ກອງປະຊຸມສຸດຍອດຈີ 20 ປີ 2016: ກາລະໂອກາດຮ່ວມມື ແລະ ບັນດາສິ່ງທ້າທາຍ

(vovworld) - ​ໃນ​ເວລາ 2 ວັນ, ວັນ​ທີ 4 – 5/9, ຢູ່​ນະຄອນ ຂາງ​ເຈົາ (ປະ​ເທດ ຈີນ), ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (ຈີ 20). ​​ໂດຍ​ເປັນ​ເວທີ​ປາ​ໄສ​ເສດຖະກິດ​ສຳຄັນ​ແຖວ​ໜ້າ​ຂອງ​ໂລກ ດັ່ງ​ນັ້ນ ກອງ​ປະ​ຊຸມ ຈີ 20 ປີ​ນີ້​ກໍ່​ສຸມ​ໃສ່​ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ​ກໍ່​ອາດ​ຈະ​ໄດ້​ຮັບ​ການ​ເຕື້ອງ​ເຖິງ.

ກອງປະຊຸມສຸດຍອດຈີ 20 ປີ 2016: ກາລະໂອກາດຮ່ວມມື ແລະ ບັນດາສິ່ງທ້າທາຍ - ảnh 1
ໜ້າຈໍແວບໄຊທາງການຂອງ ຈີ 20 ປີ 2016
(ພາບchinadaily.com.cn)

        ​ນັບ​ແຕ່​​ກ່ອນ​ມາ​ຮອດ​ປະຈຸ​ບັນ, ກອງ​ປະຊຸມ ຈີ 20 ຍາມ​ໃດ​ກໍ່​ສຸມ​ໃສ່​​ເລື່ອງ​ສົມທົບ​ບັນດາ​ນະ​ໂຍບາຍ​ເງິນຕາ ​ແລະ ການ​ເງິນ​ລະຫວ່າງ​ບັນດາ​ປະ​ເທດ ພັດທະນາ ​ແລະ ພວມ​ພັດທະນາ​ແຖວ​ໜ້າ​ຂອງ​ໂລກ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ. ​ແຕ່​ພາຍຫຼັງ 8 ປີ​​ແຫ່ງ​ການຟື້ນ​ຟູ​ຢ່າງ​ຊັກ​ຊ້າ​ຈາກ​ວິ​ກິດ​ການ​ການ​ເງິນ​ປີ 2008, ບັນດາ​ປະ​ເທດ​ສະມາຊິກ ຈີ 20 ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ສົມທົບກັນ​​ເຄື່ອ​ນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ສຳຄັນ​ຢ່າງ​​ວ່ອງ​ໄວ​ກ່ວາ​ອີກ.

        ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ຈີ 20 ປີ​ນີ້, ນອກຈາກ​ການ​ນຳ​ຂອງ 20 ປະ​ເທດສະມຊິກ ​ແລ້ວ, ປະ​ເທດ​ເຈົ້າ​ພາບ ຈີນ ຍັງ​ເຊື້ອ​ເຊີນ 2 ປະ​ເທດ​ພວມ​ພັດທະນາ​ນັ້ນ​ແມ່ນ ອີ​ຢິບ ​ແລະ ກາ​ຢັກ​ສະ​ຖານ ​ເຂົ້າ​ຮ່ວມ​ດ້ວຍ​ບົດ​ບາດ​ເປັນ​ແຂກ​ກິ​ຕິ​ມະ​ສັກ. ກອງ​ປະຊຸມ​ປີ​ນີ້​ກໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສາທາລະນະ​ລັດ ຊາດ (Chad), ​ເຊິ່ງ​ແມ່ນ​ປະ​ເທດ​ພວມ​ເປັນ​ປະທານ​ໝູນວຽນ​ສະຫະພາບ ອາບຟຣີກາ (AU), ​ເຊ​ເນ​ການ, ​ເຊິ່ງ​ເປັນ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ ຈີນ ​ໃນ​ບັນດາ​ໂຄງການ​ພັດທະນາ​​ຢູ່ ອາບຟຣີກາ ​ແລະ ປະ​ເທດ​ລາວ, ​ເຊິ່ງ​ເປັນປະທານ​ໝູນວຽນ ຂອງ ອາ​ຊຽນປີ 2016.

​ເສດຖະກິດ: ​ເນື້ອ​ໃນ​ຈຸດ​ສຸ​ມຂອງ​ກອງ​ປະຊຸມ​ສຸດ​ຍອດ​ຈີ20

        ​ໂດຍ​ເປັນ​ກຸ່ມບັນດາ​ປະ​ເທດທີ່​ມີ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ໂລກ ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ ​ແລະ ຍອດ GDP ຂອງ​ບັນດາ​ພື້ນຖານ​ເສດຖະກິດ ຈີ 20 ກວມ​ກ່ວາ 80% ​ແລະ 85% ທົ່ວ​ໂລກ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ ຈີ 20 ປີ 2016 ​​ໂດຍ​ປະ​ເທດ​ເຈົ້າພາບ ຈີນ ຍົກອອກ​ມາ​ແມ່ນ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ໂລກ​ຂະຫຍັນ​ຂັນ​ເຄື່ອນ, ​ເຊື່ອມ​ຕໍ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ. ຈີນ ຖະ​ແຫຼ​ງ ຈະ​ຍົກ​ອອກ​​ແຜນການ​ຊຸກຍູ້​ການ​ເຕີບ​ໂຕ​ຕາມ​ທິດ​ປະຕິ​ຮູບ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ທົ່ວ​ໂລກ, ຜ່ານ​ການ​ສ້າງ​ບັນດາ​ການ​ປະຕິວັດ​ອຸດສາຫະກຳ​ໃໝ່ ​ແລະ ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ, ພ້ອມ​ທັງ​ສົ່ງ​ເສີມ​ການ​ເຈລະຈາ​ລະຫວ່າງ​ບັນ​​ດາ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ.

        ທີ່​ກອງ​ປະຊຸມ​ສຸດ​ຍອດ​ຈີ 20 ຄັ້ງ​ນີ້, ຈີນ ປາດ​ຖະໜາວ່າ​ບັນດາ​ປະ​ເທດ​ຈະສຸມ​ໃສ່​ປຶກສາ​ຫາລື​ບັນດາ​ສິ່ງ​ທ​້າທາຍ​ຕົ້ນຕໍ ​ແລະ ບັນຫາທີ່ຍັງ​ຄົງ​ຄ້າງສຳ​ລັບ​ເສດຖະກິດ​ໂລກພ້ອມ​ກັນ​ຊຸກຍູ້​ກຸ່ມ ຈີ 20 ຫັນປ່ຽນ​ຈາກ​ກົນ​ໄກ​ຮັບ​ມື​ກັບ​ວິ​ກິດ​ການ​ໄປ​ສູ່​ກົນ​ໄກ​ຄຸ້ມ​ຄອງ​ຍາວ​ນານ, ນຳພາ​ການ​ເຕີບ​ໂຕ​ຂອງ​​ເສດ​ຖະກິດ​ໂລກ ​ແລະ ກຳນົດ​ທິດ​ທາງ​ໃຫ້ເສດຖະກິດ​ສາກົນ. ​ເພື່ອ​ບັນລຸ​ໄດ້​ຈຸດປະສົງ​ດັ່ງກ່າວ, ບາງ​​ເນື້ອ​ໃນ​ສາມາດ​ໄດ້​ຮັບ​ການ​ປຶກສາ​ຫາລື​ຄື: ມາດ​ຕະການ​​ປະດິດ​ສ້າງ​ຮູບ​ແບບ​ການ​ເຕີບ​ໂຕ, ບໍລິຫານ​ການ​ເງິນ​ເສດຖະກິດ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ, ການ​ຄ້າ ​ແລະ ການ​ລົງທຶນ​ສາກົນ​ຢ່າງ​​ແຮງການພັດທະນາ​ຕິດ​ຕໍ່​ພົວພັນ​. ນອກ​ຈາກ​ນັ້ນ, ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ທ່ານ ອວາງ​ອີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ, ຈີນ ກໍ່​ຈັດ​ຕັ້ງ​ເວທີ​ປາ​ໄສ​ຂັ້ນ​ສູງ​ວິ​ສາ​ຫະກິດ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຂອງ​ຈີ 20. ກ່ອນ​ໜ້າ​ນັ້ນ, ​ແມ່ນກອງ​ປະຊຸມ​ສຸດ​ຍ​ອດກຸ່ມ BRICS (ປຣາຊິນ, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາບຟຣີກາ). ຄາດ​ວ່າ, ຈີນ ກໍ່​ເປັນ​ເຈົ້າ​ພາບ​ໃນ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດທີ່​ກ່ຽວຂ້ອງ​ເຖິງ​ລາຄາ​ນຳ້ມັນ.

        ​ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ຂອງ ຈີ 20, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ຕີ​ລາ​ຄາ​​ກອງ​ປະຊຸມ​ຈີ 20 ຈະ​ມາ​ເຖິງ​ມີ​ບົດບາດ​ສຳຄັນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ໂລກ. ​ໃນ​ຂະນະ​ນັ້ນ, ຕາມ​ຖະ​ແຫຼ​ງການ​ຂອງທຳນຽບຂາວ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຈີ 20, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈະ​ເນັ້ນໜັກ​ເຖິງ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​​ແຮງ, ຍືນ​ຍົງ ​ແລະ ມີ​ຄວາມ​ດຸ່ນດຽງ. ທ່ານ​ກໍ່​ຈະ​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື ຈີ 20 ​ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ເໝີ​ພາບ, ກາລະ​ໂອກາດ​ເສດຖະກິດ​ຢ່າງ​ກ້ວາງ​ຂວາງ.

ບັນຫາ​ກາ​ນຂັດ​ແຍ້​ງຜືນ​ແຜ່ນດິນ​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຫຼື​ບໍ່?

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກອງ​ປະຊຸມ​ສຸດ​ຍອດ​ຈີ 20 ຄັ້ງ​ນີ້​​ບໍ່​ພຽງ​ແຕ່​ສຸມ​ໃສ່​ເຂົ້າ​ບັນຫາ​ເສດຖະກິດ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ເທດ​ເຈົ້າພາບ​ຈີນ ​ເທ່ົາ​ນັ້ນ. ກ່ອນ​ທີ​່ຈັດ​ກອງ​ປະຊຸມ, ອຳນາດ​ການ​ປົກຄອງ​ຂອງ​ຫຼາຍ​ປະ​ເທດ​ສະມາຊິກ​ໄດ້​ເຕື້ອງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຂົາ​ເຈົ້າ​ເຖິງ​ບັນຫາ​ຂັດ​ແຍ້​ງຜືນ​ແຜ່ນດິນ, ຄວາມ​ເສລີ​​ໃນການ​ເດີນ​ທະ​ເລ. ກ່ອນ​ອື່ນ​ໝົດ​ແມ່ນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​າທິບໍດີ ອາ​ເມ​ລິ​ກາ Barack Obama ຈະມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ສື້ຈີ້​ຜິ​ງ. ທ່ານ​ຮອງ​ຫົວໜ້າທີ່​ປຶກສາ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ Ben Rhodes ​ໄດ້​ໃຫ້​ຮູ້​ວ່າ: ທ່ານ Barack Obama ຈະ​ແລກປ່ຽນ​ຢ່າງລະອຽດ​ກັບ​ທ່ານ ສື້ຈີ້​ຜິ​ງ ບັນດາ​ບັນຫາ​ພວມ​ເກີດ​ຄວາ​ມຂັດ​ແຍ້​ງກັນ​ຢ່າງ​ເລິກ​ເຊິ່ງລະຫວ່າງ 2 ປະ​ເທດ​​ໃນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ໂດຍ​ແມ່ນ​ການ​ນຳ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໜຶ່ງ​ດຽວ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈີ 20 ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ສະມາ​ຊິກ, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ອາ​ດຈະ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຢູ່​ເວທີ​ປາ​ໄສ​ແຖວ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ສາກົນ​ນີ້. ການ​ພົວພັນ​ລະຫວ່າງ ຈາກ​າກຕາ - ປັກ​ກິ່ງ ​ເຄີຍ​ປະ​ເຊີ​ນໜ້າ​ກັບ​ຄວາມ​ເຄັ່ງ​ຕຶງ​ນັບ​ແຕ່​ຕົ້ນ​ປີ 2016 ນີ້, ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ​ໃຫ້​ກຳ່​ປັ່ນ​ຫາ​ປາ​ເຄື່ອນ​ໄຫວ​ຢູ່​ໃກ້​ກັບ​ໝູ່​ເກາະ Natuna ຂອງ ອິນ​ໂດ​ເນ​ເຊຍ ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ບົດ​ກ່າວ​ປາ​ໄສ​ກັບ​ປະຊາຊົນ​​ເມື່ອ​ກາງ​ເດືອນ 8 ປີ​ນີ້, ທ່ານ Widodo ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ “ປົກ​ປ້ອງ​ປະຊາທິປະ​ໄຕ​” ຂອງ​ປະ​ເທດ​ຊາດ. ​ໃນ​ຂະນະ​ນັ້ນ, ການ​ຂັດ​ແຍ້​ງຜື​ນ​ແຜ່ນດິນ​ພວມ​ເປັນ​ຈຸດ​ທີ່​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວພັນ​ຈີນ - ຍີ່​ປຸ່ນ. ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ ຈີ 20, ວັນ​ທີ 31/8, ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ໄດ້​ສະ​ເໜີ​ງົບປະມານ​ສະຖິຕິ ຂຶ້ນ​ເຖິງ​ຈຳນວນ​ເງິນ 51 ຕື້ USD ​ໃຫ້​ປີ​ການ​ເງິນ 2017, ສ່ວນ​ໜຶ່ງ​ໃນ​ຈຳນວນ​ດັ່ງ​ນັ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ປົກ​ປ້ອງ​ບັນດາ​ເກາະ​ທີ່​ພວມ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ໃນ​ສະພາບ​ການ​ດ້ານ​ເສດຖະກິ​ດ​ໂລກ​ພວມ​​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ​ພາຍຫຼັງ​ວິ​ກິດ​ການ​ດ້ານ​ການ​ເງິນ​ປີ 2008 ນັ້ນ, ກອງ​ປະຊຸມ​ສຸດ​ຍ​ອດ ຈີ 20 ຄັ້ງ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາ​ຊິກຊອກ​ຫາ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທົ່ວ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ໝາກຜົນ​ຂອງ​ກອງ​ປະຊຸມ​ຈະ​ຖືກ​ຜົນ​ສະທ້ອນ​ຈາກ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ການ​ຂັດ​ແຍ້​ງຜືນ​​ແຜ່ນ​ດິນຫຼື​ບໍ່ ​ແມ່ນ​ຍັງ​ຂຶ້ນ​ກັບ​ການ​ຜັນ​ແປ​ອັນລະອຽດ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ