ກອງປະຊຸມສະໄຫມສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ດ້ວຍຈິດໃຈປ່ຽນໃຫມ່

(vovworld) - ພາຍ​ຫລັງ​​ເຮັດ​ວຽກ​ມ​າ​ເປັນ​ເວລາກືອບ 1 ​ເດືອນ ດ້ວຍ​ຈິດ​ໃຈ​ມີ​ຄວາມຮັບຜິດຊອບ​ສູງ ​ແລະ ຮີບ​ເຮັ່ງ​ຈາກບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ), ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທ່ືອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 23/11. ສະພາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ວຽກ​ງານ​ສຳຄັນ​ຫລາຍ​ຢ່າງ, ຮັບຮອງ​ເອົາ​ກົດໝາຍ​ຫລາຍ​ສະບັບ, ອອກ​ມະຕິ​​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ຈຸດໝາຍ, ການ​ກຳ​ນົດທິດ​ກໍ​ຄື​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ ສັງຄົມ, ການ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າ​ງປະ​ເທດ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກອງ​ປະຊຸມ​​ຂອງ​ສະພາ​ແຫ່ງ​ຊາດເທ່ືອ​ນີ້ສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ຈິດ​ໃຈ​ປ່ຽນ​​ໃຫມ່, ປະຊາທິປະ​ໄຕ ​ແລະ ມີປະສິດທິ​ຜົນ.

ກອງປະຊຸມສະໄຫມສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ດ້ວຍຈິດໃຈປ່ຽນໃຫມ່ - ảnh 1
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13
ພາບ: internet

        ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 9 ສະບັບ. ​ໃນ​ນັ້ນ ມີ​ຮ່າງ​ກົດໝາຍ​ບາງ​ສະບັບ​ກ່ຽວຂ້ອງ​ເຖິງ​ຊີວິດ​ດ້ານ​ເສດຖະກິດ​ສັງຄົມ​ຢ່າງ​ແທດ​ຈິງ ຄື: ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ນະຄອນຫລວງ; ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍອາກອນລາຍ​ຮັບ​ສ່ວນບຸກຄົນ. ​ມີມະຕິ​ສຳຄັນ 2 ສະບັບ​ກໍ​ໄດ້​ຮັບ​ການ​ຮັບຮອງ​ເອົາ ນັ້ນ​ແມ່ນ​ມະຕິ​ກ່ຽວ​ກັບ​ການ​ລົງມະຕິ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ຮັກສາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ,​ ສະພາ​ປະຊາຊົນ​ເລືອກ​ຕັ້ງຫລື​ໃຫ້​ສັດຕະຍາບັນ; ມະຕິ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992.​ ນອກ​ນັ້ນ, ສະພາ​ແຫ່ງ​ຊາດ​ກໍ​ໄດ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ອື່ນ 6 ສະບັບ ​ເພື່ອ​ສືບ​ຕໍ່​ປັບປຸງ, ສ້າງ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ. ຕາມ​ທ່ານ ຫງວຽນ​ແຫ້ງ​ຟູກ, ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ແລ້ວ, ກອງ​ປະຊຸມ​​ຂອງ​ສະພາ​ແຫ່ງ​ຊາດເທື່ອ​ນີ້ປະສົບ​ຜົນສຳ​ເລັດ​ໃນ​ຫລາຍ​ດ້ານ.

        “ບັນດາ ສສຊ ສົນທະນາ​ຢູ່​ຫໍ​ປະຊຸມ​ຢ່າງ​ກົງ​ໄປ​ກົງ​ມາ, ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ລັກສະນະປະຊາທິປະ​ໄຕ. ບັນດາ​ຄຳ​ເຫັນ​ຂອງ ສສຊ ມີ​ລັກສະນະ​ສ້າງສັນ,​ ດ້ວຍຄວາມປາດ​ຖະຫນາ​ຈະເຮັດ​ແນວ​ໃດ​​ເພື່ອ​ໃຫ້ການ​ບໍລິຫານ​ຂອງ​ລັດຖະບານ​​ດີກ​ວ່າ​ເກົ່າ. ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ, ລົງມະຕິ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ. ນີ້​ແມ່ນ​ພື້ນຖານ​​ໃຫ້ແກ່ການ​ຕິດຕາມ​ກວດກາ​ບັນດາ​ສະມາຊິກ​ໂດຍ​​ແມ່ນ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕອ້ງຍົກ​ສູງ​ຄວາມ​ຮັບຜິດຊອບ​​ຕໍ່​ພັກ, ຕໍ່​ປະຊາຊົນ. ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຈຸດ​ໃຫມ່.”


ກອງປະຊຸມສະໄຫມສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ດ້ວຍຈິດໃຈປ່ຽນໃຫມ່ - ảnh 2
ບັນດາ ສສຊ ສົນທະນາ​ຢູ່​ຫໍ​ປະຊຸມ​ຢ່າງ​ກົງ​ໄປ​ກົງ​ມາ

        ຫນຶ່ງ​ໃນ​ບັນດາ​ຈຸດ​ໃຫມ່​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ ​ລັດຖະບານ​ມີ​ບົດ​ລາຍ​ງານ​ສັງ​ລວມຕໍ່​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 2, ທີ 3 ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 13. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ ລັດຖະບານ​ມີ​ບົດ​ລາຍ​ງານ​ລະອຽດ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ເນື້ອ​​ໃນ ຊື່​ງບັນດາ​ສະມາຊິກ​ລັດຖະບານ​ໄດ້​ໝັ້ນ​ໝາຍ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ໃນ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ບັນດາ​ກອງ​ປະຊຸມ​ຄັ້ງ​ກ່ອນ. ​ໃນ​ບົດ​ລາຍ​ງານ​ຕໍ່ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນຫາ​ນີ້, ຕາງຫນ້າ​ໃຫ້​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​​ຍົກ​ອອກບັນດາ​ວຽກ​ງານ​ທີ່​ລັດຖະບານ​ປະຕິບັດສຳ​ເລັດຜົນ​ ​ແລະ ບໍ່​ທັນ​ສຳ​ເລັດ​ຜົນ​ເພື່ອ​ໃຫ້ ສສຊ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮູ້ຈັກ​ເຖິງ.

        ຖ້າ​ຫາກ​ກອງ​ປະຊຸມ​ຄັ້ງ​ກ່ອນ​ນີ້, ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ພຽງ​ແຕ່​ຖືກ​ສົ່ງ​ເຖິງ​ບັນດາ ສສຊ ຄົ້ນ​ຄ້ວາ, ​ແຕ່​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ລັດຖະບານ​ໄດ້​ລາຍ​ງານ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ 2012 ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ມື້​ໄຂ​ກອງ​ປະຊຸມ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​​ຕີ​ລາຄາ​ສູງ​ການ​ປ່ຽນ​ໃຫມ່ນີ້, ປະກ​ອບສ່ວນ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ, ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ພາຍຫລັງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ, ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອ​ງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ ຫວຽດນາມ​ຊຸດ​ທີ 13 ​ໃນ​ເດືອນ 10/2013.  ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ​ໄດ້​ເນັ້ນ​ຫນັກ​ວ່າ: ລັດຖະທຳ​ມະນູນ​ເມື່ອ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສຳ​ເລັດ ຈະ​ຊ່ວຍ​ກົງຈັກ​ບໍລິຫານ​ແຫ່ງ​ລັດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ສະ​ແດງ​ລັກສະນະ​ດີ​ເລີດ​ຂອງ​ສັງຄົມ​ນິຍົມ.

        “ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ແບບ​ຍື່ນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃຫມ່. ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້ຢືນຢັນ​ວ່າ: ປະຊາຊົນ​ແມ່ນ​ຜູ້​ມີສິດ​ອຳນາດ​ແຫ່ງ​ລັດສູງ​ສຸດ, ສິດ​ອຳນາດ​​ແຫ່ງລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ, ​ເຊິ່ງພື້ນຖານ​ແມ່ນ​ຊົນ​ຊັ້ນ​ກຳມະກອນ, ຊົນ​ຊັ້ນ​ຊາວ​ນາ   ​ແລະ ຖັນ​ແຖວ​ປັນຍາ​ຊົນ​ໂດຍ​ພັກ​ກອມ​ມູນິດ ຫວຽດນາມ ນຳພາ. ການປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້​ແມ່ນ​ການເສີມ​ຂະຫຍາຍ​ຢ່າງ​ພຽງພໍ ​ແລະ ​ເຊີດ​ຊູ​ປັດ​ໃຈ​ມະນຸດ​, ຢືນຢັນ ຍາມ​​ໃດ ລັດ​ກໍ​ເຄົາລົບ ຮັບປະກັນ​ສິດ​ອັນ​ເປັນພື້ນຖານ​ຂອງ​ມະນຸດ, ສິດ​ພົນລະ​ເມືອງ, ​ເບິ່ງ​ແຍງ​ດູ​ແລ​ຄວາມ​ຜາ​ສຸກ ​ແລະ ການ​ພັດທະນາ​ຢ່າງ​ເສ​ລີ​ຂອງ​ແຕ່ລະຄົນ.”

        ວຽກ​ງານ​ຖະ​ແຫລ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ໄດ້​ຮັບ​ການ​ປັບປຸງ​ບາດກ້າວ​ຫນຶ່ງ. ຈຳນວນ​​ວາລະ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ອອກ​ອາກາດ, ​ຖ່າຍ​ທອດ​ສົດ​ແມ່ນ 13 ຄັ້ງ. ພິ​ເສດ ສະພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫລາຍ​ເພື່ອ​ປຶກສາ​ຫາລື​ທິດ​ທາງພັດທະນາ​ເສດຖະກິດ ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຮັບຮອງ​ເອົາ​ບັນດາ​ຄາດໝາຍ​ພື້ນຖານ​ຂອງ​ປີ 2013 ນັ້ນ​ແມ່ນ: ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ​ເພີ່ມ​ທະວີ 5,5%, ​ໄພ​ເງິນ​ເຟີ້ ຢູ່​ໃນ​ລະດັບ 7 - 8%, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ເກືອບ 1,6 ລ້ານ​ຄົນ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ ສສຊ ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຊາທິປະ​ໄຕ, ພູ​​ມປັນຍາ, ມີ​ຫລາຍ​ຄຳ​ເຫັນ​ທີ່​ມີ​ຄຸນ​ນະພາ​ບປະກອບ​​ໃຫ້​ແກ່​ບັນດາ​ເນື້ອ​ໃນ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​ຫລາຍ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ກອງ​ປະຊຸມ​ຄັ້ງນີ້ ສະ​ແດງ​ຄວາມ​ຕັດສິນ​ໃຈ​ປ່ຽນ​ໃຫມ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຊື່​ງຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ມຸ່ງ​ຫວັງ, ຜ່ານ​ນັ້ນ ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​, ປະຕິບັດ​ກິດຈະການ​ປ່ຽນ​ແປງ​ໃຫມ່​ສຳ​ເລັດ​ຜົນ, ​ເພື່ອ​ພາລະກິດ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ.

 

ຕອບກັບ

ຂ່າວ/ບົດ​ອື່ນ