ກອງ​ປະ​ຊຸມ​ສຸດຍອດ G7 ດ້ວຍຫຼາຍ​ຫົວ​ເລື່ອງ​ທີ່​ໜ້າ​ສົນ​ໃຈ

(VOVWORLD) -   ໂດຍໄດ້ດຳເນີນໃນສະພາບຄວາມໝັ້ນຄົງ ແລະ ເສດຖະກິດ-ສັງຄົມໂລກ ພວມມີການຜັນແປທີ່ສັບສົນນັ້ນ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7)  ພວມດຳເນີນໄປຢູ່ປະເທດສາທາລະນະລັດ ສະຫະພັນເຢຍລະມັນ ພວມດຶງດູດຄວາມສົນໃຈພິເສດຈາກວົງຄະນະຍາດສາກົນ. ໃນນັ້ນ, ຫາງສຽງໄດ້ສະຫງວນຄວາມສົນເອົາໃຈທີ່ສຸດ ຕໍ່ບັນດາມາດຕະການ, ບັນດາບາດກ້າວເດີນຕໍ່ໄປ ຊື່ງບັນດາການນຳ G7 ຍົກອອກມາ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ກ່ຽວກັບດ້ານຄວາມໝັ້ນຄົງ, ເສດຖະກິດ, ການທູດ…ຊື່ງໂລກພວມຕ້ອງປະເຊີນໜ້າ.

ກອງປະຊຸມສຸດຍອດ G7 ຄັ້ງທີ 48 ປີ 2022 ໄດ້ໄຂຂຶ້ນເມື່ອວັນທີ 26 ມິຖຸນາຢູ່ວັງ Elmau ຂຶ້ນກັບລັດ Bayern, ທາງພາກໃຕ້ປະເທດເຢຍລະມັນ ໂດຍມີການເຂົ້າຮ່ວມຂອງປະມຸກລັດ 7 ປະເທດພາຄີຄື: ເຢຍລະມັນ, ອັງກິດ, ຝະລັ່ງ, ອີຕາລີ, ຍີ່ປຸ່ນ, ການາດາ ແລະ ອາເມລິກາ, ພ້ອມດ້ວຍການນຳສູງສຸດຂອງສະຫະພາບເອີລົບ (EU)  ຄືປະທານຄະນະກຳມະການເອີລົບ ແລະ ປະທານສະພາເອີລົບ. ແຕ່ສິ່ງທີ່ຫາງສຽງມີຄວາມສົນໃຈກ່ວາໝູ່ ນັ້ນແມ່ນ ບັນດາເນື້ອໃນທີ່ເຄັ່ງຮ້ອນ ທີ່ບັນດາການນຳຂອງກຸ່ມສຸມໃສ່ປຶກສາຫາລືໃນກອງປະຊຸມສຸດຍອດ G7 ຄັ້ງນີ້.

ກອງ​ປະ​ຊຸມ​ສຸດຍອດ G7 ດ້ວຍຫຼາຍ​ຫົວ​ເລື່ອງ​ທີ່​ໜ້າ​ສົນ​ໃຈ - ảnh 1ບັນດາການນຳ G7  ແລະ EU ເຂົ້າຮ່ວມກອງປະຊຸມສຸດຍອດ (ພາບ: Reuters)

ບັນດາເນື້ອໃນທີ່ໜ້າສົນໃຈ

  ກໍ່ຄືກັນກັບພື້ນຖານເສດຖະກິດໃນໂລກເກືອບທັງໝົດ, ໄພເງິນເຟີ້ໄດ້ເພີ່ມຂຶ້ນສູງລະດັບສະຖິຕິ ໃນຫຼາຍທົດສະວັດຢູ່ບັນດາພື້ນຖານເສດຖະກິດ G7, ໃນຂະນະທີ່ໄພຊຸດໂຊມກໍ່ໄດ້ຮັບການໃຫ້ຂໍ້ສັງເກດວ່າ ແມ່ນຢູ່ໃນລະດັບຮ້າຍແຮງ. ດ້ວຍບົດບາດເປັນບັນດາພື້ນຖານເສດຖະກິດແຖວໜ້າຂອງເສດຖະກິດໂລກນັ້ນ, ບັນດາປະເທດ G7 ພວມຢືນຢູ່ຕໍ່ໜ້າກຳລັງດັນອັນໃຫ່ຍຫຼວງໃນບັນຫານີ້. ໃນມື້ທຳອິດດຳເນີນກອງປະຊຸມ, ບັນດາການນຳ G7 ໄດ້ສຸມໃສ່ປຶກສາຫາລືສະພາບການເສດຖະກິດໂລກ, ຈຸດສຸມແມ່ນຊອກຫາປະຕິກິລິຍາລວມ ສຳລັບບັນຫາໄພເງິນເຟີ້ ແລະ ໄພນາບຂູ່ການຊຸດໂຊມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ໄດ້ເນັ້ນໜັກເປັນພິເສດ ເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຖືວ່າ G7 ຕ້ອງພ້ອມກັນປົກປ້ອງບັນດາພື້ນຖານເສດຖະກິດຕໍ່ໜ້າສະພາບການລາຄາທີ່ເພີ່ມຂຶ້ນສູງ.

         ມີຫົວຂໍ້ໃຫຍ່ອີກຫົວຂໍ້ໜຶ່ງ ເຊິ່ງບັນດາການນຳກໍໄດ້ສຸມໃສ່ປຶກສາຫາລືໃນມື້ທຳອິດຂອງກອງະຊຸມສຸດຍອດ G7 ປີ 2022, ນັ້ນແມ່ນ, ນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ. ໃນນັ້ນ, ບັນດາການນຳ G7 ໄດ້ປຶກສາຫາລືກ່ຽວກັບແບບວິທີປະສານງານ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ. ສິ່ງດັ່ງກ່າວ ສ່ວນໃຫຍ່ແມ່ນເລີ່ມມາຈາກສະຕິຄວາມຮັບຮູ້ ເຊິ່ງການນຳ G7 ໄດ້ຢັ້ງຢືນມາຫຼາຍຄັ້ງວ່າ: ການປະທະກັນຢູ່ ຢູແກຼນ ໄດ້ສ້າງສິ່ງທ້າທາຍຢ່າງຮ້າຍແຮງກ່ຽວກັບຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດສຳລັບບໍ່ວ່າ ເອີຣົບ ເທົ່ານັ້ນ ຫາກຍັງນັບທັງທົ່ວໂລກອີກດ້ວຍ.

ກອງ​ປະ​ຊຸມ​ສຸດຍອດ G7 ດ້ວຍຫຼາຍ​ຫົວ​ເລື່ອງ​ທີ່​ໜ້າ​ສົນ​ໃຈ - ảnh 2ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນ (ພາບ: Reuters)

ນອກຈາກບັນດາບັນຫາດັ່ງກ່າວແລ້ວ, ເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສຸດຍອດ G7 ຄັ້ງນີ້ ລວມມີຫຼາຍບັນຫາທີ່ເປັນລັກສະນະສະຖານະການ ສຳລັບບັນດາພື້ນຖານເສດຖະກິດກໍຄືທົ່ວໂລກ, ສຳຄັນທີ່ສຸດແມ່ນບັນຫາຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ… ບັນດາການເຄື່ອນໄຫວນີ້ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງ G7 ໃນການປະຕິບັດບົດບາດປະຈັນບານ ແລະ ນຳພາສຳລັບບັນດາບັນຫາທີ່ພົ້ນເດັ່ນຂຶ້ນ ຫຼືວ່າລະດັບສົ່ງຜົນສະທ້ອນຕໍ່ທົ່ວໂລກ.

ຍົກອອກບັນດາມາດຕະການ

ກໍຄືກັນກັບການຄາດຄະເນຂອງນັກໄຈ້ແຍກຫຼາຍທ່ານ, ການນຳ G7 ພ້ອມດ້ວຍຄູ່ຮ່ວມມືໄດ້ເຫັນດີເປັນເອກະພາບບາງການເຄື່ອນໄຫວ ແລະ ມາດຕະການເພື່ອຮັບມືກັບສິ່ງທ້າທາຍລວມໃນປັດຈຸບັນ. ໃນນັ້ນ, G7 ໄດ້ເຫັນດີກັບ 5 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ ອາເຈນຕີນາ, ອິນເດຍ, ອິນໂດເນເຊຍ, ເຊເນການ ແລະ ອາຟະລິກາໃຕ້ ກ່ຽວກັບບັນດາຫຼັກການລວມ ເພື່ອແນໃສ່ເພີ່ມທະວີຄວາມເປັນລະບຽບຮຽບຮ້ອຍສາກົນ. ຖະແຫຼງການສະບັບໜຶ່ງຂອງ G7 ທີ່ໄດ້ປະກາດໃນວັນທີ 27 ມິຖຸນາ ໄດ້ຊີ້ແຈ້ງວ່າ ບັນດາປະເທດ G7 ພ້ອມດ້ວຍ 5 ປະເທດ ຄູ່ຮ່ວມມື ໄດ້ຕັດສິນໃຈ “ສ້າງກຳລັງຄວາມສາມາດຟື້ນຟູ” ແລະ ມຸ່ງໄປເຖິງມາດຕະການແບບຍຸຕິທຳ, ກວມລວມ ແລະ ຍືນຍົງ ໃນສິ່ງທ້າທາຍທົ່ວໂລກ. G7 ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບບັນດາຄູ່ຮ່ວມມືໃນລະດັບສາກົນ ເພື່ອມຸ່ງໄປເຖິງສັນຕິພາບ ແລະ ວັດທະນາຖາວອນ ແລະ ຈະມານະພະຍາຍາຍາມເພື່ອບັນລຸໄດ້ຄວາມຄືບໜ້າ, ມຸ່ງໄປເຖິງໂລກແຫ່ງຄວາມຍຸຕິທຳ. ສອງຝ່າຍກໍໄດ້ໃຫ້ຄຳໝັ້ນສັນຍາແກ້ໄຂການປະທະກັນໂດຍສັນຕິວິທີ ແລະ ຄັດຄ້ານການ “ນາບຂູ່ ຫຼື ນຳໃຊ້ອາວຸດ” ດ້ວຍບໍ່ວ່າຮູບການໃດທີ່ບໍ່ສອດຄ່ອງກັບກົດໝາຍສາກົນ. ໄປຄຽງຄູ່ກັນນັ້ນ, G7 ກໍເຫັນດີ ພ້ອມກັນຍູ້ແຮງບັ້ນຕໍ່ສູ້ຕ້ານວິກິດການດ້ານດິນຟ້າອາກາດ, ພ້ອມທັງຮັບປະກັນໃຫ້ບັນຫາຄວາມໝັ້ນຄົງດ້ານພະລັງງານ. ຖະແຫຼງການຂອງບັນດາການນຳ G7 ໄດ້ເນັ້ນໜັກເຖິງເປົ້າໝາຍລົບລ້າງການນຳໃຊ້ຖ່ານຫີນເທື່ອລະກ້າວ ແລະ ຜະລິດແຫຼ່ງພະລັງງານສະອາດ ແລະ ຜະລິດຄືນໃໝ່ “ຢ່າງຍຸຕິທຳກ່ຽວກັບດ້ານສັງຄົມ”.

ກ່ອນໜ້ານັ້ນ,  ບັນດາການນຳ G7 ກໍ່ໄດ້ຮັບຮອງເອົາແຜນການຮ່ວມມືທີ່ມີຊື່ວ່າ “ສັນຍາຄູ່ຮ່ວມມືກ່ຽວກັບດ້ານພື້ນຖານໂຄງລ່າງ ແລະ ການລົງທຶນທົ່ວໂລກ” ທີ່ມີມູນຄ່າ 600 ຕື້ USD ໃນໄລຍະແຕ່ນີ້ຮອດປີ 2027. ເປົ້າໝາຍຂອງແຜນການນີ້ແມ່ນເພື່ອແນໃສ່ແກ່ງແຍ້ງ ແລະ ດຸ່ນດ່ຽງກັບການບື່ນຕົວຂຶ້ນຢ່າງແຮງຂອງຈີນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ ແລະ ການຕ່າງປະເທດຂອງໂລກພວມມີການຜັນແປ ແລະ ເໜັງຕີງ, ສັບສົນຫຼາຍຢ່າງຄືໃນປະຈຸບັນ, ບັນດາແຜນການ ແລະ ມາດຕະການຂອງ G7 ໄດ້ຮັບຖືວ່າ ແມ່ນຕ້ອງປະເຊີນໜ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍບໍ່ແມ່ນໜ້ອຍ. ປະສິດທິຜົນ ແລະ ຜົນສຳເລັດໃນອະນາຄົດຂອງບັນດາການກະທຳ ແລະ ມາດຕະການນັ້ນໄດ້ອີງໃສ່ຫຼາຍປັດໄຈ, ເປັນຕົ້ນແມ່ນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງທຸກໆຝ່າຍທີ່ກ່ຽວຂ້ອງ.

        ໃນສະພາບການນັ້ນ, ນັກຊ່ຽວຊານ ແລະ ນັກໄຈ້ແຍກສາກົນຫຼາຍທ່ານໄດ້ມີທັດສະນະລວມວ່າ, G7 ຄວນສຸມໃສ່ຫຼາຍກ່ວາໃຫ້ເປົ້າໝາຍເຊິ່ງປະເທດປະທານໝູນວຽງ ຈີ7 ແມ່ນເຢຍລະມັນ ວາງອອກໃນຕົ້ນປີນີ້ແມ່ນ “ຄວາມຄືບໜ້າເພື່ອໂລກແຫ່ງຄວາມຍຸຕິທຳ”. ໃນຈຸດໝາຍນັ້ນ, ປະເທດ ເຢຍລະມັນ ປາດຖະໜາຢາກ “ປັບປຸງບົດບາດຂອງ G7 ດ້ວຍຖານະແມ່ນຂົວເຊື່ອມຕໍ່ ແລະ ເປັນກາງໄກ່ເກ່ຍສຳລັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ” ຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ