, ຫວຽດນາມ ໄດ້ຕັ້ງຫນ້າພ້ອມກັບບັນດາພື້ນຖານເສດຖະກິດ ສະມາຊິກ ສ້າງໂຄງການດຳເນີນງານກໍ່ຄືບັນດາເນື້ອໃນບຸລິມະສິດຂອງປີ APEC 2017, ໃນນັ້ນ ມີບັນດາເນື້ອໃນຂອງກອງປະຊຸມລັດຖະມົນຕີການເງິນ. ບັນດາຂໍ້ລິເລີ່ມຂອງຫວຽດນາມໄດ້ຮັບຄວາມສົນໃຈຈາກບັນດາຜູ້ແທນເມື່ອເຂົ້າຮ່ວມກອງປະຊຸມການເງິນ APEC ຄັ້ງຕ່າງໆຊື່ງຈັດຂຶ້ນແຕ່ຕົ້ນປີມາຮອດປະຈຸບັນ. ໂດຍແມ່ນປະເທດເຈົ້າພາບຂອງປີ APEC 2017, ຫວຽດນາມ ກໍ່ປະກອບສ່ວນຢ່າງຕັ້ງຫນ້າ ເພື່ອຍົກອອກບັນດາຂໍ້ລິເລີ່ມນີ້ເຂົ້າໃນພຶດຕິກຳຕົວຈິງກໍ່ຄືວິວັດທະນາການກອງປະຊຸມ APEC 2017. ທ່ານ ຫວູຍືທັງ, ຫົວຫນ້າກົມຮ່ວມມືສາກົນ, ສັງກັດກະຊວງການເງິນໃຫ້ຮູ້ວ່າ:

        “ເມື່ອຄາດຄະເນໂຄງການແລກປ່ຽນການຮ່ວມມືນັ້ນ ພວກເຮົາເຫັນວ່າ ນີ້ແມ່ນບັນດາເນື້ອໃນມີລັກສະນະສືບທອດໃນໄລຍະກ່ອນໄດ້ປຶກສາຫາລືໃນປີ 2015 ຢູ່ ຟີລີບຟີນ ແລະ ປີ 2016 ຢູ່ ເປຣູ. ເຖິງຢ່າງໃດກໍຕາມ, ໄລຍະນັ້ນ ພຽງແຕ່ກຳນົດໄດ້ກອບ ນະໂຍບາຍ. ສຳລັບແຕ່ລະປະເທດພັດ ຈະມີການຫັນປ່ຽນອີງຕາມນະໂຍບາຍຂອງແຕ່ລະປະເທດ. ຄວາມຈິງ ຫວຽດນາມໄດ້ເປັນເຈົ້າການສະເຫນີຂໍ້ລິເລີ່ມເພີ່ມເຕີມ. ໃນປີ 2017 ຫວຽດນາມ ດ້ວຍຖານະເປັນປະເທດເຈົ້າພາບ ແລະ ແມ່ນປະເທດພວມພັດທະນາ ສະນັ້ນ ຫວຽດນາມ ມີຄວາມສົນໃຈເຖິງບາງເນື້ອໃນໃນຂໍ້ລິເລີ່ມນີ້ທີ່ສຸດ.”

ວິວັດທະນາການບັນດາລັດຖະມົນຕີການເງິນ ມີບົດບາດສຳຄັນຫລັກແຫລ່ງ ແລະ ຈຳເປັນສຳລັບການຮ່ວມມື APEC. ເປົ້າໝາຍ ຊື່ງແຜນການເຄື່ອນໄຫວ Cebu ທີ່ກອງປະຊຸມສຸດຍອດ APEC ປີ 2015 ໄດ້ວາງອອກ ກ່ຽວກັບເປົ້າໝາຍສ້າງປະຊາຄົມ APEC ສະຫນິດຕິດພັນກວ່າ, ໂປ່ງໃສ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຕໍ່ກ່ຽວກັບດ້ານການເງິນກວ່າ, ມີຄວາມໝາຍເປັນຕາຍສຳລັບການຊຸກຍູ້ການເຕີບໂຕຢ່າງແຮງ, ໝັ້ນຄົງ, ກວມລວມ, ດຸ່ນດ່ຽງຢູ່ພາກພື້ນ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ, ລະອຽດແມ່ນກະຊວງການເງິນ ໄດ້ປະຕິບັດສຳເລັດບັນດາຫນ້າທີ່ສຳຄັນ. ໃນນັ້ນ ກະຊວງການເງິນໄດ້ເປັນເຈົ້າພາບຈັດກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ໃນເດືອນກຸມພາ ຢູ່ ຍາຈາງ ສຳ ເລັດຜົນ, ເປັນເຈົ້າການຈັດຕັ້ງ , ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ການເງິນ ໃນເດືອນພຶດສະພາຢູ່ ນີງບີງ ປະສົບຜົນສຳເລັດ, ສົມທົບກັບບັນດາຄູ່ຮ່ວມມືສາກົນຄື: ທະນາຄານໂລກ, ທະນາຄານພັດທະນາ  ອາຊີ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບບັນດາຫົວເລື່ອງບຸລິມະສິດ ຫລາຍຄັ້ງ ແລະ ໄດ້ຮັບການຕີລາຄາສູງຈາກບັນດາຄູ່ຮ່ວມມື ແລະ ບັນດາສະມາຊິກ APEC.

APEC 2017 ແມ່ນປີທຳອິດແຫ່ງການປະຕິບັດຍຸດທະສາດປ່ຽນໃຫມ່ວິວັດທະນາການລັດຖະມົນຕີການເງິນ APEC. ຜັນຂະຫຍາຍຢ່າງແຮງ 4 ຂໍ້ລິເລີ່ມຮ່ວມມືການເງິນ APEC ໃນປີ APEC 2017, ຫວຽດນາມ ທັງຕິດພັນກັບບຸລິມະສິດແຫ່ງຊາດ, ທັງປະຕິບັດຍຸດທະສາດປ່ຽນໃຫມ່ວິວັດທະນາການລັດຖະມົນຕີການເງິນ APECຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ອາຊີ ປາຊີຟີກ, ມຸ່ງໄປເຖິງຜົນປະໂຫຍດແທດຈິງໃຫ້ທົ່ວພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ