ກອງປະຊຸມສຸດຍອດ EU : ການແບ່ງແຍກໂດຍອ້ອມແອ້ມ ບັນຫາແກ້ໄຂວິກິດການ ຢູແກຼນ

​ສະ​ຫະ​ພາບ​ເອີ​ລົບ EU ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ເດີນ​ຕໍ່​ໄປ​ຄື​ແນວ​ໃດ ສຳ​ລັບ​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນທີ່​ພວມ​ນັບ​ມື້​ນັບ​ເຄັ່ງ​ຮ້ອນ​ຂຶ້ນ ? ຈະ​ມີ​ການ​ຕໍ່​ກຳ​ນົດ​​​ເວ​ລາແກ່ຄຳ​ສັ່ງ​ລົງ​ໂທດລັດ​ເຊຍ​ຕື່ມ​ອີກ 6 ເດືອນຫຼືບໍ່? ຫຼື​ວ່າ EU ຄວນ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃນ​ລະ​ດັບ​ສູງ​ສຸດ​ໃຫ້ ຢູ​ແກຼນຫຼືບໍ່ ?...ນັ້ນ​ແມ່ນ​ບັນ​ດາ​ຄຳ​ຖາມ​ຖືກ​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ​ເອີ​ລົບ EU ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທ​ີ 19/3 ຢູ່​ນະ​ຄອນຫຼ​ວງ ບ​ຣຸກ​ແຊນ​ຂອງ​ແບນ​ຊິກ. ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ທົດ​ສອບ​ທີ່​ມີ​ຕໍ່​ຄວາມ​ສາ​ມັກ​ຄີ ແລະ ເປັນ​ເອ​ກະ​ພາບ​ກັນ​ຂອງ EU ໃນ​ການ​ແກ້​ໄຂ​ບັນ​ດາ​ວິ​ກິດ​ການ ຢູ​ແກຼນ

ກອງປະຊຸມສຸດຍອດ EU : ການແບ່ງແຍກໂດຍອ້ອມແອ້ມ ບັນຫາແກ້ໄຂວິກິດການ ຢູແກຼນ  - ảnh 1
(ພາບ​ປະ​ກອບ)


    ພ້ອມ​ກັບ​ບັນ​ຫາ​ຕ່າງໆ​ພາຍ​ໃນ​ກຸ່ມ​ຄື ວິ​ວັດ​ທະ​ນາ​ການ​ປະ​ຕິ​ຮູບ​ຂອງ​ເກຼັກ, ອະ​ນາ​ຄົດ​ໃນ​ການພັດ​ທະ​ນາຂອງ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ໂຣ …ນັ້ນ, ມີ​ເນື້ອ​ໃນ​ປະ​ການ​ໜຶ່ງ​ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ຢູ່​ທີ່ກອງ​ປະ​ຊຸມ, ນັ້ນແມ່ນ​ບັນ​ຫາຢູ​ແກຼນ ແລະ ການ​ໂຕ້​ຕອບ​ຄື​ແນວ​ໃດ​ກັບ​ມົດ​ສ​ກູ. ກວ່າ 1 ປີ​ທີ່​ໄດ້​ຜ່ານ​ພົ້ນ​ໄປ, ທຸກໆ​ວິ​ທີ​ການ​ແກ້​ໄຂ​ຍັງ​ຄົງ​ຖືກ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາ​ງອອກ ແລະ ການ​ສູ້​ຮົບ​ຢູ່ ຢູ​ແກຼນ ພວມ​ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ແລະ ເປັນ​ອັນ​ຕະ​ລາຍກວ່າ. ​ຄວາມ​ສັບ​ສົນ​ໄດ້​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ​, ຂະ​ນະ​ທີ່ບັນ​ດາ​ຝ່າຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢຸດ​ຍິງ, ແລ້ວ​ຊ້ຳພັດ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ. ເປັນ​ໜ້າ​ສົນ​ໃຈ, ນັ້ນ​ແມ່ນ​ວິ​ທີ​ການ​ແກ້​ໄຂ​ແບບ​ແຂງ​ກະ​ດ້າງ, ບັນ​ດາ​ຄຳ​ສັ່ງ​ຂວ້ຳບາດ, ລົງ​ໂທດ​ຕ້ານ​ລັດ​ເຊຍ ບໍ່​ກວມ​ທ່າ​ດີ​ອີກ​ແລ້ວ ແລະ ພວມກໍ່​ຄວາມ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ຢູ່​ພາຍ​ໃນ​ປະ​ເທດສະ​ຫະ​ພາບ​ເອີ​ລົບ EU

  ຄວາມບໍ່​ລົງ​ລອຍ​ກັນ​ດ້ານ​ທັດ​ສະ​ນະ

  ບັນ​ດາ​ການ​ໂຕ້​ແຍ້ງ​ກັນ​ກ່ຽວ​ກັບ​ເລື່ອງ​ຝ່າຍ​ຕາ​ເວັນ​ຕົກ​ຄວນ​ມີ​ປະ​ຕິ​ກິ​ລີ​ຍາ​ຄື​ແນວ​ໃດສຳ​ລັບການປະ​ທະ​ກັນ​ຢູ່ ຢູ​ແກຼນທີ່​ພວມ​ນັບ​ມື້​ນັບ​ເຄັ່ງ​ຮ້ອນ ? ມີ​ການ​ຂັດ​ແຍ້ງ ແລະ ແບ່ງ​ແຍກຫຼາຍ​ຢ່າງລະ​ຫວ່າງ​ບັນ​ດາ​ປະ​ເທດ EU ໃນ​ນະ​ໂຍ​ບາຍ​ສຳ​ລັບ​ລັດ​ເຊຍ ແລະ ວິ​ທີ​ສຳ​ພັດກັບການ​ແກ້​ໄຂ ແກ້​ໄຂ​ວິ​ກິດ​ການຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໄດ້​ເລີ່ມ​ປະ​ຕິ​ບັດ.

   ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດສະ​ຫະ​ພາບ​ເອີ​ລົບ EU , ຢ່າງ​ໜ້ອຍ​ກໍ​ມີ 7 ປະ​ເທດ EU ໄດ້​ຄັດ​ຄ້ານ​ເລື່ອງ​ແກ່​ຍາວຄຳ​ສັ່ງ​ລົງ​ໂທດລັດ​ເຊຍ ແລະ ພ້ອມ​ແລ້ວ​ທີ່​ຈະ​ຢັບ​ຢັ້ງ​ຕໍ່​ບໍ່​ວ່າ​ມະ​ຕິ​ລົງ​ໂທດສະ​ບັບ​ໃດຖືກ​ຍົກ​ອອກ​ມາ. ເປັນ​ໜ້າ​ສົນ​ໃຈ ຝະ​ລັ່ງ, ອີ​ຕາ​ລີ ແລະ ແອັ​ສ​ປາຍ ຍັງ​ຖະ​ແຫຼງວ່າ ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ເຂົາ​ເຈົ້າ​ບໍ່​ຢາກ​ທຳ​ລາຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່ບໍ່​ແນ່ນອນນີ້. ໃນ​ຂະ​ນະ​ນັ້ນ, ອັງ​ກິດ ແລະ ບາງ​ປະ​ເທດ​ເຂດ​ບານ​ຕິກ ແລະ ເອີ​ລົບ​ເໜືອ ພັດ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທັດ​ສະ​ນະ​ທີ່​ແຂງ​ກະ​ດ້າງ, ຢາກ​ສືບ​ຕໍ່​ຮັກ​ສາຄຳ​ສັ່ງ​ລົງ​ໂທດລັດ​ເຊຍ ແລະ ຖື​ວ່າຄຳ​ສັ່ງ​ລົງ​ໂທດຈະ​ພາ​ໃຫ້​ລັດ​ເຊຍ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບຫຼາຍກວ່າ​ທີ່​ມີ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ມາ​ຮອດ​ປະ​ຈຸ​ບັນ, ມີ​ພຽງ​ເຢັຍ​ລະ​ມັນ​ເທົ່າ​ນັ້ນ ແມ່ນ​ປະ​ເທດ​ເປັນ​ກາງ​ລະ​ຫວ່າງ 2 ຝ່າຍ​ໃນ EU ກ່ຽວ​ກັບ​ບັນ​ຫາ​ລົງ​ໂທດລັດ​ເຊຍ ຂະ​ນະ​ທີ່​ໄດ້​ຍົກ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ສຳ​ລັບ “ການ​ປະ​ທະ​ກັນ”, ທັງ​ຢາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ກະ​ດ້າງຕໍ່ລັດ​ເຊຍ ຂະ​ນະ​ທີ່​ຍັງ​ຄົງ​ຢາກ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ຂອງ​ເອີລົບ.

   ການ​ລົງ​ໂທດແມ່ນ​ບໍ່ສາ​ມາດ​ແກ້​ໄຂ​ເຖິງ​ກົກ​ເຖິງ​ຮາກ​ຂອງ​ບັນ​ຫາ

ພາຍຫຼັງ​ທີ່​ລັດ​ເຊຍ​ໂຮມ​ກະ​ຣຶມ​ເຂົ້າ​ດິນ​ແດນ​ຂອງ​ຕົນເປັນ​ເວ​ລາ 1 ປີ, ເອີ​ລົບ​ໄດ້​ຢຸດ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັ​ບ​ການ​ຄ້າ ແລະ ການ​ອອກວີ​ຊາ​ກັບ​ລັດ​ເຊຍ, ພ້ອມ​ທັງ​ຈັດ​ລາ​ຍ​ຊື່​ນັກ​ການ​ເມືອງ ແລະ ເຈົ້າ​ໜ້າ​ທີ່ກອງ​ທ​ັບຫຼາຍ​ຄົນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ປິດ​ລ້ອມ​ຊັບ​ສົມ​ບັດ ແລະ ຈຳ​ກັດ​ການ​ໄປ​ມາ. ໃນ​ເດືອນ 1 ທີ່​ຜ່ານ​ມາ,ບັນ​ດາ​ມາດ​ຕະ​ການ​ລົງ​ໂທດນີ້ ໄດ້​ຖືກ​ຕໍ່​ກຳ​ນົດ​ເວ​ລາ​ຕ​ື່ມ​ອີກ 6 ເດືອນ ແລະ ຄາດ​ວ່າ​ຈະ​ໝົດ​ກ​ຳ​ນົດ​ໃນ​ເດືອນ 7 ທີ່​ຈະ​ເຖິງ. ຄວາມ​ຈິງ​ແລ້ວ, ໃນ 1 ປີ​ທີ່​ຜ່ານ​ມາ,  ບັນ​ດາ​ມາດ​ຕະ​ການ​ລົງ​ໂທດນີ້​ໄດ້​ສົ່ງຜົນ​ກະ​ທົບ​ອັນ​ຫຍໍ້​ທໍ້ບໍ່ຫຼາຍ​ກໍ​ໜ້ອຍເຖິງ​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ. ແຕ່ບໍ່​ສະ​ເພາະ​ລັດ​ເຊຍ​ເທົ່າ​ນັ້ນ, ຫາ​ກຍັງມີ​ບັນ​ດາ​ປະ​ເທດ EU ກໍ​ຖື​ກຜົນ​ເສຍ​ຫາຍບໍ່​ໜ້ອຍອີກ​ດ້ວຍ. ແຕ່​ບັນ​ຫາວິ​ກິດ​ການ ຢູ​ແກຼນ ຍັງ​ຄົງ​ບໍ່​ມີ​ທາງ​ອອກ ແລະ ຍັງ​ບໍ່​ທັນ​ໄປ​ສູ່​ວິ​ທີ​ການ​ແກ້​ໄຂ​ສຸດ​ທ້າຍ​ເທື່ອ. ບັນ​ດາ​ຜູ້​ຊ່ຽວ​ຊານ​ເອ​ເມ​ລິ​ກາ ໄດ້​ຍອມ​ຮັບ​ວ່າ ບັນ​ດາຄຳ​ສັ່ງ​ລົງ​ໂທດລັດ​ເຊຍ ບໍ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ ແລະ ເຖິງ​ເວ​ລາ​ແລ້ວ, ຄວນ​ຄິດ​ໄລ່​ຄືນ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ມາດ​ຕະ​ການ​ເຫຼົ່າ​ນີ້.

   ໃນ​ເດືອນ 2 ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ສ. Cyprus ທ່ານ Nicos Anastasiades ໄດ້​ໄປ​ຮອດ​ລັດ​ເຊຍ ແລະ​ໄດ້​ອະ​ນຸ​ຍາດ​ໃຫ້​ກອງ​ທັບ​ເຮືອ​ລັດ​ເຊຍ​ມີ​ສິດ​ເຂົ້າ-ອອກ​ຈາກ​ທ່າ​ກຳ​ປັ່ນ​ຕ່າງໆ​ຂອງ​ປະ​ເທດ​ເກາະ​ນີ້. ໃນເດືອນ 3 , ວັງກ​ແຣມ​ລິນ ໄດ້​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ Matteo Renzi ແລະ ທ່ານ Putin ​ໄດ້ຖື​ທ່ານ Matteo Renzi ແມ່ນ​ຄູ່​ຮ່ວມ​ມື​ໄດ້​ຮັບ​ບຸ​ລິ​ມະ​ສິດ.

      ໃນ​ສະ​ພາບ​ການ​ແບ່ງ​ແຍກ​ຄື​ໃນ​ປະ​ຈຸ​ບັນ,   EU ຈະສາ​ມາດ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ ແລະ ເປັນ​ເອກ​ະ​ພາບກັນ​ໃນ​ນະ​ໂຍ​ບາຍ​ສຳ​ລັບ​ລັດ​ເຊຍໄດ້ຫຼືບໍ່ ? ຕາມ​ບັນ​ດາ​ນັກ​ຊ່ຽວຊານ​ແລ້ວ, ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ປະ​ເທດນີ້ ອາດ​ຈະ​ບໍ່​ເຫັນ​ດີເປັນເອ​ກະ​ສັນ​ກັນ ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ລົງ​ໂທດ ແລະ ໂຈະ​ການ​ອອກ​ຂໍ້​ຕົກ​ລົງ​ຈົນ​ກວ່າຄຳ​ສັ່ງ​ລົງ​ໂທດລັດ​ເຊຍໝົດ​ກຳ​ນົດ​ໃນ​ເດືອນ 6/2015. ເຖິງວ່າ​ຈະ​ໂຈະການ​ອອກ​ຂໍ້​ຕົກ​ລົງເຖິງ​ເວ​ລາ​ໃດ​ກໍ​ຕາມ, ແມ່ນ​ຍັງ​ເຫຼືອ​ພຽງ 2-3 ເດືອນ​ອີກ, EU ຕ້ອງ​ຍົກ​ອອກ​ຂໍ້​ຕົກ​ລົງ​ສຸດ​ທ້າຍ. ຄຳ​ຖາມນີ້ ຍັງ​ພວມ​ລໍ່​ຖ້າ​ບັນ​ດາ​ການ​ນຳ​ບັນ​ດາ​ປະ​ເທດ EU ຊອກ​ຫາ​ຄຳ​ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ