ກອງປະຊຸມລັດຖະມົນຕີການເງິນ G20 ປຶກສາຫາລືບັນດາບັນຫາຈຳເປັນ ແລະ ຮີບດ່ວນທົ່ວໂລກ

(VOVWORLD) - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ຈັດຂຶ້ນໃນສະພາບການປະທະກັນຢູ່ ຢູແກຼນ ກ້າວເຂົ້າສູ່ເດືອນທີ 5, ກໍ່ໃຫ້ເກີດຫຼາຍຜົນຕາມມາຄື: ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນສູງ, ວິກິດການກ່ຽວກັບລາຄາໃຊ້ສອຍ

ມື້ນີ້, ບັນດາການນຳດ້ານການເງິນຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເລີ່ມພົບປະກັນຢູ່ ບາລີ, ປະເທດ ອິນໂດເນເຊຍ ເພື່ອພ້ອມກັນປຶກສາຫາລືບັນດາບັນຫາຮີບດ່ວນທົ່ວໂລກ. ເຖິງວ່າ, ການປະທະກັນຢູ່ ຢູແກຼນ ພວມແມ່ນບັນຫາມືດມົວ ແລະ ແມ່ນສາເຫດຕົ້ນຕໍທີ່ກໍ່ຄວາມຂາດສະຖຽນລະພາບທົ່ວໂລກກໍ່ຕາມ, ແຕ່ຄາດໝາຍຂອງກອງປະຊຸມທີ່ປະເທດເຈົ້າພາບວາງອອກນັ້ນແມ່ນບໍ່ປະໃຫ້ບັນດາຂໍ້ຂັດແຍ້ງກ່ຽວກັບການປະທະກັນຢູ່ຢູແກຼນ ມາເຮັດໃຫ້ການປຶກສາຫາລືຄັ້ງຕ່າງໆໄປບໍ່ຖືກທິດ, ຕ້ອງຕັດສິນໃຈບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຈຳເປັນ ແລະ ຮີບດ່ວນຄື: ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະ ໄພເງິນເຟີ້ເພີ່ມຂຶ້ນສູງ.

ກອງປະຊຸມລັດຖະມົນຕີການເງິນ G20 ປຶກສາຫາລືບັນດາບັນຫາຈຳເປັນ ແລະ ຮີບດ່ວນທົ່ວໂລກ - ảnh 1ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen (TTXVN)

 ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ຈັດຂຶ້ນໃນສະພາບການປະທະກັນຢູ່ ຢູແກຼນ ກ້າວເຂົ້າສູ່ເດືອນທີ 5, ກໍ່ໃຫ້ເກີດຫຼາຍຜົນຕາມມາຄື: ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນສູງ, ວິກິດການກ່ຽວກັບລາຄາໃຊ້ສອຍ, ລາຍຈ່າຍໃນການດຳລົງຊີວິດເພິ່ມຂຶ້ນ... ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ກ່່າວເຕືອນວ່າແງ່ຫວັງເສດຖະກິດທົ່ວໂລກຍັງຂາດສະຖຽນລະພາບ ແລະ ການຂາດຕອນໃນການສະໜອງອາຍແກັດໄປຍັງ ເອີລົບ ອາດຈະເຮັດໃຫ້ຫຼາຍພື້ນຖານເສດຖະກິດຕົກເຂົ້າສູ່ສະພາບຊຸດໂຊມ. ກອງທຶນນີ້ກໍ່ຕ້ອງຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກລົງເຫຼືອພຽງ 3,6% ແລະ ນີ້ແມ່ນການຄາດຄະເນຖືກຫລຸດລົງເປັນຄັ້ງທີ 3 ໃນປີນີ້, ພ້ອມນັ້ນ, ໂອກາດຊຸດໂຊມດ້ານເສດຖະກິດຍັງສືບຕໍ່ເກີດຂຶ້ນໃນປີນີ້.

ຄວນມີຄວາມເຫັນດີເຫັນພ້ອມເພື່ອແກ້ໄຂບັນດາບັນຫາຮີບດ່ວນ

        ຫຼາຍບັນຫາທີ່ກ່ຽວຂ້ອງເຖິງສະພາບຂຶ້ນລາຄາ, ໄພເງິນເຟີ້, ຄວາມວິຕົກກັງວົນກ່ຽວກັບຄ່າສະກຸນເງິນໂດລາເພີ່ມຂຶ້ນສູງ, ຄວາມສ່ຽງກ່ຽວກັບການລົ້ມລະລາຍຂອງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ການຄ້ຳປະກັນສະບຽງອາຫານ, ລາຄານ້ຳມັນ... ແມ່ນເນື້ອໃນຕົ້ນຕໍທີ່ໄດ້ນຳມາປຶກສາຫາລືທີ່ກອງປະຊຸມຄັ້ງນີ້. ນອກຈາກນັ້ນ, ບັນດາການນຳດ້ານການເງິນ G20 ກໍ່ປຶກສາຫາລືບັນດາບັນຫາອື່ນຄືຊຸກຍູ້ບັນດາຂໍ້ລິເລີ່ມທົ່ວໂລກກ່ຽວກັບບັນຫາພະລັງງານສີຂຽວ, ທະນາຄານດີຈີຕອນ ແລະ ບັນດາມາດຕະຖານກ່ຽວກັບພາສີລວມ.

        ຖ້າວ່າກ່ອນນີ້ໜຶ່ງທົດສະວັດ, ບັນດາທະນາຄານສູນກາງໄດ້ຮັບຮູ້ວ່າມີຄຸນງາມຄວາມດີໃນການກອບກູ້ພື້ນຖານເສດຖະກິດໂລກ ໃຫ້ຫລຸດພົ້ນອອກຈາກວິກິດການດ້ານການເງິນທົ່ວໂລກນັ້ນ, ແຕ່ມາຮອດປະຈຸບັນ, ທະນາຄານພວມຖືກຕຳນິຕິຕຽນຢ່າງແຮງຍ້ອນຊ່ວງເສັງກັນຕ້ານໄພເງິນເຟີ້ພວມເພີ່ມຂຶ້ນສູງຢູ່ຫຼາຍບ່ອນໃນໂລກ. ໃນເວລາ 2 ເດືອນຜ່ານມາ, ມີທະນາຄານສູນກາງ 80 ແຫ່ງໄດ້ເພີ່ມອັດຕາດອກເບ້ຍ, ດ້ວຍລະດັບສູງ. ໃນຂະນະນັ້ນ, ບັນດານັກລົງທຶນໄດ້ພາກັນຫຼັ່ງໄຫຼຊື້ໂດລາ ໃນສະພາບແວດລ້ອມ ທີ່ບໍ່ແນ່ນອນ ເຮັດໃຫ້ເກີີດການລອຍຕົວຂອງກະແສເງິນລົງທຶນ.  ສິ່ງດັ່ງກ່າວບັງຄັບໃຫ້ວົງການເຈົ້າໜ້າທີ່ຢູ່ຫຼາຍປະເທດຕ້ອງຄິດໄລ່ຊັ່ງຊາເຖິງຄວາມຕັດສິນໃຈແຊກແຊງ ເພື່ອປົກປ້ອງສະກຸນເງິນຂອງປະເທດຕົນ.

        ຍັງມີສິ່ງທ້າທາຍໃຫຍ່ອີກທີ່ກອງປະຊຸມຄັ້ງນີ້ນັ້ນແມ່ນບັນດາການນຳດ້ານການເງິນຕ້ອງເຮັດແນວໃດເພື່ອຊອກຫາສຽງເວົ້າລວມໃນບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ. ບາງປະເທດພວມປະສົບກັບຄວາມຫຍຸ້ງຍາກກັບບັນດາບັນຫາການສະໜອງທັນຍາຫານ, ໃນຂະນະນັ້ນ, ອີຢິບ,ຕວກກີ, ບັງກະລາເທດ, ອີຣານ ສ່ວນຫຼາຍແມ່ນອີງໃສ່ລັດເຊຍ ແລະ ຢູແກຼນ ດ້ວຍປະລິມານນຳເຂົ້າເຂົ້າບະເລຂຶ້ນເຖິງ 60%. ໃນເດືອນເມສາ, ໃນຂອບເຂດກອງປະຊຸມລະດູບານໃໝ່ຂອງກອງທຶນເງິນຕາສາກົນ ແລະ ທະນາຄານໂລກ ຢູ່ວໍຊິງຕັນ ນັ້ນ, ກະຊວງການເງິນ ອາເມລິກາ ໄດ້ຈັດກອງປະຊຸມດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ການເງິນສາກົນ ແລະ ບັນດານັກຊ່ຽວຊານຄວາມໝັ້ນຄົງດ້ານສະບຽງອາຫານເພື່ອແກ້ໄຂວິກິດການນັບມື້ນັບເລິກເຊິ່ງ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕົກລົງເຫັນດີວາງອອກບັນດາຫຼັກການລວມ ແລະ ແຜນການເຄື່ອນໄຫວ, ແຕ່ວ່ານັບແຕ່ນັ້ນມາຄວາມຄືບໜ້າທີ່ເຫັນໄດ້ຊັດແມ່ນໜ້ອຍທີ່ສຸດ.

ນອກຈາກນັ້ນແລ້ວ, ບັນດາການນຳການເງິນ G20 ຕ້ອງຊອກຫາຄວາມເຫັນດີເຫັນພ້ອມກ່ຽວກັບຫຼາຍບັນຫາອື່ນຄື ສະເໜີກຳນົດເພດານລາຄານ້ຳມັນ ລັດເຊຍ ຂອງ ວໍຊິງຕັນ, ປົກປ້ອງສະກຸນເງິນຕ່າງໆທີ່ພວມຫຼຸດລາຄາ ເມື່ອທຽບໃສ່ສະກຸນເງິນ USD…

ກອງປະຊຸມລັດຖະມົນຕີການເງິນ G20 ປຶກສາຫາລືບັນດາບັນຫາຈຳເປັນ ແລະ ຮີບດ່ວນທົ່ວໂລກ - ảnh 2ພາບປະກອບ

ຊອກຫາມາດຕະການໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ

        ປັດຈຸບັນນີ້, ມີບາງສັນຍານຕັ້ງໜ້າໄດ້ຮັບຮູ້ຢູ່ກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ແຈ້ງໃຫ້ຊາບວ່າ ຈະອຸປະຖຳ 70 ລ້ານ USD ໃຫ້ແກ່ກອງທຶນ ເຕີບໂຕ ແລະ ຫຼຸດຜ່ອນຄວາມທຸກຍາກ, ຊ່ວຍໃຫ້ບັນດາປະເທດທຸກຍາກສາມາດກູ້ຢືມທຶນໂດຍບໍ່ເສຍດອກເບ້ຍ. ທ່ານນາງ ກໍຮຽກຮ້ອງໃຫ້ ຈີນ ເຂົ້າຮ່ວມຄວາມມານະພະຍາຍາມສ້າງໂຄງປະກອບໜີ້ສິນຄືນໃໝ່ ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ.

ໃນການປຶກສາຫາລືກ່ອນໜ້ານັ້ນ, G20 ກໍບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນກ່ຽວກັບບັນດາຫົວຂໍ້ຄື ຫຼັກການຄຸ້ມຄອງເງິນເອເລັກໂຕນິກ ແລະ ເງິນຕາດີຈີຕອນ ຂອງທະນາຄານສູນກາງ. G20 ກໍພະຍາຍາມຍົກອອກມາດຕະການຊ່ວຍບັນດາປະເທດທຸກຍາກແກ້ໄຂວິກິດການດ້ານທັນຍາຫານ ດ້ວຍວິທີຮັບປະກັນແຫຼ່ງສະໜອງ ກໍຄື ຄວາມສາມາດຈ່າຍຄ່າສະບຽງອາຫານ ແລະ ຝຸ່ນ. ທ່ານ Perry Warjiyo ຜູ້ວ່າການທະນາຄານສູນກາງ ອິນໂດເນເຊຍ ໃຫ້ຮູ້ວ່າ, ບັນດາຝ່າຍພວມມານະພະຍາຍາມເພື່ອສາມາດບັນລຸໄດ້ ແຈ້ງການລວມ ພາຍຫຼັງໂຮມປະຊຸມມາເປັນເວລາ 2 ວັນ, ຫຼື ຢ່າງໜ້ອຍສຸດແມ່ນ ຖະແຫຼງການປະທານ.

ເຖິງຢ່າງໃດກໍຕາມ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ສືບຕໍ່ໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມ. ປັດຈຸບັນ, ຍັງມີຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດຝ່າຍຕາເວັນຕົກ ແລະ ລັດເຊຍ ກ່ຽວກັບເນື້ອໃນແຈ້ງການລວມ, ຕີລາຄາກ່ຽວກັບສະພາບພື້ນຖານເສດຖະກິດທົ່ວໂລກ ກໍຄື ຜົນກະທົບຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ຊອກຫາມາດຕະການໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ ຫຼືບໍ ແມ່ນຂຶ້ນກັບເລື່ອງລັດຖະບານບັນດາປະເທດ ຈະປະຄວາມແຕກໂຕນດ້ານການເມືອງໄວ້ເບື້ອງໜຶ່ງ, ພ້ອມທັງມີການກະທຳຢ່າງເຂັ້ມແຂງຫຼືບໍ ເພື່ອຄວບຄຸມອາກາດຊອັກທີ່ບໍ່ເຄີຍເຫັນມາກ່ອນຕໍ່ລະບົບພະລັງງານ ແລະ ທັນຍາຫານທົ່ວໂລກ. ນີ້ແມ່ນສິ່ງທ້າທາຍທີ່ບໍ່ສາມາດຜ່ານຜ່າໄດ້ຢ່າງງ່າຍດາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ