ກອງ​ປະຊຸມ​ສຸດ​ຍອດ ອາຊຽນ ຄັ້ງ​ທີ 34 ​ແລະ ຂີດໝາຍຂອງຫວຽດນາມ

(VOVWORLD) -ວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ປະເທດໄທ. ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຮຽກຮ້ອງໃຫ້ເສີມຂະຫຍາຍຈິດໃຈ, ການເຊື່ອມຈອດພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ມີປະສິດທິຜົນຂອງບັນດາກົນໄກໃນພາກພື້ນ ໂດຍ ອາຊຽນ ເປັນເຈົ້າພາບຈັດຕັ້ງ ແລະ ນໍາໜ້າ.

ໃນການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມບັນດາວາລະປະຊຸມສໍາຄັນທັງໝົດຂອງກອງປະຊຸມ, ເຊິ່ງລວມມີວາລະປະຊຸມຄົບຄະນະ, ພິທີໄຂກອງປະຊຸມ ແລະ ວາລະປະຊຸມປິດລັບຂອງບັນດາການນໍາ ອາຊຽນ. ທີ່ວາລະປະຊຸມຕ່າງໆນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາຂໍ້ສະເໜີແນະທີ່ສໍາຄັນ ເພື່ອຊຸກຍູ້ຄວາມສາມັກຄີພາຍໃນກຸ່ມ ກໍຄື ແກ້ໄຂບັນດາສິ່ງທ້າທາຍໃນສະພາບການປັດຈຸບັນ.

ສ້າງປະຊາຄົມ ອາຊຽນ ຍືນຍົງໃນທຸກດ້ານ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34  ໄດ້ດໍາເນີນໃນສະພາບການໂລກ ແລະ ພາກພື້ນມີການຜັນປ່ຽນຫຼາຍຢ່າງ, ລັດທິອາລັກຂາດ້ານການຄ້າ, ການແກ້ງແຍ້ງແຂ່ງຂັນລະຫວ່າງບັນດາປະເທດໃຫຍ່ມີທ່າອ່ຽງເພີ່ມຂຶ້ນ ແລະ ການປະຕິວັດອຸດສາຫະກໍາຄັ້ງທີ 4 ນັ້ນ ພວມສົ່ງຜົນກະທົບຕໍ່ຊີວິດທຸກດ້ານ. ນີ້ແມ່ນບັນດາປັດໄຈທີ່ສະແດງໃຫ້ເຫັນວ່າ ບັນດາປະເທດ ອາຊຽນ ຕ້ອງສືບຕໍ່ສາມັກຄີກັນຫຼາຍກວ່າອີກ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈຜ່ານຜ່າສິ່ງທ້າທາຍ. ໂດຍຕິດຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນການໄປປະຕິບັດງານຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ຕີລາຄາວ່າ:

“ໃນສະພາບການໂລກໄດ້ເຮັດໃຫ້ການນໍາບັນດາປະເທດມີຄວາມເອົາໃຈໃສ່ເຖິງຫຼາຍດ້ານ. ກ່ຽວກັບຄວາມໝັ້ນຄົງ, ມີຄວາມວິຕົກວັງວົນຕໍ່ການແກ້ງແຍ້ງແຂ່ງຂັນລະຫວ່າງບັນດາປະເທດໃຫຍ່ ຈະສົ່ງຜົນສະທ້ອນເຖິງ ອາຊຽນ. ກ່ຽວກັບດ້ານເສດຖະກິດ, ສົງຄາມດ້ານການຄ້າ, ຜົນກະທົບຂອງການປະຕິວັດອຸດສາຫະກໍາ 4.0... ໄດ້ວາງອອກສິ່ງທ້າທາຍທີ່ໃຫຍ່ຫຼວງຫຼາຍຢ່າງ ຫຼື ບັນຫາຂີ້ເຫຍື້ອສິ່ງເສດເຫຼືອ, ອັດຕາຜູ້ສູງອາຍຸກວມສ່ວນຫຼາຍ... ດັ່ງນັ້ນ, ຫົວຂໍ້ “ຍືນຍົງໃນທຸກດ້ານ” ທີ່ ໄທ ໄດ້ຍົກອອກມານັ້ນ ແມ່ນຖືກຕ້ອງທີ່ສຸດ”.

ບົນເນື້ອໃນຈິດໃຈນັ້ນ, ການນໍາບັນດາປະເທດ ໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ 3 ເສົາຄໍ້າຮ່ວມມືນັ້ນແມ່ນ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ. ບັນດາປະເທດ ກໍໄດ້ຢ້ັງຢືນເຖິງຄວາມຕ້ອງການຕ້ອງຮັກສາຄວາມໝັ້ນຄົງໃຫ້ຍືນຍົງ, ຮັບປະກັນບົດບາດເປັນໃຈກາງຂອງ ອາຊຽນ.  ກ່ຽວກັບດ້ານເສດຖະກິດ, ບັນດາການນໍາໄດ້ເຫັນດີຊຸກຍູ້ການຄ້າພາຍໃນກຸ່ມໃຫ້ຫຼາຍກວ່າອີກ, ໃນນັ້ນປະຕິບັດສໍາເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃນປີ 2019 ໂດຍໄວ, ເພື່ອແນໃສ່ສ້າງເປັນກຸ່ມການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ຖືວ່າ:

“ໃນສະພາບທີ່ການແກ້ງແຍ້ງແຂ່ງຂັນດ້ານການຄ້າລະຫວ່າງບັນດາປະເທດນັ້ນ, ເລື່ອງ ອາຊຽນ ສະໜັບສະໜູນປະຕິບັດສໍາເລັດສັນຍາ RCEP ນັ້ນ ໄດ້ສະແດງໃຫ້ເຫັນເຈດຈໍານົງອັນແຮງກ້າຂອງການນໍາບັນດາປະເທດ. ສັນຍາສະບັບດັ່ງກ່າວ ຈະສະໜັບສະໜູນບັນດາປະເທດ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍບໍ່ຫົວຊາຕໍ່ສະພາບການສັບສົນຂອງການຄ້າທົ່ວໂລກ”.

ກ່ຽວກັບດ້ານວັດທະນະທໍາສັງຄົມ, ບັນດາການນໍາ ໄດ້ຕົກລົງເຫັນດີເລືອກເອົາປີ 2019 ແມ່ນປີວັດທະນະທໍາ ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທໍາ ແລະ ຊຸກຍູ້ສີສັນວັດທະນະທໍາ ອາຊຽນ.

ຫວຽດນາມ ເນັ້ນໜັກ ບຸລິມະສິດສາມັກຄີພາຍໃນກຸ່ມ

ທີ່ກອງປະຊຸມຄັ້ງນີ້, ດ້ວຍຖານະຈະກາຍເປັນປະທານອາຊຽນໃນປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ທີ່ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ, ຍູ້ແຮງການປະຕິຮູບລະບອບລະບຽບການ ແລະ ຍົກສູງປະສິດທິຜົນຂອງກົງຈັກການເຄື່ອນໄຫວຂອງ ອາຊຽນ. ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງບຸລິມະສິດແຖວໜ້າ ແມ່ນສືບຕໍ່ປັບປຸງຄວາມສາມັກຄີ, ການເຊື່ອມຈອດພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ປະສິດທິຜົນຂອງບັນດາກົນໄກໃນພາກພື້ນ ໂດຍ ອາຊຽນ ເປັນເຈົ້າພາບຈັດຕັ້ງ ແລະ ນໍາໜ້າ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ໃຫ້ຮູ້ຕື່ມອີກວ່າ:

 “ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມດັ່ງກ່າວ ແມ່ນຍົກອອກສານຕົ້ນຕໍ 3 ຂໍ້. ທີໜຶ່ງແມ່ນຫວຽດນາມ ສະໜັບສະໜູນບັນດາຂໍ້ສະເໜີແນະຂອງ ໄທ. ທີສອງແມ່ນ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດຍູ້ແຮງຄວາມສາມັກຄີ, ແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ ແລະ ຢາກໄດ້ຄືແນວນັ້ນ ການພົວພັນລະຫວ່າງບັນດາປະເທດໃນ ອາຊຽນ ຕ້ອງມີຄວາມຈິງໃຈ, ກົງໄປກົງມາ. ທີສາມແມ່ນ ປິ 2020 ຫວຽດນາມ ຈະເປັນປະທານ ອາຊຽນ ພ້ອມທັງແມ່ນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ, ຫວຽດນາມ ຈະປົກປ້ອງຜົນປະໂຫຍດຂອງ ອາຊຽນ ໃຫ້ດີທີ່ສຸດ ແລະ ຍົກອອກບັນດາຂໍ້ລິເລີ່ມໃໝ່ ເພື່ອສ້າງ ປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ”.

ກອງ​ປະຊຸມ​ສຸດ​ຍອດ ອາຊຽນ ຄັ້ງ​ທີ 34  ​ແລະ ຂີດໝາຍຂອງຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ (ພາບ: chinhphu.vn)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ມີການພົບປະສອງຝ່າຍກັບນາຍົກລັດຖະມົນຕີ ໄທ, ປະທານາທິບໍດີ ອິນໂດເນເຊຍ ແລະ ນາຍົກລັດຖະມົນຕີ ສິງກະໂປ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ກໍາປູເຈຍ ແລະ ທ່ານນາຍົກລັດຖະມົນຕີ ລາວ. ທີ່ການພົບປະຄັ້ງຕ່າງໆ, ບັນຫາທະເລຕາເວັນອອກ ອີກຄັ້ງໜຶ່ງ ໄດ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍົກອອກມາປຶກສາຫາລື ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກການນໍາບັນດາປະເທດ, ນັ້ນແມ່ນ ສືບຕໍ່ສົມທົບກັນຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດຂອງປະຊາຄົມສາກົນ ໂດຍໄວ.

ພິເສດ ໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕໍາໜິຕິຕຽນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເມື່ອວັນທີ 31 ພຶດສະພາ 2019 ຜ່ານມາ ທີ່ມີສ່ວນກ່ຽວຂ້ອງເຖິງຫວຽດນາມ ແລະ ກໍາປູເຈຍ ໄລຍະ 1979 – 1980. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ອະທິບາຍວ່າ ສິງກະໂປ ບໍ່ມີເຈດຕະນາກໍ່ຄວາມເສຍຫາຍຕໍ່ຫວຽດນາມ, ຫາກພຽງແຕ່ແມ່ນການຫວນຄືນໄລຍະໜຶ່ງທີ່ເຈັບປວດໃນປະຫວັດສາດ ອິນດູຈີນ ເພື່ອເນັ້ນໜັກເຖິງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນວັນນີ້ ບໍ່ແມ່ນເກີດມີເອງເທົ່ານັ້ນ, ແລະໃນສະພາບການປັດຈຸບັນ ຮຽກຮ້ອງໃຫ້ ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ, ຄວາມຜູກຜັນ ແລະ ເພີ່ມທະວີການຮ່ວມມື. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ກໍເນັ້ນໜັກວ່າ ສິງກະໂປ ຖືການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັບ ຫວຽດນາມ ເປັນສໍາຄັນທີ່ສຸດ,  ພ້ອມທັງຕີີລາຄາບົດບາດ ແລະ ບັນດາການປະກອບສ່ວນສໍາຄັນຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ກໍຄືໃນວິວັດທະນາການສ້າງປະຊາຄົມ ອາຊຽນ ໝັ້ນຄົງ, ເຂັ້ມແຂງ, ສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ອາດເວົ້າໄດ້ວ່າ ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີໃນ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງ ອາຊຽນ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ