ກອງປະຊຸມສຸດຍອດ EU ຊອກຫາມາດຕະການແກ້ໄຂບັນດາສິ່ງທ້າທາຍພາຍໃນກຸ່ມ

(VOVWORLD) -

ກອງປະຊຸມສຸດຍອດຄັ້ງທີ 2 ໃນປີນີ້ຂອງສະຫະພາບ ເອີລົບ (EU) ໄດ້ອັດລົງໃນວັນທີ 24 ມີນາ, ພາຍຫຼັງໂຮມປະຊຸມ ຢູ່ ບຣຸກແຊນ, ປະເທດ ແບນຊິກ ມາເປັນເວລາ 2 ວັນ (23 24 ມີນາ). ບັນດາບັນຫາພົ້ນເດັ່ນທີ່ສຸດ ແລະ ໄດ້ຮັບຄວາມສົນໃຈທີ່ສຸດຂອງກຸ່ມໃນຊ່ວງເວລານີ້ໄດ້ນຳມາປຶກສາຫາລື. ນັ້ນແມ່ນການໜູນຊ່ວຍ ຢູແກຼນ ໃນການປະທະກັນກັບ ລັດເຊຍ; ມາດຕະການເພີ່ມທະວີກຳລັງແກ່ງແຍ້ງໃນໄລຍະຍາວຂອງ EU, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ບັນຫາຊາວອົບພະຍົບ.


ກອງປະຊຸມສຸດຍອດ EU ຊອກຫາມາດຕະການແກ້ໄຂບັນດາສິ່ງທ້າທາຍພາຍໃນກຸ່ມ - ảnh 1ການນຳບັນດາປະເທດສະຫະພາບເອີລົບ ໄດ້ໂຮມປະຊຸມ ມາເປັນເວລາ 2 ວັນ (23 24 ມີນາ)
(ພາບ:Reuters)

        ກອງປະຊຸມສຸດຍອດ EU ແມ່ນໂອກາດເພື່ອໃຫ້ການນຳສະຫະພາບເອີລົບ 27 ທ່ານ ຊອກຫາສຽງເວົ້າລວມທີ່ກ່ຽວຂ້ອງເຖິງບັນດາສິ່ງທ້າທາຍເຊິ່ງກຸ່ມນີ້ພວມປະເຊີນໜ້າ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເຂົ້າຮ່ວມເຫດການດ້ວຍບົດບາດເປັນແຂກຖືກເຊີນ. ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ Guterres ໄດ້ນຳມາເຊິ່ງບັນດາການແລກປ່ຽນທີ່ມີປະສິດທິຜົນກ່ຽວກັບບັນຫາດ້ານພູມສາດການເມືອງສຳຄັນ ແລະ ສິ່ງທ້າທາຍຕ່າງໆໃນທົ່ວໂລກ.

ຢັ້ງຢືນຄຳໝັ້ນສັນຍາໜູນຊ່ວຍ Kiev ຄືນໃໝ່

        ໜູນຊ່ວຍ ຢູແກຼນ ໃນການປະທະກັນກັບ ລັດເຊຍ ແມ່ນໜຶ່ງໃນສອງບັນຫາທີ່ EU ໄດ້ເລືອກມາເພື່ອປຶກສາຫາລືໃນວັນເຮັດວຽກທຳອິດຂອງກອງປະຊຸມ, ຊຶ່ງສະແດງໃຫ້ເຫັນວ່າ ຢູແກຼນ ແມ່ນຄວາມສົນໃຈແຖວໜ້າ ແລະ ສຳຄັນຂອງ EU. ໂດຍບໍ່ປະສົບກັບຄວາມຫຍຸ້ງຍາກໃດ, ຂໍ້ຕົກລົງສະໜອງລູກປືນໃຫຍ່ 1 ລ້ານລູກໃຫ້ແກ່ຢູແກຼນ ພາຍໃນເວລາ 12 ເດືອນຈະມາເຖິງນັ້ນການນຳ EU ໄດ້ຮັບຮອງເອົາຢ່າງວ່ອງໄວ. ກ່ອນໜ້ານັ້ນ, ຂໍ້ຕົກລົງດັ່ງກ່າວໄດ້ຮັບຄວາມເຫັນດີເປັນເອກະພາບທີ່ກອງປະຊຸມສະພາການພົວພັນຕ່າງປະເທດ EU ໃນວັນທີ 20 ມີນາຜ່ານມາ. ຕາມຂໍ້ຕົກລົງນີ້ແລ້ວ, ຄະນະກຳມະການເອີລົບ ຈະສະໜອງຈຳນວນເງິນ 1 ຕື້ ເອີໂຣ ໃຫ້ແກ່ບັນດາປະເທດ EU ເພື່ອແນໃສ່ສະໜອງ ລູກປືນໃຫຍ່ 1 ລ້ານລູກທີ່ເອົາຈາກສາງຂອງບັນດາປະເທດນີ້ໃຫ້ແກ່ ຢູແກຼນ. ນອກຈາກນັ້ນແລ້ວ, ກໍ່ຈະສະໜອງອີກ 1 ຕື້ ເອີໂຣ ເພື່ອຊື້ລູກປືນລູກຝາຮ່ວມ. ການສັ່ງຊື້ສິນຄ້າຈະໄດ້ຜັນຂະຫຍາຍນັບແຕ່ເດືອນ ພຶດສະພາຈະມາເຖິງ.

        ຂໍ້ລິເລີ່ມ ຊື້ອາວຸດຮ່ວມໄດ້ຮັບຖືວ່າຈະຊ່ວຍໃຫ້ EU ບັນລຸໄດ້ຫຼາຍເປົ້າໝາຍໃນຈຸດເວລາດຽວກັນ, ຂະນະທີ່ໄດ້ຮັບປະກັນການໜູນຊ່ວຍລູກປືນໃຫຍ່ໃຫ້ແກ່ ຢູແກຼນ ແລະ ເພີ່ມອາວຸດໃຫ້ແກ່ສາງອາວຸດຂອງ EU ຕື່ມອີກ. ຕາມວົງການນັກໄຈ້ແຍກແລ້ວ, ເລື່ອງສະໜອງລູກປືນໃຫ້ແກ່ ຢູແກຼນ ດ້ວຍຂອບຂະໜາດນີ້ແມ່ນໜຶ່ງໃນບັນດາການກະທຳໃໝ່ຂອງ EU ເພື່ອໜູນຊ່ວຍ ຢູແກຼນໃນການປະທະກັນດ້ານການທະຫານກັບ ລັດເຊຍ.

        ນອກຈາກນັ້ນ, ທີ່ກອງປະຊຸມ, ບັນດາການນຳ EU ກໍ່ລ້ວນແຕ່ໄດ້ເຫັນດີເຫັນພ້ອມໂດຍຢັ້ງຢືນວ່າ ຈະບໍ່ຫລຸດຜ່ອນຄຳສັ່ງລົງໂທດໃດໆແນໃສ່ລັດເຊຍ. ກອງປະຊຸມກໍ່ປຶກສາຫາລືບັນດາມາດຕະການລົງໂທດແນໃສ່ລັດເຊຍ, ໃນນັ້ນໄດ້ພິຈາລະນາພິເສດການເຄື່ອນໄຫວດ້ານການຄ້າກັບ ມົດສະກູ ໂດຍຜ່ານປະເທດທີ 3 ຈຳນວນໜຶ່ງ.

        ນັບແຕ່ເວລາການປະທະກັນລະຫວ່າງລັດເຊຍ - ຢູແກຼນ ເກີດຂຶ້ນ, EU ແລະ ບັນດາປະເທດສະມາຊິກ ໄດ້ສະໜອງຈຳນວນເງິນປະມານ 67 ຕື້ ເອີໂລ ໃຫ້ແກ່ ຢູແກຼນ ແລະ ປະຊາຊົນປະເທດນີ້. ເຂົາເຈົ້າກໍ່ຈັດວາງບັນດາມາດຕະການສະກັດກັ້ນທີ່ບໍ່ມີເຄີຍມາກ່ອນຕໍ່ກັບ ລັດເຊຍ.

ກອງປະຊຸມສຸດຍອດ EU ຊອກຫາມາດຕະການແກ້ໄຂບັນດາສິ່ງທ້າທາຍພາຍໃນກຸ່ມ - ảnh 2ທ່ານປະທານສະພາ ເອີລົບ Charles Michel.
(ພາບ: AFP/Getty)

ແກ້ໄຂບັນດາສິ່ງທ້າທາຍທີ່ບໍ່ໃໝ່ຂອງ EU

        ຕາມວົງການນັກໄຈ້ແຍກແລ້ວ, ໂດຍຕ່າງກັບບັນຫາໜູນຊ່ວຍ ຢູແກຼນ, ເລື່ອງເພີ່ມທະວີກຳລັງແກ້ງແຍ້ງໃນໄລຍະຍາວຂອງສະຫະພາບເອີລົບ (EU), ຄວາມໝັ້ນຄົງດ້ານພະລັງງານ ຫຼື ບັນຫາຊາວອົບພະຍົບລ້ວນແຕ່ແມ່ນບັນດາສິ່ງທ້າທາຍສຳລັບ EU ໃນທັງໄລຍະສັ້ນ ແລະ ໄລຍະຍາວ.

        ທີ່ກອງປະຊຸມ, ບັນດາການນຳໄດ້ປຶກສາຫາລືການຊຸກຍູ້ຕະຫຼາດລວມເປີດກ້ວາງ ແລະ ກ້າວເຂົ້າສູ່ລວງເລິກ, ເພີ່ມທະວີການເຊື່ອມໂຍງການບໍລິການ; ມຸ່ງໄປເຖິງສຳພັນທະມິດຕະຫຼາດລວມທີ່ມີຄວາມສະໜິດຕິດພັນເລິກເຊິ່ງກ່ວາ, ພັດທະນາບັນດາກົນໄກຄຸ້ມຄອງບໍລິການພາສີອາກອນ ແລະ ການເງິນຂອງກຸ່ມ ເພື່ອໜູນຊ່ວຍບັນດາວິສາຫະກິດ; ຍູ້ແຮງການຜັນຂະຫຍາຍພະລັງງານຜະລິດຄືນໃໝ່, ຫັນລະບົບພະລັງງານ ແລະ ບັນດາຮາກຖານເກັບສະສົມພະລັງງານເປັນດີຈີຕອນ; ໃຫ້ບຸລິມະສິດໜູນຊ່ວຍບັນດາເຕັກໂນໂລຊີສຳຄັນຄື ປັນຍາທຽມ (AI), ເວບໄຊ 4.0, ຄວາມໝັ້ນຄົງທາງອິນເຕີເນັດ…

        ໃນຂົງເຂດພະລັງງານ, ບຸລິມະສິດທີ່ໄດ້ວາງອອກຍັງແມ່ນການຮັບປະກັນຄວາມໝັ້ນຄົງແຫຼ່ງສະໜອງທີ່ມີລາຄາເໝາະສົມ. ການນຳບັນດາປະເທດ EU ເຫັນດີເປັນເອກະພາບ ຄວນຮັບຮອງເອົາບັນດາການປະຕິຮູບຕະຫຼາດໄຟຟ້າຂອງກຸ່ມໃນທ້າຍປີນີ້. ຄຽງຄູ່ກັນນັ້ນ, ບັນດາການນຳກໍ່ປຶກສາຫາລືວິທີການໜູນຊ່ວຍບັນດາແຜນການຂອງ EU ເພື່ອແນໃສ່ທະວີຄູນບັນດາເຕັກໂນໂລຊີ ແລະ ພະລັງງານທີ່ເປັນມິດກັບສິ່ງແວດລ້ອມຢ່າງວ່ອງໄວ ເພື່ອບັນລຸໄດ້ເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ກ່ຽວກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ, ເລື່ອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ເຂົ້າຮ່ວມກອງປະຊຸມສຸດຍອດ EU ທີ່ດຳເນີນໃນ 2 – 3 ວັນພາຍຫຼັງການຕໍ່ກຳນົດເວລາຂໍຕົກລົງວ່າດ້ວຍການປຶກສາຫາລືສົ່ງອອກທັນຍາຫານປອດໄພຂອງ ຢູແກຼນ ຜ່ານທະເລດຳ, ໄດ້ຮັບຖືວ່າແມ່ນສຳຄັນທີ່ສຸດເພື່ອໂລກສາມາດຜ່ານຜ່າວິກິດການດ້ານສະບຽງອາຫານ. ໃນການພົບປະກັບສື່ມວນຊົນຮ່ວມກັບທ່ານປະທານສະພາເອີລົບ Charles Michel ໃນວັນທີ 23 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາການນຳ EU ຊ່ວຍໂລກ “ກັບຄືນສູ່ທິດທີ່ຖືກຕ້ອງ” ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານເລຂາທິການໃຫຍ່ ສປຊ ກໍ່ຊົມເຊີຍຂໍ້ຕົກລົງສີຂຽວຂອງ ເອີລົບ ແລະ ສົ່ງເສີມໃຫ້ EU ເພີ່ມທະວີການຮ່ວມມືດ້ານການເງິນ ແລະ ເຕັກໂນໂລຊີ ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ ແລະ ພວມພັດທະນາ ເພື່ອຮັດແຄບຊ່ອງຫວ່າງການປ່ອຍສິ່ງເສດເຫຼືອ

          ນອກຈາກບັນຫາ ຢູແກຼນ ທີ່ໄດ້ບຸລິມະສິດນຳມາປຶກສາຫາລື ທີ່ກອງປະຊຸມສຸດຍອດຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ EU ຍັງຊອກຫາທິດທາງການແກ້ໄຂບັນດາສິ່ງທ້າທາຍທີ່ບໍ່ໃໝ່. ບັນດາປະເທດສະມາຊິກຍັງຄົງກ້າວເດີນໃນເສັ້ນທາງປັບປຸງຄວາມສາມັກຄີພາຍໃນກຸ່ມ, ເພີ່ມກຳລັງຕ້ານທານຕໍ່ໜ້າບັນດາວິກິດການເພື່ອແນໃສ່ບັນລຸໄດ້ຄວາມວັດທະນາຖາວອນລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ