ກອງປະຊຸມສຸດຍອດ G7 ຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) -

ວັນທີ 19 ພຶດສະພາ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າຂອງໂລກ (G7) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Hiroshima, ປະເທດ ຍີ່ປຸ່ນ. ກອງປະຊຸມໄດ້ດຳເນີນໃນສະພາບການທີ່ໂລກ ມີການຜັນແປຫຼາຍຢ່າງ, ແຕ່ກໍ່ເປັນຈຸດເວລາບັນດາປະເທດສະມາຊິກ G7 ສະແດງບົດບາດໃຈກາງໃນການແກ້ໄຂບັນຫາຂອງພາກພື້ນ ແລະ ຢູ່ໃນໂລກ.

ກອງປະຊຸມສຸດຍອດ G7 ຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ - ảnh 1

ບັນດາການນຳ G7 ເຂົ້າຮ່ວມກອງປະຊຸມ

(ພາບ: asia.nikkei.com)


        ກຸ່ມ 7 ປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ຄັ້ງນີ້ແມ່ນ: ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ລາຊະອານາຈັກ ອັງກິດ ແລະ ອາເມລິກາ. ປະຈຸບັນ, G7 ກວມເອົາປະມານ 47% ຍອດຜະລິດຕະພັນພາຍໃນ (GDP) ໂລກ ແລະ ກອງປະຊຸມສຸດຍອດ G7 ປະຈຳປີແມ່ນເວທີປາໄສສຳຄັນ, ຊ່ວຍບັນດາປະເທດພັດທະນາແຖວໜ້າຊອກຫາໄດ້ຄວາມເຫັນດີເຫັນພ້ອມ ແລະ ເປັນເອກະພາບທັດສະນະ, ຫຼັກໝັ້ນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ.

Hiroshima - ແມ່ນບ່ອນຄຳໝັ້ນສັນຍາກ່ຽວກັບໂລກປອດອາວຸດນິວເຄຼຍ

        ໜຶ່ງໃນບັນດາເນື້ອໃນສຳຄັນທີ່ໄດ້ປຶກສາຫາລືທີ່ກອງປະຊຸມສຸດຍອດ G7 ຄັ້ງນີ້ແມ່ນນະໂຍບາຍບໍ່ນຳໃຊ້ອາວຸດນິວເຄຼຍ. ເຖິງວ່າບໍ່ແມ່ນເນື້ອໃນດຳເນີນງານສຳຄັນທີ່ສຸດ, ແຕ່ກໍ່ມີຄວາມໝາຍສຳຄັນພິເສດສຳລັບ ຍີ່ປຸ່ນ. ເຖິງວ່າ, ມາຮອດປະຈຸບັນ, ຍີ່ປຸ່ນ ຍັງບໍ່ທັນໄດ້ລົງນາມໃນສົນທິສັນຍາຫ້າມແຜ່ຂະຫຍາຍອາວຸດນິວເຄຼຍຂອງ ສປຊ ແລະ ບັນດາປະເທດມະຫາອຳນາດນິວເຄຼຍ ກໍ່ບໍ່ໄດ້ເຂົ້າຮ່ວມສົນທິສັນຍາສະບັບນີ້, ແຕ່ ຍີ່ປຸ່ນ ຍາມໃດກໍ່ຢັ້ງຢືນຫຼັກໝັ້ນມຸ່ງໄປເຖິງໂລກທີ່ປອດນິວເຄຼຍ, ປາດຖະໜາບັນລຸໄດ້ບັນດາຄວາມກ້າວໜ້າຕົວຈິງ ແລະ ມີສະຖຽນລະພາບກ່ຽວກັບມາດຕະການນິວເຄຼຍໃນຂະນະທີ່ຍັງຄົງຮັກສາ ແລະ ເພີ່ມທະວີກຳລັງຄວາມສາມາດນາບຂູ່ເພື່ອຮັບມືກັບບັນດາໄພນາບຂູ່.

        ໂດຍແມ່ນປະເທດໜຶ່ງດຽວຖືກຜົນສະທ້ອນຈາກການບຸກໂຈມຕີນິວເຄຼຍ ໃນປີ 1945 ຢູ່ Hiroshima ແລະ Nagasaki, ຍີ່ປຸ່ນ ຍາມໃດກໍ່ມານະພະຍາຍາມຊອກຫາວິທີຊຸກຍູ້ປະຊາຄົມສາກົນ ຫລຸດຜ່ອນນິວເຄຼຍ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍ. ດັ່ງນັ້ນ, ບໍ່ພຽງແຕ່ທີ່ກອງປະຊຸມສຸດຍອດ G7 ຄັ້ງນີ້ເທົ່ານັ້ນ ຫາກໃນຫຼາຍເວທີປາໄສສາກົນເຊິ່ງໄດ້ຈັດຂຶ້ນຢູ່ ຍີ່ປຸ່ນ, ອຳນາດການປົກຄອງ ໂຕກຽວ ກໍ່ລ້ວນແຕ່ໄດ້ເຊີນບັນດາການນຳ, ພິເສດແມ່ນ ອາເມລິກາ ໄປວາງພວງມາລາໄຫວ້ອາໄລ ຢູ່ Hiroshima ແລະ Nagasaki ຄືດັ່ງຄຳໝັ້ນສັນຍາທີ່ວ່າ ອາວຸດນິວເຄຼຍ ບໍ່ອາດກໍ່ໃຫ້ເກີດໄພອັນຕະລາຍຕື່ມອີກ.

        ກ່ອນນັ້ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G7 ທີ່ຈັດຂຶ້ນຢູ່ ຍີ່ປຸ່ນ ໃນປີ 2016, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ກາຍເປັນປະທານາທິບໍດີ ອາເມລິກາ ຄົນທຳອິດໄປວາງພວງມາລາໄຫວ້ອາໄລຢູ່ສວນສາທາລະນະສັນຕິພາບ Hiroshima. ບັນດາການນຳເຂົ້າຮ່ວມກອງປະຊຸມ G7 ຄາດວ່າ, ຄັ້ງນີ້ກໍ່ປະຕິບັດພິທີຄ້າຍຄືກັນ ຄືດັ່ງເປັນພະຍານຫຼັກຖານໃຫ້ແກ່ຄວາມບໍ່ຈຳເປັນຂອງອາວຸດນິວເຄຼຍ. ໂດຍເປັນປະເທດເຈົ້າພາບກອງປະຊຸມ G7 ປີນີ້, ຍີ່ປຸ່ນ ຫວັງວ່າ ບັນຫາອາວຸດນິວເຄຼຍຈະໄດ້ປຶກສາຫາລືຢ່າງເຂັ້ມງວດ, ມຸ່ງໄປເຖິງການບັນລຸໄດ້ຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ G7 ພ້ອມກັນໃຫ້ຄຳໝັ້ນສັນຍານະໂຍບາຍບໍ່ນຳໃຊ້ອາວຸດນິວເຄຼຍ.

ກອງປະຊຸມສຸດຍອດ G7 ປຶກສາຫາລືກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍເຊິ່ງໂລກພວມຕ້ອງປະເຊີນໜ້າ

        ນອກຈາກນະໂຍບາຍບໍ່ນຳໃຊ້ອາວຸດນິວເຄຼຍ, ການປະທະກັນລະຫວ່າງລັດເຊຍ - ຢູແກຼນ ກໍ່ແມ່ນໜຶ່ງໃນບັນດາເນື້ອໃນປຶກສາຫາລືຂອງກອງປະຊຸມ G7 ຄັ້ງນີ້. ຍີ່ປຸ່ນ ໄດ້ກະກຽມເນື້ອໃນນີ້ລະອຽດທີ່ສຸດນັບແຕ່ຫຼາຍເດືອນກ່ອນ ແລະ ໄດ້ຮັບຮອງເອົາໃນເບື້ອງຕົ້ນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ G7 ເຊິ່ງໄດ້ຈັດຂຶ້ນໃນກາງເດືອນ ເມສາ ຢູ່ Nagano, ປະເທດ ຍີ່ປຸ່ນ. ນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນນັ້ນ, ອາເມລິກາ, ຍິ່ປຸ່ນ ແລະ ບັນດາປະເທດສຳພັນທະມິດໄດ້ຍົກອອກມາປະມານ 11.000 ຄຳສັ່ງລົງໂທດເພື່ອແນໃສ່ລັດເຊຍ, ສົ່ງຜົນກະທົບຕົ້ນຕໍຕາມ 5 ວິທີ, ເຊິ່ງລວມມີ: ການເງິນ, ການຄ້າ, ເຕັກໂນໂລຊີ, ພະລັງງານ ແລະ ວົງ

ການຄົນຊັ້ນສູງ ລັດເຊຍ, ນຳລັດເຊຍ ກາຍເປັນປະເທດທຳອິດໃນປະຫວັດສາດທີ່ຖືກຕ້ອງຮັບຄຳສັ່ງລົງໂທດສຽງສະຖິຕິ. ຍີ່ປຸ່ນ ຫວັງວ່າ G7 ແລະ ບັນດາຄູ່ຮ່ວມມືຈະຊອກຫາມາດຕະການຫລຸດຜ່ອນການປະທະກັນໃນລະດັບຕ່ຳສຸດ.

ກອງປະຊຸມສຸດຍອດ G7 ຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ - ảnh 2ກອງປະຊຸມສຸດຍອດ G7  ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Hiroshima, ປະເທດ ຍີ່ປຸ່ນ

          ບັນຫາຫັນການປອດນິວເຄຼຍໃນແຫຼມ ເກົາຫຼີ, ການປ່ຽນແປງຂອງດິນຟ້າອາກາດ, ຊີວະນາໆພັນ, ຄວາມໝັ້ນຄົງທາງການແພດທົ່ວໂລກ ແລະ ຄວາມສະເໝີພາບລະຫວ່າງຍິງ  - ຊາຍ… ກໍ່ແມ່ນບັນດາຫົວຂໍ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້. ກອງປະຊຸມ G7 ຫວັງວ່າຈະຍົກອອກບັນດາຖະແຫຼງການຮ່ວມເຊິ່ງລວມມີບັນດາເນື້ອໃນສຳຄັນນີ້.

        ປີນີ້, ການນຳບັນດາປະເທດ ອົດສະຕາລີ, ບຣາຊິນ, ໂກມໍຣົດ, ໝູ່ເກາະ Cook, ອິນເດຍ, ອິນໂດເນເຊຍ, ສ ເກົາຫຼີ ແລະ ຫວຽດນາມ, ພ້ອມກັບບັນດາການນຳຂອງອົງການສາກົນຕ່າງໆ, ໄດ້ຮັບເຊື້ອເຊີນເຂົ້າຮ່ວມກອງປະຊຸມ ສຸດຍອດ G7 ເປີດກ້ວາງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ປະເທດເຈົ້າພາບ ຍີ່ປຸ່ນ ເນັ້ນໜັກເຖິງຄວາມສຳຄັນຂອງການສຳຜັດບັນດາປະເທດພວມພັດທະນາ ແລະ ແມ່ນຄູ່ຮ່ວມມື.

        ບັນດາເນື້ອໃນໄດ້ປຶກສາຫາລືທີ່ກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດ G7 ເປີດກ້ວາງ ສະແດງໃຫ້ເຫັນຄວາມຫວັງຂອງ ຍີ່ປຸ່ນ ແລະ ບັນດາປະເທດເຂົ້າຮ່ວມໃນການພ້ອມກັນຊອກຫາມາດຕະການໃຫ້ແກ່ບັນດາບັນຫາມີຜົນສະທ້ອນເຖິງທົ່ວໂລກ. ກອງປະຊຸມກໍ່ຈະແມ່ນການພິສູດໃຫ້ເຫັນຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ ໃນການແກ້ໄຂບັນດາສິ່ງທ້າທາຍລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ