ກອງປະຊຸມສຸດຍອດ NATO: ການປ່ຽນແປງກ່ຽວກັບຍຸດທະສາດ

(vovworld)- ວັນ​ທີ 8-9/7, ກອງ​ປະ​ຊຸມ​ສຸດຍອດ​ຂອງ NATO ຈະ​ດຳ​ເນີນ​ຢູ່ Warsaw ປະ​ເທດ ໂປ​ໂລຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 28 ປະ​ເທດ​ສະ​ມາ​ຊິກ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຄາດ​ໝາຍ​ຈຸດ​ສຸມຂອງ NATO ນັ້ນ​ແມ່ນ​ຈະ​ຍົກ​ອອກ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ ແລະ ນາບ​ຂູ່​ຂອງ​ພັນ​ທະ​ມິດ ພ້ອມ​ທັງ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບນອກ​ຊາຍ​ແດນ NATO.

        ສຳ​ລັບ 28 ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ ມີ 6 ປະ​ເທດ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ແຖວ​ຫນ້າ​ຂອງ​ໂລກ (G7), NATO ແມ່ນ​ພັນ​ທະ​ມິດ​ການ​ທະ​ຫານ​ໃຫຍ່ກວ່າ​ໝູ່​ຂອງ​ທົ່ວ​ໂລກ​ໃນປະ​ຈຸ​ບັນ.

ກອງປະຊຸມສຸດຍອດ NATO: ການປ່ຽນແປງກ່ຽວກັບຍຸດທະສາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ NATO Jens Stoltenberg
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

        ນັບ​ແຕ່​ພາຍ​ຫລັງ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ພັນ​ທະ​ມິດ​ຄັ້ງ​ຜ່ານ​ມາ ຊື່ງ​ດຳ​ເນີນ​ໃນ​ເດືອນ 9/2014 ຢູ່ Wales, NATO ໄດ້​ຜັນ​ຂະ​ຫຍາຍ​ແຜນ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ລ​ວມ​ໝູ່​ຄັ້ງ​ໃຫຍ່​ສຸດ​ພາ​ຍ​ຫລັງ​ສົງ​ຄາມ​ເຢັນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ແຜນ​ການນີ້ຍັງ​ບໍ​່​ທັນ​ພຽງ​ພໍ​ເພື່ອ​ໃຫ້ NATO ​ອຸ່ນ​ອ່ຽນ​ໃຈ ສະ​ນັ້ນ ການ​ນຳ​ພັນ​ທະ​ມິດ​ການ​ທະ​ຫານ​ໃຫຍ່​ສ​ຸດ​ຂອງ​​ໂລກ ປາດ​ຖະ​ຫນາ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫມ່​ທີ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຢ່າງວ່ອງ​ໄວ.

          ແຜນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫມ່

ກ່ອນທີ່ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ NATO Jens Stoltenberg ຖື​ວ່າ NATO ປະ​ຈຸ​ບັນ​ ມ​ີ​ຄວາມ​ເຂັ້ມ​ແຂງກວ່າ, ຂະ​ຫຍັນ​ຂັນ​ເຄື່ອນກວ່າ ແລະ ກຽມ​ພ້ອມສູ້​ຮົບ​ກວ່າ, ແຕ່​ຍັງ​ຄົງ​ຕ້ອງ​ຜັນ​ຂະ​ຫຍາຍ​ບາດ​ກ້າວ​ຕໍ່​ໄປ, ໃນ​ນັ້ນ ມີ​ການ​ເພີ່ມ​ທະ​ວີ​ການ​ມີ​ຫນ້າ​ຂອງ​ການ​ທະ​ຫານ​ຢູ່​ຊາຍ​ແດນ​ທາງ​ທິດ​ຕາ​ເວ​ັນ​ອອກ​ຂອງ NATO  ຫລາຍກວ່າ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່ ບ​ຣຸກ​ແຊ​ນ ປະ​ເທດ ແບນ​ຊີກ, ວັນ​ທີ 4/7 ຜ່ານ​ມາ, ທ່ານ           Stoltenberg ໃຫ້​ຮູ້​ວ່າ: NATO ຄາດ​ວ່າ ຈະ​ຜັນ​ຂະ​ຫຍາຍ ກອງ​ພັນ​ນ້ອຍ​ນາໆ​ຊາດ​ເຖິງ Estonia, Latvia, Litva ແລະ ໂປ​ໂລຍ. ຈຳ​ນວນ​ທັບ​ໃນ​ແຕ່​ລະ​ກອງ​ພັນ​ປະ​ມານ 1 ພັ​ນ​ຄົນ. ພັນ​ທະ​ມິດ​ການ​ທະ​ຫານນີ້​ຈະ​ເພີ່ມ​ທະ​ວີ​ການ​ມີ​ຫນ້າ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເອີ​ລົບ​ຜ່ານ​ການ​ເພີ່ມ​ເຕີມກອງ​ພົນ​ນາໆ​ຊາດ​ຕື່ມ​ອີກກອງ​ພົນ​ຫນຶ່ງ​ຢູ່ ໂຣ​ມາ​ນີ ແລະ ເພີ່​ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຄ່າຍ​ອິນ​ເຕີ​ແນດ, ປັບ​ປຸງ​ຄວາມ​ສາ​ມາດ​ກຽມ​ພ້ອມ​​ສູ້​ຮົບ​ກໍ​ຄື​ການປ້ອງ​ກັນ​ໃນ​ກໍ​ລະ​ນີ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ.

        ແຜນ​ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ​ໃຫມ່​ຊື່ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NATO ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງນີ້ ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຈາກ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NATOທີ່ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ຊື່ງ​ດຳ​ເນີນ​ໃນ 2 ເດືອນ​ກ່ອນນີ້ ຢູ່ ບ​ຣຸກ​ແຊ​ນ ປະ​ເທດ ແບ​ນ​ຊິກ. ນະ​ທີ່ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກບໍ​ລິ​ເວນ NATO ໄດ້​ຢືນ​ຢັນ​ ການ​ປ່ຽນ​ແປງກ່ຽວ​ກັບ​ຍຸ​ດ​ທະ​ສາດ​ຂອງ NATO, ປະ​ລະ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຢູ່​ພາຍນອກ​ເທື່ອ​ລະ​ກ້າວ, ເພື່ອ​ສຸມ​ໃສ່​ປັບ​ປຸງ​ຂອບ​ເຂດ ​ເອີ​ລົບ ຕາ​ເວັນ​ອອກ.​ ສິ່ງ​ທີ່ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ນັ້ນ​ແມ່ນ ປະ​ຈຸ​ບັນ NATO ໄດ້​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ບັນ​ດາ​ບໍ​ລິ​ເວນ​ຢູ່​ພາຍ​ນອກເກືອບ​ທັງ​ໝົດ​ຄື: Kosovo, ລີ​ບີ, ອາບ​ກາ​ນີ​ສະ​ຖານ, ເພື່ອ​ສຸມ​ກຳ​ລັງ​ແຮງ, ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ສຳ​ລັບ​ການ​ຕໍ່​ສູ້​ຕ້ານ​ກຳ​ລັງ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ, NATO ບໍ່​ເຂົ້າ​ຮ່ວມ ພຽງ​ແຕ່​ຫນູນ​ຊ່ວຍ​ຢູ່ທາງ​ໄກເທົ່າ​ນັ້ນ. ການ​​ໃຫ້ບຸ​ລິ​ມະ​ສິດ​ຂອງ NATO ​ໃນປະ​ຈຸ​ບັນ ແມ່ນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຢູ່ ເອີ​ລົບ​ຕາ​ເວັນ​ອອກ, ເຂດ​ນ່ານ​ທະ​ເລ Baltic, ທະ​ເລ Barent ແລະ​ທະ​ເລ​ດຳ, ໃນ​ນັ້ນ ບໍ​ລິ​ເວນ​ສຳ​ຄັນ​ທີ່​ສຸດ​ແມ່ນ​ໂປ​ໂລຍ. ການ​ຊ້ອມ​ຮົບ​ບາງ​ຄັ້ງ​ຂອງ NATO ຊື່ງ​ດຳ​ເນີ​ນ​ຢູ່ ໂປ​ໂລຍ ຫວ່າງ​ແລ້ວນີ້ ກໍ​ເພື່ອ​ແນ​ໃສ່​ທົດ​ລອງ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນຍ້າຍ​ທະ​ຫານ ແລະ ອາ​ວຸດ​ການ​ທະ​ຫານ, ກໍ່​ສ້າງ​ທ່າ​ເຮືອ​ຮົບຂອງ​ໂປ​ໂລຍ​ຢູ່​ຝັ່ງ​ທະ​ເລ  Baltic ໃຫ້ກາຍ​ເປັນ​ຖານ​ທີ່​ໝັ້ນ​​ກອງ​ບັນ​ຊາ​ການ​ນາໆ​ຊາດ​ທີ່​ໃຫຍ່​ສຸດ​ຂອງ NATO ຢູ່ ເອີ​ລົບ​ຕາ​ເວັນ​ອອກ.
ກອງປະຊຸມສຸດຍອດ NATO: ການປ່ຽນແປງກ່ຽວກັບຍຸດທະສາດ - ảnh 2
ກອງປະຊຸມໜຶ່ງຂອງ NATO

 ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ

       ກອງ​ປ​ະ​ຊຸມ​ສຸດຍອດ NATO ຄັ້ງ​ນີ້ ແມ່ນ​ດຳ​ເນີນ​ໃນ​ສະ​ພາບ​ການ​ທ​ີ່ ອັງ​ກິດ ຊື່ງ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ໃນ NATO, ຕັດ​ສິນ​ຖອນ​ຕົວ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ: ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ          David Cameron ​ຢາກ​ພິ​ສູດ​ໃຫ້​ເຫັນ​ວ່າ ອັງ​ກິດ ຍັງ​ຄົງ​ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ “ເຜື່ອ​ແຜ່” ຢ່າງແນ່ນອນເພາະ​ວ່າ ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ຈະ​ຮັບ​ຜິດ​ຊອບ​ຫນ້າ​ທີ່​ອັນ​ໜັກ​ໜ່ວງ​ສ່ວນ​ຫນຶ່ງ​ຂອງການ​ປ້ອງ​ກັນ​ຊາດ​ຂອງ ເອີ​ລົບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປ່ອນ​ບັດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ດ້ວຍ​ຄວາມ​ຕັດ​ສິນ​ຖອນ​ຕົວ​ອອກ​ຈາກ ອີ​ຢູ ຫວ່າງ​ແລ້ວນີ້ ຈະ​ສົ່ງຜົນ​ສະ​ທ້ອນບໍ່​ແມ່ນ​ຫນ້ອຍ​ເຖິງ​ການ​ຮັກ​ສາ​ລາຍ​ຈ່າຍ​ໃຫ້​ແກ່​ການ​ປ້ອງ​ກັນ​ຊາດ​ຂອງ NATO. ມີ​ສະ​ມາ​ຊິກ​ອື່ນ​ອີກ​ນັ້ນ​ແມ່ນ ອາ​ເມ​ລິ​ກາ ກ​ໍ​ພວມ​ຫລຸດ​ຜ່ອນ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ພາຍ​ໃນ​ກຸ່ມ. ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ, ທ່ານ Donald Trump ໄດ້​​ກໍ່​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ລັດ​ທິຢູ່​ໂດດ​ດ່ຽວເລ​ີ່​ມ​ເປ​ັນ​ຮູບ​ເປັນ​ຮ່າງຂອງ​ອາ​ເມ​ລິ​ກາ. ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ​ຫນຶ່ງ​ອີກ ນັ້ນ​ແມ່ນ ມີ​ການ​ນຳ​ຫລັກ​ແຫລ່ງ​ຫລາຍ​ທ່ານ​ຂອງ​ຝ່າຍ​ຕາ​ເວັນ​ຕົກໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຢູ່  Warsaw ພວມ​ກະ​ກຽມໝົດ​ອ​າ​ຍຸ​ການ, ໃນ​ນັ້ນ ມ​ີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ອັງ​ກິດ David Cameron ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama. ໃນ​ຂະ​ນະ​ນັ້ນ, ຖາ​ນະ​ຕຳ​ແຫນ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ຍັງ​ອີງ​ໃສ່ໝາກ​ຜົນ​ການ​ເລືອກ​ຕັ້ງ​ໃນ​ປີ 2017.    

ນັ້ນແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NATO ກໍ​ລະ​ມັດ​ລະ​ວັງ​ການ​ຕໍ່​ປະ​ຕິ​ກິ​ລິ​ຍາ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ລັດ​ເຊຍ​ຕໍ່​ຫນ້າ​ການ​ຫັນ​ທິດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ພັນ​ທະ​ມິດ​ການ​ທະ​ຫານນີ້. ກ່ອນ​ໜ້ານັ້ນ, ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ລູກ​ສອນ​ໄຟ, ລົ​ດ​ຖັງ ແລະ ບັນ​ດາ​ພົນ​ທະ​ຫານ​ເຖິງ Kaliningrad, ເຂດ​ດິນ​ແດນ​ຂອງ​ລັດ​ເຊຍ ທີ່​ຕິດ​ກັບ ໂປ​ໂລຍ ແລະ Lithuania. ບັນ​ດາ​ປະ​ເທດ NATO ພວມ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ລັດ​ເຊຍ ອາດ​ຈະ​ຜັນ​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ໄລ​ຍະ​ສັ້ນ ຢູ່ Kalingrad ພາຍ​ຫລັງ​ກອງ​ປະ​ຊຸມສຸດຍອດ​ຢູ່ Warsaw ສິ້ນ​ສຸດ. ຫວ່າງ​ແລ້ວນີ້, ເມື່ອ​ເຕື້ອງ​ເຖິງ​ທິດ​ສະ​ດີ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໃຫມ່​ຂອງ​ລັດ​ເຊຍ (ວັນ​ທີ 30/6), ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ໄດ້​ເນັ້​ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ການ​ມີ​ຫນ້າ​ຂອງ NATO ​ຢູ່ໃກ້​ກັບ​ຊາຍ​ແດນ ລັດ​ເຊຍ ເມື່ອ​ເວົ້າ​ວ່າ NATO ປະ​ຈຸ​ບັນ​ພວມ​ພ​ະ​ຍາ​ຍາມ​ໄປ​ຕາມ​ທິດ​ຕ້ານ​ລັດ​ເຊຍ. ພັນ​ທະ​ມິດ​ການ​ທະ​ຫານນີ້ ພວມ​ນຳ​ສາຍ​ພົວ​ພັນ​ກັບ​ລັດ​ເຊຍ ຂຶ້ນ​ສູ່ລະ​ດັບ​ສູ້​ຢັນ​ກັນ​ຢ່າງ​ແທດ​ຈິງ.

          ກອງ​ປະ​ຊຸມ​ສຸດຍອດ NATO ດຳ​ເນີນ​ໃນ 2 ມື້​ຈະ​ມາ​ເຖິງ ອາດ​ຈະ​ເຫັນ​ດີ​ຜັນ​ຂະ​ຫຍາຍ​ແຜນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫມ່. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ ການ​ຜັນ​ຂະ​ຫຍາຍ​ຢູ່​ລະ​ດັບ​ໃດ, ໃນ​​ໄລ​ຍະເວ​ລາ​ຍາວ​ປານ​ໃດ ເພື່ອ​ຫລີກ​ລ້ຽງ​​ໃຫ້​ເພີ່ມ​​ຄວາມ​ສາ​ມາ​ດສູ້​ຢັນ​ກັນ​ດ້ານ​ການ​ທະ​ຫານ​ກັບ​ລັດ​ເຊຍ​ກໍ​ຄື ບໍ່​​ສ້າງ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມຢູ່ ເອີ​ລົບ ນັ້ນກໍ່​ແມ່ນ​ສິ່ງ​ທີ່​ການ​ນຳ 28 ປະ​ເທດ​ສະ​ມາ​ຊິກ NATO ຈະ​ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​ຢ່າງແນ່ນອນ​.

           

 

ຕອບກັບ

ຂ່າວ/ບົດ​ອື່ນ