ກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຍີ່​ປຸ່ນ - ຈີນ ປັບ​ປຸງ​ການ​ຮ່ວມ​ມື​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ

(VOVWORLD) - ນັບແຕ່ວັນທີ 26  27 ພຶດສະພາ, ກອງປະຊຸມສຸດຍອດ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີ 9 ໄດ້ດຳເນີນຢູ່ນະຄອນຫຼວງ ເຊີອູນ (ສ.ເກົາຫຼີ). ກອງປະຊຸມໄດ້ອັດລົງຢ່າງສຳເລັດຜົນ ເມື່ອ 3 ປະເທດອອກຖະແຫຼງການຮ່ວມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານເສດຖະກິດ, ພ້ອມທັງການສົນທະນາເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງເໜືອ.
ກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຍີ່​ປຸ່ນ - ຈີນ ປັບ​ປຸງ​ການ​ຮ່ວມ​ມື​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ - ảnh 1ກອງປະຊຸມສຸດຍອດ 3 ຝ່າຍ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີ 9 (ພາບ: Yonhap/TTXVN)

ກອງປະຊຸມສຸດຍອດ 3 ຝ່າຍ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີ 9 ແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດທີ່ໄດ້ຈັດຂຶ້ນ ພາຍຫຼັງຖືກຕັດຕອນມາເປັນເວລາກວ່າ 4 ປີ. ທ່ານປະທານາທິບໍດີ ສ.ເກົາຫຼີ, Yoon Suk Yeol, ທ່ານ ນາຍົກລັດຖະມົມນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.  

       ການຮ່ວມມືດ້ານເສດຖະກິດ ແມ່ນຈຸດສຸມ

       ສິ້ນສຸດ 2 ມື້ດຳເນີນກອງປະຊຸມສຸດຍອດ, ດ້ວຍການພົບປະຂັ້ນສູງສອງຝ່າຍ, ຂັ້ນສູງ 3 ຝ່າຍ ແລະ ເວທີປາໄສດ້ານເສດຖະກິດ, ບັນດາການນຳ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນ ບັນດາຝ່າຍໄດ້ຕີລາຄາການຮ່ວມມືສາມຝ່າຍໃນຫຼາຍຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນສາມປະເທດ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນພື້ນຖານທີ່ມີຄວາມໝາຍແກ່ການຮ່ວມມືໃນພາກພື້ນ. ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ໄດ້ໃຫ້ບຸລິມະສິດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ. ລະອຽດແມ່ນ, ສາມຝ່າຍເຫັນດີໂດຍຖືວ່າ ບັນດາຄວາມມານະພະຍາຍາມລວມໃນຂົງເຂດ ເສດຖະກິດ  ແລະ ການຄ້າລະຫວ່າງ 3 ປະເທດສວມບົດບາດສຳຄັນສຳລັບຄວາມວັດທະນາຖາວອນ ແລະ ສະຖຽນລະພາບຂອງພື້ນຖານເສດຖະກິດພາກພື້ນ ແລະ ທົ່ວໂລກ. ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນຄືນການສະໜັບສະໜູນຕໍ່ລະບົບການຄ້າຫຼາຍຝ່າຍຢ່າງເປີດເຜີຍ, ໂປ່ງໃສ, ຮອບດ້ານ, ບໍ່ຈຳແນກການປະພຶດ ແລະ ອີງໃສ່ກົດໝາຍ, ແກ່ນສານແມ່ນອົງການການຄ້າໂລກ (WTO). ສາມປະເທດກໍຢັ້ງຢືນຄວາມສຳຄັນຂອງການຮັບປະກັນປະຕິບັດບັນດາກົນໄກຮ່ວມມືພາກພື້ນທີ່ພວມມີຢູ່, ພ້ອມທັງຍູ້ໄວການເຈລະຈາສັນຍາການຄ້າເສລີ (FTA) ສາມຝ່າຍ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – Yeol ຖະແຫຼງວ່າ:

        “ກ່ອນອື່ນໝົດ, ພວກເຮົາຕ້ອງເຮັດໃຫ້ຂົງເຂດການຄ້າ ແລະ ການລົງທຶນຂອງພາກພື້ນຟື້ນຕົວຄືນໃໝ່, ດ້ວຍພື້ນຖານແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ພວກເຮົາຕ້ອງຊຸກຍູ້ການນຳໃຊ້ບັນດາກົນໄກການຄ້າ 3 ຝ່າຍ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ - RCEP, ພ້ອມທັງເຊື່ອມຕໍ່ບັນດາການເຈລະຈາສັນຍາການຄ້າເສລີ ສ.ເກົາຫຼີ - ຈີນ - ຍີ່ປຸ່ນ ເຊິ່ງຖືກຢຸດຊົ່ວຄາວແຕ່ປີ 2019 ຄືນໃໝ່ຢ່າງວ່ອງໄວເທົ່າທີ່ຈະໄວໄດ້, ເພື່ອຍົກລະດັບບັນດາພື້ນຖານຂອງການຮ່ວມມືດ້ານເສດຖະກິດ”.

ກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຍີ່​ປຸ່ນ - ຈີນ ປັບ​ປຸງ​ການ​ຮ່ວມ​ມື​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ - ảnh 2ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – Yeol  (ພາບ: Yonhap/TTXVN)
        ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຖືວ່າ 3 ປະເທດ ສ.ເກົາຫຼີ, ຍີປຸ່ນ, ຈີນ ບໍ່ພຽງແຕ່ແມ່ນບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີການຮ່ວມສຳພັນກັນຢ່າງແໜ້ນແຟ້ນໃນດ້ານເສດຖະກິດ, ວັດທະນະທຳ ເທົ່ານັ້ນ, ຫາກພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມ ທີ່ຕ້ອງເພີ່ມທະວີການຮ່ວມມືເພື່ອເສີມສ້າງໃຫ້ແກ່ກັນ:

        “ມີບັນດາສິ່ງທ້າທາຍລວມ, ເຊັ່ນ: ອັດຕາການເກີດຕ່ຳ, ຜູ້ອາຍຸສູງນັບມື້ນັບຫຼາຍ, ບັນຫາສິ່ງແວດລ້ອມ ເຊິ່ງ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ຕ້ອງແກ້ໄຂພ້ອມກັບການເສີມສ້າງກຳລັງແຮງໃຫ້ແກ່ກັນ. ດັ່ງນັ້ນ, ພວກຂ້າພະເຈົ້າຈະເພີ່ມທະວີຄວາມສາມັກຄີລະຫວ່າງລັດຖະບານບັນດາປະເທດ, ລະຫວ່າງບັນດາວິສາຫະກິດ, ລັດຖະບານ ກັບ ວິສາຫະກິດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ໃນອະນາຄົດໃຫ້ຫຼາຍກວ່າອີກ”.

        ໃນຕໍ່ໜ້າ, 3 ປະເທດກຳນົດໃຫ້ບຸລິມະສິດປະຕິບັດບັນດາໂຄງການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສຸມໃສ່ 6 ຂົງເຂດຕົ້ນຕໍ ທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນ ຢ່າງແໜ້ນແຟ້ນ, ເຊິ່ງລວມມີ: ພົບປະແລກປ່ຽນປະຊາຊົນ; ພັດທະນາແບບຍືນຍົງ, ໃນນັ້ນ ມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮ່ວມມືດ້ານເສດຖະກິດ ແລະ ການຄ້າ; ສຸຂະພາບວົງຄະນະຍາດ ແລະ ສັງຄົມທີ່ມີປະຊາກອນສູງອາຍຸສູງເພີ່ມຂຶ້ນ; ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ; ການກູ້ໄພກູ້ຊີບ ແລະ ຄວາມປອດໄພທາງດ້ານໄພທຳມະຊາດ. ສາມປະເທດກໍຈະຊຸກຍູ້ “ການຮ່ວມມືສາມຝ່າຍ ເປີດກວ້າງ” ເພື່ອຜົນປະໂຫຍດການຮ່ວມມືເປີດກວ້າງໄປສູ່ບັນດາປະເທດອື່ນ; ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາຜົນກະທົບຊ້ອນແຝງຂອງປັນຍາປະດິດ (AI) ທີ່ມີຕໍ່ຊີວິດການເປັນຢູ່ປະຈຳວັນຂອງມວນມະນຸດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການແລກປ່ຽນກ່ຽວກັບ AI.

       ການເຈລະຈາເພື່ອຮັກສາສະຖຽນລະພາບ

        ໄປຄຽງຄູ່ກັບຂົງເຂດການຮ່ວມມືດ້ານເສດຖະກິດແລ້ວ, ຄວາມໝັ້ນຄົງ ກໍແມ່ນຫົວຂໍ້ສຳຄັນທີ່ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມສຸດຍອດ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີ 9, ພິເສດແມ່ນບັນຫານິວເຄຼຍຂອງ ສປປ.ເກົາຫຼີ ກໍຄືບັນດາຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຫດຍິງລູກສອນໄຟຄັ້ງຕ່າງໆ ຂອງ ສປປ.ເກົາຫຼີ ຫຼື ການຊ້ອມຮົບຂອງບັນດາປະເທດໃນພາກພື້ນ. ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ ການນຳ 3 ປະເທດ ໄດ້ແບ່ງປັນຄວາມຮັບຮູ້ຂອງຕົນ ໂດຍຖືວ່າ ການປອດນິວເຄຼຍຂອງ ສປປ.ເກົາຫຼີ ກໍຄືສະຖຽນລະພາບໃນແຫຼມເກົາຫຼີ ແມ່ນຜົນປະໂຫຍດລວມຂອງ 3 ປະເທດ ສ.ເກົາຫຼີ - ຍີ່ປຸ່ນ - ຈີນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຈີນ, ຫຼີຊຽນ ໄດ້ເນັ້ນໜັກເຖິງປັດໄຈເຈລະຈາ ແລະ ການອົດກັ້ນ ເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບຢູ່ ອາຊີຕາເວັນອອກສ່ຽງເໜືອ.

        “ຈີນ ຍາມໃດກໍໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ແລະ ຊຸກຍູ້ວິວັດທະນາການບັນລຸໄດ້ມາດຕະການດ້ານການເມືອງໃນແຫຼມເກົາຫຼີ. ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າ ຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຮັກສາຄວາມອົດກັ້ນ , ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ”.

        ໂດຍຮັບຮູ້ການຮ່ວມມື 3 ຝ່າຍ ມີການພັດທະນາການພົວພັນຄູ່ຮ່ວມມື ກັບ ອາຊຽນ ຢ່າງແໜ້ນແຟ້ນນັ້ນ, ບັນດາການນຳ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ກໍເຫັນດີຕໍ່ເລື່ອງ ຕ້ອງສືບຕໍ່ເປີດກວ້າງການຮ່ວມມື 3 ຝ່າຍໃນບັນດາຂອບເຂດ ອາຊຽນ ເຊັ່ນ ອາຊຽນ + 3, ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (AFR), ສະແດງການສະໜັບສະໜູນຢ່າງແຮງສຳລັບບົດບາດເປັນໃຈກາງ ແລະ ຄວາມສາມັກຄີຂອງ ອາຊຽນ./.

ຕອບກັບ

ຂ່າວ/ບົດ​ອື່ນ