ກອງ​ປະ​ຊຸມ​ສຸດຍອດ G20 ປີ 2022 ແລະ ບັນ​ດາ​ພາ​ລະ​ກຳ​ທີ່​ເຕັ​ມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ

(VOVWORLD) -ວັນທີ 15 ພະຈິກ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ບາລີ, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງການນຳ, ປະມຸກລັດຂອງຫຼາຍພື້ນຖານເສດຖະກິແຖວໜ້າໂລກ. ກອງປະຊຸມດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ສ້າງກຳລັງໜູນແກ່ການຟື້ນຟູຢ່າງແຮງ, ຮອບດ້ານ, ຍືນຍົງຂອງເສດຖະກິດທົ່ວໂລກ.

  ໂດຍດຳເນີນໃນເວລາ 2 ວັນ ແຕ່ວັນທີ 15 – 16 ພະຈິກ, ກອງປະຊຸມສຸດຍອດ G20 ປີ 2022 ມີຫຼາຍລາຍການປິ່ນອ້ອມຫົວຂໍ້ “ພ້ອມກັນຟື້ນຕົວ, ຟື້ນຟູຢ່າງແຮງກວ່າອີກ” ແລະ ສຸມໃສ່ປຶກສາຫາລືຫຼາຍບັນຫາທີ່ມີລັກສະນະສະຖານະການການເມືອງສູງ, ມີຜົນສະທ້ອນ ແລະ ຜົນກະທົບຢ່າງກວ້າງຂວາງ. ນອກຈາກວາລະເຮັດວຽກຢ່າງເປັນທາງການແລ້ວ, ກອງປະຊຸມດັ່ງກ່າວຍັງດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງ ແລະ ວົງການສື່ມວນຊົນສາກົນ ດ້ວຍບົດບາດເປັນເວທີປາໄສຂອງຫຼາຍການພົບປະສອງຝ່າຍ, ຫຼາຍຝ່າຍເຊິ່ງຈະດຳເນີນຢູ່ນອກກອງປະຊຸມ ທີ່ໜ້າສົນໃຈທີ່ສຸດ.

        ບັນດາວາລະປະຊຸມ ແລະ ການຜັນແປທີ່ໜ້າສົນໃຈ

        ຕາມການປະກາດຂອງ ອິນໂດເນເຊຍ - ປະເທດເຈົ້າພາບຈັດກອງປະຊຸມສຸດຍອດ G20 ປີ 2022 ແລ້ວ, ສາມບັນຫາທີ່ໄດ້ຮັບບຸລິມະສິດນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ແມ່ນ: ຄ້ຳປະກັນສະບຽງອາຫານ ແລະ ພະລັງງານ; ໂຄງສ້າງສາທາລະນະສຸກທົ່ວໂລກ ແລະ ການເຫັນເປັນດີຈີຕອນ. ໃນມື້ເຮັດວຽກທຳອິດຂອງກອງປະຊຸມ, ການນຳບັນດາປະເທດ G20 ໄດ້ປຶກສາຫາລືກ່ຽວກັບບັນຫາຄ້ຳປະກັນສະບຽງອາຫານ, ພະລັງງານ ແລະ ໂຄງສ້າງສາທາລະນະສຸກທົ່ວໂລກ.

        ບັນດານັກໄຈ້ແຍກສາກົນໄດ້ຕີລາຄາວ່າ, ການເຄື່ອນໄຫວຕ່າງໆທີ່ດຳເນີນໃນກອງປະຊຸມສຸດຍອດ G20  ປີນີ້ ລ້ວນແຕ່ແມ່ນບັນດາບັນຫາທີ່ຮ້ອນເຮັ່ງ, ໄດ້ ແລະ ກຳລັງສົ່ງຜົນກະທົບຢ່າງແຮງ, ພ້ອມທັງໄດ້ຮັບຄວາມເອົາໃຈໃສ່ຢ່າງກວ້າງຂວາງຈາກຫາງສຽງ ບໍ່ພຽງແຕ່ບັນດາປະເທດ G20 ເທົ່ານັ້ນ ຫາກຍັງແມ່ນໃນທົ່ວໂລກອີກດ້ວຍ. ໃນນັ້ນ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ ແມ່ນບັນຫາທີ່ລັດຖະບານບັນດາປະເທດເກືອບທັງໝົດໃຫ້ບຸລິມະສິດຊຸກຍູ້ໃນສະພາບການເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ບັນດາການຜັນແປທີ່ກ່ຽວຂ້ອງ ທີ່ໄດ້ກໍ່ຜົນກະທົບບໍ່ດີຕໍ່ແຫຼ່ງສະໜອງທົ່ວໂລກ, ເຮັດໃຫ້ລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນລະດັບສູງສະຖິຕິໃນຫຼາຍທົດສະວັດຜ່ານມາ ຢູ່ທຸກພາກພື້ນໃນໂລກ. ໃນຂະນະນັ້ນ, ບັນຫາໂຄງສ້າງດ້ານສາທາລະນະສຸກທົ່ວໂລກ ຍາມໃດກໍແມ່ນໜຶ່ງໃນບັນດາບັນຫາຮ້ອນເຮັ່ງໃນເກືອບທຸກເວທີປາໄສຫຼາຍຝ່າຍໃນໄລຍະຜ່ານມາ. ເມື່ອໂລກຕ້ອງຮັບມືກັບໂລກລະບາດໂຄວິດ - 19 ພ້ອມດ້ວຍສິ່ງທ້າທາຍດ້ານສາທາລະນະສຸກທີີ່ຮ້າຍແຮງອື່ນໆຄື ພະຍາດໝາກສຸກລີງ, ພະຍາດປົວຍາກ… ສ່ວນສຳລັບບັນຫາຫັນເປັນດີຈີຕອນ, ນັບມື້ນັບສົ່ງຜົນກະທົບຢ່າງເລິກເຊິ່ງກວ່າຕໍ່ທຸກດ້ານຂອງຊີວິດ - ສັງຄົມຢູ່ທຸກວົງຄະນະຍາດ, ທຸກປະເທດໃນໂລກ..

        ນອກຈາກວາລະເຄື່ອນໄຫວລວມແລ້ວ, ຍັງມີການພົບປະສອງຝ່າຍ ໄດ້ດຳເນີນຢູ່ນອກກອງປະຊຸມ ກໍຄືດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງ ແລະ ວົງການສື່ມວນຊົນສາກົນ. ໃນນັ້ນ, ມີການພົບປະສຸດຍອດແບບເຊິ່ງໜ້າຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ເຊິ່ງຖືກຈັດຂຶ້ນໃນວັນທີ 14 ພະຈິກ, ສ້າງຂີດໝາຍເປັນເທື່ອທຳອິດທີ່ປະມຸກລັດສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກພົບກັນແບບເຊິ່ງໜ້າ ນັບແຕ່ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດເປັນເວລາເກືອບ 3 ປີກ່ອນ. ການພົບປະດັ່ງກ່າວ ມີລັກສະນະທ່າອ່ຽງສູງດ້ານເຈລະຈາ ແລະ ຄວາມຕ້ອງການຮ່ວມມືຢ່າງແຮງລະຫວ່າງສອງຝ່າຍ, ກວ້າງໃຫຍ່ກວ່າແມ່ນໃນຂອບເຂດທົ່ວໂລກ.

ຄວາມຕັ້ງຫວັງ ແລະ ສິ່ງທ້າທາຍ

ທີ່ກອງປະຊຸມສຸດຍອດ G20 ປີນີ້,  ນອກຈາກການນຳ ແລະ ປະມຸກລັດບັນດາປະເທດສະມາຊິກແລ້ວ, ປະເທດເຈົ້າພາບ ອິນໂດເນເຊຍ ຍັງເຊື້ອເຊີນການນຳ, ຜູ້ຕາງຫນ້າຂອງບັນດາອົງການຈັດຕັ້ງໃນພາກພື້ນ ແລະ ໂລກຄື: ປະທານ ອາຊຽນ ປີ 2022 (ກຳປູເຈຍ), ຜູ້ຕາງຫນ້າມາຈາກ ທະວີບອາຟຼິກາ, ອາເມລິກາລາຕີນ, ປາຊິຟິກ, ກາຣີເບ.. ພ້ອມກັບ 10 ອົງການຈັດຕັ້ງສາກົນເຂົ້າຮ່ວມນຳ.  ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມສຳຄັນຂອງເຫດການເທົ່ານັ້ນ ຫາກຍັງໃຫ້ເຫັນສອງຫລັກການຊື່ງປະເທດ ເຈົ້າພາບ G 20 ປີ 2022 ວາງອອກໄດ້ປະກົດຜົນເປັນຈິງ, ນັ້ນແມ່ນການຄິດໄລ່ຢ່າງຮອບດ້ານ ແລະ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”. ຕາມນັ້ນແລ້ວ, ອິນໂດເນເຊຍ ປາດຖະຫນາຢາກໃຫ້ທຸກປະເທດ ລ້ວນແຕ່ມີສິດສຳຜັດຢ່າງສະເຫມີພາບໃນການຊຸກຍູ້ບັນດາບັນຫາບຸລິມະສິດຂອງ G 20. ເປົ້າໝາຍຂອງກອງປະຊຸມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງໃຫ້ທຸກປະເທດທີ່ບໍ່ແມ່ນສະມາຊິກ, ໃນນັ້ນ ລວມມີບັນດາປະເທດພວມພັດທະນາ, ບັນດາປະເທດເກາະນ້ອຍ ແລະ ກຸ່ມມີຄວາມສ່ຽງ.

ເຖິງຢ່າງໃດກໍຕາມ, ເປົ້າໝາຍນີ້ ໄດ້ຮັບການຕີລາຄາວ່າ ແມ່ນພາລະກິດທີ່ເຕັມໄປດ້ວຍສິ່ງທ້າທາຍ ຍ້ອນສະພາບການແກ່ງແຍ້ງພູມສາດການເມືອງທົ່ວໂລກພວມຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງຫນ້າໄດ້. ສະພາບການປະທະກັນລະຫວ່າງ ລັດເຊຍແລະຢູແກຼນ, ສະພາບການເປັນຫນ້າກັງວົນຢູ່ແຫລມເກົາຫລີ ກໍ່ຄືການພົວພັນເຄັ່ງຕຶງທີ່ແກ່ຍາວລະຫວ່າງບັນດາປະເທດມະຫາອຳນາດ, ສືບຕໍ່ກໍ່ກຳລັງດັນໃຫຍ່ຕໍ່ຄວາມມານພະຍາຍາມສ້າງສັນຕິພາບ, ສະຖຽນລະພາບໃນຂອບເຂດທົ່ວໂລກ. ຄວາມຈິງນັ້ນ ຮຽກຮ້ອງໃຫ້ຕ້ອງມີການຮ່ວມແຮງຮ່ວມໃຈມານະພະຍາຍາມຂອງປະຊາຄົມສາກົນ, ໃນນັ້ນ G20 ດ້ວຍຖານະແມ່ນອົງການຫລາຍຝ່າຍມີຜົນສະທ້ອນຢ່າງກວ້າງຂວາງ, ຄວນເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຕົນກວ່າອີກ, ເພື່ອໂລກທີ່ປອດໄພ ແລະ ວັດທະນາຖາວອນກວມລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ