ກອງປະຊຸມສົນທະນາທົ່ວໂລກ Berlin ຊອກຫາທິດທາງຫັນປ່ຽນໃຫ້ແກ່ເສດຖະກິດໂລກ

(VOVWORLD) -

ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ຮັບການຈັດຂຶ້ນເປັນຄັ້ງ ທຳອິດໃນ ລະຫວ່າງວັນທີ 28 29 ກັນຍາ, ຢູ່ນະຄອນຫຼວງ  Berlin (ປະເທດ ເຢຍລະມັນ). ນີ້ແມ່ນເວທີປາໄສໃໝ່ຊ່ວຍໃຫ້ບັນດາລັດຖະບານ, ບັນດາກຸ່ມບໍລິສັດເສດຖະກິດກໍ່ຄື ບັນດາອົງການ ພົນລະເຮືອນໄດ້ແລກປ່ຽນ ແລະ ສ້າງວິໄສທັດລວມ ກ່ຽວກັບອະນາຄົດ ທີ່ພວມຫັນປ່ຽນຢ່າງແຮງຂອງພື້ນຖານເສດຖະກິດທົ່ວໂລກ.

ກອງປະຊຸມສົນທະນາທົ່ວໂລກ Berlin ຊອກຫາທິດທາງຫັນປ່ຽນໃຫ້ແກ່ເສດຖະກິດໂລກ - ảnh 1ທ່ານ Olaf Scholz, ນາຍົກລັດຖະມົນຕີ ເຢຍລະມັນ ກ່າວຄຳເຫັນທີ່ກອງປະຊຸມສົນທະນາ
(ພາບ:TTXVN )

ກອງປະຊຸມສົນທະນາທົ່ວໂລກ Berlin (Berlin Global Dialogue) ໄດ້ຮັບການ ກຳເນີດຈາກແນວຄວາມຄິດຂອງທ່ານສາດສະດາຈານ ດ້ານເສດຖະກິດ Lars-Hendrik Roller, ສັງກັດໂຮງຮຽນຄຸ້ມຄອງບໍລິຫານ ແລະ ເຕັກໂນໂລຊີ ເອີລົບ Berlin (ESMT Berlin) ແລະ ເຄີຍເປັນຫົວໜ້້າທີ່ປຶກສາດ້ານເສດຖະກິດຂອງ ທ່ານນາງ Angela Merkel, ອະດີດນາຍົກລັດຖະມົນຕີ ເຢຍລະມັນ. ກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນເວທີປາໄສສາກົນໃໝ່, ເພີ່ມເຕີມໃຫ້ບັນດາກົນໄກສົນທະນາ ຫຼາຍຝ່າຍໃນປະຈຸບັນ ໃນສະພາບການໂລກທີ່ຖືກແບ່ງແຍກຢ່າງເລິກເຊິ່ງໃນຫຼາຍ ບັນຫາທີ່ມີລັກສະນະທົ່ວ ໂລກ.

ຈຸດເວລາຫັນປ່ຽນປະຫວັດສາດ

ໃນສານສົ່ງໄປກ່ອນການຈັດກອງປະຊຸມຄັ້ງທຳອິດຂອງການກອງປະຊຸມສົນທະນາທົ່ວໂລກ Berlin ນັ້ນ, ທ່ານສາດສະດາຈານ Lars-Hendrik Roller ເນັ້ນໜັກວ່າ: ໂລກ ພວມຢູ່ໃນໄລຍະຫັນປ່ຽນປະຫວັດສາດ, ໃນຂະນະທີ່ທຸກໂຄງປະກອບເສດຖະກິດ ທົ່ວໂລກກ່ອນນີ້ທັງໝົດ ລ້ວນແຕ່ມີສັນຍາຖືກແຕກແຫງ. ດັ່ງນັ້ນ, ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ຫັນບັນດາຄວາມມານະພະຍາຍາມຂອງຕົນໄປສູ່ 3 ບຸລິມະສິດ ຕົ້ນຕໍ.

ທຳອິດ, ກອງປະຊຸມສົນທະນາທົ່ວໂລກ Berlin  ຈະສ້າງພື້ນຖານແລກປ່ຽນ ລະຫວ່າງບັນດາປະເທດຢູ່ພາກເໜືອ, ໝາຍຄວາມວ່າແມ່ນບັນດາປະເທດພັດທະນາ, ກັບໂລກທາງທິດໃຕ້, ແມ່ນບັນດາປະເທດພວມພັດທະນາຢູ່ ອາຊີ, ອາບຟຣີກາ ແລະ ອາເມລິກາ ລາຕິນ. ເວທີປາໄສນີ້ກໍ່ແມ່ນຂົວຕໍ່ລະຫວ່າງຝ່າຍຕາເວັນຕົກກັບ ຝ່າຍຕາເວັນອອກ. ຕາມຄາດໝາຍຂອງກອງປະຊຸມສົນທະນາທົ່ວໂລກ Berlin, ທຸກການແລກປ່ຽນ ລ້ວນແຕ່ໄດ້ດຳເນີນໄປບົນຈິດໃຈເປີດເຜີຍ, ໄວ້ເນື້ອເຊື່ອໃຈ ແລະ ໂດຍກົງ.  ບຸລິມະສິດທີສອງຂອງການກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນຊຸກຍູ້ບັນດາການສົນທະນາທີ່ມີລັກສະນະຮ່ວມມືລະຫວ່າງບັນດາການນຳ ການເມືອງກັບບັນດາການນຳວິສາຫະກິດ, ຜ່ານນັ້ນ ກໍ່ປັບປຸງ ບັນດານະໂຍບາຍ ເສດຖະກິດໃຫ້ກົມກຽວກວ່າ. ສຸດທ້າຍ, ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ ບຸລິມະສິດຊຸກຍູ້ບັນດາການພົວພັນຄູ່ຮ່ວມມືໃໝ່ເພື່ອບັນລຸໄດ້ ບັນດາຄວາມກ້າວໜ້າລະອຽດ ແລະ ແທ້ຈິງ.

ທ່ານ Olaf Scholz, ນາຍົກລັດຖະມົນຕີ ເຢຍລະມັນ ເຊິ່ງເປັນນັກປາຖະກະ ຖາຕົ້ນຕໍທ່ີກອງປະຊຸມຄັ້ງນີ້ ໄດ້ໃຫ້ຂໍ້ສັງເກດວ່າ: ໂລກຫຼາຍຂົ້ວໃນປະຈຸບັນຕ້ອງການ ບັນດາວິໄສທັດໃໝ່ ແລະ ບັນດາມາດຕະການຫຼາຍຝ່າຍໃໝ່. ທ່ານ Scholz ກໍ່ຖືວ່າ: ນະຄອນຫຼວງ Berlin ແມ່ນສັນຍາລັກແຫ່ງສັນຕິພາບ ແລະ ຄວາມສາມັກຄີ, ແມ່ນ ສະຖານທີ່ເໝາະສົມເພື່ອສະໜອງບັນດາແນວຄວາມຄິດທີ່ແທດຈິງ, ຊຸກຍູ້ບັນດາ ຝ່າຍຮ່ວມມືໃນບັນຫາທົ່ວໂລກ. ກ່ອນນັ້ນ, ໃນບົດກ່າວປາໄສທີ່ສັບປະດາຂັ້ນສູງ (19 -26 ກັນຍາ) ສະມັດຊາໃຫຍ່ ສປຊ ຊຸດທີ 78 (UNGA-78) ທີ່ຫາກໍ່ຈັດຂຶ້ນຢູ່ ນິວຢອກ (ປະເທດ ອາເມລິກາ), ທ່ານ Olaf Scholz ໄດ້ເນັ້ນໜັກພິເສດເຖິງຄວາມສຳຄັນ ຂອງການຮ່ວມມືນີ້, ພິເສດແມ່ນໃນການເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າ ອາກາດ:

“ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດແມ່ນການປ່ຽນແປງຂອງດິນຟ້າອາກາດ. ແນ່ນອນ ວ່າ ບັນດາປະເທດອຸດສາຫະກຳທີ່ເປັນມູນເຊື້ອມີຄວາມຮັບຜິດຊອບພິເສດໃນການຕໍ່ສູ້ ກັບວິກິດການດິນຟ້າອາກາດ, ແຕ່ຫຼາຍປະເທດອື່ນກໍ່ນອນໃນຈຳນວນບັນດາປະເທດ ປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດໃນປະຈຸບັນ. ດັ່ງນັ້ນ, ແທນທີ່ເລື່ອງລໍຖ້າຜູ້ອື່ນ, ພວກເຮົາຄວນມີການກະທຳນຳກັນ”.

ມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດໃໝ່ຂອງໂລກ

ທີ່ກອງປະຊຸມທຳອິດໃນປີນີ້, ກອງປະຊຸມສົນທະນາທົ່ວໂລກ Berlin ຈະສຸມໃສ່ ປຶກສາຫາລື 3 ຫົວຂໍ້ “ຫັນປ່ຽນ”. ທຳອິດ, ແມ່ນການຫັນປ່ຽນໄປຄວາມລະບຽບຮຽບ ຮ້ອຍດ້ານເສດຖະກິດໃໝ່ຂອງໂລກ. ທີ່ບັນດາວາລະປຶກສາຫາລືກ່ຽວກັບຫົວຂໍ້ນີ້, ບັນດາການນຳການເມືອງ ແລະ ເສດຖະກິດຈະແລກປ່ຽນ ແລະ ຊອກຮູ້ວິທີການ ຫັນປ່ຽນໄປຄວາມເປັນລະ ບຽບຮຽບຮ້ອຍດ້ານເສດຖະກິດໃໝ່ ແຕ່ບໍ່ກໍ່ໃຫ້ເກີດການ ປະທະກັນລະຫວ່າງບັນດາລະບົບເສດຖະກິດ ແລະ ລະຫວ່າງບັນດາເຂດແຄ້ວນ. ທ່ານສາດສະດາຈານ Lars-Hendrik Roller  ຖືວ່າ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ການນຳບັນດາລັດຖະບານ ແລະ ບັນດາວິສາຫະກິດຄວນຊອກຫາວິທີສຳຜັດທີ່ເປັນ ເອກະພາບກ່ຽວກັບນະໂຍບາຍເສດຖະກິດກໍ່ຄື ນະໂຍບາຍ ການຕ່າງປະເທດ, ຄວາມໝັ້ນຄົງ.

ຈຸດສຸມທີສອງແມ່ນການຫັນປ່ຽນເປັນພື້ນຖານເສດຖະກິດທີ່ມີລະດັບ ກາກບອນ ຕຳ່. ບັນດາການນຳຈະຊອກຫາກາລະໂອກາດເພື່ອຫັນປ່ຽນເປັນພື້ນຖານເສດຖະກິດ ທີ່ມີລະດັບກາກບອນຕຳ່, ທັງຮັກສາການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ຈຸດສຸມທີສາມຂອງກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນການຫັນເປັນສັງຄົມ ທີ່ຍຸຕິທຳ.

ກອງປະຊຸມສົນທະນາທົ່ວໂລກ Berlin ປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງບັນດາ ຜູ້ມີອິດທິພົນຊື່ສຽງ. ນອກຈາກ ທ່ານ Olaf Scholz, ນາຍົກລັດຖະມົນຕີ ປະເທດເຈົ້າພາບ ເຢຍລະມັນ ແລ້ວ, ກໍ່ມີການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໃນໂລກກໍ່ ເຂົ້າຮ່ວມ ແລະ ມີບົດປະກອບຄຳເຫັນທີ່ກອງປະຊຸມ, ຄື: ທ່ານ Charles Michel ປະທານ ສະພາເອີລົບ;  ທ່ານ Kassym-Jomart Tokayev ປະທານາທິບໍດີ ກາຢັກສະຖານ; ທ່ານ Ranil Wickremesinghe, ປະທານາທິບໍດີ ສີລັງກາ; ທ່ານ Edi Rama, ນາຍົກລັດຖະມົນຕີ ອາບາເນຍ ແລະ ລັດຖະມົນຕີບັນດາປະເທດ. ສ່ວນສຳລັບວົງການນັກທຸລະກິດ, ການນຳກຸ່ມບໍລິສັດ ໃຫຍ່ຫຼາຍແຫ່ງກ່ຽວກັບດ້ານເຕັກໂນໂລຊີ, ການເງິນ ຫຼື ອຸດສາຫະກຳ, ຄື: Google, BlackRock, Mercedes-Benz, Arcelor Mittal, Booking ກໍ່ໄດ້ເຂົ້າຮ່ວມກອງປະຊຸມ.

ຕາມວົງການນັກສັງເກດການແລ້ວ, ກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນຄວາມມານະພະຍາຍາມຖັດໄປຂອງວົງການນັກການເມືອງ - ເສດຖະກິດ ເຢຍລະມັນ ໃນການສ້າງຜົນກະທົບທີ່ໃຫຍ່ຫຼວງກ່ວາໃຫ້ປະເທດ ເຢຍລະມັນ ສຳລັບ ພື້ນຖານຄຸ້ມຄອງບໍລິຫານທ່ົວໂລກ, ຮັບຮອງເອົາບັນດາເວທີປາໄສສົນທະນາຫຼາຍຝ່າຍ ແລະ ຫຼາຍຂົ້ວ. ໃນຫຼາຍປີຜ່ານມາ, ປະເທດເຢຍລະມັນ ກໍ່ແມ່ນບ່ອນທີ່ຈັດ ບັນດາເວທີປາໄສສາກົນປະຈຳປີທີ່ມີອິດທິພົນຊື່ສຽງສູງ, ຄື: ກອງປະຊຸມຄວາມໝັ້ນຄົງ Munich (MSC) ປຶກສາຫາລືສະເພາະບັນດາບັນຫາຄວາມໝັ້ນຄົງທົ່ວໂລກ ຫຼື ການກອງປະຊຸມສົນທະນາຫັນປ່ຽນພະລັງງານ Berlin (BETD)  ລົງເລິກບັນດາ ບັນຫາພະລັງງານ./.

ຕອບກັບ

ຂ່າວ/ບົດ​ອື່ນ