ກອງ​ປະ​ຊຸມ​ສຸດຍອດ​ຂອງ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ: ບັນ​ດາ​ບັນ​ຫາ​ເ​ຄັ່ງ​ຮ້ອນ​ໃນ​ທົ​ົ່ວ​ໂລກ

(VOVWORLD) -ກອງປະຊຸມສຸດຍອດໂລກກ່ຽວກັບບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນ ປະເທດ ໂອຕາລິດ ໃນວັນທີ 28 ພຶດສະພາ. ເຫດການດັ່ງກ່າວໄດ້ດຳເນີນໄປພາຍຫຼັງພຽງ 2,3 ວັນທີ່ກອງປະຊຸມສາກົນການກະທຳເພື່ອດິນຟ້າອາກາດ (ICCA) 2019 ຈັດຂຶ້ນຢູ່ປະເທດສາທາລະນະລັດສະຫະພັນເຢັຍລະມັນ. ບັນດາການກະທຳນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງໂລກ ເພື່ອພ້ອມກັນສາມັກຄີຕ້ານການປ່ຽນແປງຂອງດິນຟ້າອາກາດ. ແຕ່ຄວາມມານະພະຍາຍາມນີ້ແມ່ນບໍ່ງ່າຍດາຍ.
ກອງ​ປະ​ຊຸມ​ສຸດຍອດ​ຂອງ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ: ບັນ​ດາ​ບັນ​ຫາ​ເ​ຄັ່ງ​ຮ້ອນ​ໃນ​ທົ​ົ່ວ​ໂລກ - ảnh 1

ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ນີວຢອກ-ແມລິກາ

(ພາບ: BBC )

   ນັບແຕ່ປິ 2011 ມາຮອດປະຈຸບັນ,    ກອງປະຊຸມສຸດຍອດໂລກກ່ຽວກັບບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດ (R20)  ໄດ້ຈັດຂຶ້ນຢູ່ຫຼາຍພາກພື້ນໃນໂລກ., ປະຈຸບັນ, R20 ມີຜູ້ຕາງໜ້າຢູ່ເກືອບທັງໝົດບັນດາທະວີບຄື: ເອີລົບ, ອາຊີ, ທະວີບອາເມລິກາ, ອາຟຼິກກາ. ເຂົ້າຮ່ວມກອງປະຊຸມມີບັນດານັກປະຖະກະຖາ, ແຂກຖືກເຊີນ, ນັກການເມືອງ, ເຈົ້າຄອງ, ນັກຮຽນຮູ້, ນັກວິທະຍາສາດ, ຜູ້ຕາງໜ້າບັນດາບໍລິສັດ, ກຸ່ມບໍລິສັດບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ.

ຄວາມຫຍຸ້ງຍາກຕ່າງໆໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

  ສະພາບການປ່ຽນແປງຂອງດິນຟ້າອາກາດໃນຊຸມເດືອນຕົ້ນປີ 2019 ຍັງຄົງສືບຕໍ່ໄປຕາມທິດບໍ່ດີ. ຕາມລາຍງານຂອງອົງການອຸຕຸນິຍົມໂລກ (WMO) ປະກາດເມື່ອວັນທີ 28 ມີນາ, ສະພາບເພີ່ມອຸນຫະພູມສະເລັ່ຍເມຂຶ້ນ ແລະ ຜົນຮ້າຍຂອງມັນຄື: ລະດັບນ້ຳທະເລຂຶ້ນສູງ ແລະ ບັນດາສະພາບອາກາດປ່ຽນແປງຫຼາຍຢ່າງແມ່ນບໍ່ອາດປະຕິເສດໄດ້. ປະກົດການດິນຟ້າອາກາດປ່ຽນແປງຢ່າງຮ້າຍແຮງສືບຕໍ່ເກີດຂຶ້ນຫຼາຍຄັ້ງໃນຕົ້ນປີ 2019: ພະຍຸເຂດຮ້ອນ Idai ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມຫວ່າງແລ້ວນີ້ ໄດ້ເຮັດໃຫ້ມີຫລາຍຄົນເສຍຊີວິດຢູ່  Mozambique, Zimbabwe ແລະ Malawi.  ປີ 2019, ກໍ່ແມ່ນປີສະຖິຕິໃໝ່ເມື່ອອົດສະຕາລີ ມີຊຸມເດືອນເກີດອາກາດຮ້ອນເອົ້າທີ່ສຸດໃນປະຫວັດສາດ.

ບັນດາຄວາມມານະພະຍາຍາມທີ່ບໍ່ຢຸກຢັ້ງ

  ເຖິງວ່າ, ວິວັດແຫ່ງການຕ້ານການປ່ຽນແປງຂອງດິນຟ້າອາກາດ ໄດ້ປະສົບກັບສິ່/ທ້າທາຍນາໆປະກາດກໍ່ຕາມ ແຕ່ ສປຊ ແລະ ປະເທດຕ່າງໆສ່ວນຫຼາຍກໍ່ບໍ່ໄດ້ປະລະ. ເດືອນທັນວາປິ 2018, ທະນາຄານໂລກ (WB) ໄດ້ປະກາດບ້ວງເງິນອຸປະຖຳບັນລຸສະຖິຕິດ້ວຍມູນຄ່າ 200 ຕື້ໂດລາສະຫະລັດແຕ່ປີ 2021-2025 ໃຫ້ແກ່ບັນຫາການປ່ຽນແປງຂອງດິນຟ້າອາກາດ. WB ໄດ້ແບ່ງບ້ວງເງິນດັ່ງກ່າວໃຫ້ແກ່ບັນດາໂຄງການຫລຸດຜ່ອນອາຍເສຍເຮືອນແກ້ວ ແລະ ປົກປ້ອງປະຊາຊົນຕໍ່ບັນດາປະກົດການໄພນ້ຳຖ້ວມ, ພະຍຸລົມແຮງ ແລະ ໄພແຫ້ງແລ້ງ…

     ພ້ອມກັນນັ້ນ, ບັນດາກອງປະຊຸມ, ໂອ້ລົມສົນທະນາກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຂຶ້ນຢູ່ຫຼາຍແຫ່ງນັບແຕ່ຕົ້ນປີ 2019 ມາຮອດປະຈຸບັນ. ວັນທີ 15 ພຶດສະພາ, ກຸ່ມຜູ້ຕາງໜ້າເວທີປາໄສບັນດາໝູ່ເກາະອາຊີປາຊີຟິກ ໄດ້ພົບປະກັບທ່ານເລຂາທິການໃຫ່ຍ ສປຊ António Guterres ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາ ແລະ ຄວາມໝັ້ນຄົງດິນຟ້າອາກາດໃນພາກພື້ນ. ວັນທີ 23 ພຶດສະພາຜ່ານມາ, ກອງປະຊຸມສາກົນກະທຳເພື່ອດິນຟ້າອາກາດໄດ້ຈັດຂຶ້ນຢູ່ນະຄອນ Heidelberg ປະເທດເຢັຍລະມັນ  ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນສາກົນກ່ວາ 1000 ທ່ານ. ແລະ ໃນວັນທີ 28 ພຶດສະພາ    ກອງປະຊຸມສຸດຍອດໂລກກ່ຽວກັບບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນ ປະເທດ ໂອຕາລິດ ໂດຍມີການເຂົ້າຮ່ວມຂອງບັນດາການນຳ, ນັກການເມືອງ, ນັກອຸປະຖສາກົນ ແມ່ນໂອກາດເພື່ອທຸກຄົນສາມາດພ້ອມກັນແບ່ງປັນ ແລະ ຊອກຫາບັນດາໂອກາດຮ່ວມມື, ຊອກເຫັນບັນດາມາດຕະການທີ່ດີທີ່ສຸດໃນການປົກປັກຮັກສາສິ່ງແວດລ້ອມ.

   ທ່ານເລຂາທິການໃຫ່ຍ ສປຊ António Guterres ເຄີຍກ່າວເຕືອນວ່າ, ຄາດວ່າ ການປ່ຽນແປງຂອງດິນຟ້າອາກາດ ໄດ້ເຮັດໃຫ້ພື້ນຖານເສດຖະກິດໂລກຖືກເສຍຫາຍປະມານ 21 ພັນຕື້ໂດລາສະຫະລັດໃນປີ 2050. ສະນັ້ນ, ການຕ້ານການປ່ຽນແປງຂອງດິນຟ້າອາກາດຍັງໂຄງປະສົບກັບສິ່ງທ້າທາຍບໍ່ແມ່ນໜ້ອຍ ແຕ່ແນ່ນອນວ່າ ບັນດາຄວາມມານະພະຍາຍາມປົກປັກຮັກສາໜ່ວຍໂລກຂຽວຍັງຖືກຜັນຂະຫຍາຍຢ່າງຕັ້ງໜ້າ ເພື່ອແນໃສ່ຫລຸດຜ່ອນຄວາມເສຍຫາຍໃຫ້ໜ່ວຍໂລກໃນລະດັບຕຳສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ