ກອງ​ປະ​ຊຸມ​ສູນ​ກາງ​ພັກ ສະຫຼຸບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ

(VOVWORLD) -ພາຍຫຼັງປະຊຸມເປັນເວລາ 7 ວັນຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງໃນວັນທີ 9 ຕຸລາ. ບໍ່ພຽງແຕ່ປຶກສາຫາລື ແລະ ຍົກອອກບັນດາມາດຕະການໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃນສະພາບການໂລກ ແລະ ພາຍໃນປະເທດມີການຜັນແປຢ່າງໄວວາ, ສັບສົນ, ຍາດທີ່ຈະຄາດຄະເນໄດ້ນັ້ນ, ສູນກາງພັກ ໄດ້ຫັນບັນດາເນື້ອໃນຫຼັກແຫຼ່ງ ແລະ ບັນດາບັນຫາໃຫຍ່ທີ່ໄດ້ຍົກອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດ. ເພາະສະນັ້ນ, ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນພິເສດ.

ເສດຖະກິດໄດ້ຮັບການຟື້ນຟູ, ຮັບປະກັນຄວາມດຸ່ນດ່ຽງດ້ານການເງິນ - ງົບປະມານ

        ກອງປະຊຸມສູນກາງພັກຄັ້ງທີ 6 ຖືກດຳເນີນໃນຈຸດເວລາທີ່ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ. ບັນດາການເຄື່ອນໄຫວທາງດ້ານເສດຖະກິດ - ສັງຄົມຂອງ ຫວຽດນາມ ພວມຢູ່ໃນທ່ວງທ່າຟື້ນຟູດ້ວຍຕົວເລກທີ່ໜ້າປະທັບໃຈ, ໄດ້ຮັບການຕີລາຄາສູງຈາກຫາງສຽງພາຍໃນປະເທດ ແລະ ສາກົນ. ລະອຽດ, ການເຕີບໂຕ GDP ໃນ 9 ເດືອນຜ່ານມາບັນລຸກວ່າ 8,83%; ການເກັບງົບປະມານແຫ່ງລັດບັນລຸ 94% ຂອງແຜນງົບປະມານ, ເພີ່ມຂຶ້ນ 22%; ເງິນລົງທຶນທົ່ວສັງຄົມເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ວົງເງິນສົ່ງອອກເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສືບຕໍ່ຮັກສາວົງເງິນສົ່ງອອກເກືອບ 7 ຕື້ USD. ຄາດວ່າຮອດທ້າຍປີ 2022, ຫວຽດນາມ ຈະສາມາດປະຕິບັດສຳເລັດ ແລະ ລື່ນກາຍລະດັບ 14/15 ຄາດໝາຍເຊິ່ງແຜນການໄດ້ວາງອອກ.

ກອງ​ປະ​ຊຸມ​ສູນ​ກາງ​ພັກ ສະຫຼຸບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ - ảnh 1 ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ພາບ: nhandan.vn)
 ເຖິງຢ່າງໃດກໍຕາມ, ພາຍຫຼັງວາລະໄຂກອງປະຊຸມ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: ເລື່ອງພິຈາລະຈາ, ຕີລາຄາສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022, 2023 ໄດ້ວາງອອກໃນສະພາບການໂລກພວມມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້, ບໍ່ເຄີຍມີມາກ່ອນ ແລະ ຢູ່ນອກເໜືອການຄາດຄະເນຂອງບັນດາປະເທດ ກໍຄືອົງການຈັດຕັ້ງສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ ສູນກາງພັກ ຈົ່ງສຸມໃສ່ປຶກສາຫາລື, ໄຈ້ແຍກບັນດາລັກສະນະພົ້ນເດັ່ນຂອງປີ  2022, ເຮັດແຈ້ງໝາກຜົນທີ່ບັນລຸໄດ້; ຂໍ້ຈຳກັດ, ຈຸດອ່ອນດ້ອຍທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ຕ້ອງແກ້ໄຂ, ບັນດາສິ່ງທ້າທາຍທີ່ຕ້ອງຜ່ານຜ່າ.
ກອງ​ປະ​ຊຸມ​ສູນ​ກາງ​ພັກ ສະຫຼຸບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ - ảnh 2ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນຢູ່ກອງປະຊຸມ (ພາບ: nhandan.vn)

        ບົນພື້ນຖານນັ້ນ, ສູນກາງພັກ ໄດ້ສະຫຼຸບວ່າ: ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2022 ແລະ ປີ 2023, ຫວຽດນາມ ຕ້ອງເປັນເຈົ້າການຄວບຄຸມໂລກລະບາດໂຄວິດ - 19 ແລະ ໂລກແຜ່ລະບາດໃໝ່ຢ່າງມີປະສິດທິຜົນ, ບໍ່ປະໝາດຢ່າງເດັດຂາດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ແລະ ກະທັນຫັນ; ຮັບປະກັນຄວາມສາມາດກວດ, ປິ່ນປົວພະຍາດ,  ປ້ອງກັນ, ຕ້ານໂລກລະບາດຂອງລະບົບສາທາລະນະສຸກ. ຮັກສາສະພາບເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ພິເສດແມ່ນຄວາມດຸ່ນດ່ຽງທາງດ້ານການເງິນ - ງົບປະມານແຫ່ງລັດ.

ສູນກາງພັກເຫັນດີປະກາດໃຊ້ 3 ມະຕິທີ່ມີຄວາມໝາຍຍຸດທະສາດ

        ສູນກາງພັກໄດ້ເຫັນດີເປັນເອກະພາບປະກາດໃຊ້ມະຕິ 3 ສະບັບທີ່ມີຄວາມໝາຍຍຸດທະສາດເຊັ່ນ: ມະຕິຫົວເລື່ອງສະເພາະທຳອິດ ວ່າດ້ວຍການສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045; ມະຕິກ່ຽວກັບການ “ສືບຕໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໄລຍະໃໝ່ໃຫ້ສົມບູນແບບ”. ບົນພື້ນຖານສະຫຼຸບ 15 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ X, ກອງປະຊຸມສູນກາງພັກຄັ້ງນີ້ ໄດ້ເຫັນດີໃນການປະກາດໃຊ້ມະຕິສະບັບໃໝ່ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ວິທີນຳພາຂອງພັກໃນສະພາບການໃໝ່ເປັນຢ່າງສູງ. ສູນກາງພັກ ໄດ້ເນັ້ນໜັກເປັນພິເສດວ່າ: ເລື່ອງປ່ຽນແປງໃໝ່ວິທີການນຳພາຂອງພັກສຳລັບປະເທດຊາດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມຕ້ອງຮັບປະກັນ, ເພີ່ມທະວີບົດບາດນຳພາ, ຍົກສູງປະສິດທິພາບ, ປະສິດທິຜົນ, ສິດກຳອຳນາດຂອງພັກ; ຍົກສູງບົດບາດ, ຄວາມຮັບຜິດຊອບ, ປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງຂອງລັດ; ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະພັດທະນາໃໝ່.

ແຜນຜັງສັງລວມແຫ່ງຊາດ ແມ່ນໜ້າທີ່ການເມືອງທີ່ສຳຄັນ

        ເນື້ອໃນໃຫຍ່ປະການທີ 1 ທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສູນກາງພັກຄັ້ງທີ 6 ນີ້ ແມ່ນກຳນົດທິດແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030 ແລະ ວິໄສທັດ ຮອດປີ 2050. ສູນກາງພັກໃຫ້ຂໍ້ສັງເກດກວ່າ : ນີ້ແມ່ນໜ້າທີ່ການເມືອງທີ່ສຳຄັນ ແລະ ມີຄວາມໝາຍຍຸດທະສາດ, ເປັນພື້ນຖານ ແລະ ຍາວນານ, ແຕ່ກໍແມ່ນບັນຫາໃຫຍ່, ໃໝ່, ຍາກ, ລະອຽດອ່ອນ ແລະ ບໍ່ເຄີຍມີມາກ່ອນ.

        ໃນການວາງແຜນຜັງຄັ້ງນີ້, ຕ້ອງສຸມໃສ່ໃຫ້ບຸລິມະສິດແກ່ການສ້າງໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ, ໂຄງລ່າງຕົວເມືອງ, ພະລັງງານ, ໂຄງລ່າງດີຈີຕອນ, ໂຄງລ່າງປົກປັກຮັກສາສິ່ງແວດລ້ອມ, ຊົນລະປະທານ, ການປ້ອງກັນ, ຕ້ານໄພທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃຫ້ບຸລິມະສິດພັດທະນາບາງຂະແໜງ, ຂົງເຂດທີ່ມີກຳລັງບົ່ມຊ້ອນ, ທ່າໄດ້ປຽບ ແລະ ຍັງມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ, ຕິດພັນກັບສະພາບແວດລ້ອມພັດທະນາໃໝ່. ພັດທະນາບັນດາຂົງເຂດທີ່ເປັນກຳລັງໜູນ ແລະ ເປັນແຫຼ່ງເຕີບໂຕສຳຄັນຂອງປະເທດຊາດ ເພື່ອສ້າງ “ຫົວຈັກ” ດຶງເອົາການພັດທະນາຂອງປະເທດຊາດ. ການສ້າງສາ ແລະ ພັດທະນາແລວເສດຖະກິດ ເໜືອ - ໃຕ້ ແລະ ຕາເວັນອອກ - ຕາເວັນຕົກ; ເຊື່ອມຕໍ່ທ່າກ່ຳປັ່ນທາງທະເລ, ດ່ານຊາຍແດນສາກົນ, ສູນແລກປ່ຽນຄ້າຂາຍໃຫຍ່, ບັນດາຕົວເມືອງ, ສູນກາງເສດຖະກິດ ແລະ ແຫຼ່ງເຕີບໂຕ.

        ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍວຽກງານຫຼາຍຢ່າງ, ມີຄວາມສຳຄັນ ແລະ ສັບສົນທີ່ສຸດ. ຜ່ານນີ້, ສູນກາງພັກ ກໍ່ໄດ້ປະຕິບັດສຳເລັດວຽກງານເຊື່ອມຊຶມ, ຫັນເນື້ອໃນຫຼັກແຫຼ່ງແກ່ນສານ ແລະ ບັນຫາໃຫຍ່ທີ່ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນອັນລະອຽດ./.

ຕອບກັບ

ຂ່າວ/ບົດ​ອື່ນ