ກອງ​ປະ​ຊຸມ​ສຸດຍອດ​ແບບ​ທາງ​ໄກ ອາ​ເມ​ລິ​ກາ - ລັດ​ເຊຍ ແລະ ຄວາມ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ໄປຄຽງຄູ່ກັບຂໍ້ມູນຂ່າວກ່ຽວກັບເຊື້ອໄວຣັດກາຍພັນ Omicron, ກອງປະຊຸມສຸດຍອດແບບທາງໄກ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 7 ທັນວາ ກໍແມ່ນໜຶ່ງໃນບັນດາບັນຫາສາກົນທີ່ພົ້ນເດັ່ນ ເຊິ່ງຫາງສຽງສາກົນມີຄວາມສົນໃຈ ແລະ ພວມປຶກສາຫາລື. ຄຳເຫັນສ່ວນຫຼາຍລ້ວນແຕ່ໃຫ້ຂໍ້ສັງເກດລວມວ່າ ກອງປະຊຸມຄັ້ງນີ້ຍາກທີ່ຈະສ້າງບາດກ້າວບຸກທະລຸອັນໃຫຍ່ຫຼວງໄດ້ ຍ້ອນວ່າ ສະພາບການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ແມ່ນມີຄວາມສັບສົນຫຼາຍພໍສົມຄວນ, ແຕ່ກໍແມ່ນບາດກ້າວເດີນທີ່ຈຳເປັນເພື່ອຮັກສາສາຍພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ບໍ່ຕົກເຂົ້າສູ່ສະພາບທີ່ເຄັ່ງຕຶງກວ່າ.

ທັງ ອາເມລິກາ ແລະ ລັດເຊຍ ຕ່າງກໍຢັ້ງຢືນວ່າ ກອງປະຊຸມສຸດຍອດແບບທາງໄກ ໃນວັນທີ 7 ທັນວານີ້ ຖືກດຳເນີນໃນສະພາບທີ່ສາຍພົວພັນລະຫວ່າງສອງປະເທດພວມມີການຜັນແປຢ່າງເຄັ່ງຕຶງ. ສອງປະເທດຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ແລະ ເກີດການໂຕ້ຖຽງກັນ, ນັບແຕ່ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ບັນຫາກ່າວຫາໃນການເລືອກຕັ້ງ, ການເນລະເທດພະນັກງານການທູດ ຕະຫຼອດຮອດບັນດາບັນຫາສາກົນ ຄື ຊີຣີ, ຢູແກຼນ, ບັນຫາຂະຫຍາຍ NATO….

ກອງ​ປະ​ຊຸມ​ສຸດຍອດ​ແບບ​ທາງ​ໄກ ອາ​ເມ​ລິ​ກາ - ລັດ​ເຊຍ ແລະ ຄວາມ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ພົບກັນເມື່ອເດືອນ ມິຖຸນາ 2021 (ພາບ: Reuters)

ສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງ

ກອງປະຊຸມສຸດຍອດໃນວັນທີ 7 ທັນວາ ຖືກດຳເນີນພາຍຫຼັງກອງປະຊຸມສຸດຍອດໂດຍກົງຄັ້ງທຳອິດລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ເຊີແນວ (ສະວິດ) ບໍ່ຮອດເຄິ່ງປີ.  ເຖິງຢ່າງໃດກໍຕາມ, ການພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ບໍ່ມີຄວາມຄືບໜ້າພໍປານໃດພາຍຫຼັງທີ່ເຫດການສຳຄັນນີ້ສິ້ນສຸດ.

ຍິ່ງໄປກວ່ານັ້ນ, ກ່ອນດຳເນີນກອງປະຊຸມ, ອາເມລິກາ ພ້ອມດ້ວຍ ຢູແກຼນ ໄດ້ກ່າວຫາ ລັດເຊຍ ລະດົມພົນທະຫານປະມານ 100.000 ຄົນ ແລະ ປະກອບຍຸດໂທປະກອນ ຢູ່ໃກ້ເຂດຊາຍແດນທາງທິດຕາເວັນຕົກ ປະເທດ ລັດເຊຍ ແລະ “ພວມຂຶ້ນແຜນການບຸກໂຕມຕີ ຢູແກຼນ”. ວັນທີ 6 ທັນວາ, ເຈົ້າໜ້າທີ່ຂັ້ນສູງທຳນຽບຂາວ (ອາເມລິກາ) ກ່າວເຕືອນວ່າ “ອາເມລິກາ ແລະ ບັນດາປະເທດສຳພັນທະມິດເອີຣົບ ໄດ້ກະກຽມປະຕິບັດມາດຕະການຮັບມືດ້ານເສດຖະກິດດ້ວຍຂອບຂະໜາດໃຫຍ່, ອາດຈະສົ່ງຜົນເສຍຫາຍຫຼາຍພໍສົມຄວນ ແລະ ຮ້າຍແຮງຕໍ່ ລັດເຊຍ ຖ້າຫາກວ່າ ປະເທດນີ້ຕັດສິນໃຈບຸກໂຈມຕີ ຢູແກຼນ”.

ແນ່ນອນວ່າ ລັດຖະບານ ລັດເຊຍ ໄດ້ຄັດຄ້ານຄຳກ່າວຫາຂອງ ອາເມລິກາ ຢ່າງແຮງ, ພ້ອມທັງກ່າວຫາ ຝ່າຍຕາເວັນຕົກມີການກະທຳເກາະຜິດ, ເປັນຕົ້ນແມ່ນການດຳເນີນການຊ້ອມຮົບຢູ່ທະເລດຳ. ລັດເຊຍ ກໍຮຽກຮ້ອງໃຫ້ອົງການສົນທິສັນຍາອັກລັງຕິກເໜືອ (NATO) ເຊິ່ງ ອາເມລິກາ ນຳພາ ຈົ່ງຢຸດຕິການຂະຫຍາຍຂອບເຂດໄປຍັງຝ່າຍຕາເວັນອອກ ພາຍຫຼັງທີ່ບັນດາປະເທດ ເອີຣົບຕາເວັນອອກ ສ່ວນຫຼາຍໄດ້ເຂົ້າຮ່ວມອົງການດັ່ງກ່າວ. ໃນການຖະແຫຼງການຕໍ່ວົງການສື່ມວນຊົນໃນວັນທີ 6 ທັນວາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຕີລາຄາວ່າ ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ໃນປັດຈຸບັນພວມຢູ່ໃນສະພາບ “ເປັນໜ້າເສຍດາຍ”. ທ່ານ Dmitry Peskov ຢັ້ງຢືນວ່າ “ຕາມລາຍການດຳເນີນງານ, ກອງປະຊຸມຈະສຸມໃສ່ປຶກສາຫາລືກ່ຽວກັບສາຍພົວພັນສອງຝ່າຍ. ຫຼັງຈາກນັ້ນແມ່ນຄຳຖາມກ່ຽວກັບລາຍການດຳເນີນງານ, ເປັນຕົ້ນແມ່ນບັນຫາຄວາມເຄັ່ງຕຶງປິ່ນອ້ອມ ຢູແກຼນ, NATO ຢູ່ໃກ້ກັບຊາຍແດນ ລັດເຊຍ ແລະ ຂໍ້ລິເລີ່ມຂອງ ທ່ານປະທານາທິບໍດີ Putin ກ່ຽວກັບການຮັບປະກັນຄວາມໝັ້ນຄົງ”.

ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍນີ້ ເຮັດໃຫ້ຫາງສຽງມີຂໍ້ສັງເກດວ່າ ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ ຍາກທີ່ຈະໄດ້ຮັບການແກ້ໄຂດ້ວຍກອງປະຊຸມສຸດຍອດທາງໄກຢ່າງດຽວນີ້, ໂດຍສະເພາະແມ່ນພາຍຫຼັງທີ່ກອງປະຊຸມສຸດຍອດໂດຍກົງເມື່ອເດືອນມິຖຸນາຜ່ານມາ ຍັງບໍ່ທັນນຳມາເຊິ່ງຜົນກະທົບຕັ້ງໜ້າແຕ່ຢ່າງໃດ. ເຖິງຢ່າງໃດກໍຕາມ, ການຈັດຕັ້ງກອງປະຊຸມສຸດຍອດນີ້ ຍັງຄົງແມ່ນບາດກ້າວເດີນທີ່ຈຳເປັນເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ສະຖຽນລະພາບໃນບັນດາສາຍພົວພັນສາກົນ.

ບາດກ້າວເດີນສຳຄັນເພື່ອປົວແປງສິ່ງທີ່ບໍ່ລົງລອຍກັນ

ເຖິງວ່າໄດ້ອອກຄຳກ່າວຫາຢ່າງຕໍ່ເນື່ອງ ແລະ ມີຖະແຫຼງການທີ່ແຂງກະດ້າງເລັ່ງໃສ່ກັນກໍຕາມ, ແຕ່ ລັດເຊຍ ແລະ ອາເມລິກາ ລ້ວນແຕ່ສະແດງບັນດາການກະທຳທີ່ມີເຈດຕະນາດີ. ຕົວຢ່າງຄື: ຫວ່າງມໍ່ໆມານີ້ ອາເມລິກາ ໄດ້ຕັດບັນດາເນື້ອໃນກ່ຽວຂ້ອງເຖິງການລົງໂທດໂຄງການນ້ຳມັນເຊື້ອເພີງຂະໜາດໃຫຍ່ ລະຫວ່າງ ລັດເຊຍ ແລະ ເຢຍລະມັນ ທີ່ມີຊື່ວ່າ “ກະແສທາງທິດເໜືອ 2” ອອກຈາກແຜນຮ່າງງົບປະມານປ້ອງກັນຊາດໃນປີການເງິນຈະມາເຖິງ. ສ່ວນ ລັດເຊຍ, ວັນທີ 6 ທັນວາ ທ່ານ Dmitry Peskov ໂຄສົກວັງ Kremlin ກໍສືບຕໍ່ຢັ້ງຢືນຄວາມຈຳເປັນຕ້ອງດຳເນີນການເຈລະຈາລະຫວ່າງສອງຝ່າຍເພື່ອແກ້ໄຂຄວາມບໍ່ລົງລອຍກັນ.

ຕາມວົງການນັກໄຈ້ແຍກແລ້ວ, ນັບທັງ ອາເມລິກາ ແລະ ລັດເຊຍ ລ້ວນແຕ່ຢາກເຈລະຈາກັນ. ເລື່ອງການນຳ ອາເມລິກາ - ລັດເຊຍ ອາດຈະດຳເນີນກອງປະຊຸມສຸດຍອດສອງຄັ້ງລຽນກັນໃນຮອບເວລາເຄິ່ງປີນັ້ນ ກໍສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຈິງນີ້. ຍິ່ງໄປກວ່ານັ້ນ, ໃນສະພາບການປັດຈຸບັນ ກໍເຮັດໃຫ້ຄວາມຕ້ອງການເຈລະຈາຂອງທັງສອງຝ່າຍເພີ່ມຂຶ້ນ. ທ່ານປະທານາທິບໍດີ ອາເມລິກາ Joe Biden ພວມຢືນຢູ່ຕໍ່ໜ້າຄວາມກົດດັນຢ່າງໃຫຍ່ຫຼວງເມື່ອຕ້ອງຮັບມືກັບສິ່ງທ້າທາຍເຊິ່ງ ຈີນ ໄດ້ວາງອອກ ເພື່ອຮັບປະກັນທ່າໄດ້ປຽບໃຫ້ພັກປະຊາທິປະໄຕ ໃນການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງສະໄໝ ໃນປີ 2022. ເລື່ອງຊຸກຍູ້ການສູ້ຢັນກັບ ລັດເຊຍ ອາດຈະເຮັດໃຫ້ປະເທດມະຫາອຳນາດນີ້ ນັບມື້ນັບຫຍັບເຂົ້າໃກ້ກັບ ຈີນ ຫຼາຍກວ່າ, ເຊິ່ງບໍ່ມີປະໂຫຍດສຳລັບຍຸດທະສາດຮັບມືກັບ ປັກກິ່ງ ຂອງ ວໍຊິງຕັນ.

ສ່ວນລັດເຊຍ, ການປັບປຸງການພົວພັນກັບຝ່າຍຕາເວັນຕົກ ເວົ້າລວມ ແລະ ອາເມລິກາ ເວົ້າສະເພາະ ຍາມໃດກໍແມ່ນເປົ້າໝາຍຂອງທ່ານປະທານາທິບໍດີ Putin ແນໃສ່ປັບປຸງທີ່ຕັ້ງບົດບາດ ແລະ ຮັບປະກັນຜົນປະໂຫຍດຂອງປະເທດ ລັດເຊຍ ໃນພາກພື້ນ ແລະ ໃນທົ່ວໂລກ. ທັດສະນະດັ່ງກ່າວ ສືບຕໍ່ໄດ້ສະແດງຢ່າງຈະແຈ້ງໃນຂໍ້ລິເລີ່ມຂອງທ່ານປະທານາທິບໍດີ Putin ກ່ຽວກັບການຮັບປະກັນຄວາມໝັ້ນຄົງ ທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ຄັ້ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ